YouVersion Logo
Search Icon

ປະຖົມມະການ 38

38
ຢູດາ​ແລະ​ຕາມາ
1ໃນ​ເວລາ​ນັ້ນ ຢູດາ​ໄດ້​ໜີ​ຈາກ​ພວກ​ອ້າຍ​ນ້ອງ​ຂອງຕົນ ແລະ​ໄປ​ອາໄສ​ຢູ່​ນຳ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ ຮີຣາ. ຮີຣາ​ເປັນ​ຄົນ​ມາ​ຈາກ​ເມືອງ​ອາດຸນລຳ. 2ຢູ່​ໃນ​ທີ່ນັ້ນ ຢູດາ​ໄດ້​ພົບ​ກັບ​ລູກສາວ​ຂອງ​ຊູອາ​ຊາວ​ການາອານ. ລາວ​ຈຶ່ງ​ແຕ່ງງານ​ກັບ​ນາງ 3ແລະ​ນາງ​ເກີດ​ລູກຊາຍ​ຜູ້ໜຶ່ງ​ໃຫ້​ລາວ​ຊື່​ວ່າ ເອຣະ. 4ນາງ​ຖືພາ​ອີກ ແລະ​ເກີດ​ລູກຊາຍ​ອີກ​ຜູ້ໜຶ່ງ​ໃຫ້​ລາວ​ຊື່​ວ່າ ໂອນານ. 5ນາງ​ໄດ້​ລູກຊາຍ​ອີກ​ເປັນ​ຄົນ​ທີ​ສາມ​ແລະ​ໃສ່​ຊື່​ໃຫ້​ວ່າ ເຊລາ. ເວລາ​ລູກຊາຍ​ຜູ້​ນີ້​ເກີດ​ມາ ຢູດາ​ອາໄສ​ຢູ່​ທີ່​ເມືອງ​ອັກຊິບ.
6ເມື່ອ​ເອຣະ​ໃຫຍ່​ແລ້ວ ພໍ່​ໄດ້​ແຕ່ງ​ເມຍ​ໃຫ້​ລາວ​ຊື່​ວ່າ ຕາມາ. 7ເອຣະ​ປະພຶດ​ຊົ່ວ ແລະ​ພຣະເຈົ້າຢາເວ​ບໍ່​ພໍໃຈ​ນຳ​ລາວ. ດັ່ງນັ້ນ ພຣະເຈົ້າຢາເວ​ຈຶ່ງ​ເຮັດ​ໃຫ້​ລາວ​ຕາຍ. 8ເມື່ອ​ເປັນ​ເຊັ່ນນີ້​ຢູດາ​ກໍ​ເວົ້າ​ຕໍ່​ໂອນານ​ວ່າ, “ຈົ່ງ​ເອົາ​ເມຍ​ຂອງ​ອ້າຍ​ເຈົ້າ​ສາ ເພື່ອ​ສືບທອດ​ຕະກຸນ​ໄວ້, ແຕ່​ໃຫ້​ຖື​ນາງ​ເປັນ​ເອື້ອຍໃພ້​ຢູ່.” 9ແຕ່​ໂອນານ​ຮູ້​ວ່າ ເດັກນ້ອຍ​ທີ່​ຈະ​ເກີດ​ມາ​ນັ້ນ​ບໍ່ແມ່ນ​ລູກ​ຂອງຕົນ. ດັ່ງນັ້ນ ເມື່ອ​ລາວ​ນອນ​ກັບ​ເມຍ​ຂອງ​ອ້າຍ​ເທື່ອໃດ ລາວ​ກໍ​ເຮັດ​ໃຫ້​ນໍ້າກາມ​ຕົກ​ເຮ່ຍ​ເທື່ອນັ້ນ ເພື່ອ​ວ່າ​ລາວ​ຈະ​ບໍ່ໄດ້​ມີ​ລູກ​ສືບ​ເຊື້ອສາຍ​ໃຫ້​ອ້າຍ​ຂອງຕົນ. 10ສິ່ງ​ທີ່​ລາວ​ກະທຳ​ນັ້ນ ບໍ່​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ ແລະ​ພຣະອົງ​ເຮັດ​ໃຫ້​ລາວ​ຕາຍ​ຄືກັນ. 11ແລ້ວ​ຢູດາ​ກໍ​ເວົ້າ​ຕໍ່​ຕາມາ​ລູກໃພ້​ຂອງຕົນ​ວ່າ, “ຈົ່ງ​ກັບຄືນ​ເມືອ​ບ້ານ​ພໍ່​ຂອງ​ເຈົ້າ​ສາ ແລະ​ຢູ່​ເປັນ​ຍິງໝ້າຍ​ຄອຍ​ຖ້າ​ໃຫ້​ເຊລາ​ລູກຊາຍ​ຂອງຂ້ອຍ​ໃຫຍ່.” ເພິ່ນ​ເວົ້າ​ເຊັ່ນນີ້​ຍ້ອນ​ເພິ່ນ​ຢ້ານ​ວ່າ ເຊລາ​ອາດ​ຈະ​ຖືກ​ຂ້າ​ຄື​ກັນ​ກັບ​ອ້າຍ​ຂອງ​ລາວ. ສະນັ້ນ ຕາມາ​ຈຶ່ງ​ກັບຄືນ​ເມືອ​ຢູ່​ບ້ານ​ນຳ​ພໍ່​ຂອງຕົນ.
