YouVersion Logo
Search Icon

ໂຣມ 3

3
1ຖ້າ​ຢ່າງ​ນັ້ນ ຄົນ​ຢິວ​ຈະ​ໄດ້​ປຽບ​ກວ່າ​ຄົນຕ່າງຊາດ​ຢ່າງ​ໃດ? ຫລື​ການ​ຮັບ​ພິທີຕັດ​ມີ​ປະໂຫຍດ​ອັນ​ໃດ? 2ກໍ​ມີ​ປະໂຫຍດ​ຫລາຍ​ໃນ​ທຸກສິ່ງ ເປັນ​ຕົ້ນ​ວ່າ​ພຣະເຈົ້າ​ໄດ້​ມອບ​ພຣະຄຳ​ໂອວາດ​ຂອງ​ພຣະອົງ​ໃຫ້​ຊາວ​ຢິວ​ຖື​ຮັກສາ. 3ເຖິງ​ແມ່ນ​ມີ​ບາງຄົນ​ບໍ່​ສັດຊື່ ຄວາມ​ບໍ່​ສັດຊື່​ຂອງ​ພວກເຂົາ​ນັ້ນ ຈະ​ເຮັດ​ໃຫ້​ຄວາມ​ສັດຊື່​ຂອງ​ພຣະເຈົ້າ​ເສຍ​ປະໂຫຍດ​ຫລື? 4ບໍ່​ເປັນ​ຢ່າງນັ້ນ​ດອກ ພຣະເຈົ້າ​ກ່າວ​ແຕ່​ຄວາມຈິງ ເຖິງ​ແມ່ນ​ວ່າ​ມະນຸດ​ທຸກຄົນ​ເວົ້າ​ຕົວະ​ກໍຕາມ, ດັ່ງ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ,
“ເພື່ອ​ພຣະອົງ​ຈະ​ໄດ້​ປາກົດ​ວ່າ
ຊົງ​ເປັນ​ຜູ້​ທ່ຽງທຳ
ໃນ​ຖ້ອຍຄຳ​ທັງຫລາຍ​ຂອງ​ພຣະອົງ
ແລະ​ຊົງ​ມີໄຊ​ເມື່ອ​ພວກເຂົາ​ກ່າວໂທດ​ໃສ່​ພຣະອົງ.”
5ແຕ່​ຖ້າ​ວ່າ​ຄວາມຊົ່ວ​ຂອງ​ພວກເຮົາ ເປັນ​ເຫດ​ຊີ້​ໃຫ້​ເຫັນ​ຄວາມ​ຍຸດຕິທຳ​ຂອງ​ພຣະເຈົ້າ​ແລ້ວ ພວກເຮົາ​ຈະ​ວ່າ​ຢ່າງ​ໃດ? ຈະ​ວ່າ​ພຣະເຈົ້າ​ລົງໂທດ​ບໍ່​ຍຸດຕິທຳ​ຢ່າງ​ນັ້ນ​ບໍ່? (ເຮົາ​ເວົ້າ​ຢ່າງ​ມະນຸດ). 6ບໍ່ແມ່ນ​ຢ່າງ​ນັ້ນ​ດອກ, ຖ້າ​ເປັນ​ເຊັ່ນນັ້ນ​ແລ້ວ ພຣະເຈົ້າ​ຈະ​ຊົງ​ພິພາກສາ​ໂລກ​ໄດ້​ຢ່າງ​ໃດ?
7ແຕ່​ຖ້າ​ວ່າ​ຄວາມ​ຕົວະ​ຂອງເຮົາ ເປັນ​ເຫດ​ໃຫ້​ເຫັນ​ຄວາມ​ທ່ຽງທຳ​ຂອງ​ພຣະເຈົ້າ​ໄດ້​ປາກົດ​ແຈ້ງ​ຄັກ ແລະ​ເປັນ​ທີ່​ໃຫ້​ເກີດ​ກຽດຕິຍົດ​ແກ່​ພຣະອົງ ເປັນຫຍັງ​ເຮົາ​ຈຶ່ງ​ຖືກ​ຊົງ​ລົງໂທດ​ເໝືອນ​ຄົນ​ຜິດບາບ​ຜູ້ໜຶ່ງ? 8ຖ້າດັ່ງນັ້ນ ເປັນຫຍັງ​ເຮົາ​ຈຶ່ງ​ບໍ່​ເຮັດ​ຊົ່ວ ເພື່ອ​ຄວາມດີ​ຈະ​ເກີດຂຶ້ນ​ຈາກ​ຄວາມຊົ່ວ​ນັ້ນ ຕາມ​ທີ່​ມີ​ບາງຄົນ​ໄດ້​ໝິ່ນປະໝາດ ແລະ​ກ່າວຫາ​ວ່າ​ເຮົາ​ໃນ​ທຳນອງນີ້​ແລ້ວ ການ​ລົງໂທດ​ຄົນ​ຢ່າງ​ນັ້ນ​ກໍ​ຍຸດຕິທຳ​ແລ້ວ.
