ໂຢຮັນ 16:16-23
ໂຢຮັນ 16:16-23 ພຄພ
“ຍັງບໍ່ດົນ ເຈົ້າທັງຫລາຍຈະບໍ່ເຫັນເຮົາຕໍ່ໄປ ແລະຕໍ່ມາອີກບໍ່ດົນ ພວກເຈົ້າກໍຈະເຫັນເຮົາ ເພາະເຮົາໄປຫາພຣະບິດາເຈົ້າ.” ສາວົກຂອງພຣະອົງບາງຄົນຈຶ່ງຖາມກັນວ່າ, “ການທີ່ພຣະອົງໄດ້ກ່າວແກ່ພວກເຮົາວ່າ, ‘ຍັງບໍ່ດົນ ພວກເຈົ້າຈະບໍ່ເຫັນເຮົາ ແລະຕໍ່ມາອີກບໍ່ດົນ ພວກເຈົ້າກໍຈະເຫັນເຮົາ’ ແລະຍັງເວົ້າອີກວ່າ, ‘ເພາະເຮົາໄປຫາພຣະບິດາເຈົ້າ.’ ຂໍ້ຄວາມເຫຼົ່ານີ້ໝາຍຄວາມວ່າຢ່າງໃດ? ຄຳວ່າ, ‘ຍັງບໍ່ດົນ’ ໝາຍຄວາມວ່າຢ່າງໃດ? ພວກເຮົາບໍ່ເຂົ້າໃຈເລີຍວ່າເພິ່ນກຳລັງເວົ້າຫຍັງ?” ພຣະເຢຊູເຈົ້າຮູ້ຈັກວ່າພວກເພິ່ນຢາກຖາມພຣະອົງ ແລ້ວພຣະອົງຈຶ່ງກ່າວແກ່ພວກເພິ່ນວ່າ, “ເຮົາໄດ້ເວົ້າວ່າ ຍັງບໍ່ດົນ ພວກເຈົ້າຈະບໍ່ເຫັນເຮົາ ແຕ່ຕໍ່ມາອີກບໍ່ດົນ ພວກເຈົ້າກໍຈະເຫັນເຮົາ. ພວກເຈົ້າຖາມກັນໃນເລື່ອງນີ້ແມ່ນບໍ? ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ພວກເຈົ້າຈະຮ້ອງໄຫ້ຮໍ່າໄຮ ແຕ່ໂລກນີ້ຈະຊົມຊື່ນຍິນດີ, ພວກເຈົ້າຈະໂສກເສົ້າຫລາຍ ແຕ່ຄວາມໂສກເສົ້າຂອງພວກເຈົ້າຈະກາຍເປັນຄວາມຊົມຊື່ນຍິນດີ. ເມື່ອແມ່ຍິງໃກ້ຈະເກີດລູກ ນາງກໍໂສກເສົ້າເພາະເວລາແຫ່ງຄວາມເຈັບປວດໄດ້ມາເຖິງ, ແຕ່ເມື່ອລູກເກີດມາແລ້ວ ນາງກໍບໍ່ຄິດເຖິງຄວາມເຈັບປວດນັ້ນອີກ ເພາະນາງຊົມຊື່ນຍິນດີທີ່ຄົນຜູ້ໜຶ່ງເກີດມາສູ່ໂລກ. ພວກເຈົ້າກໍເໝືອນກັນນັ້ນແຫຼະ ໃນເວລານີ້ພວກເຈົ້າໂສກເສົ້າ ແຕ່ເຮົາຈະເຫັນພວກເຈົ້າອີກ ແລະພວກເຈົ້າກໍຈະຊົມຊື່ນຍິນດີຢ່າງເຕັມລົ້ນ ເປັນຄວາມຍິນດີທີ່ບໍ່ມີຜູ້ໃດເອົາໄປຈາກພວກເຈົ້າໄດ້. ເມື່ອເຖິງວັນນັ້ນ ພວກເຈົ້າຈະບໍ່ຖາມເຮົາເຖິງສິ່ງໃດໝົດ. ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຖ້າພວກເຈົ້າຂໍສິ່ງໃດຈາກພຣະບິດາເຈົ້າໃນນາມຂອງເຮົາ, ພຣະອົງກໍຈະໂຜດສິ່ງນັ້ນໃຫ້ແກ່ພວກເຈົ້າ.