12ຢູ່​ມາ​ອີກ​ດົນນານ ເມຍ​ຂອງ​ຢູດາ​ກໍ​ຕາຍໄປ. ເມື່ອ​ຢູດາ​ໝົດ​ກຳນົດ​ໄວ້ທຸກ​ແລ້ວ ເພິ່ນ​ກັບ​ຮີຣາ​ຊາວ​ອາດຸນລຳ​ໝູ່​ຂອງ​ເພິ່ນ ກໍ​ໄປ​ຕັດ​ຂົນແກະ​ຂອງຕົນ​ທີ່​ເມືອງ​ຕິມນາ. 13ມີ​ຄົນ​ມາ​ບອກ​ຕາມາ​ວ່າ, “ພໍ່ປູ່​ຂອງ​ເຈົ້າ​ກຳລັງ​ໄປ​ຕັດ​ຂົນແກະ​ທີ່​ເມືອງ​ຕິມນາ.” 14ສະນັ້ນ ນາງ​ຈຶ່ງ​ປ່ຽນ​ເຄື່ອງ​ໄວ້ທຸກ​ແລະ​ເອົາ​ຜ້າ​ອັດ​ໜ້າ​ໄວ້ ແລ້ວ​ໄປ​ນັ່ງ​ຢູ່​ທາງ​ເຂົ້າ​ຂອງ​ບ້ານ​ເອນາອີມ​ທີ່​ຈະ​ໄປ​ເມືອງ​ຕິມນາ ຍ້ອນ​ນາງ​ຮູ້​ວ່າ​ເຊລາ​ກໍ​ໃຫຍ່​ແລ້ວ, ແຕ່​ນາງ​ບໍ່ທັນ​ໄດ້​ແຕ່ງງານ​ກັບ​ລາວ​ເທື່ອ.
15ເມື່ອ​ຢູດາ​ເຫັນ​ນາງ ເພິ່ນ​ກໍ​ຄິດ​ວ່າ​ນາງ​ເປັນ​ໂສເພນີ ຍ້ອນ​ວ່າ​ນາງ​ໄດ້​ເອົາ​ຜ້າ​ອັດ​ໜ້າ​ໄວ້. 16ເພິ່ນ​ຈຶ່ງ​ເຂົ້າ​ໄປ​ຫາ​ນາງ​ທີ່​ແຄມ​ທາງ ແລະ​ຖາມ​ວ່າ, “ນ້ອງສາວ​ໄປ​ນອນ​ກັບ​ອ້າຍ​ບໍ່?” (ເພິ່ນ​ບໍ່​ຮູ້​ວ່າ​ນາງ​ເປັນ​ລູກໃພ້​ຂອງ​ຕົນເອງ.)
ນາງ​ຖາມ​ຄືນ​ວ່າ, “ອ້າຍ​ຈະ​ເອົາ​ຫຍັງ​ໃຫ້​ນ້ອງ?”
17ເພິ່ນ​ຕອບ​ວ່າ, “ອ້າຍ​ຈະ​ເອົາ​ລູກ​ແບ້​ຈາກ​ຝູງ​ໂຕໜຶ່ງ​ສົ່ງ​ມາ​ໃຫ້​ນ້ອງ.”
