ລູກາ 13
13
ຖ້າບໍ່ຖິ້ມໃຈເກົ່າເອົາໃຈໃໝ່ຕ້ອງຈິບຫາຍ
1ໃນຂະນະນັ້ນ ມີບາງຄົນໃນທີ່ນັ້ນ ໄດ້ເລົ່າສູ່ພຣະເຢຊູເຈົ້າຟັງ ເຖິງເລື່ອງຊາວຄາລີເລທີ່ຖືກປີລາດຂ້າ ເອົາເລືອດຂອງເຂົາປົນກັບເຄື່ອງຖວາຍບູຊາແກ່ພຣະເຈົ້າ. 2ພຣະເຢຊູເຈົ້າຕອບພວກເຂົາວ່າ, “ພວກເຈົ້າຄິດວ່າ ຊາວຄາລີເລເຫຼົ່ານັ້ນ ເປັນຄົນບາບຫລາຍກວ່າຊາວຄາລີເລພວກອື່ນໆທັງໝົດ ເພາະພວກເຂົາໄດ້ຖືກຂ້າຢ່າງໂຫດຮ້າຍເຊັ່ນນັ້ນບໍ? 3ບໍ່ແມ່ນດອກ ເຮົາບອກເຈົ້າທັງຫລາຍວ່າ ຖ້າພວກເຈົ້າບໍ່ຖິ້ມໃຈເກົ່າເອົາໃຈໃໝ່ ພວກເຈົ້າກໍຈະຈິບຫາຍໄປເໝືອນກັນ. 4ທັງພວກສິບແປດຄົນໃນສີໂລອາມ ທີ່ປ້ອມເຈື່ອນທັບຕາຍນັ້ນເດ? ພວກເຈົ້າກໍຄິດວ່າ ພວກເຂົາເປັນຄົນເຮັດຜິດຫລາຍກວ່າປະຊາຊົນອື່ນໆທັງໝົດ ທີ່ຢູ່ໃນນະຄອນເຢຣູຊາເລັມຊັ້ນບໍ? 5ບໍ່ແມ່ນດອກ ເຮົາບອກພວກເຈົ້າວ່າ ຖ້າພວກເຈົ້າທັງໝົດບໍ່ຖິ້ມໃຈເກົ່າເອົາໃຈໃໝ່ ພວກເຈົ້າກໍຈະຈິບຫາຍໄປເໝືອນກັນ.”
ຄຳອຸປະມາເລື່ອງຕົ້ນເດື່ອເທດ ທີ່ບໍ່ເກີດຜົນ
6ແລ້ວພຣະເຢຊູເຈົ້າກໍໄດ້ກ່າວຄຳອຸປະມານີ້ສູ່ພວກເຂົາຟັງວ່າ, “ຍັງມີຊາຍຄົນໜຶ່ງ ທີ່ມີຕົ້ນເດື່ອເທດຕົ້ນໜຶ່ງ ໃນສວນອະງຸ່ນຂອງຕົນ, ລາວໄປຊອກຫາໝາກເດື່ອໃນຕົ້ນນັ້ນ ກໍບໍ່ພົບເຫັນເລີຍ. 7ດັ່ງນັ້ນ ລາວຈຶ່ງເວົ້າກັບຄົນຮັກສາສວນວ່າ, ‘ເບິ່ງແມ! ເປັນເວລາສາມປີແລ້ວ ທີ່ຂ້ອຍມາຊອກຫາໝາກເດື່ອໃນຕົ້ນນີ້ ແລະຂ້ອຍກໍບໍ່ພົບເຫັນເລີຍ ຈົ່ງປໍ້າມັນຖິ້ມເສຍ ຈະເອົາໄວ້ໃຫ້ຮົກດິນລ້າໆເຮັດຫຍັງ?’ 8ແຕ່ຄົນຮັກສາສວນນັ້ນຕອບວ່າ, ‘ທ່ານເອີຍ ຂໍປະໄວ້ປີນີ້ກ່ອນ ຂ້ານ້ອຍຈະຂຸດດິນອ້ອມ ແລະເອົາຝຸ່ນໃສ່. 9ປີໜ້າ ຖ້າມັນເກີດໝາກກໍຈະເປັນການດີຫລາຍ ຖ້າບໍ່ເກີດໝາກ ທ່ານຈົ່ງປໍ້າມັນຖິ້ມເສຍ.”’
