YouVersion Logo
Search Icon

ມັດທາຍ 6:9-13

ມັດທາຍ 6:9-13 ພຄພ

ດ້ວຍເຫດນັ້ນ ພວກເຈົ້າ​ຄວນ​ພາວັນນາ​ອະທິຖານ​ດັ່ງນີ້: ‘ຂ້າແດ່​ພຣະບິດາເຈົ້າ ຂອງ​ພວກ​ຂ້ານ້ອຍ​ທັງຫລາຍ ຜູ້​ຊົງ​ສະຖິດ​ຢູ່​ໃນ​ສະຫວັນ ຂໍ​ໃຫ້​ພຣະນາມ​ຂອງ​ພຣະອົງ​ ຊົງ​ເປັນ​ທີ່​ເຄົາຣົບ​ບູຊາ ຂໍ​ໃຫ້​ພຣະ​ຣາຊອານາຈັກ ຂອງ​ພຣະອົງ​ມາ​ຕັ້ງ​ຢູ່ ຂໍ​ໃຫ້​ເປັນ​ໄປ​ຕາມ​ນໍ້າພຣະໄທ ຂອງ​ພຣະອົງ ໃນ​ສະຫວັນ​ເປັນ​ຢ່າງ​ໃດ ຂໍ​ໃຫ້​ເປັນ​ໄປ​ຢ່າງ​ນັ້ນ​ທີ່​ແຜ່ນດິນ​ໂລກ. ຂໍ​ຊົງ​ໂຜດ​ປະທານ​ເຂົ້າຈີ່​ປະຈຳ​ວັນ ໃຫ້​ແກ່​ຂ້ານ້ອຍ​ທັງຫລາຍ ໃນ​ກາລະ​ວັນ​ນີ້ ຂໍ​ຊົງ​ໂຜດ​ຍົກໂທດ​ໃຫ້​ຂ້ານ້ອຍ ເໝືອນ​ຂ້ານ້ອຍ​ຍົກໂທດ ໃຫ້​ແກ່​ຜູ້​ທີ່​ເຮັດ​ຜິດ​ຕໍ່​ຂ້ານ້ອຍ​ນັ້ນ ແລະ​ຂໍ​ຢ່າ​ພາ​ຂ້ານ້ອຍ​ເຂົ້າ​ໄປ​ ໃນ​ການ​ທົດລອງ ແຕ່​ຂໍ​ຊົງ​ໂຜດ​ໃຫ້​ພົ້ນ​ຈາກ​ມານຊົ່ວຮ້າຍ [ເຫດ​ວ່າ ຣາຊອານາຈັກ ຣິດອຳນາດ ແລະ ພຣະຣັດສະໝີ​ກໍ​ເປັນ​ຂອງ​ພຣະອົງ​ສືບໆໄປ​ເປັນນິດ ອາແມນ’]