ນາງ​ຕອບ​ວ່າ, “ຕົກລົງ ແຕ່​ອ້າຍ​ຈະ​ຕ້ອງ​ມອບ​ຂອງ​ມັດຈຳ​ໃຫ້​ນ້ອງ ຈົນກວ່າ​ອ້າຍ​ຈະ​ສົ່ງ​ລູກ​ແບ້​ມາ​ໃຫ້.”
18ເພິ່ນ​ຖາມ​ນາງ​ວ່າ, “ອ້າຍ​ຈະ​ເອົາ​ຫຍັງ​ໃຫ້​ນ້ອງ​ເປັນ​ຂອງ​ມັດຈຳ?”
ນາງ​ຕອບ​ວ່າ, “ກາ​ທີ່​ມີ​ເຊືອກ​ຫ້ອຍ ແລະ​ໄມ້ຄ້ອນເທົ້າ​ທີ່​ອ້າຍ​ກຳລັງ​ຖື​ຢູ່​ນັ້ນ​ເດ.” ເພິ່ນ​ເອົາ​ຂອງ​ເຫຼົ່ານັ້ນ​ໃຫ້​ນາງ. ແລ້ວ​ທັງສອງ​ກໍ​ໄປ​ນອນ​ນຳ​ກັນ​ແລະ​ນາງ​ກໍ​ຕັ້ງ​ທ້ອງ. 19ຕາມາ​ລຸກ​ຂຶ້ນ​ໜີ​ເມືອ​ເຮືອນ​ຂອງຕົນ; ນາງ​ເອົາ​ຜ້າ​ອັດ​ໜ້າ​ອອກ​ແລະ​ນຸ່ງ​ເຄື່ອງ​ໄວ້ທຸກ​ຕາມ​ເຄີຍ.
20ຕໍ່ມາ ຢູດາ​ໄດ້​ສົ່ງ​ຮີຣາ​ເພື່ອນ​ຊາວ​ອາດຸນລຳ​ຂອງ​ຕົນ​ນຳ​ລູກ​ແບ້​ໄປ​ໃຫ້​ຍິງ​ນັ້ນ ເພື່ອ​ປ່ຽນ​ເອົາ​ຂອງ​ທີ່​ຕົນ​ໄດ້​ມັດຈຳ​ໄວ້ ແຕ່​ລາວ​ໄປ​ຫາ​ນາງ​ບໍ່​ພົບ. 21ລາວ​ໄດ້​ຖາມ​ຊາວ​ເອນາອີມ​ບາງຄົນ​ຢູ່​ໃນ​ທີ່ນັ້ນ​ວ່າ, “ໂສເພນີ​ຜູ້​ທີ່​ນັ່ງ​ຢູ່​ແຄມ​ທາງ​ນີ້​ໄປ​ຢູ່​ໃສ​ແລ້ວ?”
ພວກເຂົາ​ຕອບ​ວ່າ, “ຢູ່​ທີ່​ນີ້​ບໍ່ເຄີຍ​ມີ​ໂສເພນີ.”
22ສະນັ້ນ ລາວ​ຈຶ່ງ​ກັບຄືນ​ເມືອ​ຫາ​ຢູດາ ແລະ​ເວົ້າ​ຕໍ່​ລາວ​ວ່າ, “ຂ້ອຍ​ບໍ່​ພົບ​ນາງ. ຄົນ​ໃນ​ເຂດ​ນັ້ນ​ເວົ້າ​ວ່າ​ໃນ​ທີ່ນັ້ນ​ບໍ່ເຄີຍ​ມີ​ໂສເພນີ.”
23ຢູດາ​ເວົ້າ​ວ່າ, “ຊ່າງເທາະ ປະ​ຂອງ​ເຫຼົ່ານັ້ນ​ໄວ້​ໃຫ້​ນາງ​ສາ. ພວກເຮົາ​ບໍ່​ຢາກ​ໃຫ້​ຄົນ​ຫົວເລາະ​ເຍາະເຍີ້ຍ. ຂ້ອຍ​ພະຍາຍາມ​ເອົາ​ຂອງ​ໄປ​ໃຫ້​ນາງ ແຕ່​ເຈົ້າ​ກໍ​ບໍ່​ພົບ​ນາງ.”
