YouVersion Logo
Search Icon

ມັດທາຍ 12:22-32

ມັດທາຍ 12:22-32 ພຄພ

ຕໍ່ມາ ໄດ້​ມີ​ບາງຄົນ​ນຳ​ຊາຍ​ຜູ້ໜຶ່ງ​ທີ່​ຕາບອດ​ແລະ​ປາກ​ກືກ ຍ້ອນ​ຜີມານຮ້າຍ​ເຂົ້າ​ສິງ​ຢູ່​ມາ​ຫາ​ພຣະເຢຊູເຈົ້າ ແລະ​ພຣະອົງ​ໄດ້​ຊົງ​ໂຜດ​ຮັກສາ​ຊາຍ​ຄົນ​ນັ້ນ​ໃຫ້​ສາມາດ​ເວົ້າ​ແລະ​ເຫັນ​ຮຸ່ງ​ໄດ້. ປະຊາຊົນ​ທັງຫລາຍ​ກໍ​ງຶດ​ປະຫລາດ​ໃຈ ຈຶ່ງ​ຖາມ​ກັນ​ວ່າ, “ຄົນ​ນີ້​ອາດ​ເປັນ​ບຸດ​ຂອງ​ດາວິດ​ໄດ້​ບໍ?” ພວກ​ຟາຣີຊາຍ​ໄດ້ຍິນ​ເຊັ່ນ​ນີ້​ແລ້ວ ພວກເຂົາ​ກໍ​ເວົ້າ​ວ່າ, “ຜູ້​ນີ້​ຂັບໄລ່​ຜີມານຮ້າຍ​ອອກ​ໂດຍ​ໃຊ້​ອຳນາດ​ຂອງ​ເບເອນເຊບູນ ຜູ້​ເປັນ​ນາຍ​ຜີມານຮ້າຍ​ທັງຫລາຍ.” ພຣະເຢຊູເຈົ້າ​ຊົງ​ຮູ້​ຄວາມ​ຄິດ​ຂອງ​ພວກເຂົາ ຈຶ່ງ​ກ່າວ​ແກ່​ພວກເຂົາ​ວ່າ, “ອານາຈັກ​ໃດ​ທີ່​ແຕກແຍກ​ຕໍ່ສູ້ ຊຶ່ງກັນແລະກັນ ກໍ​ຈະ​ພິນາດ​ຈິບຫາຍ, ເມືອງ​ໃດ​ຫລື​ຄອບຄົວ​ໃດ​ທີ່​ແຕກແຍກ​ກັນ ຈະ​ຕັ້ງໝັ້ນຄົງ​ຢູ່​ບໍ່ໄດ້. ຖ້າ​ມານຊາຕານ​ຂັບໄລ່​ມານຊາຕານ​ອອກ​ເອງ ມັນ​ກໍ​ແຕກແຍກ​ກັນ​ຢູ່​ໃນ​ຕົວ​ຂອງ​ມັນ​ເອງ ແລ້ວ​ອານາຈັກ​ຂອງ​ມັນ​ຈະ​ຕັ້ງໝັ້ນ​ໄດ້​ຢ່າງ​ໃດ? ແລະ ຖ້າ​ເຮົາ​ຂັບໄລ່​ຜີມານຮ້າຍ​ອອກ​ດ້ວຍ​ອຳນາດ​ຂອງ​ເບເອນເຊບູນ ພວກ​ລູກຫລານ​ຂອງ​ເຈົ້າ​ທັງຫລາຍ ເຄີຍ​ຂັບໄລ່​ມັນ​ອອກ​ດ້ວຍ​ອຳນາດ​ຂອງ​ຜູ້ໃດ? ດ້ວຍເຫດນີ້​ແຫຼະ ເຂົາ​ຈະ​ເປັນ​ຜູ້ຕັດສິນ​ພວກເຈົ້າ, ແຕ່​ເຮົາ​ຂັບໄລ່​ຜີມານຮ້າຍ​ອອກ​ດ້ວຍ​ພຣະວິນຍານ​ຂອງ​ພຣະເຈົ້າ. ດັ່ງນັ້ນ ຣາຊອານາຈັກ​ຂອງ​ພຣະເຈົ້າ​ກໍ​ມາ​ເຖິງ​ພວກເຈົ້າ​ແລ້ວ.” “ບໍ່ມີ​ຜູ້ໃດ​ຈະ​ເຂົ້າ​ໄປ​ປຸ້ນ​ເອົາ​ຊັບ​ຢູ່​ໃນ​ເຮືອນ​ຂອງ​ຄົນ​ແຂງແຮງ​ໄດ້, ເວັ້ນ​ແຕ່​ໄດ້​ມັດ​ຄົນ​ແຂງແຮງ​ນັ້ນ​ໄວ້​ກ່ອນ, ແລ້ວ​ຈຶ່ງ​ປຸ້ນ​ເອົາ​ຊັບ​ຢູ່​ໃນ​ເຮືອນ​ຂອງ​ເພິ່ນ​ໄດ້. ຜູ້ໃດ​ບໍ່​ຢູ່​ຝ່າຍ​ເຮົາ ກໍ​ຕໍ່ສູ້​ເຮົາ ແລະ​ຜູ້ໃດ​ບໍ່​ຮ່ວມ​ເຂົ້າ​ກັນ​ກັບ​ເຮົາ ກໍ​ເປັນ​ຜູ້​ເຮັດ​ໃຫ້​ແຕກ​ກະ​ຈາຍ​ໄປ. ເພາະ​ເຫດນີ້ ເຮົາ​ຈຶ່ງ​ບອກ​ພວກເຈົ້າ​ວ່າ ມະນຸດ​ຈະ​ໄດ້​ຮັບ​ການ​ຍົກ​ຜິດບາບ​ທຸກປະການ ແລະ​ຮັບ​ການອະໄພ​ໃນ​ຄຳ​ໝິ່ນປະໝາດ​ທຸກຢ່າງ, ແຕ່​ຄຳ​ເວົ້າ​ທີ່​ໝິ່ນປະໝາດ​ຕໍ່ສູ້​ພຣະວິນຍານ​ບໍຣິສຸດເຈົ້າ ຈະ​ບໍ່ໄດ້​ຮັບ​ການອະໄພ. ຜູ້ໃດ​ທີ່​ເວົ້າ​ຕໍ່ສູ້​ບຸດ​ມະນຸດ​ກໍ​ຈະ​ອະໄພ​ໃຫ້​ແກ່​ຜູ້ນັ້ນ​ໄດ້, ແຕ່​ຜູ້ໃດ​ທີ່​ເວົ້າ​ຕໍ່ສູ້​ພຣະວິນຍານ​ບໍຣິສຸດເຈົ້າ ຈະ​ບໍ່ໄດ້​ຮັບ​ການອະໄພ​ເລີຍ ທັງ​ໃນ​ໂລກນີ້​ແລະ​ໃນ​ໂລກ​ໜ້າ​ດ້ວຍ.”

Free Reading Plans and Devotionals related to ມັດທາຍ 12:22-32