ມັດທາຍ 8:5-13
ມັດທາຍ 8:5-13 ພຄພ
ເມື່ອພຣະເຢຊູເຈົ້າກຳລັງສະເດັດເຂົ້າໄປໃນເມືອງກາເປນາອູມ ກໍມີນາຍທະຫານຜູ້ໜຶ່ງເຂົ້າມາຫາພຣະອົງເພື່ອຂໍຮ້ອງໃຫ້ຊ່ວຍເຫລືອ. ໂດຍກ່າວວ່າ, “ພຣະອົງເຈົ້າເອີຍ ຂ້ອຍໃຊ້ຂອງຂ້ານ້ອຍນອນປ່ວຍຢູ່ທີ່ເຮືອນ ເຂົາເປັນເປ້ຍແລະທົນທຸກຢ່າງເວດທະນາຫລາຍ.” ພຣະເຢຊູເຈົ້າຊົງກ່າວວ່າ, “ເຮົາຈະໄປຮັກສາລາວໃຫ້ຫາຍດີ.” ແຕ່ນາຍທະຫານຜູ້ນັ້ນຕອບວ່າ, “ບໍ່ໄດ້ດອກ ພຣະອົງເຈົ້າເອີຍ, ຂ້ານ້ອຍບໍ່ສົມຄວນທີ່ຈະໃຫ້ພຣະອົງເຂົ້າໄປໃນເຮືອນຂອງຂ້ານ້ອຍ ຂໍພຽງແຕ່ກ່າວຖ້ອຍຄຳດຽວເທົ່ານັ້ນ ຂ້ອຍໃຊ້ຂອງຂ້ານ້ອຍກໍຈະດີພະຍາດ. ຂ້ານ້ອຍເອງຢູ່ໃຕ້ບັງຄັບບັນຊາຂອງຜູ້ເປັນນາຍ ແລະຂ້ານ້ອຍກໍມີທະຫານຢູ່ໃຕ້ບັງຄັບບັນຊາຂອງຂ້ານ້ອຍດ້ວຍ ຂ້ານ້ອຍສັ່ງວ່າ, ‘ໄປ’ ເຂົາກໍໄປ, ຂ້ານ້ອຍສັ່ງວ່າ ‘ມາ’ ເຂົາກໍມາ ແລະຂ້ານ້ອຍສັ່ງຄົນໃຊ້ວ່າ ‘ເຮັດອັນນີ້’ ເຂົາກໍເຮັດ.” ເມື່ອພຣະເຢຊູເຈົ້າໄດ້ຍິນດັ່ງນີ້ພຣະອົງກໍແປກໃຈ ແລະເວົ້າກັບປະຊາຊົນທີ່ຕິດຕາມພຣະອົງມານັ້ນວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ ຢູ່ໃນພວກອິດສະຣາເອນເຮົາຍັງບໍ່ໄດ້ພົບຜູ້ໃດທີ່ມີຄວາມເຊື່ອໃຫຍ່ເຊັ່ນນີ້. ເຮົາບອກພວກເຈົ້າຕາມຄວາມຈິງວ່າ ຫລາຍຄົນຈະມາຈາກທິດຕາເວັນອອກກັບທິດຕາເວັນຕົກ ແລະນັ່ງຮ່ວມໂຕະກັບອັບຣາຮາມ, ອີຊາກ ແລະ ຢາໂຄບ ທີ່ງານກິນລ້ຽງໃນອານາຈັກສະຫວັນ. ສ່ວນພວກທີ່ຄວນຈະໄດ້ຢູ່ໃນອານາຈັກນັ້ນ ຈະຖືກໂຍນຖິ້ມອອກຂ້າງນອກຢູ່ໃນຄວາມມືດ. ໃນທີ່ນັ້ນ ພວກເຂົາຈະຮ້ອງໄຫ້ ແລະຂົບແຂ້ວຄ້ຽວຟັນ” ແລ້ວພຣະເຢຊູເຈົ້າກໍເວົ້າກັບນາຍທະຫານວ່າ, “ເມືອເຮືອນສາ ເຈົ້າເຊື່ອຢ່າງໃດກໍຈະເປັນຢ່າງນັ້ນສຳລັບເຈົ້າ.” ຝ່າຍຂ້ອຍໃຊ້ຂອງນາຍທະຫານກໍດີເປັນປົກກະຕິໃນເວລານັ້ນເອງ.