YouVersion Logo
Search Icon

ຟີລິບປອຍ 4

4
ຈົ່ງ​ຊົມຊື່ນ​ຍິນດີ​ໃນ​ອົງພຣະ​ຜູ້​ເປັນເຈົ້າ
1ເຫດສະນັ້ນ ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ ຜູ້​ເປັນ​ທີ່​ປາຖະໜາ ເປັນ​ທີ່​ຍິນດີ ແລະ​ເປັນ​ມົງກຸດ​ຂອງເຮົາ ພວກ​ທີ່​ຮັກ​ຂອງເຮົາ​ເອີຍ ຈົ່ງ​ຕັ້ງໝັ້ນ​ຢູ່​ໃນ​ອົງພຣະ​ຜູ້​ເປັນເຈົ້າ. 2ເຮົາ​ຂໍ​ເຕືອນ​ນາງ​ຢູໂອເດຍ ແລະ ນາງ​ຊີນຕີເຂ ເຮົາ​ຂໍຮ້ອງ​ພວກເຈົ້າ​ໃຫ້​ຖືກຕ້ອງ​ປອງດອງ​ກັນ ເໝືອນ​ຢ່າງ​ເອື້ອຍ​ນ້ອງ​ໃນ​ອົງພຣະ​ຜູ້​ເປັນເຈົ້າ. 3ເຮົາ​ຂໍຮ້ອງ​ພວກເຈົ້າ ຜູ້​ເປັນ​ເພື່ອນ​ຮ່ວມງານ​ທີ່​ສັດຊື່​ຂອງເຮົາ​ແທ້ໆ ເຮົາ​ຢາກ​ໃຫ້​ເຈົ້າ​ຊ່ວຍເຫລືອ​ຍິງ​ທັງສອງ​ຄົນ​ນີ້ ເພາະ​ພວກເຂົາ​ໄດ້​ເຮັດ​ວຽກ​ຢ່າງ​ໜັກໜ່ວງ​ກັບ​ເຮົາ ໃນ​ວຽກງານ​ຂ່າວປະເສີດ​ຮ່ວມ​ກັບ​ກະເລເມ ແລະ​ເພື່ອນ​ຮ່ວມ​ງານ​ຄົນອື່ນໆ​ຂອງເຮົາ​ດ້ວຍ ຊຶ່ງ​ຊື່​ຂອງ​ເຂົາ​ທັງຫລາຍ​ມີ​ຢູ່​ໃນ​ທະບຽນ​ແຫ່ງ​ຊີວິດ​ແລ້ວ.
4ຈົ່ງ​ຊົມຊື່ນ​ຍິນດີ​ໃນ​ອົງພຣະ​ຜູ້​ເປັນເຈົ້າ​ທຸກ​ເວລາ ເຮົາ​ຂໍ​ຢໍ້າ​ອີກ​ວ່າ ຈົ່ງ​ຊົມຊື່ນ​ຍິນດີ​ເທີ້ນ.
5ຈົ່ງ​ໃຫ້​ໃຈ​ອ່ອນສຸພາບ​ຂອງ​ເຈົ້າ​ທັງຫລາຍ​ປາກົດ​ແກ່​ຄົນ​ທັງປວງ ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ຢູ່​ໃກ້​ແລ້ວ. 6ຢ່າ​ທຸກຮ້ອນ​ໃຈ​ດ້ວຍ​ສິ່ງໃດ​ເລີຍ ແຕ່​ຈົ່ງ​ທູນ​ເລື່ອງ​ຄວາມ​ປາຖະໜາ​ທຸກຢ່າງ​ຂອງ​ພວກເຈົ້າ ຕໍ່​ພຣະເຈົ້າ​ດ້ວຍ​ການ​ພາວັນນາ​ອະທິຖານ ດ້ວຍ​ການ​ອ້ອນວອນ​ທູນ​ຂໍ ແລະ​ດ້ວຍ​ຈິດໃຈ​ໂມທະນາ​ຂອບພຣະຄຸນ. 7ແລ້ວ​ສັນຕິສຸກ​ອັນ​ມາ​ແຕ່​ພຣະເຈົ້າ ຊຶ່ງ​ເກີນ​ຄວາມ​ເຂົ້າໃຈ ຈະ​ເຝົ້າ​ຮັກສາ​ຈິດໃຈ ແລະ​ຄວາມ​ຄິດ​ຂອງ​ເຈົ້າ​ທັງຫລາຍ ໄວ້​ໃນ​ພຣະຄຣິດເຈົ້າ​ເຢຊູ.
