ໂຢຮັນ 13
13
ພຣະເຢຊູເຈົ້າຊົງລ້າງຕີນພວກສາວົກ
1ກ່ອນເຖິງວັນເທດສະການປັດສະຄາ ພຣະເຢຊູເຈົ້າຮູ້ດີວ່າ ເວລາທີ່ພຣະອົງຈະຈາກໂລກນີ້ ໄປຫາພຣະບິດາເຈົ້າກໍມາເຖິງແລ້ວ ພຣະອົງຮັກພວກຂອງພຣະອົງຢູ່ໃນໂລກນີ້ ແລະພຣະອົງຮັກພວກເຂົາຈົນເຖິງທີ່ສຸດ.
2ເມື່ອພຣະເຢຊູເຈົ້າກັບພວກສາວົກຂອງພຣະອົງ ກຳລັງຮ່ວມຮັບປະທານອາຫານຢູ່ນັ້ນ ມານຮ້າຍໄດ້ເຂົ້າສິງຢູ່ໃນໃຈຂອງຢູດາອິດສະກາຣີອົດ ລູກຊາຍຂອງຊີໂມນ ໃຫ້ມີຄວາມຄິດທໍລະຍົດຕໍ່ພຣະເຢຊູເຈົ້າ. 3ພຣະເຢຊູເຈົ້າຮູ້ວ່າ ພຣະບິດາເຈົ້າໄດ້ມອບທຸກສິ່ງໃຫ້ຢູ່ໃຕ້ອຳນາດຂອງພຣະອົງ ແລະຮູ້ວ່າພຣະອົງເອງມາຈາກພຣະເຈົ້າ ແລະ ກຳລັງຈະກັບເມືອຫາພຣະເຈົ້າ. 4ດັ່ງນັ້ນ ພຣະອົງຈຶ່ງລຸກຂຶ້ນຈາກພາເຂົ້າ ແລ້ວແກ້ເສື້ອຊັ້ນນອກອອກ ແລະໃຊ້ຜ້າມັດແອວ. 5ແລ້ວພຣະອົງກໍຖອກນໍ້າໃສ່ຊາມ ແລະເລີ່ມລ້າງຕີນຂອງພວກສາວົກ ແລະເຊັດຕີນຂອງພວກເພິ່ນດ້ວຍຜ້າມັດແອວນັ້ນ. 6ເມື່ອພຣະອົງມາຮອດຊີໂມນເປໂຕ ເພິ່ນຈຶ່ງຖາມພຣະອົງວ່າ, “ພຣະອົງເຈົ້າເອີຍ ພຣະອົງຈະລ້າງຕີນໃຫ້ຂ້ານ້ອຍຊັ້ນບໍ?”
7ພຣະເຢຊູເຈົ້າຕອບເພິ່ນວ່າ, “ເຈົ້າບໍ່ເຂົ້າໃຈໃນສິ່ງທີ່ເຮົາເຮັດຢູ່ດຽວນີ້, ແຕ່ເຈົ້າຈະເຂົ້າໃຈຕາມພາຍຫລັງ.”
8ເປໂຕຕອບວ່າ, “ພຣະອົງຈະລ້າງຕີນຂ້ານ້ອຍບໍ່ໄດ້ຈັກເທື່ອ.”
ພຣະເຢຊູເຈົ້າຕອບວ່າ, “ຖ້າເຮົາບໍ່ລ້າງຕີນເຈົ້າ ເຈົ້າກໍບໍ່ໄດ້ມີສ່ວນໃນເຮົາ.”
9ຊີໂມນເປໂຕຕອບພຣະອົງວ່າ, “ຖ້າເປັນດັ່ງນັ້ນ ພຣະອົງເຈົ້າເອີຍ ບໍ່ແມ່ນແຕ່ຕີນເທົ່ານັ້ນ ລ້າງທັງມືແລະຫົວຂອງຂ້ານ້ອຍນຳດ້ວຍ.”
10ພຣະເຢຊູເຈົ້າກ່າວຕໍ່ເພິ່ນວ່າ, “ຜູ້ທີ່ໄດ້ອາບນໍ້າແລ້ວ ບໍ່ຈຳເປັນຕ້ອງລ້າງຕົວອີກ ລ້າງແຕ່ຕີນເທົ່ານັ້ນກໍພໍ. ພວກເຈົ້າກໍເປັນຄົນສະອາດແລ້ວ, ແຕ່ບໍ່ແມ່ນໝົດທຸກຄົນ.” 11ພຣະອົງຮູ້ແລ້ວວ່າແມ່ນຜູ້ໃດຈະທໍລະຍົດຕໍ່ພຣະອົງ. ສະນັ້ນ ພຣະອົງຈຶ່ງກ່າວວ່າ, “ພວກເຈົ້າເປັນຄົນສະອາດແລ້ວ ແຕ່ບໍ່ແມ່ນໝົດທຸກຄົນ.”
12ຫລັງຈາກທີ່ພຣະອົງໄດ້ລ້າງຕີນຂອງພວກເພິ່ນແລ້ວ ພຣະອົງກໍເອົາເສື້ອຊັ້ນນອກມານຸ່ງຄືນ ແລະກັບໄປທີ່ພາເຂົ້າ ແລ້ວພຣະອົງຖາມພວກເພິ່ນວ່າ, “ພວກເຈົ້າເຂົ້າໃຈເຖິງສິ່ງທີ່ເຮົາຫາກໍເຮັດຕໍ່ພວກເຈົ້ານີ້ແລ້ວບໍ? 13ພວກເຈົ້າເອີ້ນເຮົາວ່າ ພຣະອາຈານ ແລະພຣະອົງເຈົ້າ ພວກເຈົ້າເອີ້ນຖືກຕ້ອງແລ້ວ ເພາະເຮົາເປັນຢ່າງນັ້ນແທ້. 14ດັ່ງນັ້ນ ຖ້າເຮົາຜູ້ເປັນພຣະອົງເຈົ້າ ແລະພຣະອາຈານໄດ້ລ້າງຕີນໃຫ້ພວກເຈົ້າສັນໃດ ພວກເຈົ້າກໍຄວນລ້າງຕີນໃຫ້ກັນແລະກັນສັນນັ້ນ. 15ດ້ວຍວ່າ, ເຮົາໄດ້ວາງແບບຢ່າງໄວ້ໃຫ້ພວກເຈົ້າແລ້ວ ເພື່ອໃຫ້ພວກເຈົ້າເຮັດເໝືອນດັ່ງທີ່ເຮົາໄດ້ເຮັດແກ່ພວກເຈົ້ານັ້ນ. 16ເຮົາບອກເຈົ້າທັງຫລາຍຕາມຄວາມຈິງວ່າ, ຄົນໃຊ້ບໍ່ຫ່ອນໃຫຍ່ກວ່ານາຍຂອງຕົນ ແລະຜູ້ທີ່ຖືກໃຊ້ໄປກໍບໍ່ຫ່ອນໃຫຍ່ກວ່າຜູ້ທີ່ໄດ້ໃຊ້ຕົນໄປນັ້ນ. 17ເມື່ອເຈົ້າທັງຫລາຍຮູ້ຄວາມຈິງນີ້ແລ້ວ ພວກເຈົ້າເຮັດຕາມ ພວກເຈົ້າກໍເປັນສຸກ.
18ເຮົາບໍ່ໄດ້ກ່າວເຖິງພວກເຈົ້າທຸກຄົນ ເຮົາຮູ້ຈັກຜູ້ທີ່ເຮົາໄດ້ເລືອກໄວ້ນັ້ນ, ແຕ່ຈະເປັນຈິງຕາມພຣະຄຳພີໄດ້ກ່າວໄວ້ວ່າ, ‘ຜູ້ທີ່ກິນອາຫານຂອງເຮົາ ກໍຍໍສົ້ນຕີນໃສ່ເຮົາ.’ 19ເຮົາບອກພວກເຈົ້າໃນເລື່ອງນີ້ກ່ອນເຫດການຈະເກີດຂຶ້ນ ເພື່ອວ່າເມື່ອເກີດຂຶ້ນແລ້ວ ພວກເຈົ້າຈະເຊື່ອວ່າ, ‘ເຮົາເປັນຜູ້ທີ່ເຮົາເປັນ.’ 20ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຜູ້ໃດທີ່ຕ້ອນຮັບຜູ້ທີ່ເຮົາໃຊ້ໄປ ກໍຕ້ອນຮັບເຮົາເໝືອນກັນ ແລະຜູ້ໃດທີ່ຕ້ອນຮັບເຮົາ ກໍຕ້ອນຮັບພຣະອົງຜູ້ທີ່ໃຊ້ເຮົາມາ.”
