YouVersion Logo
Search Icon

ລູກາ 16

16
ຜູ້ຈັດການ​ທີ່​ບໍ່​ສັດຊື່
1ແລ້ວ​ພຣະເຢຊູເຈົ້າ​ກໍໄດ້​ກ່າວ​ແກ່​ພວກ​ສາວົກ​ວ່າ, “ຍັງ​ມີ​ເສດຖີ​ທີ່​ມີ​ພະນັກງານ​ຜູ້ໜຶ່ງ ລາວ​ເປັນ​ຜູ້ຈັດການ​ຊັບສິນ​ຂອງ​ເພິ່ນ ມີ​ຄົນ​ມາ​ລາຍງານ​ເສດຖີ​ວ່າ ພະນັກງານ​ຄົນ​ນັ້ນ​ກຳລັງ​ຜານ​ຊັບ​ຂອງ​ເພິ່ນ, 2ດັ່ງນັ້ນ ເພິ່ນ​ຈຶ່ງ​ເອີ້ນ​ຜູ້ຈັດການ​ເຂົ້າ​ມາ​ຫາ ແລະ​ເວົ້າ​ວ່າ, ‘ເລື່ອງ​ທີ່​ເຮົາ​ໄດ້ຍິນ​ກ່ຽວກັບ​ເຈົ້າ​ນັ້ນ​ເປັນ​ຢ່າງ​ໃດ? ຈົ່ງ​ລາຍງານ​ກ່ຽວກັບ​ໜ້າທີ່​ຂອງ​ເຈົ້າ​ສາ ເພາະ​ເຈົ້າ​ຈະ​ເປັນ​ພະນັກງານ​ຕໍ່ໄປ​ອີກ​ບໍ່ໄດ້.’ 3ເຈົ້າ​ພະນັກງານ​ນັ້ນ​ຄິດ​ໃນ​ໃຈ​ວ່າ, ‘ນາຍ​ກຳລັງ​ຈະ​ປົດ​ເຮົາ​ອອກ​ຈາກ​ໜ້າທີ່ ແລ້ວ​ເຮົາ​ຈະ​ເຮັດ​ຢ່າງ​ໃດ​ໜໍ? ຈະ​ຂຸດ​ດິນ​ກໍ​ບໍ່ມີ​ແຮງ ຈະ​ຂໍທານ​ກໍ​ອາຍ​ເຂົາ. 4ບັດນີ້ ເຮົາ​ຮູ້​ແລ້ວ​ວ່າ​ຈະ​ເຮັດ​ຢ່າງ​ໃດ​ດີ ເມື່ອ​ຖືກ​ປົດ​ອອກ​ຈາກ​ໜ້າທີ່​ແລ້ວ ຄວນ​ມີ​ໝູ່ເພື່ອນ​ທີ່​ຈະ​ຕ້ອນຮັບ​ເຮົາ​ໄວ້​ໃນ​ເຮືອນ​ຂອງ​ເຂົາເຈົ້າ.’
5ດັ່ງນັ້ນ ລາວ​ຈຶ່ງ​ເອີ້ນ​ລູກ​ໜີ້​ຂອງ​ນາຍ​ຕົນ ເຂົ້າ​ມາ​ທຸກຄົນ ລາວ​ຖາມ​ຜູ້​ທີ​ໜຶ່ງ​ວ່າ, ‘ເຈົ້າ​ເປັນ​ໜີ້​ນາຍ​ຂອງເຮົາ​ເທົ່າ​ໃດ?’ 6ຜູ້​ນັ້ນ​ຕອບ​ວ່າ, ‘ເປັນ​ໜີ້​ນໍ້າມັນ​ຮ້ອຍ​ຖັງ.’ ພະນັກງານ​ນັ້ນ​ຈຶ່ງ​ບອກ​ວ່າ, ‘ເອົາ​ບັນຊີ​ຂອງ​ເຈົ້າ​ນັ່ງ​ລົງ ຈົດ​ໃສ່​ຫ້າສິບ​ຖັງ​ໄວໆ.’ 7ແລ້ວ​ລາວ​ກໍ​ຖາມ​ອີກ​ຜູ້ໜຶ່ງ​ວ່າ, ‘ເຈົ້າ​ເດ ເປັນ​ໜີ້​ເທົ່າ​ໃດ?’ ຜູ້​ນີ້​ຕອບ​ວ່າ, ‘ເປັນ​ໜີ້​ເຂົ້າ​ເປືອກ​ຮ້ອຍ​ກວຽນ.’ ພະນັກງານ​ນັ້ນ​ຈຶ່ງ​ບອກ​ວ່າ, ‘ຈົ່ງ​ເອົາ​ບັນຊີ​ຂອງ​ເຈົ້າ​ມາ​ຈົດ​ໃສ່​ແປດສິບ​ກວຽນ.’
