YouVersion Logo
Search Icon

ກິດຈະການ 7

7
ຊະເຕຟາໂນ​ກ່າວ​ປ້ອງກັນ​ຕົວ
1ແລ້ວ​ມະຫາ​ປະໂຣຫິດ​ກໍ​ຖາມ​ຊະເຕຟາໂນ​ວ່າ, “ເລື່ອງ​ນີ້​ເປັນ​ຄວາມຈິງ​ແທ້​ບໍ?”
2ຝ່າຍ​ຊະເຕຟາໂນ​ໄດ້​ຕອບ​ວ່າ, “ພີ່ນ້ອງ​ແລະ​ພວກ​ຍາພໍ່​ທັງຫລາຍ​ເອີຍ, ຂໍໂຜດ​ຟັງ​ຂ້ານ້ອຍ​ກ່າວ​ເທີ້ນ ພຣະເຈົ້າ​ແຫ່ງ​ສະຫງ່າຣາສີ​ໄດ້​ປາກົດ​ແກ່​ອັບຣາຮາມ ບັນພະບຸລຸດ​ຂອງ​ພວກເຮົາ ເມື່ອ​ເພິ່ນ​ຍັງ​ຢູ່​ທີ່​ເມໂຊໂປຕາເມຍ ກ່ອນ​ທີ່​ເພິ່ນ​ໄດ້​ໄປ​ອາໄສ​ຢູ່​ໃນ​ເມືອງ​ຮາຣານ 3ໂດຍ​ກ່າວ​ແກ່​ເພິ່ນ​ວ່າ, ‘ເຈົ້າ​ຈົ່ງ​ອອກ​ຈາກ​ບ້ານເກີດ​ເມືອງນອນ ແລະ​ຍາດຕິພີ່ນ້ອງ​ຂອງ​ເຈົ້າ ແລ້ວ​ໄປ​ສູ່​ດິນແດນ​ທີ່​ເຮົາ​ຈະ​ສະແດງ​ໃຫ້​ເຈົ້າ​ໄດ້​ເຫັນ.’ 4ດັ່ງນັ້ນ ອັບຣາຮາມ​ຈຶ່ງ​ອອກ​ຈາກ​ດິນແດນ​ຂອງ​ຊາວ​ເຄນເດຍ ແລະ​ໄດ້​ໄປ​ອາໄສ​ຢູ່​ໃນ​ເມືອງ​ຮາຣານ ຫລັງຈາກ​ທີ່​ພໍ່​ຂອງ​ອັບຣາຮາມ​ຕາຍ​ແລ້ວ ພຣະເຈົ້າ​ກໍໄດ້​ໃຫ້​ເພິ່ນ​ຍົກຍ້າຍ​ອອກ​ຈາກ​ທີ່​ນັ້ນ​ມາ​ສູ່​ເມືອງ​ນີ້ ຄື​ບ່ອນ​ທີ່​ພວກເຈົ້າ​ອາໄສ​ຢູ່​ໃນ​ທຸກ​ວັນ​ນີ້. 5ພຣະເຈົ້າ​ບໍ່ໄດ້​ໃຫ້​ອັບຣາຮາມ​ຮັບ​ສ່ວນ​ໃດໆ​ຂອງ​ດິນແດນ​ນີ້ ເປັນ​ກຳມະສິດ​ຂອງຕົນ ແມ່ນແຕ່​ທໍ່​ຮອຍຕີນ ແຕ່​ໃນ​ຂະນະທີ່​ເພິ່ນ​ຍັງ​ບໍ່ມີ​ລູກ ພຣະເຈົ້າ​ໄດ້​ສັນຍາ​ວ່າ ພຣະອົງ​ຈະ​ມອບ​ດິນແດນ​ໃຫ້​ເພິ່ນ​ເປັນ​ກຳມະສິດ ແລະ​ໃຫ້​ແກ່​ເຊື້ອສາຍ​ພາຍ​ຫລັງ​ເພິ່ນ​ດ້ວຍ. 6ພຣະເຈົ້າ​ໄດ້​ຊົງ​ກ່າວ​ໄວ້​ດັ່ງນີ້​ວ່າ, ‘ເຊື້ອສາຍ​ຂອງ​ເຈົ້າ​ຈະ​ໄປ​ອາໄສ​ເປັນ​ແຂກ​ຢູ່​ໃນ​ຕ່າງ​ປະເທດ ແລະ​ຊາວ​ປະເທດ​ນັ້ນ​ຈະ​ເອົາ​ພວກເຂົາ​ເປັນ​ທາດ ແລະ​ພວກເຂົາ​ຈະ​ຖືກ​ກົດຂີ່​ຂົ່ມເຫັງ​ຢ່າງ​ຮ້າຍແຮງ​ເປັນ​ເວລາ​ສີ່ຮ້ອຍ​ປີ.’ 7ແລ້ວ​ພຣະອົງ​ຊົງ​ກ່າວ​ອີກ​ວ່າ, ‘ຝ່າຍ​ເຮົາ​ຈະ​ພິພາກສາ​ລົງໂທດ ປະເທດ​ທີ່​ພວກເຂົາ​ຮັບໃຊ້​ເປັນ​ຂ້ອຍຂ້າ​ຢູ່​ນັ້ນ ຫລັງຈາກ​ນັ້ນ​ແລ້ວ ພວກເຂົາ​ຈະ​ອອກ​ມາ​ບົວລະບັດ​ຂາບໄຫວ້​ເຮົາ​ໃນ​ທີ່​ນີ້.’ 8ແລ້ວ​ພຣະເຈົ້າ​ກໍ​ໃຫ້​ອັບຣາຮາມ​ເຮັດ​ພິທີຕັດ ເພື່ອ​ເປັນ​ເຄື່ອງໝາຍ​ແຫ່ງ​ພັນທະສັນຍາ. ດັ່ງນັ້ນ ອັບຣາຮາມ​ຜູ້​ເປັນ​ພໍ່ ຈຶ່ງ​ເຮັດ​ພິທີຕັດ​ໃຫ້​ອີຊາກ​ໃນ​ວັນ​ທີ​ແປດ ຫລັງຈາກ​ທີ່​ລາວ​ໄດ້​ເກີດ​ມາ ອີຊາກ​ໄດ້​ເຮັດ​ພິທີຕັດ​ໃຫ້​ຢາໂຄບ ແລະ​ຢາໂຄບ​ໄດ້​ເຮັດ​ພິທີຕັດ​ໃຫ້​ລູກຊາຍ​ສິບສອງ​ຄົນ​ຂອງຕົນ ຄື​ບັນພະບຸລຸດ​ແຫ່ງ​ເຊື້ອຊາດ​ຂອງ​ພວກເຮົາ.
9ຍ້ອນ​ບັນພະບຸລຸດ​ເຫຼົ່ານັ້ນ ໄດ້​ອິດສາ​ໂຢເຊັບ​ນ້ອງຊາຍ​ຂອງ​ພວກ​ຕົນ ພວກເຂົາ​ຈຶ່ງ​ຂາຍ​ເພິ່ນ​ໄປ​ເປັນ​ທາດ​ທີ່​ປະເທດ​ເອຢິບ, ແຕ່​ພຣະເຈົ້າ​ໄດ້​ສະຖິດ​ຢູ່​ກັບ​ໂຢເຊັບ 10ແລະ​ຊ່ວຍ​ເພິ່ນ​ໃຫ້​ຜ່ານ​ພົ້ນ​ຄວາມ​ຍາກ​ລຳບາກ​ທັງ​ສິ້ນ, ພຣະເຈົ້າ​ກໍ​ໂຜດ​ໃຫ້​ເພິ່ນ​ເປັນ​ທີ່​ພໍໃຈ ແລະ​ມີ​ສະຕິປັນຍາ ເມື່ອ​ໂຢເຊັບ​ໄດ້​ປາກົດ​ຕົວ​ຕໍ່ໜ້າ​ກະສັດ​ຟາໂຣ​ແຫ່ງ​ເອຢິບ ແລະ​ກະສັດ​ໄດ້​ແຕ່ງຕັ້ງ​ໂຢເຊັບ ໃຫ້​ເປັນ​ຜູ້​ປົກຄອງ​ເອຢິບ​ຕະຫລອດ​ທັງ​ວັງ​ຂອງ​ເພິ່ນ​ດ້ວຍ. 11ຕໍ່ມາ ໄດ້​ເກີດ​ມີ​ການ​ອຶດຢາກ​ທົ່ວ​ເອຢິບ ແລະ ການາອານ ຊຶ່ງ​ເປັນ​ເຫດ​ໃຫ້​ມີ​ຄວາມ​ທົນທຸກ​ລຳບາກ​ຢ່າງ​ໃຫຍ່ຫລວງ ບັນພະບຸລຸດ​ຂອງ​ພວກເຮົາ​ບໍ່​ສາມາດ​ຫາ​ອາຫານ​ມາ​ລ້ຽງ​ຊີບ​ໄດ້. 12ແລະ​ເມື່ອ​ຢາໂຄບ​ໄດ້ຍິນ​ຂ່າວ​ວ່າ ມີ​ເຂົ້າ​ຢູ່​ໃນ​ປະເທດ​ເອຢິບ ເພິ່ນ​ຈຶ່ງ​ໃຊ້​ລູກຊາຍ​ຂອງ​ເພິ່ນ ຄື​ບັນພະບຸລຸດ​ຂອງ​ພວກເຮົາ​ໄປ​ທີ່​ນັ້ນ​ເປັນ​ເທື່ອ​ທຳອິດ. 13ໃນ​ເທື່ອ​ທີ​ສອງ ໂຢເຊັບ​ໄດ້​ສະແດງ​ຕົວ​ໃຫ້​ພວກ​ອ້າຍ​ນ້ອງ​ຮູ້ຈັກ ແລະ​ໄດ້​ແຈ້ງ​ໃຫ້​ກະສັດ​ຟາໂຣ​ຮັບຮູ້ ເຖິງ​ຍາດຕິພີ່ນ້ອງ​ຂອງ​ເພິ່ນ​ເໝືອນກັນ. 14ດັ່ງນັ້ນ ໂຢເຊັບ​ຈຶ່ງ​ໃຊ້​ຄົນ​ໄປ​ເຊີນ​ຢາໂຄບ​ພໍ່​ຂອງຕົນ​ກັບ​ທຸກຄົນ​ໃນ​ຄອບຄົວ​ໃຫ້​ມາ​ຫາ ລວມ​ທັງໝົດ​ມີ​ເຈັດສິບຫ້າ​ຄົນ. 15ແລ້ວ​ຢາໂຄບ​ກໍ​ໄດ້​ລົງ​ໄປ​ທີ່​ປະເທດ​ເອຢິບ ແລະ​ເພິ່ນ​ກັບ​ພວກ​ລູກຊາຍ​ຂອງ​ເພິ່ນ​ກໍໄດ້​ຕາຍ​ຢູ່​ທີ່​ນັ້ນ. 16ແລະ​ພວກເຂົາ​ໄດ້​ນຳ​ເອົາ​ຊາກສົບ​ຂອງ​ພວກເພິ່ນ​ກັບຄືນ​ມາ​ທີ່​ຊີເຄມ ແລະ​ໄດ້​ວາງ​ໄວ້​ໃນ​ອຸບມຸງ ທີ່​ອັບຣາຮາມ​ໄດ້​ຊື້​ຈາກ​ຕະກຸນ​ຮາໂມ ດ້ວຍ​ເງິນ​ຈຳນວນ​ໜຶ່ງ​ໃນ​ເມືອງ​ຊີເຄມ.
