ມັດທາຍ 8:28-33
ມັດທາຍ 8:28-33 ພຄພ
ເມື່ອພຣະເຢຊູເຈົ້າຂ້າມຟາກມາຮອດເຂດແດນຄາດາຣາ ກໍມີຊາຍສອງຄົນອອກຈາກປ່າຊ້າມາພົບພຣະອົງ, ສອງຄົນນີ້ມີຜີມານຮ້າຍສິງແລະໂຫດຮ້າຍຫລາຍ ຈົນບໍ່ມີຜູ້ໃດກ້າຜ່ານໄປມາຕາມທາງນັ້ນ. ໃນທັນໃດນັ້ນ ມັນກໍແຜດສຽງວ່າ, “ໂອ ບຸດພຣະເຈົ້າເອີຍ ທ່ານຕ້ອງການຫຍັງຈາກພວກຂ້ານ້ອຍ? ທ່ານຈະມາລົງໂທດພວກຂ້ານ້ອຍກ່ອນເຖິງເວລາຊັ້ນບໍ?” ບໍ່ໄກຈາກທີ່ນັ້ນພໍເທົ່າໃດ ມີຝູງໝູກຳລັງຫາກິນຢູ່. ດັ່ງນັ້ນ ຜີມານຮ້າຍຈຶ່ງຂໍຮ້ອງນຳພຣະເຢຊູເຈົ້າວ່າ, “ຖ້າທ່ານຂັບໄລ່ພວກຂ້ານ້ອຍອອກໄປ ຂໍໃຫ້ພວກຂ້ານ້ອຍໄປຢູ່ໃນຝູງໝູນັ້ນທ້ອນ.” ພຣະອົງໄດ້ບອກພວກມັນວ່າ, “ໄປໄດ້” ດັ່ງນັ້ນ ພວກມັນຈຶ່ງອອກໄປແລະໄດ້ເຂົ້າໄປສິງໃນຝູງໝູ ໃນທັນໃດນັ້ນ ໝູທັງຝູງກໍຟ້າວແລ່ນລົງຕາລິ່ງຊັນ ແລະໂຕນລົງທະເລສາບຈົມນໍ້າຕາຍໝົດ. ພວກຄົນລ້ຽງໝູໄດ້ປົບໜີ ແລະແລ່ນເຂົ້າໄປໃນເມືອງ ພວກເຂົາໄດ້ເລົ່າເຫດການທັງໝົດກັບເລື່ອງທີ່ໄດ້ເກີດຂຶ້ນແກ່ຊາຍຜີມານຮ້າຍສິງນັ້ນ.