YouVersion Logo
Search Icon

ມັດທາຍ 12:9-13

ມັດທາຍ 12:9-13 ພຄພ

ພຣະເຢຊູເຈົ້າ​ໄດ້​ໜີ​ຈາກ​ທີ່​ນັ້ນ, ແລ້ວ​ເຂົ້າ​ໄປ​ທີ່​ທຳມະສາລາ​ແຫ່ງ​ໜຶ່ງ​ຂອງ​ພວກເຂົາ. ໃນ​ທີ່ນັ້ນ ມີ​ຄົນ​ມື​ລີບ​ເບື້ອງ​ໜຶ່ງ ຄົນ​ໃນ​ທີ່ນັ້ນ​ຢາກ​ຫາ​ຂໍ້​ຟ້ອງ​ພຣະເຢຊູເຈົ້າ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ຖາມ​ວ່າ, “ເປັນ​ການ​ຜິດ​ຫລື​ຖືກ ທີ່​ຈະ​ຮັກສາ​ຄົນ​ໃນ​ວັນ​ຊະບາໂຕ?” ພຣະເຢຊູເຈົ້າ​ຊົງ​ຕອບ​ວ່າ, “ຖ້າ​ຄົນ​ໜຶ່ງ​ໃນ​ພວກເຈົ້າ​ມີ​ແກະ​ໂຕ​ດຽວ ແລະ​ຕົກ​ຂຸມ​ໃນ​ວັນ​ຊະບາໂຕ ເຂົາ​ຈະ​ບໍ່​ດຶງ​ເອົາ​ແກະ​ໂຕ​ນັ້ນ​ຂຶ້ນ​ບໍ? ມະນຸດ​ຜູ້ໜຶ່ງ​ກໍ​ມີ​ຄ່າ​ຫລາຍກວ່າ​ແກະ​ເທົ່າ​ໃດ​ໜໍ ສະນັ້ນ ຈຶ່ງ​ອະນຸຍາດ​ໃຫ້​ເຮັດ​ການ​ດີ​ໃນ​ວັນ​ຊະບາໂຕ.” ແລ້ວ​ພຣະອົງ​ກໍ​ເວົ້າ​ກັບ​ຊາຍ​ມື​ລີບ​ວ່າ, “ຈົ່ງ​ຢຽດ​ມື​ຂອງ​ເຈົ້າ​ອອກ.” ລາວ​ກໍ​ຢຽດ​ອອກ ແລ້ວ​ມື​ນັ້ນ​ກໍດີ​ເປັນ​ປົກກະຕິ​ເໝືອນ​ກັບ​ມື​ອີກ​ເບື້ອງ​ໜຶ່ງ.