YouVersion Logo
Search Icon

ມັດທາຍ 9:18-26

ມັດທາຍ 9:18-26 ພຄພ

ໃນ​ຂະນະທີ່​ພຣະເຢຊູເຈົ້າ​ກຳລັງ​ກ່າວ​ຖ້ອຍຄຳ​ເຫຼົ່ານີ້​ຢູ່​ນັ້ນ, ກໍ​ມີ​ເຈົ້ານາຍ​ຢິວ​ຄົນ​ໜຶ່ງ​ມາ​ຂາບລົງ​ຕໍ່ໜ້າ​ພຣະອົງ ແລະ​ເວົ້າ​ວ່າ, “ລູກສາວ​ຂອງ​ຂ້ານ້ອຍ​ຫາ​ກໍ​ສິ້ນ​ໃຈ​ຕາຍ, ແຕ່​ຂໍໂຜດ​ໄປ​ວາງ​ມື​ໃສ່​ນາງ​ດ້ວຍ​ເຖີດ ແລ້ວ​ນາງ​ກໍ​ຈະ​ຄືນ​ມີ​ຊີວິດ​ອີກ.” ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ລຸກ​ຂຶ້ນ​ໄປ​ກັບ​ເຈົ້ານາຍ​ຄົນ​ນັ້ນ ແລະ​ພວກ​ສາວົກ​ກໍ​ຕິດຕາມ​ພຣະອົງ​ໄປ​ດ້ວຍ. ພໍດີ​ໃນ​ຂະນະນັ້ນ ມີ​ຍິງ​ຄົນ​ໜຶ່ງ​ທີ່​ເປັນ​ພະຍາດ​ເລືອດຕົກ​ໄດ້​ສິບສອງ​ປີ​ແລ້ວ ນາງ​ຫຍັບ​ເຂົ້າ​ມາ​ເບື້ອງ​ຫລັງ​ພຣະເຢຊູເຈົ້າ ແລະ​ບາຍ​ເສື້ອຄຸມ​ຂອງ​ພຣະອົງ. ນາງ​ຄິດ​ໃນ​ໃຈ​ວ່າ, “ຖ້າ​ເຮົາ​ພຽງແຕ່​ບາຍ​ເສື້ອຄຸມ​ຂອງ​ເພິ່ນ​ເທົ່ານັ້ນ ເຮົາ​ກໍ​ຈະ​ດີ​ພະຍາດ​ໄດ້.” ພຣະເຢຊູເຈົ້າ​ຫັນ​ຫລັງ​ກັບ​ມາ ແລະ​ເຫັນ​ນາງ​ຈຶ່ງ​ກ່າວ​ວ່າ, “ລູກ​ຍິງ​ເອີຍ ຈົ່ງ​ຊື່ນ​ໃຈ​ເທີ້ນ ຄວາມເຊື່ອ​ຂອງ​ເຈົ້າ​ໄດ້​ເຮັດ​ໃຫ້​ເຈົ້າ​ດີ​ແລ້ວ.” ໃນ​ເວລາ​ດຽວກັນ​ນັ້ນ​ເອງ​ນາງ​ກໍດີ​ພະຍາດ. ແລ້ວ​ພຣະເຢຊູເຈົ້າ​ກໍ​ເຂົ້າ​ໄປ​ທີ່​ເຮືອນ​ຂອງ​ເຈົ້ານາຍ​ຄົນ​ນັ້ນ ແລະ​ໄດ້​ເຫັນ​ຄົນ​ເປົ່າ​ຂຸ່ຍ ກັບ​ຄົນ​ທີ່​ມາ​ງັນ​ເຮືອນ​ດີ​ວຸ້ນວາຍ​ອຶກກະທຶກ​ຢູ່ ພຣະອົງ​ຊົງ​ກ່າວ​ວ່າ, “ໃຫ້​ທຸກຄົນ​ອອກ​ໄປ ເດັກ​ຍິງ​ຜູ້​ນີ້​ບໍ່ໄດ້​ຕາຍ​ດອກ ນາງ​ພຽງແຕ່​ນອນ​ຫລັບ​ຢູ່​ເທົ່ານັ້ນ.” ແລ້ວ​ທຸກຄົນ​ກໍ​ພາກັນ​ຫົວຂວັນ​ພຣະອົງ. ເມື່ອ​ປະຊາຊົນ​ເຫຼົ່ານັ້ນ​ອອກ​ໄປ​ໝົດ​ແລ້ວ ພຣະອົງ​ໄດ້​ເຂົ້າ​ໄປ​ຈັບ​ມື​ຂອງ​ນາງ ແລະ​ນາງ​ກໍ​ລຸກ​ຂຶ້ນ. ແລ້ວ​ເລື່ອງ​ກ່ຽວກັບ​ເຫດການ​ທີ່​ໄດ້​ເກີດຂຶ້ນ​ນີ້ ກໍ​ຊ່າລື​ໄປ​ທົ່ວ​ທັງ​ຂົງເຂດ​ນັ້ນ.

Free Reading Plans and Devotionals related to ມັດທາຍ 9:18-26