YouVersion Logo
Search Icon

ລູກາ 23

23
ພຣະເຢຊູເຈົ້າ​ຖືກ​ນຳ​ຕົວ​ໄປ​ຢູ່​ຕໍ່ໜ້າ​ປີລາດ
(ມທ 27:1-2,11-14; ມຣກ 15:1-5; ຢຮ 18:28-38)
1ແລ້ວ​ທີ່​ປະຊຸມ​ທັງໝົດ​ໄດ້​ລຸກ​ຂຶ້ນ ແລະ​ຄຸມ​ຕົວ​ພຣະເຢຊູເຈົ້າ​ໄປ​ຫາ​ປີລາດ. 2ໃນ​ທີ່ນັ້ນ ພວກເຂົາ​ໄດ້​ເລີ່ມ​ກ່າວ​ຟ້ອງ​ພຣະອົງ​ວ່າ, “ພວກເຮົາ​ຈັບ​ຄົນ​ນີ້​ໄດ້ ໃນ​ຂະນະທີ່​ກຳລັງ​ຊັກຊວນ​ປະຊາຊົນ​ຂອງ​ພວກເຮົາ ໃຫ້​ກໍ່​ການ​ປັ່ນປ່ວນ ໂດຍ​ຫ້າມ​ບໍ່​ໃຫ້​ເສຍສ່ວຍ​ແກ່​ຈັກກະພັດ ແລະ​ອ້າງ​ຕົນ​ວ່າ ເປັນ​ພຣະຄຣິດ​ຄື​ກະສັດ​ຜູ້ໜຶ່ງ.”
3ດັ່ງນັ້ນ ປີລາດ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ເຈົ້າ​ເປັນ​ກະສັດ​ຂອງ​ຊາວ​ຢິວ​ບໍ?”
ພຣະອົງ​ຊົງ​ຕອບ​ວ່າ, “ທ່ານ​ເວົ້າ​ເອງ.”
4ແລ້ວ​ປີລາດ​ກໍ​ເວົ້າ​ກັບ​ພວກ​ຫົວໜ້າ​ປະໂຣຫິດ ແລະ​ປະຊາຊົນ​ວ່າ, “ເຮົາ​ບໍ່​ເຫັນ​ຄວາມຜິດ​ໃນ​ຊາຍ​ຜູ້​ນີ້​ຈັກ​ປະການ.”
5ແຕ່​ພວກເຂົາ​ເວົ້າ​ຢືນຢັນ​ຕື່ມ​ຢ່າງ​ໜັກແໜ້ນ​ວ່າ, “ຄົນ​ນີ້​ໄດ້​ຍຸຍົງ​ຄົນ​ທັງຫລາຍ​ໃຫ້​ລຸກ​ຮື້​ຂຶ້ນ ແລະ​ສັ່ງສອນ​ທົ່ວ​ທັງ​ແຂວງ​ຢູດາຍ ເລີ່ມຕົ້ນ​ທີ່​ແຂວງ​ຄາລີເລ ແລະ​ບັດນີ້​ກໍ​ມາ​ຮອດ​ທີ່​ນີ້​ແລ້ວ.”