ບໍ່ມີ​ຜູ້ໃດ​ເປັນ​ຄົນ​ຊອບທຳ
9ຖ້າ​ເປັນ​ດັ່ງນັ້ນ​ແລ້ວ ພວກເຮົາ​ຄົນ​ຢິວ​ໄດ້​ປຽບ​ກວ່າ​ຄົນຕ່າງຊາດ​ຊັ້ນບໍ? ບໍ່​ເປັນ​ຢ່າງ​ນັ້ນ​ດອກ ເພາະ​ເຮົາ​ກໍໄດ້​ຊີ້​ໃຫ້​ເຫັນ​ແລ້ວ​ວ່າ ມະນຸດ​ທຸກຄົນ​ທັງ​ຄົນ​ຢິວ​ແລະ​ຄົນຕ່າງຊາດ ກໍ​ຢູ່​ໃຕ້​ອຳນາດ​ຂອງ​ຄວາມ​ຜິດບາບ​ເໝືອນກັນ​ທຸກຄົນ. 10ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ,
“ບໍ່ມີ​ຄົນ​ຊອບທຳ
ຈັກ​ຄົນ​ໜຶ່ງ​ຄົນ​ດຽວ.
11 ບໍ່ມີ​ຄົນ​ທີ່​ເຂົ້າໃຈ
ບໍ່ມີ​ຄົນ​ທີ່​ສະແຫວງ​ຫາ​ພຣະເຈົ້າ.
12 ແຕ່​ທຸກຄົນ​ໄດ້​ຫັນ​ໜີ​ຈາກ​ພຣະເຈົ້າ
ພາກັນ​ເປັນ​ຄົນຊົ່ວ​ໄປ​ໝົດ
ຜູ້​ເຮັດ​ການດີ​ບໍ່ມີ​ຈັກ​ຄົນ​ດຽວ”
13 “ລຳ​ຄໍ​ຂອງ​ພວກເຂົາ​ນັ້ນ
ເປັນ​ດັ່ງ​ຂຸມຝັງສົບ​ທີ່​ໄຂ​ຢູ່
ພວກເຂົາ​ໃຊ້​ລີ້ນ​ຂອງ​ພວກເຂົາ
ໃນ​ການ​ລໍ້ລວງ”
“ມີ​ພິດ​ງູ​ຮ້າຍ​ຢູ່​ໃຕ້​ຮີມ​ປາກ​ຂອງ​ພວກເຂົາ”
14 “ປາກ​ຂອງ​ພວກເຂົາ​ເຕັມໄປດ້ວຍ
ຄຳ​ປ້ອຍດ່າ ແລະ ຄຳ​ຂົມຂື່ນ”
15 “ຕີນ​ຂອງ​ພວກເຂົາ​ວ່ອງ​ໄວ
ໃນ​ການ​ເຮັດ​ໃຫ້​ນອງ​ເລືອດ,
16 ໃນ​ທາງ​ທີ່​ພວກເຂົາ​ເດີນ​ໄປ​
ມີ​ແຕ່​ຄວາມ​ຈິບຫາຍ
ແລະ​ຄວາມ​ທຸກໂສກ.
17 ແລະ​ພວກເຂົາ​ບໍ່​ຮູ້ຈັກ​
ທາງ​ແຫ່ງ​ສັນຕິສຸກ​ນັ້ນ”
18 “ພວກເຂົາ​ບໍ່ເຄີຍ​ຄິດ​ທີ່​ຈະ​ຢຳເກງ​ພຣະເຈົ້າ.”