8ແລ້ວ​ເຈົ້ານາຍ​ກໍ​ຍົກ​ຍ້ອງ​ເຈົ້າ​ພະນັກງານ​ຜູ້​ບໍ່​ສັດຊື່​ວ່າ, ‘ລາວ​ໄດ້​ເຮັດ​ດ້ວຍ​ຄວາມ​ສະຫລາດ. ດ້ວຍວ່າ ຄົນ​ຝ່າຍ​ໂລກນີ້ ໃນ​ສະໄໝ​ຂອງ​ເຂົາ ເຂົາ​ໃຊ້​ສະຕິປັນຍາ​ສະຫລາດ​ກວ່າ​ຄົນ​ຝ່າຍ​ຄວາມ​ສະຫວ່າງ​ອີກ.’
9ຝ່າຍ​ເຮົາ​ຈຶ່ງ​ບອກ​ພວກເຈົ້າ​ວ່າ, ‘ຈົ່ງ​ເຮັດ​ໃຫ້​ຕົນ​ມີ​ໝູ່​ເພື່ອນ​ດ້ວຍ​ຊັບສິນ​ອັນ​ບໍ່​ຍຸດຕິທຳ ເພື່ອ​ເວລາ​ຊັບ​ນັ້ນ​ເສຍ​ໄປ​ແລ້ວ ເຂົາ​ກໍ​ຈະ​ຮັບ​ຕ້ອນ​ພວກເຈົ້າ​ໄວ້ ໃນ​ບ່ອນ​ອາໄສ​ຢູ່​ອັນ​ຖາວອນ​ເປັນນິດ. 10ຄົນ​ໃດ​ທີ່​ສັດຊື່ ໃນ​ສິ່ງ​ຂອງ​ເລັກນ້ອຍ ກໍ​ຈະ​ສັດຊື່​ໃນ​ສິ່ງ​ຂອງ​ຫລາຍ​ດ້ວຍ ຄົນ​ໃດ​ທີ່​ບໍ່​ສັດຊື່ ໃນ​ສິ່ງ​ຂອງ​ເລັກນ້ອຍ ກໍ​ຈະ​ບໍ່​ສັດຊື່​ໃນ​ສິ່ງຂອງ​ຫລາຍ​ເໝືອນກັນ. 11ດ້ວຍເຫດນັ້ນ ຖ້າ​ພວກເຈົ້າ​ບໍ່​ສັດຊື່ ໃນ​ຊັບສິນ​ອັນ​ບໍ່​ຍຸດຕິທຳ​ນີ້ ໃຜ​ຈະ​ມອບ​ຊັບສິນ​ອັນ​ແທ້​ໃຫ້​ແກ່​ພວກເຈົ້າ? 12ແລະ​ຖ້າ​ພວກເຈົ້າ​ບໍ່​ສັດຊື່ ໃນ​ສິ່ງຂອງ​ທີ່​ເປັນ​ຂອງ​ຄົນອື່ນ ຜູ້ໃດ​ຈະ​ມອບ​ສິ່ງ​ຂອງ​ທີ່​ເປັນ​ຂອງ​ພວກເຈົ້າ​ໃຫ້​ແກ່​ພວກເຈົ້າ?”’
