YouVersion Logo
Search Icon

ມັດທາຍ 17:24-27

ມັດທາຍ 17:24-27 ພຄພ

ເມື່ອ​ພຣະເຢຊູເຈົ້າ​ກັບ​ພວກ​ສາວົກ​ມາ​ຮອດ​ເມືອງ​ກາເປນາອູມ​ແລ້ວ ກໍ​ມີ​ຄົນ​ເກັບ​ຄ່າ​ບຳລຸງ​ພຣະວິຫານ​ມາ​ຫາ​ເປໂຕ ແລ້ວ​ຖາມ​ວ່າ, “ອາຈານ​ຂອງ​ພວກເຈົ້າ​ບໍ່​ເສຍ​ຄ່າ​ບຳລຸງ​ພຣະວິຫານ​ບໍ?” ເປໂຕ​ຕອບ​ວ່າ, “ເສຍ.” ເມື່ອ​ເປໂຕ​ເຂົ້າ​ມາ​ໃນ​ເຮືອນ ແລ້ວ​ພຣະເຢຊູເຈົ້າ​ຊົງ​ກ່າວ​ຂຶ້ນ​ກ່ອນ​ໂດຍ​ຖາມ​ລາວ​ວ່າ, “ຊີໂມນ​ເອີຍ ເຈົ້າ​ຄິດ​ຢ່າງ​ໃດ​ໃນ​ການ​ເສຍສ່ວຍ ຫລື​ເສຍ​ພາສີ​ໃຫ້​ກະສັດ​ໃນ​ໂລກນີ້? ເພິ່ນ​ເກັບ​ຈາກ​ລູກ​ຂອງຕົນ ຫລື​ເກັບ​ຈາກ​ຄົນອື່ນ.” ເປໂຕ​ຕອບ​ວ່າ, “ເກັບ​ຈາກ​ຄົນອື່ນ.” ພຣະເຢຊູເຈົ້າ​ຕອບ​ຄືນ​ວ່າ, “ຖ້າ​ເປັນ​ຢ່າງ​ນັ້ນ ຝ່າຍ​ລູກ​ກໍ​ບໍ່​ຕ້ອງ​ເສຍ. ແຕ່​ເພື່ອ​ບໍ່​ຢາກ​ເຮັດ​ໃຫ້​ຄົນ​ເຫຼົ່ານີ້​ເສຍໃຈ, ເຈົ້າ​ຈົ່ງ​ໄປ​ຕຶກເບັດ​ທີ່​ທະເລສາບ​ເມື່ອ​ໄດ້​ປາ​ໂຕ​ທຳອິດ​ແລ້ວ ໃຫ້​ເຈົ້າ​ງະ​ປາກ​ມັນ​ອອກ ແລະ​ເຈົ້າ​ຈະ​ພົບ​ເງິນ​ຫລຽນ​ໜຶ່ງ​ຢູ່​ໃນ​ປາກ​ຂອງ​ມັນ ຈົ່ງ​ເອົາ​ເງິນ​ນັ້ນ​ໄປ​ຈ່າຍ​ເປັນ​ຄ່າ​ບຳລຸງ​ພຣະວິຫານ​ສຳລັບ​ເຮົາ​ແລະ​ເຈົ້າ.”