ລູກາ 22
22
ການປອງຮ້າຍພຣະເຢຊູເຈົ້າ
(ມທ 26:1-5; ມຣກ 14:1-2; ຢຮ 11:45-53)
1ເທດສະການເຂົ້າຈີ່ບໍ່ມີເຊື້ອແປ້ງທີ່ເອີ້ນວ່າ ປັດສະຄາ ກໍມາໃກ້ແລ້ວ. 2ພວກຫົວໜ້າປະໂຣຫິດແລະພວກທຳມະຈານ ຕ່າງກໍຢ້ານປະຊາຊົນ. ດັ່ງນັ້ນ ພວກເຂົາຈຶ່ງຊອກຊ່ອງທາງເພື່ອຂ້າພຣະເຢຊູເຈົ້າຢ່າງປິດລັບ.
ຢູດາຍິນຍອມທໍລະຍົດຕໍ່ພຣະເຢຊູເຈົ້າ
(ມທ 26:14-16; ມຣກ 14:10-11)
3ແລ້ວມານຊາຕານ ກໍເຂົ້າສິງຢູ່ໃນໃຈຂອງຢູດາ ຜູ້ທີ່ຄົນທັງຫລາຍເອີ້ນກັນວ່າ ອິດສະກາຣີອົດ ລາວເປັນຜູ້ໜຶ່ງໃນພວກສາວົກສິບສອງຄົນ. 4ດັ່ງນັ້ນ ຢູດາຈຶ່ງອອກໄປປຶກສາກັບພວກຫົວໜ້າປະໂຣຫິດ ແລະພວກນາຍທະຫານເຝົ້າຍາມພຣະວິຫານ ເຖິງວິທີທີ່ຕົນຈະມອບພຣະເຢຊູເຈົ້າໃຫ້ພວກເຂົາໄດ້ຢ່າງໃດ. 5ຄົນເຫຼົ່ານັ້ນຕ່າງກໍດີໃຈ ແລະຕົກລົງວ່າຈະເອົາເງິນໃຫ້ລາວ. 6ຝ່າຍຢູດາກໍຕົກລົງຕາມນັ້ນ ແລະຕັ້ງຕົ້ນຊອກຫາໂອກາດອັນດີ ທີ່ຈະມອບພຣະເຢຊູເຈົ້າໃຫ້ພວກເຂົາ ເມື່ອປະຊາຊົນບໍ່ຢູ່ທີ່ນັ້ນ.
ພຣະເຢຊູເຈົ້າຕຽມກິນອາຫານປັດສະຄາ
(ມທ 26:17-25; ມຣກ 14:12-21; ຢຮ 13:21-30)
7ພໍເຖິງເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງ ເມື່ອມີການຂ້າແກະສຳລັບອາຫານປັດສະຄາ. 8ພຣະເຢຊູເຈົ້າຊົງໃຊ້ເປໂຕກັບໂຢຮັນໄປ ແລະໃຫ້ຄຳແນະນຳວ່າ, “ຈົ່ງໄປຈັດແຈ່ງອາຫານປັດສະຄາສຳລັບພວກເຮົາໃຫ້ຮຽບຮ້ອຍ.”
9ພວກເພິ່ນຖາມພຣະອົງວ່າ, “ທ່ານຢາກໃຫ້ພວກຂ້ານ້ອຍໄປຈັດແຈ່ງຢູ່ທີ່ໃດ?”
10ພຣະເຢຊູເຈົ້າຕອບວ່າ, “ເມື່ອພວກເຈົ້າເຂົ້າໄປໃນເມືອງ ຈະມີຊາຍຄົນໜຶ່ງແບກໝໍ້ນໍ້າມາພົບພວກເຈົ້າ. ຈົ່ງຕາມໄປເຮືອນທີ່ລາວເຂົ້າໄປນັ້ນ, 11ແລະ ເວົ້າກັບເຈົ້າຂອງເຮືອນວ່າ, ‘ອາຈານໃຫ້ຖາມທ່ານວ່າ ຫ້ອງທີ່ເພິ່ນກັບພວກສາວົກຈະກິນອາຫານປັດສະຄາຢູ່ໃສ?’ 12ເຈົ້າຂອງເຮືອນຈະຊີ້ໃຫ້ພວກເຈົ້າເຫັນຫ້ອງໂຖງຊັ້ນເທິງ ທີ່ຕົບແຕ່ງໄວ້ຮຽບຮ້ອຍແລ້ວ ບ່ອນນັ້ນແຫຼະ ທີ່ພວກເຈົ້າຈະຈັດຕຽມທຸກສິ່ງໄວ້ສຳລັບພວກເຮົາ.”