ພຣະເຢຊູເຈົ້າ​ຖືກ​ສົ່ງ​ຕົວ​ໄປ​ຫາ​ກະສັດ​ເຮໂຣດ
6ເມື່ອ​ປີລາດ​ໄດ້ຍິນ​ພວກເຂົາ​ເວົ້າ​ຊື່​ຄາລີເລ ຈຶ່ງ​ຖາມ​ວ່າ, “ຊາຍ​ຄົນ​ນີ້​ເປັນ​ຊາວ​ຄາລີເລ​ບໍ?” 7ພໍ​ໄດ້​ຮູ້​ວ່າ ພຣະເຢຊູເຈົ້າ​ມາ​ຈາກ​ຂົງເຂດ​ທີ່​ເຮໂຣດ​ປົກຄອງ ເພິ່ນ​ຈຶ່ງ​ສົ່ງ​ພຣະອົງ​ໄປ​ຫາ​ເຮໂຣດ ຜູ້​ທີ່​ໃນ​ເວລາ​ນັ້ນ​ຍັງ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ. 8ເຮໂຣດ​ດີໃຈ​ທີ່ສຸດ ເມື່ອ​ໄດ້​ເຫັນ​ພຣະເຢຊູເຈົ້າ ເພາະ​ເພິ່ນ​ໄດ້ຍິນ​ເຖິງ​ເລື່ອງ​ຂອງ​ພຣະອົງ ແລະ​ລໍຄອຍ​ທີ່​ຢາກ​ຈະ​ເຫັນ​ພຣະອົງ​ມາ​ດົນ​ແລ້ວ ເພິ່ນ​ຫວັງ​ທີ່​ຈະ​ເຫັນ​ພຣະເຢຊູເຈົ້າ​ເຮັດ​ໝາຍສຳຄັນ​ບາງ​ປະການ. 9ດັ່ງນັ້ນ ເຮໂຣດ​ຈຶ່ງ​ຖາມ​ພຣະເຢຊູເຈົ້າ​ຫລາຍ​ຂໍ້ ແຕ່​ພຣະອົງ​ບໍ່​ຕອບ​ຈັກ​ຄຳ. 10ພວກ​ຫົວໜ້າ​ປະໂຣຫິດ​ແລະ​ພວກ​ທຳມະຈານ​ກໍ​ຢູ່​ທີ່​ນັ້ນ ກ່າວ​ຟ້ອງ​ພຣະອົງ​ຢ່າງ​ແຂງແຮງ. 11ຝ່າຍ​ເຮໂຣດ​ກັບ​ທະຫານ​ຂອງຕົນ​ຕ່າງ​ກໍ​ເຢາະເຢີ້ຍ ແລະ​ດູໝິ່ນ​ພຣະອົງ ແລ້ວ​ພວກເຂົາ​ກໍ​ເອົາ​ເສື້ອ​ໂຕ​ທີ່​ງົດງາມ​ໃຫ້​ພຣະອົງ​ນຸ່ງ ແລະ​ສົ່ງ​ພຣະອົງ​ຄືນ​ໄປ​ຫາ​ປີລາດ. 12ໃນ​ວັນ​ນັ້ນ​ເອງ ເຮໂຣດ​ກັບ​ປີລາດ​ໄດ້​ຄືນ​ດີ​ກັນ, ແຕ່​ກ່ອນ ທັງສອງ​ເປັນ​ສັດຕູ​ຕໍ່​ກັນ.
ພຣະເຢຊູເຈົ້າ​ຖືກ​ຕັດສິນ​ປະຫານ​ຊີວິດ
(ມທ 27:15-26; ມຣກ 15:6-15; ຢຮ 18:39–19:16)
13ແລ້ວ​ປີລາດ​ກໍ​ເອີ້ນ​ພວກ​ຫົວໜ້າ​ປະໂຣຫິດ ບັນດາ​ຜູ້ນຳ ແລະ​ປະຊາຊົນ​ມາ​ປະຊຸມ​ກັນ 14ແລະ ເວົ້າ​ກັບ​ພວກເຂົາ​ວ່າ, “ເຈົ້າ​ທັງຫລາຍ​ໄດ້​ນຳ​ຊາຍ​ຄົນ​ນີ້​ມາ ແລະ​ກ່າວຫາ​ວ່າ ລາວ​ເປັນ​ຜູ້​ຊັກຊວນ​ປະຊາຊົນ​ໃຫ້​ຫລົງ​ຜິດ ບັດນີ້ ເຮົາ​ສືບສວນ​ລາວ​ຊ້ອງໜ້າ​ພວກເຈົ້າ​ແລ້ວ ແລະ​ເຮົາ​ບໍ່​ເຫັນ​ຄວາມຜິດ​ໃນ​ຂໍ້ໃດ​ຂໍ້ໜຶ່ງ ຕາມ​ທີ່​ພວກເຈົ້າ​ກ່າວຫາ​ລາວ​ນັ້ນ​ແຕ່​ປະການ​ໃດ. 15ຕະຫລອດ​ທັງ​ເຮໂຣດ​ດ້ວຍ ກໍ​ບໍ່​ພົບ​ຄວາມຜິດ​ແຕ່​ປະການ​ໃດ​ເໝືອນກັນ ຈຶ່ງ​ສົ່ງ​ລາວ​ກັບ​ມາ​ຫາ​ພວກເຮົາ ຊາຍ​ຄົນ​ນີ້​ບໍ່ໄດ້​ເຮັດ​ຜິດ​ປະການ​ໃດ​ທີ່​ສົມຄວນ​ຕ້ອງ​ຕາຍ. 16ດັ່ງນັ້ນ ເຮົາ​ຈຶ່ງ​ສັ່ງ​ໃຫ້​ຂ້ຽນ​ລາວ​ແລ້ວ​ປ່ອຍ​ລາວ​ໄປ.” [17ດ້ວຍວ່າ, ໃນ​ງານ​ເທດສະການ​ນັ້ນ ເພິ່ນ​ຕ້ອງ​ປ່ອຍ​ຄົນ​ໜຶ່ງ​ໃຫ້​ພວກເຂົາ.]
