ມັດທາຍ 16:21-25
ມັດທາຍ 16:21-25 ພຄພ
ຕັ້ງແຕ່ນັ້ນມາ ພຣະເຢຊູເຈົ້າກໍເລີ່ມອະທິບາຍໃຫ້ພວກສາວົກຟັງ ໂດຍກ່າວວ່າ, “ເຮົາຈຳເປັນຕ້ອງໄປນະຄອນເຢຣູຊາເລັມ ແລະຕ້ອງຮັບຄວາມທົນທຸກທໍລະມານຢ່າງໜັກຈາກພວກເຖົ້າແກ່ ພວກຫົວໜ້າປະໂຣຫິດແລະພວກທຳມະຈານ, ເຮົາຈະຖືກຂ້າ ແຕ່ໃນວັນຖ້ວນສາມເຮົາຈະເປັນຄືນມາຈາກຕາຍສູ່ຊີວິດ.” ດັ່ງນັ້ນ ເປໂຕຈຶ່ງພາພຣະອົງຫລີກໄປຕ່າງຫາກ ແລະເລີ່ມຕຳໜິຫ້າມພຣະອົງວ່າ, “ພຣະອົງເຈົ້າເອີຍ ຂໍພຣະເຈົ້າຢ່າໃຫ້ເປັນດັ່ງນັ້ນເລີຍ ເຫດການຢ່າງນີ້ຈະບໍ່ເກີດຂຶ້ນກັບພຣະອົງຈັກເທື່ອ.” ພຣະອົງຈຶ່ງຫັນກັບມາຫາເປໂຕ ແລະເວົ້າວ່າ, “ອ້າຍມານຊາຕານ ຈົ່ງຖອຍໜີໄປໃຫ້ໄກຈາກເຮົາ ເຈົ້າເປັນສິ່ງກີດຂວາງທາງເດີນຂອງເຮົາ ເພາະເຈົ້າບໍ່ໄດ້ຄິດຢ່າງພຣະເຈົ້າ ແຕ່ຄິດຢ່າງມະນຸດ.” ແລ້ວພຣະເຢຊູເຈົ້າກໍກ່າວແກ່ພວກສາວົກວ່າ, “ຖ້າຜູ້ໃດຢາກຕາມເຮົາມາ ໃຫ້ຜູ້ນັ້ນຕັດສິດຂອງຕົນ, ຮັບແບກໄມ້ກາງແຂນຂອງຕົນແລ້ວຕິດຕາມເຮົາມາ. ເພາະຜູ້ໃດຢາກຮັກສາຊີວິດຂອງຕົນໄວ້ໃຫ້ພົ້ນ ຜູ້ນັ້ນຈະເສຍຊີວິດ, ແຕ່ຜູ້ໃດທີ່ຈະເສຍຊີວິດຂອງຕົນເພື່ອເຫັນແກ່ເຮົາ ຜູ້ນັ້ນຈະໄດ້ພົບຊີວິດນັ້ນ.