13ດັ່ງນັ້ນ ທ່ານທັງສອງຈຶ່ງໄປ ແລະພົບທຸກສິ່ງຕາມທີ່ພຣະອົງຊົງບອກແລ້ວນັ້ນ ພວກເພິ່ນກໍໄດ້ຈັດຕຽມປັດສະຄາໄວ້.
ພຣະເຢຊູເຈົ້າຊົງຕັ້ງພິທີສິນມະຫາສະໜິດ
(ມທ 26:26-30; ມຣກ 14:22-26; 1 ກຣທ 11:23-25)
14ເມື່ອເຖິງໂມງແລ້ວ ພຣະເຢຊູເຈົ້າກໍໄດ້ນັ່ງຮ່ວມໂຕະກັບພວກອັກຄະສາວົກ. 15ພຣະອົງກ່າວແກ່ພວກເພິ່ນວ່າ, “ເຮົາມີຄວາມປາຖະໜາຢ່າງເຕັມໃຈ ທີ່ຈະກິນອາຫານປັດສະຄານີ້ກັບພວກເຈົ້າ ກ່ອນເຮົາຈະທົນທຸກທໍລະມານ 16ເພາະເຮົາບອກພວກເຈົ້າວ່າ, ເຮົາຈະບໍ່ກິນອາຫານນີ້ອີກ ຈົນກວ່າຄວາມໝາຍຂອງເລື່ອງນີ້ ຈະເຖິງທີ່ສຳເລັດໃນອານາຈັກຂອງພຣະເຈົ້າ.”
17ແລ້ວພຣະອົງກໍຊົງຈັບເອົາຈອກຂຶ້ນມາໂມທະນາຂອບພຣະຄຸນ ແລະຊົງກ່າວວ່າ, “ຈົ່ງຮັບເອົາຈອກນີ້ ແລະຢາຍໃຫ້ກັນດື່ມ. 18ເຮົາບອກພວກເຈົ້າວ່າ ຕັ້ງແຕ່ນີ້ໄປເຮົາຈະບໍ່ດື່ມນໍ້າອະງຸ່ນນີ້ອີກ ຈົນກວ່າອານາຈັກຂອງພຣະເຈົ້າຈະມາປາກົດ.”
19ແລ້ວພຣະອົງກໍຊົງຈັບເອົາເຂົ້າຈີ່ຂຶ້ນມາໂມທະນາຂອບພຣະຄຸນ ໂດຍຊົງຫັກເຂົ້າຈີ່ນັ້ນແລ້ວ ຈຶ່ງຍື່ນໃຫ້ພວກສາວົກ ແລະກ່າວວ່າ, “ນີ້ແຫຼະ ແມ່ນກາຍຂອງເຮົາ ຊຶ່ງເປັນທີ່ປະທານໃຫ້ສຳລັບເຈົ້າທັງຫລາຍ ຈົ່ງເຮັດຢ່າງນີ້ໃຫ້ເປັນທີ່ລະນຶກເຖິງເຮົາ.” 20ເມື່ອຮັບປະທານອາຫານແລ້ວ ພຣະອົງກໍຊົງຈັບເອົາຈອກຂຶ້ນມາ ແລະເຮັດຢ່າງດຽວກັນ ໂດຍຊົງກ່າວວ່າ, “ຈອກນີ້ເປັນພັນທະສັນຍາໃໝ່ໃນເລືອດຂອງເຮົາ ທີ່ຖອກອອກສຳລັບເຈົ້າທັງຫລາຍ.
21ເບິ່ງແມ! ມືຜູ້ທີ່ທໍລະຍົດຕໍ່ເຮົາກໍຢູ່ກັບເຮົາເທິງໂຕະນີ້. 22ບຸດມະນຸດຈະສະເດັດໄປຕາມທີ່ໄດ້ຊົງກຳນົດໄວ້ແລ້ວກໍຈິງ ແຕ່ວິບັດຈະຕົກຖືກຜູ້ທີ່ທໍລະຍົດຕໍ່ບຸດມະນຸດ.”