18ປະຊາຊົນ​ທັງໝົດ​ຮ້ອງ​ຂຶ້ນ​ພ້ອມ​ກັນ​ວ່າ, “ເອົາ​ມັນ​ໄປ​ຂ້າ​ເສຍ ແລ້ວ​ຈົ່ງ​ປ່ອຍ​ບາຣາບາ​ໃຫ້​ພວກເຮົາ.” (19ບາຣາບາ​ຜູ້​ນີ້​ຖືກ​ຄຸກ ເພາະ​ການ​ຈະລາຈົນ​ທີ່​ໄດ້​ເກີດຂຶ້ນ​ໃນ​ເມືອງ ແລະ​ເພາະ​ຂ້າ​ຄົນ.)
20ສ່ວນ​ປີລາດ​ນັ້ນ ຍັງ​ຕ້ອງການ​ທີ່​ຈະ​ປ່ອຍ​ພຣະເຢຊູເຈົ້າ. ດັ່ງນັ້ນ ເພິ່ນ​ຈຶ່ງ​ຮຽກຮ້ອງ​ກັບ​ປະຊາຊົນ​ອີກ. 21ແຕ່​ພວກເຂົາ​ຮ້ອງ​ຕອບ​ຄືນ​ວ່າ, “ຄຶງ​ມັນ​ໄວ້​ທີ່​ໄມ້ກາງແຂນ ຄຶງ​ມັນ​ໄວ້​ທີ່​ໄມ້ກາງແຂນ.”
22ປີລາດ​ເວົ້າ​ກັບ​ປະຊາຊົນ​ເປັນ​ເທື່ອ​ທີ​ສາມ​ວ່າ, “ເປັນຫຍັງ​ຈຶ່ງ​ຄຶງ ຜູ້​ນີ້​ໄດ້​ເຮັດ​ຜິດ​ຫຍັງ? ເຮົາ​ບໍ່​ພົບ​ລາວ​ເຮັດ​ຜິດ​ຫຍັງ​ທີ່​ສົມຄວນ​ຕ້ອງ​ຕາຍ ສະນັ້ນ ເມື່ອ​ເຮົາ​ສັ່ງ​ໃຫ້​ຂ້ຽນ​ແລ້ວ ກໍ​ຈະ​ປ່ອຍ​ລາວ​ໄປ.”
23ແຕ່​ປະຊາຊົນ​ພ້ອມ​ກັນ​ຮ້ອງ​ຂຶ້ນ​ຈົນ​ສຸດ​ສຽງ ເພື່ອ​ໃຫ້​ພຣະອົງ​ຖືກ​ຄຶງ​ໄວ້​ທີ່​ໄມ້ກາງແຂນ ແລະ​ໃນ​ທີ່ສຸດ ສຽງ​ໂຮຮ້ອງ​ຂອງ​ພວກເຂົາ​ກໍ​ຊະນະ. 24ດັ່ງນັ້ນ ປີລາດ​ຈຶ່ງ​ຕັດສິນ​ໃຫ້​ເປັນ​ໄປ​ຕາມ​ຄຳ​ຂໍຮ້ອງ​ຂອງ​ພວກເຂົາ. 25ເພິ່ນ​ໄດ້​ປ່ອຍ​ຄົນ​ທີ່​ພວກເຂົາ​ຕ້ອງການ ຄື​ຜູ້​ທີ່​ຖືກ​ຂັງ​ຄຸກ​ຢູ່​ເພາະ​ການ​ຈະລາຈົນ​ແລະ​ຂ້າ​ຄົນ ແລະ​ເພິ່ນ​ໄດ້​ມອບ​ພຣະເຢຊູເຈົ້າ​ໃຫ້​ພວກເຂົາ​ເອົາ​ໄປ​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ພວກເຂົາ.
