ລູກາ 15
15
ຄຳອຸປະມາເລື່ອງແກະທີ່ເສຍ
(ມທ 18:12-14)
1ຕໍ່ມາ ພວກຄົນເກັບພາສີແລະຄົນນອກສິນທຳ ເຂົ້າມາໃກ້ພຣະເຢຊູເຈົ້າເພື່ອຟັງພຣະອົງກ່າວ, 2ພວກຟາຣີຊາຍກັບພວກທຳມະຈານກໍເລີ່ມຈົ່ມວ່າ, “ຄົນນີ້ຕ້ອນຮັບຄົນນອກສິນທຳ ແລະຍັງຮ່ວມກິນນຳພວກເຂົາດ້ວຍ” 3ດັ່ງນັ້ນ ພຣະເຢຊູເຈົ້າຈຶ່ງກ່າວຄຳອຸປະມານີ້ສູ່ພວກເຂົາຟັງວ່າ,
4“ມີຄົນໃດແດ່ໃນພວກເຈົ້າມີແກະຢູ່ຮ້ອຍໂຕ ແລະໂຕໜຶ່ງເສຍໄປ ຄົນນັ້ນຈະເຮັດຢ່າງໃດ? ລາວຈະບໍ່ປະເກົ້າສິບເກົ້າໂຕນັ້ນໄວ້ໃນທົ່ງຫຍ້າ ແລະໄປຊອກຫາໂຕທີ່ເສຍນັ້ນຈົນພົບບໍ? 5ເມື່ອພົບແລ້ວ ລາວກໍດີໃຈທີ່ສຸດ ຈຶ່ງຍົກແກະນັ້ນໃສ່ບ່າຂອງຕົນ 6ແລະແບກກັບມາ ເມື່ອຮອດເຮືອນແລ້ວ ລາວກໍເອີ້ນບັນດາມິດສະຫາຍ ແລະເພື່ອນບ້ານຂອງຕົນມາ ແລະເວົ້າວ່າ, ‘ຂ້ອຍດີໃຈຫລາຍ ເພາະຂ້ອຍໄດ້ພົບແກະຂອງຂ້ອຍທີ່ເສຍໄປ ຈົ່ງຮ່ວມກັນສະຫລອງເທາະ.’ 7ໃນທຳນອງດຽວກັນນັ້ນແຫຼະ ເຮົາບອກເຈົ້າທັງຫລາຍວ່າ, ໃນສະຫວັນຈະມີຄວາມຊົມຊື່ນຍິນດີຫລາຍ ທີ່ຄົນບາບຜູ້ໜຶ່ງຖິ້ມໃຈເກົ່າເອົາໃຈໃໝ່ ຫລາຍກວ່າຄົນສິນທຳເກົ້າສິບເກົ້າຄົນ ທີ່ບໍ່ຕ້ອງການຖິ້ມໃຈເກົ່າເອົາໃຈໃໝ່.”
ເງິນຫລຽນທີ່ເສຍ
8“ແລະ ມີຍິງຄົນໜຶ່ງທີ່ມີເງິນຢູ່ສິບຫລຽນ ແລະຫລຽນໜຶ່ງເສຍໄປ ນາງຈະເຮັດຢ່າງໃດ? ນາງຈະບໍ່ໄຕ້ໂຄມ, ກວາດເຮືອນ ແລະຄົ້ນຫາຢ່າງຖ້ວນຖີ່ ຈົນກວ່າຈະພົບບໍ? 9ເມື່ອພົບແລ້ວ ນາງກໍເອີ້ນບັນດາມິດສະຫາຍ ແລະເພື່ອນບ້ານຂອງຕົນມາ ແລະເວົ້າວ່າ ‘ຂ້ອຍດີໃຈຫລາຍ ເພາະຂ້ອຍໄດ້ພົບເງິນຫລຽນຂອງຂ້ອຍທີ່ເສຍໄປ ຈົ່ງມາຮ່ວມຊົມຊື່ນຍິນດີກັບຂ້ອຍເທີ້ນ.’ 10ໃນທຳນອງດຽວກັນນັ້ນແຫຼະ ເຮົາບອກເຈົ້າທັງຫລາຍວ່າ, ຝູງເທວະດາຂອງພຣະເຈົ້າກໍຊົມຊື່ນຍິນດີ ທີ່ມີຄົນບາບຜູ້ໜຶ່ງຖິ້ມໃຈເກົ່າເອົາໃຈໃໝ່.”