23ແລ້ວພວກສາວົກກໍເລີ່ມຖາມກັນເອງວ່າ, ແມ່ນຜູ້ໃດໃນພວກເພິ່ນທີ່ກຳລັງຈະເຮັດຢ່າງນີ້.
ການໂຕ້ຖຽງກັນເຖິງຄວາມເປັນໃຫຍ່
24ແລ້ວກໍມີການໂຕ້ຖຽງກັນເກີດຂຶ້ນໃນທ່າມກາງພວກສາວົກວ່າ ໃນພວກເພິ່ນ ຜູ້ໃດຈະເປັນໃຫຍ່ກວ່າໝູ່. 25ພຣະເຢຊູເຈົ້າກ່າວແກ່ພວກເພິ່ນວ່າ, “ບັນດາກະສັດຂອງຊາວໂລກນີ້ ຍ່ອມມີອຳນາດເໜືອປະຊາຊົນຂອງຕົນ ແລະບັນດານັກປົກຄອງຕ່າງກໍເອີ້ນຕົນວ່າ, ‘ເຈົ້າບຸນເຈົ້າຄຸນ.’ 26ແຕ່ສຳລັບພວກເຈົ້າແລ້ວ ບໍ່ເປັນຢ່າງນັ້ນ, ກົງກັນຂ້າມ ຜູ້ທີ່ເປັນໃຫຍ່ທີ່ສຸດ ຕ້ອງເປັນເໝືອນດັ່ງຜູ້ນ້ອຍທີ່ສຸດ ແລະຜູ້ທີ່ເປັນຜູ້ນຳ ຕ້ອງເປັນດັ່ງຜູ້ຮັບໃຊ້. 27ຜູ້ໃດເປັນໃຫຍ່ກວ່າກັນ ຜູ້ທີ່ນັ່ງກິນ ຫລືຜູ້ທີ່ຮັບໃຊ້? ແນ່ນອນແລ້ວ ຕ້ອງແມ່ນຜູ້ທີ່ນັ່ງກິນເທິງໂຕະ, ແຕ່ເຮົາຢູ່ທ່າມກາງພວກເຈົ້າ ເໝືອນດັ່ງຄົນທີ່ຮັບໃຊ້ຜູ້ໜຶ່ງ.
28ພວກເຈົ້າໄດ້ຢູ່ກັບເຮົາມາຕະຫລອດເວລາ ທີ່ເຮົາປະສົບກັບຄວາມຍາກລຳບາກ, 29ພຣະບິດາເຈົ້າໄດ້ຊົງຈັດແຈງແຜ່ນດິນໃຫ້ເຮົາຢ່າງໃດ ເຮົາກໍຈະຈັດແຈງແຜ່ນດິນໜຶ່ງໃຫ້ພວກເຈົ້າເໝືອນກັນຢ່າງນັ້ນ. 30ເພື່ອພວກເຈົ້າຈະກິນແລະດື່ມທີ່ໂຕະຂອງເຮົາ ໃນອານາຈັກຂອງເຮົາ ແລະເພື່ອພວກເຈົ້າຈະໄດ້ນັ່ງເທິງບັນລັງ ເພື່ອພິພາກສາຕັດສິນຊາດອິດສະຣາເອນທັງສິບສອງເຜົ່ານັ້ນ.”
ພຣະເຢຊູເຈົ້າຊົງກ່າວທຳນວາຍລ່ວງໜ້າວ່າ ເປໂຕຈະປະຕິເສດພຣະອົງ
(ມທ 26:31-35; ມຣກ 14:27-31; ຢຮ 13:36-38)
31ແລ້ວພຣະເຢຊູເຈົ້າກໍຊົງກ່າວວ່າ, “ຊີໂມນ ຊີໂມນເອີຍ ເບິ່ງແມ! ມານຊາຕານໄດ້ຂໍອະນຸຍາດທົດລອງພວກເຈົ້າ ເພື່ອຈະຝັດຮ່ອນພວກເຈົ້າເໝືອນຝັດເຂົ້າເປືອກ. 32ແຕ່ເຮົາໄດ້ພາວັນນາອະທິຖານສຳລັບເຈົ້າ ເພື່ອຄວາມເຊື່ອຂອງເຈົ້າຈະບໍ່ຂາດໄປ ເມື່ອເຈົ້າກັບຄືນມາຫາເຮົາແລ້ວ ເຈົ້າຕ້ອງຊູແຮງບັນດາພີ່ນ້ອງຂອງເຈົ້າໄວ້.”