8ພີ່ນ້ອງ​ທັງຫລາຍ​ເອີຍ ໃນ​ທີ່ສຸດ​ນີ້ ສິ່ງໃດ​ທີ່​ສັດຈິງ ສິ່ງໃດ​ທີ່​ໜ້າ​ນັບຖື ສິ່ງໃດ​ທີ່​ຍຸດຕິທຳ ສິ່ງໃດ​ທີ່​ບໍຣິສຸດ ສິ່ງໃດ​ທີ່​ໜ້າຮັກ ສິ່ງໃດ​ທີ່​ໜ້າຍິນດີ ສິ່ງໃດ​ທີ່​ລໍ້າເລີດ ແລະ​ຖ້າ​ມີ​ສິ່ງໃດ​ຄວນ​ແກ່​ການ​ສັນລະເສີນ ຈົ່ງ​ພິຈາລະນາ​ເຖິງ​ສິ່ງ​ເຫຼົ່ານັ້ນ. 9ຈົ່ງ​ເຮັດ​ທຸກສິ່ງ​ທີ່​ພວກເຈົ້າ​ໄດ້​ຮຽນຮູ້ ໄດ້​ຮັບ​ໄວ້ ໄດ້ຍິນ​ແລະ​ໄດ້​ເຫັນ​ໃນ​ເຮົາ​ແລ້ວ ແລະ​ພຣະເຈົ້າ​ຜູ້​ຊົງ​ໂຜດ​ປະທານ​ສັນຕິສຸກ ຈະ​ຊົງ​ສະຖິດ​ຢູ່​ນຳ​ເຈົ້າ​ທັງຫລາຍ.
ໂປໂລ​ຂອບໃຈ​ສຳລັບ​ຂອງ​ຝາກ
10ໃນ​ອົງພຣະ​ຜູ້​ເປັນເຈົ້າ​ຂອງເຮົາ​ນັ້ນ ເຮົາ​ຊົມຊື່ນ​ຍິນດີ​ຫລາຍ ເພາະ​ໃນ​ທີ່ສຸດ ພວກເຈົ້າ​ກໍໄດ້​ລະນຶກເຖິງ​ເຮົາ​ອີກ ເຮົາ​ບໍ່ໄດ້​ໝາຍຄວາມວ່າ​ພວກເຈົ້າ​ເຊົາ​ເປັນ​ຫ່ວງ​ເຮົາ​ແລ້ວ ແຕ່​ພວກເຈົ້າ​ຍັງ​ບໍ່ໄດ້​ມີ​ໂອກາດ​ສະແດງ​ອອກ​ເທົ່ານັ້ນ. 11ເຮົາ​ບໍ່ໄດ້​ຈົ່ມ​ເຖິງ​ເລື່ອງ​ການ​ຂັດ​ສົນ ເພາະ​ເຮົາ​ຈະ​ມີ​ຖານະ​ຢ່າງ​ໃດ​ກໍຕາມ ເຮົາ​ກໍ​ຮຽນຮູ້​ແລ້ວ​ທີ່​ຈະ​ພໍໃຈ​ຢູ່​ຢ່າງ​ນັ້ນ. 12ເຮົາ​ຮູ້ຈັກ​ທີ່​ຈະ​ປະສົບ​ກັບ​ການ​ຕົກຕໍ່າ ແລະ​ຮູ້ຈັກ​ທີ່​ຈະ​ປະສົບ​ກັບ​ຄວາມ​ອຸດົມສົມບູນ ບໍ່​ວ່າ​ໃນ​ກໍລະນີ​ໃດໆ ເຮົາ​ໄດ້​ຮຽນຮູ້​ເຖິງ​ແງ່​ຄວາມ​ລັບ ທີ່​ຈະ​ປະສົບ​ກັບ​ຄວາມ​ອີ່ມທ້ອງ​ແລະ​ຄວາມ​ອຶດຢາກ ຄວາມ​ສົມບູນ​ພູນ​ສຸກ​ແລະ​ຄວາມ​ຂັດສົນ. 13ເຮົາ​ສາມາດ​ສູ້​ກັບ​ທຸກສິ່ງ​ໄດ້​ໂດຍ​ພຣະອົງ​ຜູ້​ຊົງ​ຊູ​ກຳລັງ​ເຮົາ.