ພຣະເຢຊູເຈົ້າຊົງໂຜດຍິງຫລັງກົ່ງໃນວັນຊະບາໂຕ
10ໃນວັນຊະບາໂຕວັນໜຶ່ງ ພຣະເຢຊູເຈົ້າກຳລັງສັ່ງສອນຢູ່ໃນທຳມະສາລາແຫ່ງໜຶ່ງ. 11ໃນທີ່ນັ້ນ ມີຍິງຄົນໜຶ່ງທີ່ຜີຊົ່ວຮ້າຍເຂົ້າສິງ ມັນເຮັດໃຫ້ນາງເຈັບໂຊມາໄດ້ສິບແປດປີແລ້ວ ນາງເປັນຫລັງກົ່ງແລະຢືນຊື່ບໍ່ໄດ້. 12ເມື່ອພຣະເຢຊູເຈົ້າເຫັນຈຶ່ງເອີ້ນນາງມາ ແລະກ່າວວ່າ, “ນາງເອີຍ ເຈົ້າພົ້ນຈາກພະຍາດໂຣຄາຂອງເຈົ້າແລ້ວ.” 13ພຣະອົງວາງມືໃສ່ນາງ ໃນທັນໃດນັ້ນ ນາງກໍຢືນຊື່ໄດ້ ແລະນາງຈຶ່ງກ່າວສັນລະເສີນພຣະເຈົ້າ.
14ແຕ່ຫົວໜ້າທຳມະສາລາຊໍ້າພັດເຄືອງໃຈ ທີ່ພຣະເຢຊູເຈົ້າຊົງໂຜດຮັກສາໃຫ້ດີພະຍາດໃນວັນຊະບາໂຕ. ດັ່ງນັ້ນ ເພິ່ນຈຶ່ງກ່າວແກ່ປະຊາຊົນວ່າ, “ມີຫົກວັນທີ່ພວກເຮົາຄວນເຮັດວຽກງານ ຈົ່ງມາຮັບການຮັກສາໃນຫົກວັນນັ້ນ ແຕ່ຢ່າມາໃນວັນຊະບາໂຕ.”
15ແລ້ວອົງພຣະຜູ້ເປັນເຈົ້າຊົງຕອບເພິ່ນວ່າ, “ພວກເຈົ້າ ຄົນໜ້າຊື່ໃຈຄົດເອີຍ ພວກເຈົ້າແຕ່ລະຄົນບໍ່ເຄີຍແກ້ງົວ ຫລືລໍຂອງຕົນ ແລະຈູງອອກຈາກຄອກໄປກິນນໍ້າໃນວັນຊະບາໂຕບໍ? 16ສ່ວນຍິງຄົນນີ້ ກໍເປັນລູກຫລານຂອງອັບຣາຮາມ ທີ່ມານຊາຕານຜູກມັດໄວ້ເປັນເວລາສິບແປດປີແລ້ວ ບໍ່ສົມຄວນບໍ ທີ່ຕ້ອງແກ້ນາງໃຫ້ຫລຸດຈາກເຄື່ອງຜູກມັດນີ້ ໃນວັນຊະບາໂຕ?” 17ຄຳຕອບຂອງພຣະອົງ ເຮັດໃຫ້ພວກທີ່ຕໍ່ສູ້ພຣະອົງອັບອາຍຂາຍໜ້າຫລາຍ ສ່ວນປະຊາຊົນຕ່າງກໍຊົມຊື່ນຍິນດີ ເພາະສິ່ງອັດສະຈັນທັງຫລາຍທີ່ພຣະອົງໄດ້ກະທຳ.
ຄຳອຸປະມາເລື່ອງແກ່ນຜັກກາດ
(ມທ 13:31-32; ມຣກ 4:30-32)
18ແລ້ວພຣະເຢຊູເຈົ້າກໍຖາມວ່າ, “ຣາຊອານາຈັກຂອງພຣະເຈົ້າເໝືອນກັບສິ່ງໃດ? ແລະເຮົາຈະປຽບຣາຊອານາຈັກນັ້ນໃສ່ກັບສິ່ງໃດ? 19ກໍເໝືອນກັບແກ່ນຜັກກາດເມັດໜຶ່ງ ຊຶ່ງຊາຍຄົນໜຶ່ງເອົາໄປຫວ່ານໃນສວນຂອງຕົນ ພືດນັ້ນກໍໃຫຍ່ຂຶ້ນກາຍເປັນກົກ ແລະຝູງນົກກໍມາເຮັດຮັງໃສ່ກິ່ງກ້ານຂອງມັນ.”