33ເປໂຕຕອບວ່າ, “ພຣະອົງເຈົ້າເອີຍ ຂ້ານ້ອຍພ້ອມແລ້ວທີ່ຈະໄປກັບທ່ານ ເຖິງຈະຕ້ອງຖືກຄຸກ ຫລືຕ້ອງຕາຍກໍຕາມ.”
34ພຣະເຢຊູເຈົ້າຊົງກ່າວວ່າ, “ເປໂຕເອີຍ ເຮົາບອກເຈົ້າວ່າ ‘ຄືນນີ້ແຫຼະ ກ່ອນໄກ່ຂັນ ເຈົ້າຈະປະຕິເສດວ່າ ບໍ່ຮູ້ຈັກເຮົາເຖິງສາມເທື່ອ.”’
ເລື່ອງຖົງເງິນ ຖົງເຄື່ອງ ແລະດາບ
35ແລ້ວພຣະອົງຊົງຖາມພວກສາວົກວ່າ, “ເມື່ອເຮົາໄດ້ໃຊ້ເຈົ້າທັງຫລາຍອອກໄປນັ້ນ ໂດຍບໍ່ມີຖົງເງິນ ບໍ່ມີຖົງເຄື່ອງແລະບໍ່ມີເກີບ ພວກເຈົ້າໄດ້ຂາດເຂີນສິ່ງໃດແດ່?”
ພວກເພິ່ນຕອບວ່າ, “ບໍ່ໄດ້ຂາດເຂີນສິ່ງໃດເລີຍ.”
36ພຣະອົງໄດ້ກ່າວກັບພວກເພິ່ນວ່າ, “ແຕ່ບັດນີ້ ຜູ້ໃດທີ່ມີຖົງເງິນ ຫລືຖົງເຄື່ອງຕ້ອງຖືໄປນຳ ແລະຜູ້ໃດທີ່ບໍ່ມີດາບ ກໍໃຫ້ຂາຍເສື້ອໃຫຍ່ຂອງຕົນ ເພື່ອຊື້ດາບດວງໜຶ່ງໄວ້. 37ດ້ວຍເຮົາບອກເຈົ້າທັງຫລາຍວ່າ ຄຳທີ່ຂຽນໃນພຣະຄຳພີນັ້ນ ຈະຕ້ອງສຳເລັດໃນເຮົາ ຄືຄຳທີ່ວ່າ, ‘ທ່ານຖືກນັບເຂົ້າກັບຄົນອະທຳ.”’
38ພວກສາວົກເວົ້າວ່າ, “ພຣະອົງເຈົ້າເອີຍ ເບິ່ງດາບສອງດວງນີ້ແມ.”
ພຣະອົງໄດ້ຕອບພວກເພິ່ນວ່າ, “ພໍແລ້ວ.”
ພຣະເຢຊູຄຣິດເຈົ້າພາວັນນາອະທິຖານທີ່ພູເຂົາໝາກກອກເທດ
(ມທ 26:36-46; ມຣກ 14:32-42)
39ແລ້ວພຣະເຢຊູເຈົ້າ ໄດ້ສະເດັດອອກໄປຍັງພູເຂົາໝາກກອກເທດຕາມເຄີຍ ແລະພວກສາວົກກໍຕາມໄປກັບພຣະອົງດ້ວຍ. 40ເມື່ອມາເຖິງທີ່ນັ້ນແລ້ວ ພຣະອົງກໍຊົງກ່າວກັບພວກເພິ່ນວ່າ, “ຈົ່ງພາວັນນາອະທິຖານຢູ່ ເພື່ອເຈົ້າທັງຫລາຍຈະບໍ່ຕົກໃນການທົດລອງ.”
