YouVersion Logo
Search Icon

ປະຖົມມະການ 8

8
ນໍ້າ​ບົກ​ລົງ
1ພຣະເຈົ້າ​ບໍ່ໄດ້​ລືມ​ໂນອາ​ພ້ອມ​ທັງ​ສັດ​ຊະນິດ​ຕ່າງໆ​ທີ່​ຢູ່​ໃນ​ເຮືອ; ພຣະອົງ​ໄດ້​ເຮັດ​ໃຫ້​ມີ​ລົມ​ພັດ​ມາ ແລະ​ນໍ້າ​ກໍ​ບົກ​ລົງ. 2ຮູ​ນໍ້າ​ໃຕ້​ພື້ນດິນ ແລະ​ປ່ອງ​ນໍ້າ​ເທິງ​ຟ້າ​ສະຫວັນ ຖືກ​ອັດ​ໝົດ ຝົນ​ເຊົາ​ຕົກ 3ແລະ​ນໍ້າ​ກໍ​ຄ່ອຍໆ​ບົກ​ລົງ​ຕາມ​ລຳດັບ​ເປັນ​ເວລາ​ໜຶ່ງຮ້ອຍ​ຫ້າສິບ​ວັນ. 4ໃນ​ວັນ​ທີ​ສິບເຈັດ​ຂອງ​ເດືອນ​ທີ​ເຈັດ ເຮືອ​ຂອງ​ໂນອາ​ໄດ້​ຄ້າງ​ຄາ​ຢູ່​ທີ່​ເທິງ​ພູເຂົາ​ອາຣາຣັດ. 5ນໍ້າ​ໄດ້​ບົກ​ລົງ​ເລື້ອຍໆ ຈົນ​ຮອດ​ວັນ​ທີ​ໜຶ່ງ​ຂອງ​ເດືອນ​ທີ​ສິບ​ແລ້ວ ຈອມ​ພູ​ທັງຫລາຍ​ກໍໄດ້​ປາກົດ​ຂຶ້ນ.
6ຕໍ່ມາ​ອີກ​ສີ່ສິບ​ວັນ ໂນອາ​ໄດ້​ໄຂ​ປ່ອງຢ້ຽມ​ເຮືອ​ອອກ 7ແລະ​ປ່ອຍ​ກາ​ໂຕໜຶ່ງ​ອອກ​ໄປ ກາ​ໂຕ​ນີ້​ບໍ່ໄດ້​ບິນ​ຄືນ​ມາ ແຕ່​ມັນ​ໄດ້​ບິນ​ເວີ່ນ​ຢູ່​ຈົນ​ນໍ້າ​ໄດ້​ແຫ້ງ​ລົງ. 8ໃນ​ເວລາ​ດຽວກັນ​ນັ້ນ ໂນອາ​ໄດ້​ປ່ອຍ​ນົກເຂົາ​ໂຕໜຶ່ງ​ອອກ​ໄປ​ອີກ ເພື່ອ​ຈະ​ໄດ້​ຮູ້​ວ່າ​ນໍ້າ​ບົກ​ແລ້ວ​ຫລື​ຍັງ 9ແຕ່​ນົກເຂົາ​ໂຕ​ນັ້ນ​ບໍ່ມີ​ບ່ອນ​ຈັບ ຈຶ່ງ​ໄດ້​ກັບຄືນ​ມາ ເພາະ​ນໍ້າ​ຍັງ​ຖ້ວມ​ພື້ນດິນ​ຢູ່; ພໍ​ເຫັນ​ນົກ​ກັບ​ມາ ໂນອາ​ກໍ​ຟ້າວ​ເດ່​ມື​ອອກ​ໄປ​ຈັບ​ເອົາ​ນົກ​ໂຕ​ນັ້ນ​ມາ​ໄວ້​ໃນ​ເຮືອ​ນຳ​ໝູ່. 10ເຈັດ​ວັນ​ຕໍ່ມາ ເພິ່ນ​ໄດ້​ປ່ອຍ​ນົກເຂົາ​ອອກ​ໄປ​ອີກ. 11ນົກເຂົາ​ໂຕ​ນັ້ນ​ໄດ້​ບິນ​ກັບ​ມາ​ໃນ​ຕອນແລງ ພ້ອມ​ທັງ​ຄາບ​ເອົາ​ໃບ​ໝາກກອກເທດ. ສະນັ້ນ ເພິ່ນ​ຈຶ່ງ​ຮູ້ຈັກ​ຄັກແນ່​ວ່າ ນໍ້າ​ໄດ້​ບົກ​ລົງ​ແລ້ວ. 12ເຈັດ​ວັນ​ຕໍ່ມາ ເພິ່ນ​ໄດ້​ປ່ອຍ​ນົກເຂົາ​ອອກ​ໄປ​ອີກ, ແຕ່​ໃນ​ເທື່ອ​ນີ້​ມັນ​ບໍ່ໄດ້​ກັບຄືນ​ມາ.