13“ບໍ່​ຫ່ອນ​ມີ​ຜູ້ໃດ​ເປັນ​ຂ້າ​ສອງ​ເຈົ້າບ່າວ​ສອງ​ນາຍ​ໄດ້ ເພາະ​ຈະ​ຮັກ​ນາຍ​ຜູ້​ນີ້ ແລະ​ຈະ​ຊັງ​ນາຍ​ຜູ້​ນັ້ນ ຫລື​ຈະ​ຕິດພັນ​ກັບ​ນາຍ​ຜູ້​ນີ້ ແລະ​ຈະ​ໝິ່ນປະໝາດ​ນາຍ​ຜູ້​ນັ້ນ ພວກເຈົ້າ​ຈະ​ຮັບໃຊ້​ພຣະເຈົ້າ ແລະ​ຮັບໃຊ້​ເງິນຄຳ​ພ້ອມ​ກັນ​ບໍ່ໄດ້.”
ພຣະເຢຊູເຈົ້າ​ຊົງ​ສັ່ງສອນ​ເຖິງ​ເລື່ອງ​ອື່ນໆ​ອີກ
(ມທ 11:12-13; 5:31-32; ມຣກ 10:11-12)
14ຝ່າຍ​ພວກ​ຟາຣີຊາຍ​ທີ່​ມີ​ໃຈ​ຮັກ​ຊັບ ເມື່ອ​ໄດ້ຍິນ​ຄຳ​ເຫຼົ່ານັ້ນ ແລ້ວ​ກໍ​ກ່າວ​ເຢາະເຢີ້ຍ​ພຣະອົງ. 15ແຕ່​ພຣະອົງ​ກ່າວ​ຕໍ່​ພວກເຂົາ​ວ່າ, “ເຈົ້າ​ທັງຫລາຍ​ອ້າງ​ຕົວ​ວ່າ ເປັນ​ຄົນ​ຊອບທຳ​ຕໍ່ໜ້າ​ມະນຸດ, ແຕ່​ພຣະເຈົ້າ​ຊົງ​ຮູ້ຈັກ​ຈິດໃຈ​ຂອງ​ພວກເຈົ້າ. ດ້ວຍວ່າ, ຊຶ່ງ​ເປັນ​ທີ່​ນັບຖື​ໃນ​ທ່າມກາງ​ມະນຸດ ກໍ​ເປັນ​ທີ່​ລັງກຽດ​ຕໍ່​ພຣະພັກ​ພຣະເຈົ້າ.”
16“ມີ​ກົດບັນຍັດ​ແລະ​ຜູ້​ທຳນວາຍ ຈົນເຖິງ​ສະໄໝ​ໂຢຮັນ ຕັ້ງແຕ່​ນັ້ນ​ມາ ເຂົາ​ກໍ​ປະກາດ​ຂ່າວປະເສີດ​ເລື່ອງ​ຣາຊແຜ່ນດິນ​ຂອງ​ພຣະເຈົ້າ ແລະ​ຄົນ​ທັງປວງ​ກໍ​ຍາດ​ກັນ​ເຂົ້າ​ໃນ​ຣາຊແຜ່ນດິນ​ນັ້ນ. 17ຟ້າ​ແລະ​ດິນ​ຈະ​ລ່ວງ​ໄປ ກໍ​ງ່າຍ​ກວ່າ​ທີ່​ກົດບັນຍັດ​ພຽງແຕ່​ຈຸດ​ດຽວ​ຈະ​ຖືກ​ຍົກເລີກ.”
18“ບຸກຄົນ​ໃດ​ທີ່​ຢ່າຮ້າງ​ເມຍ​ຂອງຕົນ ແລະ​ໄປ​ແຕ່ງງານ​ກັບ​ຍິງ​ອື່ນ​ກໍ​ຜິດ​ໃນ​ຖານ​ຫລິ້ນຊູ້ ແລະ​ທຸກຄົນ​ທີ່​ແຕ່ງງານ​ກັບ​ຍິງ​ແມ່ຮ້າງ ກໍ​ຜິດ​ໃນ​ຖານ​ຫລິ້ນຊູ້.”