41ແລ້ວພຣະອົງກໍສະເດັດຈາກພວກເພິ່ນໄປ ໄກປະມານແກວ່ງກ້ອນຫີນເຖິງ ແລະຄຸເຂົ່າລົງພາວັນນາອະທິຖານ. 42ພຣະອົງຊົງກ່າວວ່າ, “ພຣະບິດາເຈົ້າເອີຍ ຖ້າເປັນຄວາມປະສົງຂອງພຣະອົງແລ້ວ ຂໍໃຫ້ຈອກແຫ່ງຄວາມທົນທຸກທໍລະມານນີ້ ເລື່ອນໄປຈາກລູກທ້ອນ, ແຕ່ຢ່າງໃດກໍດີ ຂໍຢ່າໃຫ້ເປັນໄປຕາມຄວາມປາຖະໜາຂອງລູກ ແຕ່ຂໍໃຫ້ເປັນໄປຕາມຄວາມປະສົງຂອງພຣະບິດາເຈົ້າເທີ້ນ.” 43ແລ້ວມີເທວະດາຕົນໜຶ່ງ ຈາກສະຫວັນມາປາກົດແກ່ພຣະອົງ ຊູກຳລັງພຣະອົງຂຶ້ນ. 44ເມື່ອຊົງເກີດເປັນທຸກວຸ້ນວາຍຫລາຍຂຶ້ນ ພຣະອົງກໍຊົງຕັ້ງໃຈພາວັນນາອະທິຖານຫລາຍ ເຫື່ອຂອງພຣະອົງເກີດເປັນເໝືອນເລືອດໄຫລຢາດລົງດິນເປັນເມັດໃຫຍ່.
45ເມື່ອລຸກຂຶ້ນຈາກການພາວັນນາອະທິຖານແລ້ວ ພຣະອົງກໍກັບມາຫາພວກສາວົກ ແລະພົບພວກເພິ່ນກຳລັງນອນຫລັບອິດອ່ອນດ້ວຍຄວາມທຸກໂສກ. 46ພຣະອົງກ່າວແກ່ພວກເພິ່ນວ່າ, “ເປັນຫຍັງຈຶ່ງຍັງນອນຫລັບຢູ່? ຈົ່ງລຸກຂຶ້ນ ແລະພາວັນນາອະທິຖານ ເພຶ່ອພວກເຈົ້າຈະບໍ່ຕົກໃນການທົດລອງ.”
ພຣະເຢຊູເຈົ້າຖືກຈັບຕົວໄປ
(ມທ 26:47-56; ມຣກ 14:43-50; ຢຮ 18:3-11)
47ເມື່ອພຣະອົງຍັງຊົງກ່າວບໍ່ທັນຂາດຄຳ ເບິ່ງແມ! ປະຊາຊົນຈຳນວນຫລາຍ ຊຶ່ງນຳໜ້າໂດຍຢູດາ ທີ່ເປັນສາວົກຄົນໜຶ່ງໃນສິບສອງຄົນນັ້ນ ຢູດາໄດ້ຫຍັບເຂົ້າມາໃກ້ພຣະເຢຊູເຈົ້າເພື່ອຈະຈູບພຣະອົງ. 48ແຕ່ພຣະເຢຊູເຈົ້າຊົງຖາມວ່າ, “ຢູດາເອີຍ ເຈົ້າຈະມອບບຸດມະນຸດດ້ວຍການຈູບຫລື?”
49ຄົນທັງຫລາຍທີ່ຢູ່ອ້ອມພຣະອົງ ເຫັນເຫດການທີ່ກຳລັງເກີດຂຶ້ນນັ້ນ ຈຶ່ງຖາມວ່າ, “ພຣະອົງເຈົ້າເອີຍ ຈະໃຫ້ພວກຂ້ານ້ອຍໃຊ້ດາບຕໍ່ສູ້ພວກເຂົາບໍ?” 50ຄົນໜຶ່ງໃນພວກເພິ່ນ ໄດ້ຟັນຄົນຮັບໃຊ້ຄົນໜຶ່ງຂອງຫົວໜ້າປະໂຣຫິດ ຖືກຫູເບື້ອງຂວາຂາດ.
51ແຕ່ພຣະເຢຊູເຈົ້າຊົງກ່າວຫ້າມວ່າ, “ເຊົາແມ ພໍແລ້ວ.” ພຣະອົງບາຍຫູຄົນນັ້ນ ແລະເຮັດໃຫ້ຫາຍດີປົກກະຕິ.