ລູກຊາຍທີ່ເສຍ
11ແລ້ວພຣະເຢຊູເຈົ້າກໍກ່າວຕໍ່ໄປວ່າ, “ມີຊາຍຄົນໜຶ່ງມີລູກຊາຍຢູ່ສອງຄົນ. 12ຜູ້ນ້ອງເວົ້າກັບພໍ່ວ່າ, ‘ພໍ່ເອີຍ ຈົ່ງແບ່ງຊັບສິນສ່ວນທີ່ຈະຕົກເປັນຂອງລູກນັ້ນ ໃຫ້ລູກສາ.’ ດັ່ງນັ້ນ ພໍ່ຈຶ່ງໄດ້ແບ່ງຊັບສິນໃຫ້ລູກຊາຍທັງສອງຂອງຕົນ. 13ຕໍ່ມາບໍ່ເທົ່າໃດວັນ ຜູ້ເປັນນ້ອງກໍໄດ້ຮວບຮວມເອົາຊັບສິນ ທີ່ຕົກເປັນສ່ວນຂອງຕົນນັ້ນ ແລະອອກຈາກບ້ານໄປເພື່ອໄປທ່ຽວແດນໄກ ແລະໄດ້ຜານຊັບຂອງຕົນຢູ່ທີ່ນັ້ນ ໃນການຢູ່ກິນຢ່າງຟຸມເຟືອຍ. 14ຫລັງຈາກລາວໄດ້ໃຊ້ຈ່າຍຊັບຈົນໝົດກ້ຽງແລ້ວ ກໍເກີດການອຶດຢາກອັນຮ້າຍແຮງທົ່ວປະເທດ ແລ້ວລາວຕົກຢູ່ໃນຄວາມຂັດສົນ. 15ດັ່ງນັ້ນ ລາວຈຶ່ງໄປຂໍຮັບຈ້າງຢູ່ນຳຄົນໜຶ່ງໃນເມືອງນັ້ນ ແລະຄົນນັ້ນກໍໃຊ້ລາວອອກໄປລ້ຽງໝູທີ່ທົ່ງນາ. 16ລາວຄິດຢາກກິນໝາກຖົ່ວທີ່ໝູກິນໃຫ້ອີ່ມທ້ອງ ແຕ່ບໍ່ມີຜູ້ໃດເອົາໃຫ້ລາວກິນ. 17ໃນທີ່ສຸດ ລາວກໍສຳນຶກຕົວໄດ້ ແລະເວົ້າກັບຕົນເອງວ່າ, ‘ລູກຈ້າງທຸກຄົນຂອງພໍ່ເຮົາ ກໍຍັງມີອາຫານກິນຢ່າງເຫລືອເຟືອ ສ່ວນເຮົາກຳລັງຕາຍຫິວຢູ່ທີ່ນີ້ 18ເຮົາຈະລຸກຂຶ້ນເມືອຫາພໍ່ຂອງເຮົາ ແລະເວົ້າວ່າ, ພໍ່ເອີຍ ລູກໄດ້ເຮັດບາບຕໍ່ສູ້ພຣະເຈົ້າ ແລະຕໍ່ສູ້ພໍ່ແລ້ວ. 19ລູກບໍ່ສົມຄວນທີ່ມີຊື່ວ່າ ເປັນລູກຂອງພໍ່ອີກຕໍ່ໄປ, ແຕ່ຂໍໃຫ້ລູກເປັນເໝືອນລູກຈ້າງຄົນໜຶ່ງຂອງພໍ່.’ 20ດັ່ງນັ້ນ ລາວຈຶ່ງລຸກຂຶ້ນ ຄືນເມືອຫາພໍ່ຂອງຕົນ.
ຂະນະທີ່ຍັງຢູ່ຫ່າງໄກຈາກບ້ານພໍສົມຄວນ ພໍ່ກໍແນມເຫັນລາວ ແລ້ວມີຄວາມເມດຕາສົງສານ ຈຶ່ງແລ່ນອອກໄປກອດລູກໄວ້ດ້ວຍຄວາມຮັກແພງ. 21ຜູ້ເປັນລູກຈຶ່ງເວົ້າວ່າ, ‘ພໍ່ເອີຍ ລູກໄດ້ເຮັດບາບຕໍ່ພຣະເຈົ້າ ແລະຕໍ່ພໍ່ແລ້ວ ລູກບໍ່ສົມຄວນທີ່ມີຊື່ວ່າ, ເປັນລູກຂອງພໍ່ອີກຕໍ່ໄປ.’ 22ແຕ່ຜູ້ເປັນພໍ່ເອີ້ນບັນດາຄົນຮັບໃຊ້ຂອງຕົນມາ ເພິ່ນເວົ້າວ່າ, ‘ໄວໆ ຟ້າວເອົາເຄື່ອງຢ່າງດີທີ່ສຸດມາໃຫ້ລູກຂອງເຮົານຸ່ງ ຈົ່ງເອົາແຫວນມາສວມໃສ່ນິ້ວມື ແລະສຸບເກີບໃສ່ຕີນໃຫ້ລູກຂອງເຮົາ. 23ແລ້ວຈົ່ງໄປເອົາງົວໜຸ່ມໂຕຕຸ້ຍພີດີງາມມາຂ້າ ແລະຈັດງານກິນລ້ຽງ ແລະຮ່ວມກັນຊົມຊື່ນຍິນດີ. 24ດ້ວຍວ່າ, ລູກເຮົາຄົນນີ້ຕາຍແລ້ວ ແຕ່ບັດນີ້ລາວມີຊີວິດຢູ່ ລາວເສຍໄປແລ້ວ ແຕ່ບັດນີ້ເຮົາໄດ້ພົບລາວອີກ.’ ແລະພວກເຂົາກໍໄດ້ຕັ້ງຕົ້ນຊົມຊື່ນຍິນດີ.
