ປະຖົມມະການ 9
9
ພຣະເຈົ້າໄດ້ເຮັດພັນທະສັນຍາແກ່ໂນອາ
1ພຣະເຈົ້າໄດ້ອວຍພອນແກ່ໂນອາ ແລະພວກລູກຊາຍທັງສາມຄົນຂອງລາວວ່າ, “ຈົ່ງມີລູກຫລານໃຫ້ມາກຫລາຍ ເພື່ອວ່າເຊື້ອສາຍຂອງເຈົ້າຈະມີຊີວິດຢູ່ທົ່ວເທິງແຜ່ນດິນໂລກນີ້. 2ສັດທຸກຊະນິດ, ນົກທຸກໂຕ, ສັດເລືອຄານ ແລະປາທຸກຊະນິດຈະມີຊີວິດຢູ່ໂດຍຢ້ານກົວພວກເຈົ້າ. 3ບັດນີ້ ເຈົ້າກິນສັດນັ້ນ ແລະພືດໃບຂຽວໄດ້ ເພາະເຮົາໄດ້ໃຫ້ສິ່ງເຫຼົ່ານີ້ແກ່ພວກເຈົ້າເປັນອາຫານ. 4ແຕ່ມີສິ່ງໜຶ່ງທີ່ເຈົ້າບໍ່ຕ້ອງກິນຄື: ຊີ້ນທີ່ມີເລືອດ; ເພາະເລືອດແມ່ນຫລັກສຳຄັນແຫ່ງຊີວິດ. 5ຖ້າຜູ້ໃດທຳລາຍຊີວິດມະນຸດ ຜູ້ນັ້ນຈະຖືກລົງໂທດ. ສັດທຸກໂຕທີ່ທຳລາຍຊີວິດມະນຸດ ຈະຖືກລົງໂທດເຖິງແກ່ຄວາມຕາຍ. 6ມະນຸດໄດ້ຖືກສ້າງໃຫ້ມີຮູບລັກສະນະຂອງພຣະເຈົ້າ; ສະນັ້ນ ຜູ້ໃດກໍຕາມທີ່ຂ້າເພື່ອນມະນຸດ ກໍຈະຖືກເພື່ອນມະນຸດຄົນອື່ນຂ້າເໝືອນກັນ.
7ຈົ່ງມີລູກຫລານໃຫ້ມາກຫລາຍ ເພື່ອວ່າເຊື້ອສາຍຂອງເຈົ້າຈະມີຊີວິດຢູ່ທົ່ວໄປເທິງແຜ່ນດິນໂລກ.”
8ພຣະເຈົ້າໄດ້ກ່າວແກ່ໂນອາ ແລະພວກລູກຊາຍຂອງລາວວ່າ, 9“ບັດນີ້ ເຮົາເຮັດພັນທະສັນຍາຕໍ່ພວກເຈົ້າພ້ອມກັບເຊື້ອສາຍຂອງພວກເຈົ້າ 10ແລະທຸກສິ່ງທີ່ມີຊີວິດເຊັ່ນ: ນົກທຸກຊະນິດ ແລະສັດທຸກຊະນິດ ຄືທຸກໆສິ່ງທີ່ອອກມາຈາກເຮືອນຳເຈົ້ານັ້ນ. 11ດ້ວຍຖ້ອຍຄຳດັ່ງຕໍ່ໄປນີ້ ເຮົາຈຶ່ງຕັ້ງພັນທະສັນຍາກັບເຈົ້າຄື: ເຮົາສັນຍາວ່າຈະບໍ່ທຳລາຍທຸກສິ່ງທີ່ມີຊີວິດດ້ວຍນໍ້າຖ້ວມອີກ; ນໍ້າຖ້ວມແຜ່ນດິນໂລກແບບນີ້ຈະບໍ່ມີອີກຈັກເທື່ອ.” 12ພຣະເຈົ້າຊົງກ່າວວ່າ, “ນີ້ແມ່ນໝາຍສຳຄັນຂອງພັນທະສັນຍາ ຊຶ່ງເຮົາກຳລັງເຮັດຢູ່ ລະຫວ່າງເຮົາກັບເຈົ້າ ແລະທຸກໆສິ່ງທີ່ມີຊີວິດທີ່ຢູ່ກັບເຈົ້າ ເພື່ອຄົນລຸ້ນຫລັງທັງໝົດໃນອະນາຄົດ, 13ເຮົາຕັ້ງຮຸ້ງກິນນໍ້າໄວ້ໃນທ້ອງຟ້າ. ຮຸ້ງກິນນໍ້າຈະເປັນໝາຍສຳຄັນແຫ່ງພັນທະສັນຍາທີ່ເຮົາໄດ້ຕັ້ງໄວ້ກັບແຜ່ນດິນໂລກ. 14ເມື່ອໃດ ເຮົາເຮັດໃຫ້ເມກປົກຄຸມທົ່ວທ້ອງຟ້າ ແລະໃຫ້ຮຸ້ງປາກົດຂຶ້ນ 15ເມື່ອນັ້ນ ເຮົາກໍຈະນຶກເຖິງພັນທະສັນຍາ ທີ່ເຮົາໃຫ້ແກ່ເຈົ້າ ແລະສັດທັງປວງວ່າ ເຮົາຈະບໍ່ທຳລາຍທຸກສິ່ງທີ່ມີຊີວິດດ້ວຍນໍ້າອີກຈັກເທື່ອ. 16ເມື່ອຮຸ້ງປາກົດຂຶ້ນໃນເມກ ເຮົາຈະເຫັນ ແລະເຮົາກໍຈະລະນຶກເຖິງພັນທະສັນຍາອັນຕະຫລອດໄປ ລະຫວ່າງເຮົາກັບທຸກສິ່ງທີ່ມີຊີວິດຢູ່ໃນແຜ່ນດິນໂລກ.” 17ພຣະເຈົ້າຊົງກ່າວກັບໂນອາວ່າ, “ອັນນີ້ ແມ່ນໝາຍສຳຄັນຂອງພັນທະສັນຍາ ຊຶ່ງເຮົາເຮັດໄວ້ກັບທຸກສິ່ງທີ່ມີຊີວິດຢູ່ເທິງແຜ່ນດິນໂລກ.”