52ແລ້ວພຣະເຢຊູເຈົ້າກໍຊົງກ່າວຕໍ່ພວກຫົວໜ້າປະໂຣຫິດ ກັບພວກນາຍທະຫານທີ່ເຝົ້າຍາມພຣະວິຫານ ແລະພວກເຖົ້າແກ່ທີ່ມາຈັບພຣະອົງວ່າ, “ເຈົ້າທັງຫລາຍຖືດາບ ແລະຖືໄມ້ຄ້ອນມາຈັບເຮົາເໝືອນດັ່ງມາຈັບໂຈນຊັ້ນບໍ? 53ທຸກໆວັນ ເຮົາຢູ່ກັບພວກເຈົ້າໃນພຣະວິຫານ, ພວກເຈົ້າບໍ່ໄດ້ຈັບເຮົາ. ແຕ່ເວລານີ້ເປັນຂອງພວກເຈົ້າ ແລະເປັນເວລາຂອງອຳນາດແຫ່ງຄວາມມືດ.”
ເປໂຕປະຕິເສດພຣະເຢຊູເຈົ້າ
(ມທ 26:57-58,69-75; ມຣກ 14:53-54,66-72; ຢຮ 18:12-18,25-27)
54ແລ້ວພວກເຂົາກໍຈັບພຣະອົງ ແລະຄຸມຕົວເຂົ້າໄປໃນສຳນັກຂອງມະຫາປະໂຣຫິດ, ຝ່າຍເປໂຕກໍໄດ້ຕິດຕາມໄປໃນໄລຍະຫ່າງໆພໍສົມຄວນ. 55ເປໂຕໄດ້ເຂົ້າໄປໃນກາງເດີ່ນ ສຳນັກທີ່ພວກເຂົານັ່ງຝີງໄຟຢູ່ ເພິ່ນກໍເຂົ້າໄປນັ່ງຮ່ວມວົງກັບພວກເຂົາ. 56ເມື່ອຄົນໜຶ່ງໃນພວກສາວໃຊ້ ເຫັນເປໂຕນັ່ງຝີງໄຟຢູ່ທີ່ນັ້ນ ນາງຈຶ່ງຈ້ອງຕາເບິ່ງເພິ່ນ ແລະເວົ້າວ່າ, “ຊາຍຄົນນີ້ແຫຼະ ເຄີຍຢູ່ກັບທ່ານຄົນນັ້ນ.”
57ແຕ່ເປໂຕປະຕິເສດວ່າ, “ນາງເອີຍ ຂ້ອຍບໍ່ເຄີຍຮູ້ຈັກຊາຍຄົນນັ້ນ.”
58ຫລັງຈາກນັ້ນອີກໜ້ອຍໜຶ່ງ ກໍມີຊາຍຄົນໜຶ່ງເຫັນເປໂຕ ແລະເວົ້າວ່າ, “ໂຕເປັນຄົນໜຶ່ງ ໃນພວກນັ້ນເໝືອນກັນ.”
ແຕ່ເປໂຕຕອບວ່າ, “ບໍ່ ບໍ່ແມ່ນດອກ.”
59ຢູ່ມາປະມານຊົ່ວໂມງໜຶ່ງ ກໍມີຄົນໜຶ່ງອີກ ເວົ້າຢືນຢັນຢ່າງແຂງແຮງວ່າ, “ແມ່ນແທ້ໆ ຊາຍຄົນນີ້ແຫຼະ ເຄີຍຢູ່ກັບທ່ານຄົນນັ້ນ ເພາະລາວເປັນຊາວຄາລີເລເໝືອນກັນ.”
60ແຕ່ເປໂຕໄດ້ຕອບວ່າ, “ຊາຍເອີຍ ເລື່ອງທີ່ເຈົ້າເວົ້າເຖິງນັ້ນ ຂ້ອຍບໍ່ຮູ້ຈັກ.”