19ແຕ່​ເຮົາ​ທັງຫລາຍ​ຮູ້​ຢູ່​ວ່າ ກົດບັນຍັດ​ທຸກ​ຂໍ້​ທີ່​ໄດ້​ກ່າວ​ນັ້ນ​ກໍ​ກ່າວ​ແກ່​ຄົນ​ເຫຼົ່ານັ້ນ ທີ່​ຢູ່​ໃຕ້​ກົດບັນຍັດ​ເພື່ອ​ອັດ​ປາກ​ທຸກຄົນ ແລະ​ເພື່ອ​ໃຫ້​ມະນຸດ​ທຸກຄົນ​ໃນ​ໂລກ ຢູ່​ໃຕ້​ການ​ພິພາກສາ​ຂອງ​ພຣະເຈົ້າ. 20ເພາະວ່າ ໃນ​ສາຍ​ຕາ​ຂອງ​ພຣະເຈົ້າ​ແລ້ວ ບໍ່ມີ​ມະນຸດ​ຄົນ​ໃດ​ຈະ​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ​ດ້ວຍ​ການ​ເຮັດ​ຕາມ​ກົດບັນຍັດ, ເພາະວ່າ ກົດບັນຍັດ​ໄດ້​ເຮັດ​ໃຫ້​ສັງເກດ​ຮູ້ຈັກ​ຄວາມ​ບາບ.
ຄວາມ​ຊອບທຳ​ໂດຍ​ທາງ​ຄວາມເຊື່ອ
21ແຕ່​ບັດນີ້ ພຣະເຈົ້າ​ໄດ້​ຊົງ​ຊີ້​ໃຫ້​ເຫັນ​ວ່າ ມະນຸດ​ເປັນ​ຄົນ​ຊອບທຳ​ຕໍ່ໜ້າ​ພຣະອົງ​ໄດ້ ໂດຍ​ບໍ່​ອີງໃສ່​ກົດບັນຍັດ, ກົດບັນຍັດ ແລະ​ຜູ້ທຳນວາຍ​ກໍ​ເປັນ​ພະຍານ​ເຖິງ​ເລື່ອງ​ນີ້. 22ຄື​ຄວາມ​ຊອບທຳ​ທີ່​ມາ​ຈາກ​ພຣະເຈົ້າ ຊຶ່ງ​ຊົງ​ປະທານ​ແກ່​ຜູ້​ທີ່​ເຊື່ອ​ທຸກຄົນ ດ້ວຍ​ອາໄສ​ຄວາມເຊື່ອ​ໃນ​ພຣະເຢຊູ​ຄຣິດເຈົ້າ ເພາະວ່າ ຄົນ​ທັງຫລາຍ​ສະເໝີ​ກັນ​ທຸກຄົນ. 23ດ້ວຍວ່າ, ທຸກຄົນ​ໄດ້​ເຮັດ​ຜິດບາບ ແລະ​ຂາດ​ຈາກ​ພຣະ​ຣັດສະໝີ​ຂອງ​ພຣະເຈົ້າ; 24ແຕ່​ດ້ວຍ​ພຣະຄຸນ​ອັນ​ບໍ່​ຄິດຄ່າ​ຂອງ​ພຣະເຈົ້າ ພວກເຂົາ​ຈຶ່ງ​ເປັນ​ຄົນ​ຊອບທຳ​ຕໍ່ໜ້າ​ພຣະອົງ ໂດຍ​ທາງ​ພຣະເຢຊູ​ຄຣິດເຈົ້າ ຜູ້​ທີ່​ປົດປ່ອຍ​ພວກເຂົາ​ໃຫ້​ເປັນ​ອິດສະຫລະ. 25ທີ່​ພຣະເຈົ້າ​ໄດ້​ຊົງ​ໃຫ້​ປາກົດ​ນັ້ນ ເພື່ອ​ໃຫ້​ເປັນ​ຜູ້​ໄຖ່​ໂທດ​ແທນ​ບາບກຳ ໂດຍ​ຄວາມເຊື່ອ​ໃນ​ພຣະ​ໂລຫິດ​ຂອງ​ພຣະອົງ ອັນ​ນີ້​ກໍ​ເພື່ອ​ສະແດງ​ໃຫ້​ເຫັນ​ຄວາມ​ຍຸດຕິທຳ​ຂອງ​ພຣະເຈົ້າ ໃນ​ການ​ທີ່​ພຣະອົງ​ໄດ້​ຊົງ​ອົດກັ້ນ​ພຣະໄທ​ໄວ້ ແລະ​ບໍ່ໄດ້​ຊົງ​ລົງໂທດ​ມະນຸດ​ທີ່​ໄດ້​ເຮັດ​ຜິດ​ໄປ​ແລ້ວ​ນັ້ນ 26ແລະ​ເພື່ອ​ຈະ​ຊົງ​ສຳແດງ​ໃນ​ປະຈຸບັນ​ວ່າ ພຣະອົງ​ຊົງ​ເປັນ​ຜູ້​ຍຸດຕິທຳ ແລະ​ຊົງ​ໂຜດ​ຜູ້​ທີ່​ເຊື່ອ​ໃນ​ພຣະເຢຊູເຈົ້າ​ເປັນ​ຜູ້​ຊອບທຳ​ດ້ວຍ.
27ເມື່ອ​ເປັນ​ຢ່າງ​ນັ້ນ​ແລ້ວ ເຮົາ​ຈະ​ເອົາ​ອັນ​ໃດ​ມາ​ອວດ​ກໍ​ໝົດ​ຫົນທາງ ຈະ​ອ້າງ​ຫລັກ​ອັນ​ໃດ​ວ່າ​ໝົດ​ຫົນທາງ ຈະ​ອ້າງ​ຫລັກ​ການ​ປະຕິບັດ​ຕາມ​ກົດບັນຍັດ​ຫລື? ບໍ່ແມ່ນ​ດອກ ແຕ່​ຕ້ອງ​ອ້າງ​ເອົາ​ຫລັກ​ຂອງ​ຄວາມເຊື່ອ. 28ໂດຍ​ພວກເຮົາ​ເຫັນ​ວ່າ ຄົນ​ໜຶ່ງ​ຄົນ​ໃດ​ຈະ​ຖື​ວ່າ​ຊອບທຳ​ໄດ້ ກໍ​ຕ້ອງ​ອາໄສ​ຄວາມເຊື່ອ ນອກຈາກ​ການ​ປະຕິບັດ​ຕາມ​ກົດບັນຍັດ. 29ຫລື​ວ່າ ພຣະເຈົ້າ​ນັ້ນ​ເປັນ​ພຣະເຈົ້າ​ຂອງ​ຄົນ​ຢິວ​ເທົ່ານັ້ນ​ບໍ? ພຣະອົງ​ບໍ່ໄດ້​ເປັນ​ພຣະເຈົ້າ​ຂອງ​ຄົນຕ່າງຊາດ​ດ້ວຍ​ບໍ? ແມ່ນແລ້ວ ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຄົນຕ່າງຊາດ​ດ້ວຍ. 30ດ້ວຍວ່າ, ມີ​ພຣະເຈົ້າ​ພຽງແຕ່​ອົງ​ດຽວ ພຣະອົງ​ຈະ​ໃຫ້​ຄົນ​ຢິວ​ເປັນ​ຄົນ​ຊອບທຳ​ໂດຍ​ຄວາມເຊື່ອ​ຂອງ​ພວກເຂົາ ແລະ​ໃຫ້​ຄົນຕ່າງຊາດ​ເປັນ​ຄົນ​ຊອບທຳ ໂດຍ​ຄວາມເຊື່ອ​ຂອງ​ພວກເຂົາ​ເໝືອນກັນ. 31ຖ້າ​ຢ່າງ​ນັ້ນ ພວກເຮົາ​ຈະ​ລຶບລ້າງ​ກົດບັນຍັດ​ດ້ວຍ​ຄວາມເຊື່ອ​ຫລື? ບໍ່ແມ່ນ​ຢ່າງ​ນັ້ນ​ດອກ ແຕ່​ພວກເຮົາ​ຍັງ​ເປັນ​ຜູ້​ສະໜັບ​ສະໜູນ​ກົດບັນຍັດ​ອີກ.

Currently Selected:

ໂຣມ 3: ພຄພ

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in