YouVersion Logo
Search Icon

ໂກໂລຊາຍ 2

2
1ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ວ່າ ເຮົາ​ໄດ້​ອົດສາ​ສູ້​ຫລາຍ​ພຽງ​ໃດ ເພື່ອ​ພວກເຈົ້າ ເພື່ອ​ຊາວ​ເມືອງ​ລາວດີເກອາ ແລະ​ເພື່ອ​ຄົນ​ທັງປວງ​ທີ່​ຍັງ​ບໍ່ໄດ້​ເຫັນ​ໜ້າ​ເຮົາ​ເທື່ອ. 2ເພື່ອ​ເຂົາ​ທັງຫລາຍ​ຈະ​ໄດ້​ຮັບ​ຄວາມ​ຊູໃຈ ແລະ​ເຂົ້າ​ຕິດ​ສະໜິດ​ກັນ​ໃນ​ຄວາມຮັກ ຈົນເຖິງ​ຄວາມຮູ້​ຄັກແນ່​ອັນ​ສົມບູນ ຊຶ່ງ​ມາ​ດ້ວຍ​ຄວາມ​ເຂົ້າໃຈ ຈຶ່ງ​ຈະ​ສັງເກດ​ຮູ້​ໄດ້​ຂໍ້​ລັບເລິກ​ຂອງ​ພຣະເຈົ້າ ຄື​ພຣະຄຣິດ 3ຊຶ່ງ​ຊັບສົມບັດ​ແຫ່ງ​ສະຕິປັນຍາ ແລະ​ຄວາມຮູ້​ທັງໝົດ​ຊົງ​ບັງຊ້ອນ​ໄວ້​ໃນ​ພຣະອົງ.
4ເຮົາ​ກ່າວ​ຢ່າງ​ນີ້ ກໍ​ເພື່ອ​ບໍ່​ໃຫ້​ຜູ້ໃດ​ຊັກຊວນ​ເຈົ້າ​ທັງຫລາຍ​ດ້ວຍ​ຄຳ​ລໍ້ລວງ​ອັນ​ໜ້າ​ຟັງ. 5ເພາະ​ເຖິງ​ແມ່ນ​ຕົວ​ຂອງເຮົາ​ບໍ່​ຢູ່​ນຳ​ເຈົ້າ​ທັງຫລາຍ ແຕ່​ຈິດໃຈ​ຂອງ​ພວກເຮົາ​ກໍ​ຢູ່​ນຳ​ພວກເຈົ້າ ແລະ​ມີ​ຄວາມ​ຊົມຊື່ນ​ຍິນດີ​ທີ່​ໄດ້​ເຫັນ​ພວກເຈົ້າ​ພາກັນ​ຢູ່​ຢ່າງ​ຮຽບຮ້ອຍ ແລະ​ເຫັນ​ຄວາມເຊື່ອ​ອັນ​ໝັ້ນຄົງ​ຂອງ​ເຈົ້າ​ທັງຫລາຍ​ໃນ​ພຣະຄຣິດ.
ຄວາມ​ສົມບູນ​ຂອງ​ຊີວິດ​ໃນ​ພຣະຄຣິດ
6ໃນ​ເມື່ອ​ພວກເຈົ້າ​ຮັບ​ເອົາ​ພຣະຄຣິດເຈົ້າ​ເຢຊູ ເປັນ​ອົງພຣະ​ຜູ້​ເປັນເຈົ້າ​ໄວ້​ແລ້ວ ຈົ່ງ​ດຳເນີນ​ຊີວິດ​ຢູ່​ໃນ​ພຣະອົງ​ດ້ວຍ. 7ຈົ່ງ​ຢັ່ງ​ຮາກ​ແລະ​ກໍ່​ຮ່າງ​ສ້າງ​ຊີວິດ​ຂອງ​ພວກເຈົ້າ​ຂຶ້ນ​ເທິງ​ພຣະອົງ ແລະ​ຈົ່ງ​ຕັ້ງໝັ້ນຄົງ​ຢູ່​ໃນ​ຄວາມເຊື່ອ ຕາມ​ທີ່​ພວກເຈົ້າ​ໄດ້​ຮັບ​ຄຳສັ່ງສອນ​ມາ​ແລ້ວ​ນັ້ນ ຈົ່ງ​ໃຫ້​ຈິດໃຈ​ເຕັມລົ້ນ​ດ້ວຍ​ການ​ຂອບພຣະຄຸນ.
8ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ໃຫ້​ຜູ້ໃດ​ນຳ​ພວກເຈົ້າ​ຕົກ​ໄປ​ເປັນ​ເຫຍື່ອ​ຂອງ​ສະຕິປັນຍາ ອັນ​ຫລອກລວງ​ແລະ​ໄຮ້​ສາລະ ຊຶ່ງ​ມາ​ຈາກ​ຄຳສັ່ງສອນ​ຂອງ​ມະນຸດ ແລະ​ມາ​ຈາກ​ສິ່ງ​ສັກສິດ​ແຫ່ງ​ສາກົນ​ຈັກກະວານ ແລະ​ບໍ່ແມ່ນ​ມາ​ຈາກ​ພຣະຄຣິດ. 9ດ້ວຍວ່າ ສະພາບ​ຂອງ​ພຣະອົງ ກໍ​ດຳລົງ​ຢູ່​ໃນ​ພຣະກາຍ​ຢ່າງ​ເຕັມ​ບໍລິບູນ. 10ແລະ​ພວກເຈົ້າ​ກໍໄດ້​ມີ​ຊີວິດ​ຢ່າງ​ເຕັມ​ບໍຣິບູນ​ຢູ່​ໃນ​ພຣະອົງ ຜູ້​ຊົງ​ເປັນ​ໃຫຍ່​ເໜືອ​ການ​ປົກຄອງ​ແລະ​ອຳນາດ​ທຸກຢ່າງ.
11ໃນ​ພຣະອົງ​ນັ້ນ ພວກເຈົ້າ​ໄດ້​ຮັບ​ພິທີຕັດ​ແລ້ວ ບໍ່ແມ່ນ​ພິທີຕັດ​ທີ່​ເຮັດ​ໂດຍ​ມື​ມະນຸດ ແຕ່​ແມ່ນ​ພິທີຕັດ​ທີ່​ກະທຳ​ໂດຍ​ພຣະຄຣິດ ຊຶ່ງ​ເປັນ​ການ​ຊົງ​ໂຜດ​ໃຫ້​ພົ້ນ​ຈາກ​ກິເລດ​ຕັນຫາ​ຂອງ​ເນື້ອກາຍ​ນີ້. 12ແລະ ໄດ້​ຖືກ​ຝັງ​ໄວ້​ກັບ​ພຣະອົງ​ໃນ​ພິທີ​ບັບຕິສະມາ​ແລ້ວ ແລະ​ໃນ​ພິທີ​ນັ້ນ ພວກເຈົ້າ​ໄດ້​ຮັບ​ການ​ຊົງ​ບັນດານ​ໃຫ້​ຄືນ​ມາ​ດ້ວຍ​ກັນ​ກັບ​ພຣະອົງ ໂດຍ​ຄວາມເຊື່ອ​ໃນ​ຣິດເດດອຳນາດ​ຂອງ​ພຣະເຈົ້າ ຜູ້​ຊົງ​ບັນດານ​ໃຫ້​ພຣະອົງ​ຄືນພຣະຊົນ. 13ເມື່ອ​ກ່ອນ​ນັ້ນ ພວກເຈົ້າ​ໄດ້​ຕາຍ​ແລ້ວ​ຝ່າຍ​ຈິດ​ວິນຍານ​ຍ້ອນ​ບາບກຳ​ຂອງ​ພວກເຈົ້າ ແລະ​ຍ້ອນ​ເປັນ​ຄົນ​ບໍ່​ຮັບ​ພິທີຕັດ​ຝ່າຍ​ເນື້ອກາຍ ພຣະອົງ​ໄດ້​ຊົງ​ບັນດານ​ໃຫ້​ພວກເຈົ້າ​ເປັນ​ຄືນ​ມາ​ສູ່​ຊີວິດ​ຮ່ວມ​ກັບ​ພຣະອົງ ແລະ​ພຣະອົງ​ໄດ້​ອະໄພ​ບາບກຳ​ທຸກຢ່າງ​ຂອງ​ພວກເຮົາ​ແລ້ວ, 14ພຣະອົງ​ໄດ້​ລຶບລ້າງ​ກົດບັນຍັດ​ພ້ອມ​ກັບ​ກົດລະບຽບ​ຕ່າງໆ ທີ່​ຜູກມັດ​ຂັດຂວາງ​ພວກເຮົາ ແລະ​ໄດ້​ຍົກເລີກ​ສິ່ງ​ນັ້ນ​ເສຍ ໂດຍ​ຕອກ​ຕິດ​ໄວ້​ທີ່​ໄມ້ກາງແຂນ. 15ໂດຍ​ໄມ້ກາງແຂນ​ນັ້ນ ພຣະອົງ​ໄດ້​ຊົງ​ປົດ​ວິນຍານ​ຄອບຄອງ ແລະ​ອຳນາດ​ວິນຍານ​ຊົ່ວ​ທັງຫລາຍ​ເສຍ ແລະ​ໄດ້​ຊົງ​ປະຈານ​ພວກເຂົາ​ຢ່າງ​ເປີດເຜີຍ ໂດຍ​ນຳ​ພວກເຂົາ​ເປັນ​ຊະເລີຍ​ໃນ​ຂະບວນ​ແຫ່ງ​ໄຊຊະນະ​ຂອງ​ພຣະອົງ.