ໃນທັນໃດນັ້ນ ເມື່ອເປໂຕເວົ້າຍັງບໍ່ທັນຂາດຄຳ ໄກ່ກໍຂັນຂຶ້ນ. 61ອົງພຣະຜູ້ເປັນເຈົ້າໄດ້ຊົງຫລຽວເບິ່ງເປໂຕ ແລ້ວເປໂຕກໍລະນຶກເຖິງຖ້ອຍຄຳ ທີ່ອົງພຣະຜູ້ເປັນເຈົ້າໄດ້ຊົງກ່າວແກ່ຕົນໄວ້ວ່າ, “ຄືນນີ້ກ່ອນໄກ່ຂັນ ເຈົ້າຈະປະຕິເສດວ່າ ບໍ່ຮູ້ຈັກເຮົາເຖິງສາມເທື່ອ.” 62ແລ້ວເປໂຕກໍອອກໄປຂ້າງນອກ ຮ້ອງໄຫ້ຢ່າງຂົມຂື່ນເປັນທຸກໜັກໃຈ.
ພຣະເຢຊູເຈົ້າຖືກເຢາະເຢີ້ຍ ແລະຖືກຕົບຕີ
(ມທ 26:67-68; ມຣກ 14:65)
63ຝ່າຍພວກທີ່ຄຸມພຣະເຢຊູເຈົ້ານັ້ນ ຕ່າງກໍເຢາະເຢີ້ຍພຣະອົງ ແລະຕົບຕີພຣະອົງ. 64ພວກເຂົາເອົາຜ້າມັດຕາພຣະອົງ ແລະຖາມພຣະອົງວ່າ, “ທວາຍເບິ່ງດູວ່າ ແມ່ນຜູ້ໃດຕີມຶງ?” 65ແລ້ວພວກເຂົາກໍໄດ້ເວົ້າໝິ່ນປະໝາດພຣະອົງໃນຫລາຍໆເລື່ອງ.
ພຣະເຢຊູເຈົ້າຖືກຄຸມຕົວໄປຢູ່ຕໍ່ໜ້າສະພາສູງສຸດ
(ມທ 26:59-66; ມຣກ 14:55-64; ຢຮ 18:19-24)
66ເມື່ອຮຸ່ງເຊົ້າມາ ພວກເຖົ້າແກ່ ພວກຫົວໜ້າປະໂຣຫິດ ແລະພວກທຳມະຈານໄດ້ປະຊຸມກັນ ແລະພວກເຂົາໄດ້ຄຸມຕົວພຣະອົງ ມາຢູ່ຕໍ່ໜ້າສະພາສູງສຸດ. 67ພວກເຂົາໄດ້ຖາມວ່າ, “ບອກພວກເຮົາມາເບິ່ງດູວ່າ ເຈົ້າເປັນພຣະຄຣິດບໍ?”
ພຣະອົງຕອບວ່າ, “ເຖິງເຮົາຈະບອກເຈົ້າທັງຫລາຍ ພວກເຈົ້າກໍຈະບໍ່ເຊື່ອເຮົາດອກ. 68ເຖິງເຮົາຈະຖາມພວກເຈົ້າ ພວກເຈົ້າກໍຈະບໍ່ຕອບເຮົາ. 69ແຕ່ວ່າ ຕັ້ງແຕ່ນີ້ໄປ ບຸດມະນຸດຈະນັ່ງທີ່ເບື້ອງຂວາຂອງພຣະເຈົ້າ ອົງຊົງຣິດອຳນາດຍິ່ງໃຫຍ່.”
70ພວກເຂົາທັງໝົດຈຶ່ງຖາມວ່າ, “ຖ້າດັ່ງນັ້ນ ເຈົ້າເປັນພຣະບຸດຂອງພຣະເຈົ້າບໍ?”
ພຣະອົງຕອບພວກເຂົາວ່າ, “ເຈົ້າທັງຫລາຍເວົ້າວ່າ ເຮົາເປັນດັ່ງນັ້ນແຫລະ.”
71ແລ້ວພວກເຂົາກໍເວົ້າວ່າ, “ພວກເຮົາບໍ່ຕ້ອງການພະຍານຫຼັກຖານໃດໆອີກແລ້ວ ພວກເຮົາເອງຕ່າງກໍໄດ້ຍິນຄຳເວົ້າຈາກປາກຂອງມັນເອງແລ້ວ.”
Currently Selected:
ລູກາ 22: ພຄພ
Highlight
Share
Copy
Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.