ພຣະເຢຊູເຈົ້າຊົງທຳນວາຍວ່າ ຢູດາຈະມອບພຣະອົງໄວ້
(ມທ 26:20-25; ມຣກ 14:17-21; ລກ 22:21-23)
21ຫລັງຈາກທີ່ພຣະເຢຊູເຈົ້າກ່າວດັ່ງນີ້ແລ້ວ ພຣະອົງກໍວຸ້ນວາຍໃນໃຈ ແລະກ່າວຢ່າງເປີດເຜີຍວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ‘ມີຜູ້ໜຶ່ງໃນພວກເຈົ້າຈະທໍລະຍົດຕໍ່ເຮົາ.”’
22ພວກສາວົກແນມເບິ່ງໜ້າກັນແລະກັນ ສົງໄສວ່າຄົນທີ່ພຣະອົງກ່າວເຖິງນັ້ນໝາຍເຖິງຜູ້ໃດ. 23ມີຄົນໜຶ່ງໃນພວກສາວົກທີ່ພຣະອົງຊົງຮັກນັ່ງເນີ້ງຕົວອີງພຣະເຢຊູເຈົ້າ. 24ຊີໂມນເປໂຕຍິກໜ້າໃສ່ລາວ ແລ້ວເວົ້າວ່າ, “ຖາມເພິ່ນເບິ່ງດູວ່າ ເພິ່ນກ່າວເຖິງຜູ້ໃດ?”
25ສະນັ້ນ ສາວົກຄົນທີ່ນັ່ງເນີ້ງຕົວອີງພຣະອົງຢູ່ ຈຶ່ງຖາມພຣະອົງວ່າ, “ພຣະອົງເຈົ້າເອີຍ ແມ່ນຜູ້ໃດ?”
26ພຣະເຢຊູເຈົ້າຕອບເພິ່ນວ່າ, “ເຮົາຈະເອົາເຂົ້າຈີ່ຕ່ອນນີ້ຈໍ້າແລ້ວຍື່ນໃຫ້ຜູ້ໃດ ກໍແມ່ນຜູ້ນັ້ນແຫຼະ.” ເມື່ອຈໍ້າເຂົ້າຈີ່ຕ່ອນນັ້ນແລ້ວ ກໍຍື່ນໃຫ້ຢູດາ ລູກຊາຍຂອງຊີໂມນອິດສະກາຣີອົດ. 27ພໍຢູດາກິນເຂົ້າຈີ່ນີ້ແລ້ວ ມານຊາຕານກໍເຂົ້າສິງໃນໃຈລາວ ພຣະເຢຊູເຈົ້າບອກຢູດາວ່າ, “ຈົ່ງຟ້າວເຮັດ ສິ່ງທີ່ເຈົ້າກຳລັງຈະເຮັດນັ້ນສາ.” 28ບໍ່ມີຜູ້ໃດທີ່ນັ່ງຮ່ວມໂຕະເຂົ້າໃຈວ່າ ເປັນຫຍັງພຣະອົງຈຶ່ງກ່າວແກ່ລາວຢ່າງນັ້ນ. 29ຍ້ອນຢູດາເປັນຜູ້ຖືຖົງເງິນ ສາວົກບາງຄົນຈຶ່ງຄິດວ່າ ພຣະເຢຊູເຈົ້າບອກໃຫ້ລາວໄປຊື້ສິ່ງຂອງຈຳເປັນສຳລັບເທດສະການ ຫລືໃຫ້ລາວເອົາເຄື່ອງຂອງໄປໃຫ້ຄົນຍາກຈົນ.