16ເຫດສະນັ້ນ ຢ່າ​ໃຫ້​ຜູ້ໃດ​ກ່າວໂທດ​ພວກເຈົ້າ​ໃນ​ເລື່ອງ​ການ​ກິນການ​ດື່ມ ຫລື​ໃນ​ເລື່ອງ​ວັນ​ສຳຄັນ​ທາງ​ສາສະໜາ ຫລື​ໃນ​ເລື່ອງ​ງານ​ສະຫລອງ​ວັນ​ເດືອນ​ອອກ​ໃໝ່ ຫລື​ໃນ​ເລື່ອງ​ວັນ​ຊະບາໂຕ. 17ສິ່ງ​ເຫຼົ່ານັ້ນ ເປັນ​ພຽງແຕ່​ເງົາ​ຂອງ​ເຫດການ​ໃນ​ອະນາຄົດ ແຕ່​ຕົວຈິງ​ນັ້ນ​ແມ່ນ​ພຣະຄຣິດ. 18ຢ່າ​ໃຫ້​ຜູ້ໃດ​ໄດ້​ສໍ້ໂກງ​ເອົາ​ລາງວັນ​ຂອງ​ເຈົ້າ​ທັງຫລາຍ ດ້ວຍ​ໃຊ້​ກິຣິຍາ​ທຳທ່າ​ເປັນ​ຜູ້​ຖ່ອມຕົວ​ລົງ ໄຫວ້​ເທວະດາ ແລະ ໄຝ່ຝັນ​ຢູ່​ໃນ​ນິມິດ​ທີ່​ເຂົາ​ເຫັນ ແລະ​ອວດອ້າງ​ຕົວ​ຂຶ້ນ​ເປົ່າໆ​ດ້ວຍ​ຄວາມ​ຄິດ​ຢ່າງ​ທຳມະດາ​ມະນຸດ 19ແລະ​ບໍ່ໄດ້​ຢຶດໝັ້ນ​ໃນ​ພຣະອົງ ຜູ້​ທີ່​ເປັນ​ຫົວ​ຂອງ​ຮ່າງກາຍ, ໂດຍ​ການ​ຄວບຄຸມ​ຂອງ​ພຣະອົງ​ນັ້ນ ທົ່ວ​ທັງ​ຮ່າງກາຍ​ກໍໄດ້​ຮັບ​ການ​ບຳລຸງລ້ຽງ ແລະ​ຕໍ່​ເຂົ້າ​ກັນ ດ້ວຍ​ຂໍ້​ແລະ​ເອັນ​ຕ່າງໆ ຈຶ່ງ​ຈະເລີນ​ຂຶ້ນ ຕາມ​ທີ່​ພຣະເຈົ້າ​ຕ້ອງການ​ໃຫ້​ຈະເລີນ​ຂຶ້ນ​ນັ້ນ.
ການ​ຕາຍ​ແລະ​ການ​ຄືນ​ມາ​ດ້ວຍ​ກັນ​ກັບ​ພຣະຄຣິດ
20ຖ້າ​ພວກເຈົ້າ​ໄດ້​ຕາຍ​ກັບ​ພຣະຄຣິດ ແລະ​ໄດ້​ພົ້ນ​ຈາກ​ສິ່ງ​ສັກສິດ​ແຫ່ງ​ສາກົນ​ຈັກກະວານ​ແລ້ວ, ເຫດສະນັ້ນ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ດຳເນີນ​ຊີວິດ​ເໝືອນ​ດັ່ງ​ຄົນ​ຍັງ​ຢູ່​ຝ່າຍ​ໂລກ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຍັງ​ປະຕິບັດ​ຕາມ​ກົດບັນຍັດ​ທີ່​ວ່າ, 21“ຢ່າ​ຈັບ” “ຢ່າ​ຊີມ” “ຢ່າ​ແຕະຕ້ອງ” 22ສິ່ງ​ທີ່​ກ່າວ​ມາ​ນັ້ນ​ຕ້ອງ​ເກີດ​ວິບັດ​ເມື່ອ​ໃຊ້​ມັນ ຊຶ່ງ​ເປັນ​ຫລັກ​ທຳ​ແລະ​ຄຳສອນ​ຂອງ​ມະນຸດ. 23ຈິງ​ຢູ່ ສິ່ງ​ເຫຼົ່ານີ້​ເບິ່ງ​ທ່າທີ​ເໝືອນ​ມີ​ປັນຍາ ຄື​ການ​ເຕັມໃຈ​ນະມັດສະການ, ການ​ຖ່ອມຕົວ​ລົງ, ການ​ທໍລະມານ​ຮ່າງກາຍ ຊຶ່ງ​ບໍ່ມີ​ປະໂຫຍດ​ອັນ​ໃດ ໃນ​ການ​ຕໍ່ສູ້​ກັບ​ຄວາມ​ປາຖະໜາ​ຝ່າຍ​ເນື້ອກາຍ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in