ພຣະເຢຊູເຈົ້າ​ຖືກ​ຄຶງ​ທີ່​ໄມ້ກາງແຂນ
(ມທ 27:32-44; ມຣກ 15:21-32; ຢຮ 19:17-27)
26ເມື່ອ​ພວກເຂົາ​ພາ​ພຣະອົງ​ອອກ​ໄປ ພວກເຂົາ​ໄດ້​ຈັບ​ຊີໂມນ​ໄທ​ກີເຣເນ ທີ່​ກຳລັງ​ມາ​ຈາກ​ບ້ານນອກ ແລ້ວ​ເອົາ​ໄມ້ກາງແຂນ​ວາງ​ໃສ່ ໃຫ້​ແບກ​ຕາມ​ພຣະເຢຊູເຈົ້າ​ໄປ.
27ປະຊາຊົນ​ຢ່າງ​ໜາແໜ້ນ ໄດ້​ຕາມ​ພຣະເຢຊູເຈົ້າ​ໄປ ໃນ​ທ່າມກາງ​ປະຊາຊົນ​ນັ້ນ ມີ​ແມ່ຍິງ​ບາງຄົນ​ຕີ​ເອິກ​ຮ້ອງໄຫ້​ສຳລັບ​ພຣະອົງ. 28ພຣະເຢຊູເຈົ້າ​ຊົງ​ຫັນ​ໜ້າ​ມາ​ທາງ​ພວກ​ນາງ ແລະ​ກ່າວ​ວ່າ, “ຍິງ​ຊາວ​ນະຄອນ​ເຢຣູຊາເລັມ​ເອີຍ, ຢ່າ​ສູ່​ຮ້ອງໄຫ້​ສົງສານ​ເຮົາ, ແຕ່​ຈົ່ງ​ຮ້ອງໄຫ້​ສົງສານ​ພວກເຈົ້າ​ເອງ ກັບ​ລູກໆ​ຂອງ​ພວກເຈົ້າ. 29ດ້ວຍວ່າ, ວັນ​ທັງຫລາຍ​ກຳລັງ​ຈະ​ມາ​ເຖິງ​ແລ້ວ ຄົນ​ກໍ​ຈະ​ເວົ້າ​ກັນ​ວ່າ, ‘ຍິງ​ທີ່​ເປັນ​ໝັນ ຍິງ​ທີ່​ບໍ່ເຄີຍ​ອອກລູກ ແລະ​ຍິງ​ທີ່​ບໍ່ເຄີຍ​ລ້ຽງ​ລູກ ພວກເຈົ້າ​ກໍ​ເປັນ​ສຸກ​ແທ້​ນໍ.’ 30ໃນ​ເວລາ​ນັ້ນ ປະຊາຊົນ​ກໍ​ຈະ​ເວົ້າ​ກັບ​ພູ​ທັງຫລາຍ​ວ່າ, ‘ຈົ່ງ​ເຈື່ອນ​ລົງ​ມາ​ທັບ​ພວກເຮົາ​ສາ’ ແລະ​ເວົ້າ​ກັບ​ໂນນ​ພູ​ທັງຫລາຍ​ວ່າ ‘ຈົ່ງ​ປົກບັງ​ພວກເຮົາ​ໄວ້​ເທີ້ນ.’ 31ດ້ວຍວ່າ, ໃນ​ເມື່ອ​ພວກເຂົາ​ເຮັດ​ເຊັ່ນນີ້​ກັບ​ໄມ້​ທີ່​ຍັງ​ດິບ ພວກເຂົາ​ຈະ​ເຮັດ​ຢ່າງ​ໃດ​ກັບ​ໄມ້​ທີ່​ແຫ້ງ​ແລ້ວ?”