ໂນອາກັບພວກລູກຊາຍຂອງຕົນ
18ລູກຊາຍຂອງໂນອາທີ່ອອກມາຈາກເຮືອໃຫຍ່ ມີດັ່ງນີ້: ເຊມ, ຮາມ ແລະຢາເຟດ. (ຮາມເປັນພໍ່ຂອງຊົນເຜົ່າການາອານ.) 19ລູກຊາຍທັງສາມຂອງໂນອານີ້ເປັນບັນພະບຸລຸດຂອງປະຊາຊາດທັງໝົດທີ່ເທິງແຜ່ນດິນໂລກ.
20ໂນອາ ຜູ້ທີ່ເປັນພໍ່ນາ ເປັນຄົນທຳອິດທີ່ປູກຕົ້ນອະງຸ່ນ. 21ຫລັງຈາກດື່ມນໍ້າອະງຸ່ນຫລາຍຈົນມືນເມົາ ເພິ່ນຈຶ່ງຫລົງແກ້ເຄື່ອງນຸ່ງຫົ່ມຂອງຕົນອອກ ແລ້ວນອນເປືອຍກາຍຢູ່ໃນຜ້າເຕັນ. 22ເມື່ອຮາມພໍ່ຂອງການາອານເຫັນພໍ່ຂອງຕົນ ກຳລັງນອນເປືອຍກາຍຢ່າງມືນເມົາຢູ່ເຊັ່ນນັ້ນ ລາວຈຶ່ງຟ້າວໄປບອກອ້າຍທັງສອງ. 23ແລ້ວເຊມກັບຢາເຟດກໍຖືເອົາເສື້ອຄຸມຜືນໜຶ່ງ ພາດໃສ່ບ່າຂອງພວກເຂົາມາ. ພວກເຂົາຍ່າງຖອຍຫລັງເຂົ້າມາຫາພໍ່ ແລ້ວປົດເສື້ອທີ່ພາດຢູ່ເທິງບ່ານັ້ນປົກຕົວພໍ່ໄວ້ໂດຍປິ່ນໜ້າໜີ ເພາະບໍ່ຢາກເຫັນພໍ່ຂອງພວກຕົນຢູ່ໃນສະພາບເປືອຍກາຍເຊັ່ນນີ້. 24ເມື່ອໂນອາຕື່ນຂຶ້ນມາ ແລະຊວ່າງເມົາ ເພິ່ນກໍຮູ້ສິ່ງທີ່ລູກຊາຍຫລ້າໄດ້ເຮັດກັບຕົນ 25ຈຶ່ງຮ້ອງຂຶ້ນວ່າ,
“ກູຂໍສາບແຊ່ງຊາວການາອານ
ມັນຈະເປັນຂ້ອຍຂ້າຮັບໃຊ້ພວກອ້າຍຂອງມັນ
26ຂໍສັນລະເສີນພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍຊົງອວຍພອນເຊມ;
ຊາວການາອານຈະເປັນຂ້ອຍຂ້າຮັບໃຊ້ຂອງເຊມແນ່ແທ້.
27ຂໍພຣະເຈົ້າຊ່ວຍຢາເຟດ ໃຫ້ຮັ່ງມີເປັນດີ;
ມີເຊື້ອສາຍຢ່າງຫລວງຫລາຍເຫຼືອນັບ.
ຂໍໃຫ້ເຊື້ອສາຍຢາເຟດຢູ່ຮ່ວມກັບເຊື້ອສາຍເຊມ;
ຊາວການາອານຈະເປັນທາດຮັບໃຊ້ຂອງຢາເຟດ.”
28ຫລັງຈາກນໍ້າຖ້ວມແຜ່ນດິນໂລກແລ້ວ ໂນອາກໍມີອາຍຸຕໍ່ມາອີກ 350 ປີ; 29ເພິ່ນໄດ້ຕາຍໄປເມື່ອເພິ່ນອາຍຸໄດ້ 950 ປີ.
Currently Selected:
ປະຖົມມະການ 9: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.
Videos for ປະຖົມມະການ 9

EP 25. Why Do So Many Cultures Have Flood Myths? The Truth Behind the Stories
Under The Hood

Ep 34. Genesis 10: How Noah’s Sons Shaped the World & God's Redemption Story
The Bible Show

Episode 19: Feeding of Four thousand with the Syrophonecian woman
The Bible Show

Ep 34. Genesis 10: How Noah’s Sons Shaped the World & God's Redemption Story
The Bible Show