13ເມື່ອ​ໂນອາ​ອາຍຸ​ໄດ້ 601 ປີ ຄື​ໃນ​ວັນ​ທີ​ໜຶ່ງ​ຂອງ​ເດືອນ​ທີ​ໜຶ່ງ​ຂອງ​ປີ​ນັ້ນ ນໍ້າ​ກໍໄດ້​ບົກ ແລະ​ແຫ້ງ​ລົງ​ໝົດ ເພິ່ນ​ເປີດ​ຫລັງຄາ​ເຮືອ​ອອກ​ເບິ່ງ​ໄປ​ລອບໆ ຈຶ່ງ​ເຫັນ​ວ່າ​ໜ້າ​ດິນ​ແຫ້ງ​ແລ້ວ. 14ໃນ​ວັນ​ທີ​ຊາວເຈັດ​ຂອງ​ເດືອນ​ທີ​ສອງ ພື້ນດິນ​ຈຶ່ງ​ໄດ້​ແຫ້ງ​ໝົດ.
15ແລ້ວ​ພຣະເຈົ້າ​ກໍ​ກ່າວ​ແກ່​ໂນອາ​ວ່າ, 16“ເຈົ້າ​ແລະ​ເມຍ​ພ້ອມ​ດ້ວຍ​ພວກ​ລູກຊາຍ​ກັບ​ພວກ​ລູກໃພ້​ຂອງ​ເຈົ້າ ຈົ່ງ​ພາກັນ​ອອກ​ໄປ​ຈາກ​ເຮືອ. 17ຈົ່ງ​ປ່ອຍ​ນົກ ແລະ​ສັດ​ທັງຫລາຍ​ທີ່​ຢູ່​ໃນ​ເຮືອ​ອອກ​ໄປ​ໝົດ ເພື່ອ​ໃຫ້​ອອກ​ແມ່​ແຜ່​ລູກ​ຫລາຍ​ຂຶ້ນ​ຢູ່​ເທິງ​ແຜ່ນດິນ​ໂລກ.” 18ດັ່ງນັ້ນ ໂນອາ ແລະ​ເມຍ​ພ້ອມ​ທັງ​ພວກ​ລູກຊາຍ ແລະ​ພວກ​ລູກໃພ້​ຂອງຕົນ ຈຶ່ງ​ພາກັນ​ອອກ​ໄປ​ຈາກ​ເຮືອ. 19ສັດ​ແລະ​ນົກ​ທຸກ​ຊະນິດ​ຕ່າງ​ກໍ​ອອກ​ມາ​ຈາກ​ເຮືອ​ເປັນ​ໝູ່ໆ​ຕາມ​ຊະນິດ​ຂອງ​ມັນ.
ໂນອາ​ຖວາຍ​ເຄື່ອງ​ບູຊາ
20ແລ້ວ​ໂນອາ​ກໍໄດ້​ສ້າງ​ແທ່ນບູຊາ​ແທ່ນ​ໜຶ່ງ ຖວາຍ​ແກ່​ພຣະເຈົ້າຢາເວ; ເພິ່ນ​ເອົາ​ສັດ​ແລະ​ນົກ​ແນວ​ລະ​ໂຕ ທີ່​ບໍ່​ເປັນ​ມົນທິນ ຂ້າ​ເຜົາ​ຖວາຍ​ທັງ​ໂຕ​ເທິງ​ແທ່ນບູຊາ. 21ກິ່ນ​ຫອມຫວນ​ຂອງ​ເຄື່ອງ​ຖວາຍ​ນີ້​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ ແລະ​ພຣະເຈົ້າຢາເວ​ກໍ​ຊົງ​ກ່າວ​ວ່າ, “ເຮົາ​ຈະ​ບໍ່​ໃຫ້​ແຜ່ນດິນ​ໂລກ​ຕົກ​ຢູ່​ໃຕ້​ຄຳ​ສາບແຊ່ງ​ອີກ​ຈັກເທື່ອ ຍ້ອນ​ສິ່ງ​ທີ່​ມະນຸດ​ກະທຳ; ເຮົາ​ຮູ້​ວ່າ ແຕ່​ເວລາ​ມະນຸດ​ຍັງ​ນ້ອຍ ຄວາມຄິດ​ຂອງ​ເຂົາ​ກໍ​ຊົ່ວ​ຢູ່​ແລ້ວ. ເຮົາ​ຈະ​ບໍ່​ທຳລາຍ​ສິ່ງ​ທີ່​ມີ​ຊີວິດ ເໝືອນ​ດັ່ງ​ທີ່​ເຮົາ​ໄດ້​ທຳລາຍ​ໃນ​ຄັ້ງ​ນີ້​ອີກ​ຈັກເທື່ອ.
22ຕາບໃດ​ທີ່​ໂລກ​ຍັງ​ຄົງ​ດຳລົງ​ຢູ່
ລະດູ​ຫວ່ານ​ກັບ​ລະດູ​ເກັບກ່ຽວ​ກໍ​ຍັງ​ມີ​ຢູ່​ຕໍ່ໄປ
ຈະ​ມີ​ໜາວ​ມີ​ຮ້ອນ​ຮ່ວມ​ກັນ​ຢູ່​ສະເໝີ​ໄປ
ຍາມຮ້ອນ​ແລະ​ຍາມ​ໜາວ ກາງເວັນ​ແລະ​ກາງຄືນ​ດ້ວຍ.”

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in