ປະຖົມມະການ 37:25-28
ປະຖົມມະການ 37:25-28 ພຄພ
ໃນຂະນະທີ່ຮັບປະທານອາຫານຢູ່ນັ້ນ ໃນທັນໃດ ພວກເຂົາກໍເຫັນພວກອິດຊະມາເອນ; ພວກນີ້ກຳລັງເດີນທາງມາຈາກເມືອງກີເລອາດເພື່ອຈະໄປປະເທດເອຢິບ. ໂຕອູດຂອງພວກເຂົາຕ່າງຢາງໄມ້ຫອມແລະເຄື່ອງເທດໄປຂາຍ. ຢູດາເວົ້າຕໍ່ພວກອ້າຍນ້ອງຂອງຕົນວ່າ, “ຖ້າພວກເຮົາຂ້າລາວແລະອຳຄວາມຜິດໄວ້ ພວກເຮົາຈະໄດ້ຫຍັງ? ຂາຍລາວໃຫ້ພວກອິດຊະມາເອນສາ. ແລ້ວພວກເຮົາກໍບໍ່ຕ້ອງທຳຮ້າຍລາວ ເພາະເຖິງຢ່າງໃດລາວກໍແມ່ນເລືອດເນື້ອເຊື້ອໄຂອັນດຽວກັນ.” ສະນັ້ນ ພວກອ້າຍນ້ອງທຸກຄົນຈຶ່ງເຫັນພ້ອມພຽງກັນ ແລະເມື່ອພໍ່ຄ້າຊາວມີດີອານບາງຄົນກາຍມາ ພວກເຂົາ ກໍດືງເອົາໂຢເຊັບຂຶ້ນມາແຕ່ນໍ້າສ້າງ ແລະຂາຍລາວໃຫ້ພໍ່ຄ້າຊາວອິດຊະມາເອນເປັນເງິນ 20 ຫລຽນ. ແລ້ວພວກພໍ່ຄ້າເຫຼົ່ານີ້ກໍພາໂຢເຊັບໄປປະເທດເອຢິບ.