ເລື່ອງ​ເສດຖີ​ກັບ​ລາຊາໂຣ
19“ຍັງ​ມີ​ເສດຖີ​ຄົນ​ໜຶ່ງ ທີ່​ນຸ່ງຫົ່ມ​ເສື້ອຜ້າ​ສີມ່ວງ​ອ່ອນ ແລະ​ຜ້າປ່ານ​ເນື້ອລະອຽດ ປິຕິ​ຍິນດີ​ດ້ວຍ​ອາຫານ​ການກິນ​ຢ່າງ​ປານີດ​ທຸກໆ​ວັນ. 20ແລະ ມີ​ຄົນ​ຍາກຈົນ​ຜູ້ໜຶ່ງ​ຊື່ ລາຊາໂຣ ເປັນ​ບາດ​ເຕັມ​ຕົວ ທີ່​ເຂົາ​ຫາມ​ມາ​ຖິ້ມ​ໄວ້​ທີ່​ປະຕູ​ບ້ານ​ເສດຖີ. 21ລາຊາໂຣ​ຢາກ​ກິນ​ຂອງ​ທີ່​ຕົກ​ຈາກ​ໂຕະ​ຂອງ​ເສດຖີ​ນັ້ນ​ໃຫ້​ອີ່ມ ແລະ​ຫລາຍກວ່າ​ນັ້ນ ໝາ​ກໍ​ຍັງ​ມາ​ເລຍ​ບາດ​ຂອງ​ລາວ.
22ຢູ່​ມາ ຄົນ​ຍາກຈົນ​ຜູ້ນັ້ນ​ກໍ​ຕາຍ ແລະ​ຝູງ​ເທວະດາ​ໄດ້​ຮັບ​ເອົາ​ລາວ​ໄປ​ໄວ້ ຢູ່​ໃນ​ອ້ອມເອິກ​ຂອງ​ອັບຣາຮາມ ຝ່າຍ​ເສດຖີ​ນັ້ນ​ກໍ​ຕາຍ​ເໝືອນກັນ ແລ້ວ​ເຂົາ​ກໍ​ຝັງ​ໄວ້. 23ເມື່ອ​ຢູ່​ໃນ​ແດນ​ມໍຣະນາ ກໍ​ເປັນ​ທຸກ​ເວດທະນາ​ຫລາຍ ເສດຖີ​ນັ້ນ​ຈຶ່ງ​ເງີຍ​ໜ້າ​ຂຶ້ນ​ເຫັນ​ອັບຣາຮາມ​ຢູ່​ໄກ ແລະ​ເຫັນ​ລາຊາໂຣ​ຢູ່​ໃນ​ເອິກ​ຂອງທ່ານ. 24ດັ່ງນັ້ນ ລາວ​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ, ‘ອັບຣາຮາມ ພໍ່​ເອີຍ ໂຜດ​ເອັນດູ​ຂ້ານ້ອຍ​ແດ່ທ້ອນ ໂຜດ​ໃຊ້​ລາຊາໂຣ​ເອົາ​ປາຍ​ນິ້ວ​ມື​ຈຸ່ມ​ນໍ້າ ມາ​ແປະ​ໃສ່​ລິ້ນ​ຂອງ​ຂ້ານ້ອຍ​ໃຫ້​ຊຸ່ມ​ເຢັນ​ແດ່ທ້ອນ ເພາະ​ຂ້ານ້ອຍ​ທົນທຸກ​ທໍລະມານ​ເຫລືອຫລາຍ​ຢູ່​ໃນ​ແປວ​ໄຟ​ນີ້.’