24ຢູ່​ຕໍ່​ມາ ປະມານ​ສາມ​ເດືອນ​ມີ​ຄົນ​ມາ​ບອກ​ຢູດາ​ວ່າ, “ດຽວ​ນີ້​ຕາມາ​ລູກໃພ້​ຂອງ​ເຈົ້າ​ຖືກ​ເຂົາ​ຫລິ້ນ​ມານ​ສາ​ແລ້ວ.”
ຢູດາ​ຈຶ່ງ​ສັ່ງ​ວ່າ, “ເອົາ​ນາງ​ອອກ​ມາ​ແລະ​ເຜົາ​ໃຫ້​ຕາຍ​ທັງເປັນ.”
25ເມື່ອ​ເຂົາ​ເອົາ​ນາງ​ອອກ​ມາ​ຂ້າງ​ນອກ ນາງ​ຈຶ່ງ​ສົ່ງ​ຄົນ​ໄປ​ບອກ​ກັບ​ພໍ່ປູ່​ວ່າ, “ຂ້ອຍ​ຖືພາ​ນຳ​ຄົນ​ທີ່​ມີ​ຂອງ​ເຫຼົ່ານີ້. ຈົ່ງ​ເບິ່ງ​ກາ​ທີ່​ມີ​ເຊືອກ​ຫ້ອຍ​ກັບ​ໄມ້ເທົ້າ​ນີ້​ດູ ວ່າ​ເປັນ​ຂອງ​ໃຜ?”
26ຢູດາ​ຈື່​ຂອງ​ເຫຼົ່ານັ້ນ​ໄດ້ ແລະ​ເວົ້າ​ວ່າ, “ນາງ​ເຮັດ​ຖືກຕ້ອງ​ແລ້ວ. ຂ້ອຍ​ບໍ່ໄດ້​ເຮັດ​ຕາມ​ຄຳ​ຕົກລົງ​ທີ່​ມີ​ຕໍ່​ນາງ. ຂ້ອຍ​ຄວນ​ຈະ​ໃຫ້​ນາງ​ແຕ່ງງານ​ກັບ​ເຊລາ​ລູກຊາຍ​ຂອງຂ້ອຍ.” ແຕ່ນັ້ນມາ ຢູດາ​ກໍ​ບໍ່ໄດ້​ນອນ​ນຳ​ນາງ​ອີກ​ຈັກເທື່ອ.
27ຢູ່ມາ ເມື່ອ​ເຖິງ​ກຳນົດ​ຄອດ​ລູກ ກໍ​ຮູ້​ວ່າ​ລູກ​ໃນ​ທ້ອງ​ນັ້ນ​ເປັນ​ຝາແຝດ. 28ເມື່ອ​ນາງ​ຕາມາ​ເບັ່ງ​ລູກ​ອອກ ລູກ​ຜູ້ໜຶ່ງ​ເອົາ​ມື​ອອກ​ມາ; ນາງ​ຜະດຸງຄັນ​ຈຶ່ງ​ຈັບ​ມື​ໄວ້ ແລະ​ເອົາ​ດ້າຍ​ສີແດງ​ມັດ​ມື​ແລະ​ເວົ້າ​ວ່າ, “ຜູ້​ນີ້​ອອກ​ກ່ອນ.” 29ແຕ່​ເດັກນ້ອຍ​ຫົດ​ມື​ເຂົ້າ​ຄືນ ແລະ​ນ້ອງ​ຂອງ​ລາວ​ຈຶ່ງ​ເກີດ​ກ່ອນ. ແລ້ວ​ນາງ​ຜະດຸງຄັນ​ກໍ​ເວົ້າ​ວ່າ, “ອ້າວ! ຊ່າງ​ແຫກ​ອອກ​ມາ​ໄດ້.” ສະນັ້ນ ເດັກນ້ອຍ​ຜູ້​ນີ້​ຈຶ່ງ​ມີ​ຊື່​ວ່າ ເປເຣັດ. 30ແລ້ວ​ອ້າຍ​ຂອງ​ລາວ​ກໍ​ອອກ​ມາ ໂດຍ​ມີ​ດ້າຍ​ສີແດງ​ມັດ​ທີ່​ມື​ຂອງ​ລາວ ເພິ່ນ​ຈຶ່ງ​ໃສ່​ຊື່​ໃຫ້​ລາວ​ວ່າ ເຊຣາ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in