32ມີ​ອີກ​ສອງ​ຄົນ ທີ່​ເປັນ​ຜູ້ຮ້າຍ​ທີ່​ຖືກ​ພວກ​ທະຫານ​ຄຸມ ເພື່ອ​ນຳ​ໄປ​ປະຫານ​ຮ່ວມ​ກັບ​ພຣະເຢຊູເຈົ້າ. 33ເມື່ອ​ມາ​ຮອດ​ບ່ອນ​ທີ່​ມີ​ຊື່​ວ່າ, “ກະໂຫລກ​ຫົວ” ພວກ​ທະຫານ​ກໍ​ຄຶງ​ພຣະອົງ​ໄວ້​ທີ່​ໄມ້ກາງແຂນ ພ້ອມ​ກັບ​ຜູ້ຮ້າຍ​ສອງ​ຄົນ ຄື​ຜູ້ໜຶ່ງ​ຢູ່​ເບື້ອງ​ຂວາ​ແລະ​ຜູ້ໜຶ່ງ​ອີກ​ຢູ່​ເບື້ອງ​ຊ້າຍ. 34ພຣະເຢຊູເຈົ້າ​ພາວັນນາ​ອະທິຖານ​ວ່າ, “ພຣະບິດາເຈົ້າ​ເອີຍ ໂຜດ​ຍົກໂທດ​ໃຫ້​ພວກເຂົາ​ດ້ວຍ​ເຖີດ ເພາະ​ພວກເຂົາ​ບໍ່​ຮູ້ຈັກ​ວ່າ ພວກເຂົາ​ກຳລັງ​ເຮັດ​ຫຍັງ.”
ແລ້ວ​ພວກ​ທະຫານ​ກໍ​ແບ່ງປັນ​ເຄື່ອງ​ນຸ່ງ​ຂອງ​ພຣະອົງ ໂດຍ​ໃຊ້​ສະຫລາກ. 35ຝ່າຍ​ປະຊາຊົນ​ກໍ​ຢືນ​ເບິ່ງ​ຢູ່​ທີ່​ນັ້ນ, ຂະນະທີ່​ບັນດາ​ຜູ້ນຳ​ຊາວ​ຢິວ​ເຢາະເຢີ້ຍ​ພຣະອົງ​ວ່າ, “ຖ້າ​ລາວ​ເປັນ​ພຣະຄຣິດ ຜູ້​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້​ນັ້ນ ລາວ​ຊ່ວຍ​ຄົນອື່ນ​ໄດ້ ໃຫ້​ຊ່ວຍ​ຕົນເອງ​ເບິ່ງດູ.”
36ພວກ​ທະຫານ​ກໍໄດ້​ເຢາະເຢີ້ຍ​ພຣະອົງ​ເໝືອນກັນ ພວກເຂົາ​ເຂົ້າ​ມາ​ຫາ​ພຣະອົງ ແລ້ວ​ເອົາ​ເຫຼົ້າ​ອະງຸ່ນ​ສົ້ມ​ໃຫ້​ພຣະອົງ​ດື່ມ 37ແລະ ເວົ້າ​ວ່າ, “ຖ້າ​ໂຕ​ເປັນ​ກະສັດ​ຂອງ​ຊາວ​ຢິວ​ແທ້ ຈົ່ງ​ຊ່ວຍ​ຕົວເອງ​ແມ.” 38ເທິງ​ຫົວ​ຂອງ​ພຣະອົງ​ມີ​ປ້າຍ​ໄມ້​ພ້ອມ​ກັບ​ມີ​ຂໍ້​ຄວາມ​ຂຽນ​ວ່າ, “ຜູ້​ນີ້​ເປັນ​ກະສັດ​ຂອງ​ຊາດ​ຢິວ.”
39ຝ່າຍ​ຄົນ​ໜຶ່ງ​ໃນ​ຜູ້ຮ້າຍ ທີ່​ຖືກ​ຄຶງ​ໄວ້ ໄດ້​ເວົ້າ​ໝິ່ນປະໝາດ​ຕໍ່​ພຣະອົງ​ວ່າ, “ເຈົ້າ​ເປັນ​ພຣະຄຣິດ​ບໍ່ແມ່ນ​ບໍ? ຈົ່ງ​ຊ່ວຍ​ຕົນເອງ​ກັບ​ຊ່ວຍ​ເຮົາ​ໃຫ້​ພົ້ນ​ເສຍ.”