25ແຕ່​ອັບຣາຮາມ​ຕອບ​ວ່າ, ‘ລູກ​ເອີຍ ຈົ່ງ​ລະນຶກເຖິງ​ຄາວ​ເມື່ອ​ເຈົ້າ​ຍັງ​ມີ​ຊີວິດ​ຢູ່ ເຈົ້າ​ໄດ້​ຮັບ​ແຕ່​ຂອງ​ດີ​ສຳລັບ​ຕົນ ສ່ວນ​ລາຊາໂຣ​ແລ້ວ ໄດ້​ຮັບ​ແຕ່​ຂອງ​ບໍ່​ດີ ຢ່າງ​ດຽວກັນ​ນັ້ນ​ແຫຼະ, ແຕ່​ບັດນີ້ ລາຊາໂຣ​ໄດ້​ຮັບ​ຄວາມສຸກ​ສະບາຍ​ຢູ່​ທີ່​ນີ້ ສ່ວນ​ເຈົ້າ​ແລ້ວ​ກຳລັງ​ໄດ້​ຮັບ​ຄວາມ​ທົນທຸກ​ທໍລະມານ. 26ນອກຈາກນີ້​ອີກ ລະຫວ່າງ​ພວກເຮົາ​ກັບ​ພວກເຈົ້າ ຍັງ​ມີ​ເຫວເລິກ​ຕັ້ງ​ຂວາງກັ້ນ​ຢູ່ ເພື່ອ​ວ່າ​ບໍ່​ໃຫ້​ຜູ້ໃດ​ທີ່​ຢາກ​ຂ້າມ​ຈາກ​ທີ່​ນີ້​ໄປ​ຫາ​ພວກເຈົ້າ​ໄດ້ ທັງ​ບໍ່​ໃຫ້​ຜູ້ໃດ​ໃນ​ພວກເຈົ້າ ຈາກ​ທີ່​ນັ້ນ​ຂ້າມ​ມາ​ຫາ​ພວກເຮົາ​ໄດ້​ອີກ​ດ້ວຍ.’ 27ເສດຖີ​ເວົ້າ​ວ່າ, ‘ອັບຣາຮາມ​ພໍ່​ເອີຍ ຖ້າດັ່ງນັ້ນ ຂໍ​ທ່ານ​ໃຊ້​ລາຊາໂຣ​ໄປ​ທີ່​ເຮືອນ​ຂອງ​ພໍ່​ຂ້ານ້ອຍ 28ເພາະ​ຢູ່​ໃນ​ທີ່ນັ້ນ ຂ້ານ້ອຍ​ຍັງ​ມີ​ອ້າຍນ້ອງ​ຫ້າ​ຄົນ ໃຫ້​ລາວ​ໄປ​ຕັກເຕືອນ​ພວກເຂົາ ເພື່ອ​ວ່າ​ພວກເຂົາ​ຈະ​ບໍ່ໄດ້​ມາ ໃນ​ບ່ອນ​ທົນທຸກ​ທໍລະມານ​ຢ່າງ​ນີ້​ເໝືອນກັນ.’
29ອັບຣາຮາມ​ຕອບ​ວ່າ, ‘ອ້າຍນ້ອງ​ຂອງ​ເຈົ້າ ພວກເຂົາ​ມີ​ຖ້ອຍຄຳ​ຂອງ​ໂມເຊ ແລະ​ຂອງ​ພວກ​ຜູ້​ປະກາດ​ພຣະທຳ​ຢູ່​ແລ້ວ ໃຫ້​ພວກເຂົາ​ຟັງ​ຖ້ອຍຄຳ​ເຫຼົ່ານັ້ນ​ສາ’ 30ເສດຖີ​ຕອບ​ວ່າ, ‘ອັບຣາຮາມ​ພໍ່​ເອີຍ ຍັງ​ບໍ່​ພຽງພໍ​ດອກ, ແຕ່​ຖ້າ​ມີ​ຄົນ​ໜຶ່ງ ເປັນ​ຄືນ​ມາ​ຈາກ​ຕາຍໄປ​ຫາ​ພວກເຂົາ ພວກເຂົາ​ກໍ​ຄົງ​ຈະ​ຖິ້ມໃຈເກົ່າ​ເອົາໃຈໃໝ່.’ 31ແຕ່​ອັບຣາຮາມ​ຕອບ​ວ່າ, ‘ຖ້າ​ພວກເຂົາ​ບໍ່​ເຊື່ອຟັງ​ຖ້ອຍຄຳ​ຂອງ​ໂມເຊ ແລະ​ຂອງ​ພວກ​ຜູ້​ປະກາດ​ພຣະທຳ​ແລ້ວ ເຖິງ​ຈະ​ມີ​ຄົນ​ໜຶ່ງ​ຄືນ​ມາ​ຈາກ​ຕາຍ ພວກເຂົາ​ກໍ​ຍັງ​ຈະ​ບໍ່​ຍອມ​ເຊື່ອ​ເໝືອນກັນ.”’

Currently Selected:

ລູກາ 16: ພຄພ

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in