14ເຖິງ​ປານນັ້ນ ກໍ​ເປັນ​ຄວາມ​ກະລຸນາ​ຂອງ​ເຈົ້າ​ທັງຫລາຍ ທີ່​ໄດ້​ຮ່ວມ​ທຸກ​ກັບ​ເຮົາ. 15ພວກເຈົ້າ​ຊາວ​ຟີລິບປອຍ​ເອີຍ, ພວກເຈົ້າ​ກໍ​ຮູ້​ດີ​ຢູ່​ວ່າ ການ​ປະກາດ​ຂ່າວປະເສີດ​ໃນ​ຄັ້ງ​ທຳອິດ​ນັ້ນ ຄື​ເມື່ອ​ເຮົາ​ໄດ້​ຈາກ​ແຂວງ​ມາເກໂດເນຍ​ໄປ​ນັ້ນ ແມ່ນ​ພວກເຈົ້າ​ຄຣິສຕະຈັກ​ດຽວ​ເທົ່ານັ້ນ ທີ່​ຊ່ວຍເຫລືອ​ເຮົາ ມີ​ແຕ່​ພວກເຈົ້າ​ເທົ່ານັ້ນ ທີ່​ມີ​ສ່ວນ​ຮ່ວມ​ໃນ​ລາຍໄດ້​ລາຍຈ່າຍ​ກັບ​ເຮົາ. 16ເມື່ອ​ເຮົາ​ຢູ່​ໃນ​ເມືອງ​ເທສະໂລນິກ ຂະນະທີ່​ເຮົາ​ມີ​ຄວາມ​ຂັດສົນ ພວກເຈົ້າ​ກໍໄດ້​ສົ່ງ​ຂອງ​ໄປ​ຊ່ວຍ​ເຮົາ​ຫລາຍກວ່າ​ໜຶ່ງ​ຄັ້ງ. 17ບໍ່ແມ່ນ​ວ່າ​ເຮົາ​ປາຖະໜາ​ຈະ​ໄດ້​ຮັບ​ຂອງ​ຖວາຍ​ຈາກ​ເຈົ້າ​ທັງຫລາຍ ແຕ່​ເຮົາ​ປາຖະໜາ​ຢາກ​ໃຫ້​ພວກເຈົ້າ ໄດ້​ຜົນ​ກຳໄລ​ເພີ່ມ​ຂຶ້ນ​ໃນ​ບັນຊີ​ຂອງ​ພວກເຈົ້າ. 18ເຮົາ​ໄດ້​ຮັບ​ຄົບ​ຈຳນວນ ແລະ​ມີ​ບໍຣິບູນ​ຢູ່​ແລ້ວ ເຮົາ​ກໍ​ອີ່ມ​ເຕັມໃຈ​ຢູ່ ເພາະ​ໄດ້​ຮັບ​ຂອງ​ຈາກ​ເອປາໂຟດີໂຕ ຊຶ່ງ​ເຈົ້າ​ທັງຫລາຍ​ສົ່ງ​ໄປ​ໃຫ້ ເປັນ​ຂອງ​ຖວາຍ​ທີ່​ມີ​ກິ່ນ​ຫອມຫວານ ເປັນ​ເຄື່ອງ​ບູຊາ​ທີ່​ຊົງ​ໂຜດ​ຮັບ ແລະ​ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ. 19ແລະ​ພຣະເຈົ້າ​ຂອງເຮົາ​ຈະ​ຊົງ​ໂຜດ​ປະທານ​ສາລະພັດ ທີ່​ພວກເຈົ້າ​ຂາດ​ຢູ່​ນັ້ນ ຈາກ​ຊັບ​ອັນ​ຮຸ່ງເຮືອງ​ຂອງ​ພຣະອົງ​ໃນ​ພຣະຄຣິດເຈົ້າ​ເຢຊູ. 20ຂໍ​ໃຫ້​ພຣະ​ກຽດຕິຍົດ ຈົ່ງ​ມີ​ແກ່​ພຣະເຈົ້າ ຄື​ພຣະບິດາເຈົ້າ​ຂອງ​ເຮົາ​ທັງຫລາຍ​ສືບໆໄປ​ເປັນນິດ ອາແມນ.
ຄຳ​ທັກທາຍ​ປາໄສ​ສຸດທ້າຍ
21ເຮົາ​ຂໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ໄພ່ພົນ​ຂອງ​ພຣະເຈົ້າ​ທຸກຄົນ ໃນ​ພຣະຄຣິດເຈົ້າ​ເຢຊູ ພີ່ນ້ອງ​ທັງຫລາຍ​ທີ່​ຢູ່​ກັບ​ເຮົາ ກໍ​ສົ່ງ​ຄວາມ​ຄິດເຖິງ​ມາ​ດ້ວຍ.
22ໄພ່ພົນ​ທັງປວງ​ຂອງ​ພຣະເຈົ້າ ກໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ພວກເຈົ້າ​ດ້ວຍ ໂດຍ​ສະເພາະ​ແລ້ວ​ແມ່ນ​ພວກ​ທີ່​ເຮັດ​ວຽກ​ຢູ່​ໃນ​ວັງ​ຂອງ​ຈັກກະພັດ. 23ຂໍ​ໃຫ້​ພຣະຄຸນ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ ຈົ່ງ​ສະຖິດ​ຢູ່​ກັບ​ຈິດວິນຍານ​ຂອງ​ພວກເຈົ້າ​ທຸກຄົນ​ເທີ້ນ ອາແມນ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in