40ແຕ່​ຜູ້ຮ້າຍ​ຄົນ​ໜຶ່ງ​ອີກ​ຕຳໜິ​ລາວ ແລະ​ເວົ້າ​ວ່າ, “ໂຕ​ບໍ່​ຢ້ານ​ພຣະເຈົ້າ​ບໍ? ໂຕ​ກໍ​ຖືກ​ໂທດ​ເໝືອນກັນ​ກັບ​ເພິ່ນ. 41ແຕ່​ສຳລັບ​ພວກເຮົາ​ກໍ​ສົມ​ກັບ​ໂທດ​ນີ້​ແທ້ ເພາະ​ພວກເຮົາ​ກຳລັງ​ຮັບ​ຜົນກຳ​ທີ່​ພວກເຮົາ​ໄດ້​ເຮັດ, ແຕ່​ເພິ່ນ​ບໍ່ໄດ້​ເຮັດ​ຜິດ​ຫຍັງ​ເລີຍ.” 42ແລ້ວ​ລາວ​ກໍ​ເວົ້າ​ກັບ​ພຣະເຢຊູເຈົ້າ​ວ່າ, “ພຣະເຢຊູເຈົ້າ​ເອີຍ ເມື່ອໃດ​ທີ່​ທ່ານ​ມາ​ໃນ​ແຜ່ນດິນ​ຂອງທ່ານ ໂຜດ​ລະນຶກເຖິງ​ຂ້ານ້ອຍ​ດ້ວຍ​ເທີ້ນ.”
43ພຣະເຢຊູເຈົ້າ​ຊົງ​ຕອບ​ລາວ​ວ່າ, “ເຮົາ​ບອກ​ເຈົ້າ​ຕາມ​ຄວາມຈິງ​ວ່າ ວັນ​ນີ້​ເຈົ້າ​ຈະ​ຢູ່​ກັບ​ເຮົາ​ໃນ​ທີ່​ສຸກຂະເສີມ.”
ພຣະເຢຊູເຈົ້າ​ຊົງ​ສິ້ນພຣະຊົນ
(ມທ 27:45-56; ມຣກ 15:33-41; ຢຮ 19:28-30)
44ພໍ​ປະມານ​ທ່ຽງ ກໍ​ເກີດ​ມືດມົວ​ທົ່ວ​ແຜ່ນດິນ​ຈົນເຖິງ​ເວລາ​ບ່າຍ​ສາມ​ໂມງ, 45ຜ້າກັ້ງ​ທີ່​ກາງ​ໄວ້​ໃນ​ພຣະວິຫານ ກໍ​ຖືກ​ຈີກ​ອອກ​ເປັນ​ສອງ​ຕ່ອນ. 46ພຣະເຢຊູເຈົ້າ​ຮ້ອງ​ຂຶ້ນ​ດ້ວຍ​ສຽງດັງ​ວ່າ, “ພຣະບິດາເຈົ້າ​ເອີຍ ລູກ​ຂໍ​ມອບ​ຈິດ​ວິນຍານ​ຂອງ​ລູກ ໄວ້​ໃນ​ກຳມື​ຂອງ​ພຣະອົງ.” ແລ້ວ​ພຣະອົງ​ກໍ​ຊົງ​ສິ້ນພຣະຊົນ.
47ເມື່ອ​ນາຍຮ້ອຍ​ທະຫານ​ເຫັນ​ເຫດການ​ທີ່​ເກີດຂຶ້ນ​ແລ້ວ ລາວ​ກໍ​ສັນລະເສີນ​ພຣະເຈົ້າ​ໂດຍ​ເວົ້າ​ວ່າ, “ຈິງ​ແທ້​ແລ້ວ ທ່ານ​ຜູ້​ນີ້​ບໍ່ມີ​ຄວາມຜິດ.”
48ເມື່ອ​ປະຊາຊົນ​ທີ່​ໄດ້​ເຕົ້າໂຮມ​ກັນ​ໃນ​ທີ່ນັ້ນ ເພື່ອ​ເບິ່ງ​ເລື່ອງ​ແປກ​ປະຫລາດ ທີ່​ເກີດຂຶ້ນ ເມື່ອ​ໄດ້​ເຫັນ​ເຫດການ​ນັ້ນ​ແລ້ວ ຕ່າງ​ກໍ​ກັບ​ເມືອ​ເຮືອນ​ຂອງ​ໃຜ​ລາວ ທັງ​ຕີ​ເອິກ​ດ້ວຍ​ຄວາມ​ທຸກໃຈ. 49ທຸກຄົນ​ທີ່​ຮູ້ຈັກ​ພຣະເຢຊູເຈົ້າ​ເປັນ​ການ​ສ່ວນຕົວ ຕະຫລອດ​ທັງ​ພວກ​ແມ່ຍິງ​ທີ່​ໄດ້​ຕິດຕາມ​ພຣະອົງ​ມາ​ແຕ່​ແຂວງ​ຄາລີເລ ຕ່າງ​ກໍ​ຢືນ​ເຝົ້າ​ຖ້າ​ເບິ່ງ​ຢູ່​ຫ່າງໆ.