30ເມື່ອຢູດາໄດ້ຮັບເຂົ້າຈີ່ຕ່ອນນັ້ນແລ້ວ ລາວກໍອອກໜີໄປທັນທີ ຂະນະນັ້ນເປັນເວລາກາງຄືນ.
ກົດບັນຍັດຂໍ້ໃໝ່
31ເມື່ອຢູດາອອກໄປແລ້ວ ພຣະເຢຊູເຈົ້າກ່າວວ່າ, “ບັດນີ້ ບຸດມະນຸດໄດ້ຮັບກຽດຕິຍົດແລ້ວ ແລະພຣະເຈົ້າກໍຮັບກຽດຕິຍົດເພາະບຸດມະນຸດ. 32ຖ້າພຣະເຈົ້າຊົງຮັບກຽດຕິຍົດເພາະບຸດມະນຸດ ພຣະເຈົ້າຈະປະທານໃຫ້ບຸດມະນຸດມີກຽດຕິຍົດຮ່ວມກັບພຣະອົງ ແລະຈະໃຫ້ມີກຽດຕິຍົດໃນບັດນີ້. 33ລູກນ້ອຍທັງຫລາຍຂອງເຮົາເອີຍ ເຮົາຍັງຈະຢູ່ກັບພວກເຈົ້າອີກບໍ່ດົນ ພວກເຈົ້າຈະຊອກຫາເຮົາ ແລະເໝືອນເຮົາໄດ້ບອກພວກເຈົ້ານາຍຢິວວ່າ, ‘ບ່ອນທີ່ເຮົາໄປນັ້ນ ພວກເຈົ້າໄປບໍ່ໄດ້.’ 34ບັດນີ້ ເຮົາມອບກົດບັນຍັດຂໍ້ໃໝ່ໃຫ້ພວກເຈົ້າຄື: ຈົ່ງຮັກຊຶ່ງກັນແລະກັນ ເຮົາຮັກພວກເຈົ້າຢ່າງໃດ ພວກເຈົ້າກໍຈົ່ງຮັກຊຶ່ງກັນແລະກັນຢ່າງນັ້ນ. 35ຖ້າພວກເຈົ້າຮັກຊຶ່ງກັນແລະກັນ ທຸກຄົນກໍຈະຮູ້ວ່າພວກເຈົ້າເປັນສາວົກຂອງເຮົາ.”
ພຣະເຢຊູເຈົ້າກ່າວລ່ວງໜ້າວ່າເປໂຕຈະປະຕິເສດພຣະອົງ
(ມທ 26:31-35; ມຣກ 14:27-31; ລກ 22:31-34)
36ແລ້ວຊີໂມນເປໂຕກໍຖາມພຣະອົງວ່າ, “ພຣະອົງເຈົ້າເອີຍ ພຣະອົງຈະໄປໃສ?”
ພຣະເຢຊູເຈົ້າຕອບວ່າ, “ບ່ອນທີ່ເຮົາກຳລັງຈະໄປເວລານີ້ນັ້ນ ເຈົ້າຕາມໄປບໍ່ໄດ້ ແຕ່ພາຍຫລັງເຈົ້າຈຶ່ງຈະຕາມເຮົາໄປ.”
37ເປໂຕຖາມພຣະອົງວ່າ, “ພຣະອົງເຈົ້າເອີຍ ເປັນຫຍັງຂ້ານ້ອຍຈຶ່ງຕາມພຣະອົງໄປເວລານີ້ບໍ່ໄດ້? ຂ້ານ້ອຍພ້ອມແລ້ວທີ່ຈະຕາຍເພື່ອພຣະອົງ.”
38ພຣະເຢຊູເຈົ້າຕອບວ່າ, “ເຈົ້າຈະຕາຍເພື່ອເຮົາແທ້ບໍ? ເຮົາບອກເຈົ້າຕາມຄວາມຈິງວ່າ, ກ່ອນໄກ່ຂັນ ເຈົ້າຈະປະຕິເສດວ່າ ບໍ່ຮູ້ຈັກເຮົາເຖິງສາມເທື່ອ.”
Currently Selected:
ໂຢຮັນ 13: ພຄພ
Highlight
Share
Copy
Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.