ຄຳອຸປະມາເລື່ອງເຊື້ອແປ້ງ
(ມທ 13:33)
20ແລ້ວພຣະເຢຊູເຈົ້າກໍກ່າວອີກວ່າ, “ເຮົາຈະປຽບຣາຊອານາຈັກຂອງພຣະເຈົ້າເໝືອນກັບສິ່ງໃດ? 21ກໍເໝືອນກັບເຊື້ອແປ້ງ ທີ່ຍິງຄົນໜຶ່ງເອົາປົນໃສ່ໃນແປ້ງສາມຜອງ ຈົນແປ້ງທັງໝົດນັ້ນຟູຂຶ້ນ.”
ເລື່ອງປະຕູຄັບແຄບ
(ມທ 7:13-14,21-23)
22ຂະນະທີ່ພຣະເຢຊູເຈົ້າເດີນທາງໄປສູ່ນະຄອນເຢຣູຊາເລັມນັ້ນ ພຣະອົງໄດ້ຜ່ານໄປຕາມບ້ານເມືອງຕ່າງໆ ແລະສັ່ງສອນປະຊາຊົນ. 23ມີຄົນໜຶ່ງຖາມພຣະອົງວ່າ, “ທ່ານເອີຍ ຜູ້ທີ່ຈະພົ້ນນັ້ນມີພຽງໜ້ອຍຄົນບໍ?”
ພຣະເຢຊູເຈົ້າຕອບວ່າ, 24“ຈົ່ງເອົາໃຈໃສ່ແຂ່ງຂັນກັນເຂົ້າທາງປະຕູຄັບແຄບ ເພາະເຮົາບອກພວກເຈົ້າວ່າ, ມີຫລາຍຄົນທີ່ຈະພະຍາຍາມເຂົ້າໄປ ແຕ່ຈະບໍ່ສາມາດເຂົ້າໄປໄດ້. 25ເມື່ອເຈົ້າຂອງເຮືອນລຸກຂຶ້ນແລະອັດປະຕູແລ້ວ ເຈົ້າທັງຫລາຍກໍຈະຢືນຢູ່ຂ້າງນອກ ເລີ່ມເອີ້ນເພິ່ນທັງເຄາະປະຕູ ແລະວິງວອນຂໍວ່າ, ‘ພຣະອົງເຈົ້າເອີຍ ໂຜດໄຂປະຕູໃຫ້ພວກຂ້ານ້ອຍແດ່ທ້ອນ.’ ແລ້ວເພິ່ນກໍຈະຕອບເຈົ້າທັງຫລາຍວ່າ, ‘ເຮົາບໍ່ຮູ້ຈັກພວກເຈົ້າ ແລະບໍ່ຮູ້ວ່າພວກເຈົ້າມາແຕ່ໃສ!’ 26ແລ້ວພວກເຈົ້າກໍຈະຕອບວ່າ, ‘ພວກຂ້ານ້ອຍເຄີຍກິນແລະດື່ມກັບພຣະອົງ ພຣະອົງເຄີຍສັ່ງສອນໃນບ້ານເມືອງຂອງພວກຂ້ານ້ອຍ.’ 27ຝ່າຍເຈົ້າຂອງເຮືອນຍັງຈະຕອບວ່າ, ‘ເຮົາບໍ່ຮູ້ຈັກພວກເຈົ້າ ແລະບໍ່ຮູ້ວ່າພວກເຈົ້າມາແຕ່ໃສ ຈົ່ງຖອຍໜີໄປຈາກເຮົາ ພວກເຈົ້າທຸກຄົນທີ່ເຮັດການອັນບໍ່ຊອບທຳເອີຍ!’ 28ຈາກນັ້ນ ພວກເຈົ້າຈະຮ້ອງໄຫ້ ແລະຂົບແຂ້ວຄ້ຽວຟັນ ເມື່ອພວກເຈົ້າເຫັນອັບຣາຮາມ, ອີຊາກ ແລະ ຢາໂຄບ ຕະຫລອດທັງຜູ້ທຳນວາຍທຸກຄົນໃນອານາຈັກຂອງພຣະເຈົ້າ, ແຕ່ຝ່າຍພວກເຈົ້າຈະຖືກຊັດຖິ້ມອອກໄປ. 29ຈະມີຄົນມາຈາກທິດຕາເວັນອອກ ທິດຕາເວັນຕົກ ທິດເໜືອ ແລະທິດໃຕ້ ມານັ່ງລົງຮ່ວມໂຕະງານກິນລ້ຽງໃນອານາຈັກຂອງພຣະເຈົ້າ. 30ແລະ ເບິ່ງແມ! ພວກທີ່ເປັນຜູ້ປາຍ ຈະກາຍເປັນຜູ້ຕົ້ນ ແລະພວກທີ່ເປັນຜູ້ຕົ້ນ ຈະກັບເປັນຜູ້ປາຍ.”