ການ​ວາງ​ພຣະສົບ​ຂອງ​ພຣະເຢຊູເຈົ້າ
(ມທ 27:57-61; ມຣກ 15:42-47; ຢຮ 19:38-42)
50ແລະ​ເບິ່ງແມ! ມີ​ຊາຍ​ຄົນ​ໜຶ່ງ ຊື່​ໂຢເຊັບ ເປັນ​ສະມາຊິກ​ແຫ່ງ​ສານ​ສູງສຸດ ເພິ່ນ​ເປັນ​ຄົນ​ດີ​ແລະ​ສັດຊື່. 51ເພິ່ນ​ຜູ້​ນີ້​ບໍ່ໄດ້​ເຫັນ​ດີ​ຕາມ​ມະຕິ ແລະ​ການ​ເຮັດ​ຂອງ​ພວກເຂົາ ເພິ່ນ​ເປັນ​ໄທ​ບ້ານ​ອາຣີມາທາຍ ຊຶ່ງ​ເປັນ​ບ້ານ​ຂອງ​ຊາດ​ຢິວ ທັງ​ເປັນ​ຜູ້​ຄອຍ​ຖ້າ​ຣາຊອານາຈັກ​ຂອງ​ພຣະເຈົ້າ. 52ເພິ່ນ​ໄດ້​ເຂົ້າ​ໄປ​ຫາ​ປີລາດ ແລະ​ຂໍ​ເອົາ​ພຣະສົບ​ຂອງ​ພຣະເຢຊູເຈົ້າ. 53ແລ້ວ​ເພິ່ນ​ກໍ​ເອົາ​ພຣະສົບ​ນັ້ນ ລົງ​ມາ​ຈາກ​ໄມ້ກາງແຂນ ໃຊ້​ຜ້າປ່ານ​ຫໍ່ ແລະ​ນຳ​ໄປ​ວາງ​ໄວ້​ໃນ​ອຸບມຸງ​ແຫ່ງ​ໜຶ່ງ ທີ່​ເຈາະ​ໄວ້​ໃນ​ໂງ່ນຫີນ ແລະ​ອຸບມຸງ​ນີ້​ຍັງ​ບໍ່ເຄີຍ​ວາງ​ສົບ​ຜູ້ໃດ​ຈັກເທື່ອ. 54ວັນ​ນັ້ນ​ເປັນ​ວັນ​ຈັດຕຽມ (ວັນ​ສຸກ) ແລະ​ເກືອບ​ຈະ​ເຖິງ​ວັນ​ຊະບາໂຕ​ແລ້ວ.
55ສ່ວນ​ພວກ​ແມ່ຍິງ​ທີ່​ຕິດຕາມ​ພຣະອົງ​ມາ​ຈາກ​ແຂວງ​ຄາລີເລ ກໍ​ໄປ​ກັບ​ໂຢເຊັບ ພວກ​ນາງ​ໄດ້​ເຫັນ​ອຸບມຸງ ແລະ​ໄດ້​ເຫັນ​ພຣະສົບ​ຂອງ​ພຣະອົງ​ວາງໄວ້​ຢູ່​ໃນ​ທີ່ນັ້ນ​ຢ່າງ​ໃດ. 56ແລ້ວ​ພວກ​ນາງ​ກໍ​ກັບຄືນ​ເມືອ​ເຮືອນ ແລະ​ຈັດຕຽມ​ເຄື່ອງຫອມ ແລະ​ນໍ້າມັນ​ຫອມ.
ໃນ​ວັນ​ຊະບາໂຕ ພວກ​ນາງ​ຕ້ອງ​ຢຸດ​ພັກຜ່ອນ​ຕາມ​ກົດບັນຍັດ.

Currently Selected:

ລູກາ 23: ພຄພ

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in