25ໃນລະຫວ່າງນັ້ນ ລູກຊາຍຜູ້ກົກກໍຢູ່ທີ່ທົ່ງນາ ເມື່ອກັບມາໃກ້ຈະຮອດເຮືອນແລ້ວ ລາວໄດ້ຍິນສຽງເພງ ແລະສຽງຄົນກຳລັງຟ້ອນລຳ. 26ດັ່ງນັ້ນ ລາວຈຶ່ງໄດ້ເອີ້ນຄົນຮັບໃຊ້ຜູ້ໜຶ່ງມາ ແລະຖາມວ່າ, ‘ມີຫຍັງເກີດຂຶ້ນ?’ 27ຄົນຮັບໃຊ້ຜູ້ນັ້ນຕອບວ່າ, ‘ນ້ອງຊາຍຂອງທ່ານກັບມາແລ້ວ ແລະພໍ່ຂອງທ່ານໄດ້ຂ້າງົວໜຸ່ມໂຕຕຸ້ຍພີດີງາມຕ້ອນຮັບ ເພາະເພິ່ນໄດ້ລາວຄືນມາດ້ວຍຄວາມສະຫວັດດີພາບ.’
28ຝ່າຍອ້າຍກໍໃຈຮ້າຍຫລາຍ ຈົນບໍ່ຍອມເຂົ້າມາໃນເຮືອນ. ດັ່ງນັ້ນ ຜູ້ພໍ່ຈຶ່ງອອກໄປອອຍໃຈໃຫ້ເຂົ້າມາ. 29ແຕ່ລາວໄດ້ຕອບພໍ່ວ່າ, ‘ເບິ່ງແມ! ລູກໄດ້ເຮັດວຽກໃຫ້ພໍ່ດັ່ງທາດຕະຫລອດມາຫລາຍປີ ແລະລູກບໍ່ເຄີຍຝ່າຝືນຄຳສັ່ງຂອງພໍ່ຈັກເທື່ອ ແຕ່ພໍ່ຍັງບໍ່ໃຫ້ແມ່ນແຕ່ລູກແກະໂຕດຽວ ເພື່ອຈັດງານລ້ຽງໃຫ້ໝູ່ເພື່ອນມາຮ່ວມຊົມຊື່ນຍິນດີ. 30ແຕ່ເມື່ອລູກຊາຍຂອງພໍ່ຄົນນີ້ ຜູ້ທີ່ໄດ້ຜານຊັບສິນຂອງພໍ່ດ້ວຍການຄົບຫາກັບພວກຍິງໂສເພນີ ກັບຄືນມາແລ້ວ ພໍ່ກໍຍັງຂ້າງົວເຖິກໂຕດີທີ່ສຸດ ຈັດງານລ້ຽງໃຫ້ມັນ.’ 31ພໍ່ຕອບວ່າ, ‘ລູກເອີຍ ເຈົ້າຢູ່ກັບພໍ່ທີ່ນີ້ສະເໝີ ແລະທຸກໆສິ່ງທີ່ພໍ່ມີກໍເປັນຂອງເຈົ້າ. 32ແຕ່ພວກເຮົາສົມຄວນຮ່ວມຊົມຊື່ນຍິນດີ ເພາະນ້ອງຂອງເຈົ້າຄົນນີ້ຕາຍແລ້ວ ແຕ່ບັດນີ້ມີຊີວິດຢູ່ ລາວເສຍໄປແລ້ວ ແຕ່ບັດນີ້ ຍັງໄດ້ພົບອີກ.”’
Currently Selected:
ລູກາ 15: ພຄພ
Highlight
Share
Copy
Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.