ພຣະເຢຊູເຈົ້າເສຍໃຈນຳນະຄອນເຢຣູຊາເລັມ
(ມທ 23:37-39)
31ໃນເວລາດຽວກັນນັ້ນ ກໍມີພວກຟາຣີຊາຍບາງຄົນໄດ້ມາເວົ້າຕໍ່ພຣະອົງວ່າ, “ໃຫ້ທ່ານອອກໜີໄປຈາກທີ່ນີ້ເສຍ ເພາະກະສັດເຮໂຣດຢາກປະຫານຊີວິດທ່ານ.”
32ພຣະອົງຊົງຕອບພວກເຂົາວ່າ, “ຈົ່ງໄປບອກໝາຈິກຈອກໂຕນັ້ນວ່າ, ‘ມື້ນີ້ ແລະມື້ອື່ນເຮົາຈະຂັບໄລ່ມານຮ້າຍ ແລະເຮັດໃຫ້ຄົນຫາຍດີພະຍາດ ແລະໃນວັນທີສາມ ເຮົາຈະສຳເລັດພາລະກິດຂອງເຮົາ.’ 33ແຕ່ເຖິງຢ່າງໃດກໍຕາມ ເຮົາຈະຕ້ອງເດີນທາງໄປໃນມື້ນີ້ ມື້ອື່ນ ແລະມື້ຮື ເພາະບໍ່ເປັນການສົມຄວນທີ່ຜູ້ປະກາດພຣະທຳ ຕ້ອງຖືກຂ້ານອກນະຄອນເຢຣູຊາເລັມ.”
34“ໂອ ເຢຣູຊາເລັມ ເຢຣູຊາເລັມເອີຍ ເຈົ້າໄດ້ຂ້າບັນດາຜູ້ປະກາດພຣະທຳ ເຈົ້າໄດ້ແກວ່ງກ້ອນຫີນໃສ່ພວກທີ່ຮັບໃຊ້ມາຫາເຈົ້າ ຫລາຍເທື່ອແລ້ວ ທີ່ເຮົາປາຖະໜາ ອ້າແຂນໂອບກອດປະຊາຊົນທັງໝົດຂອງເຈົ້າໄວ້ ເໝືອນແມ່ໄກ່ຮວບຮວມລູກໄວ້ໃຕ້ປີກຂອງມັນ ແຕ່ພວກເຈົ້າຊໍ້າພັດບໍ່ຍິນຍອມ 35ດັ່ງນັ້ນ ເຮືອນຂອງພວກເຈົ້າຈະຖືກປະຖິ້ມ ແລະຮ້າງເປົ່າ ເຮົາບອກເຈົ້າທັງຫລາຍຕາມຄວາມຈິງວ່າ ພວກເຈົ້າຈະບໍ່ເຫັນເຮົາອີກ ຈົນກວ່າພວກເຈົ້າຈະອອກປາກເວົ້າວ່າ, ‘ຂໍໃຫ້ທ່ານຜູ້ສະເດັດມາໃນນາມຂອງອົງພຣະຜູ້ເປັນເຈົ້າ ຈົ່ງຊົງພຣະຈະເລີນ.”’
Currently Selected:
ລູກາ 13: ພຄພ
Highlight
Share
Copy
Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.