17ແຕ່​ເມື່ອ​ກຳນົດ​ແຫ່ງ​ພຣະສັນຍາ ຊຶ່ງ​ພຣະເຈົ້າ​ໄດ້​ຊົງ​ກ່າວ​ໄວ້​ກັບ​ອັບຣາຮາມ​ໃກ້​ຈະ​ເຖິງ​ແລ້ວ ຊົນຊາດ​ອິດສະຣາເອນ​ໃນ​ປະເທດ​ເອຢິບ​ໄດ້​ເພີ່ມ​ທະວີ​ຫລາຍ​ຂຶ້ນ. 18ຈົນເຖິງ​ກະສັດ​ອີກ​ອົງ​ໜຶ່ງ ຊຶ່ງ​ບໍ່​ຮູ້ຈັກ​ໂຢເຊັບ​ໄດ້​ຂຶ້ນ​ປົກຄອງ​ປະເທດ​ເອຢິບ. 19ກະສັດ​ຜູ້​ນີ້​ໄດ້​ໃຊ້​ກົນອຸບາຍ​ຫລອກລວງ​ບັນພະບຸລຸດ​ຂອງ​ພວກເຮົາ ເຮັດ​ໂຫດຮ້າຍ​ຕໍ່​ພວກເພິ່ນ ໂດຍ​ບັງຄັບ​ໃຫ້​ເອົາ​ລູກນ້ອຍ​ອ່ອນ​ຂອງ​ພວກເພິ່ນ​ອອກ​ໄປ​ຖິ້ມ​ເສຍ ເພື່ອ​ບໍ່​ໃຫ້​ມີ​ຊີວິດ​ເຫຼືອ​ຢູ່​ໄດ້. 20ໃນ​ຄາວ​ນັ້ນ ໂມເຊ​ໄດ້​ເກີດ​ມາ​ເປັນ​ລູກນ້ອຍ​ທີ່​ມີ​ຮູບຮ່າງ​ງົດງາມ​ຕໍ່ໜ້າ​ພຣະເຈົ້າ ໂມເຊ​ໄດ້​ຮັບ​ການ​ລ້ຽງດູ​ທີ່​ເຮືອນ​ເປັນ​ເວລາ​ສາມ​ເດືອນ 21ແລະ​ເມື່ອ​ເຂົາ​ເອົາ​ໂມເຊ​ອອກ​ໄປ​ຈາກ​ເຮືອນ ລູກສາວ​ຂອງ​ກະສັດ​ຟາໂຣ ກໍ​ຮັບ​ເອົາ​ໄປ​ລ້ຽງ​ໄວ້​ເປັນ​ລູກຊາຍ​ຂອງຕົນ. 22ໂມເຊ​ໄດ້​ຮັບ​ການ​ສິດສອນ​ຮຽນຮູ້ ໃນ​ວິຊາການ​ທຸກຢ່າງ​ຂອງ​ຊາວ​ເອຢິບ ແລະ​ກາຍເປັນ​ຜູ້​ມີ​ຄວາມ​ສາມາດ​ໃນ​ຄຳ​ເວົ້າຈາ ແລະ​ການ​ກະທຳ.
23ເມື່ອ​ໂມເຊ​ມີ​ອາຍຸ​ໄດ້​ສີ່ສິບ​ປີ ເພິ່ນ​ກໍໄດ້​ຕັດສິນໃຈ​ໄປ​ຊອກ​ເບິ່ງ​ຄວາມ​ເປັນ​ຢູ່​ຂອງ​ຊາວ​ອິດສະຣາເອນ ພີ່ນ້ອງ​ຮ່ວມ​ຊາດ​ຂອງຕົນ. 24ເພິ່ນ​ໄດ້​ເຫັນ​ຄົນ​ໜຶ່ງ​ໃນ​ພວກ​ອິດສະຣາເອນ​ຖືກ​ຄົນ​ເອຢິບ​ຂົ່ມເຫັງ. ສະນັ້ນ ເພິ່ນ​ຈຶ່ງ​ເຂົ້າ​ໄປ​ຊ່ວຍ​ຄົນ​ອິດສະຣາເອນ ແລະ​ຂ້າ​ຄົນ​ເອຢິບ​ຜູ້​ນັ້ນ​ເສຍ ເພື່ອ​ເປັນ​ການ​ແກ້ແຄ້ນ. ( 25ເພິ່ນ​ຄິດ​ວ່າ ປະຊາຊົນ​ຂອງຕົນ​ຄົງ​ເຂົ້າໃຈ ທີ່​ພຣະເຈົ້າ​ກຳລັງ​ໃຊ້​ຕົນ​ມາ​ຊ່ວຍ​ກອບກູ້​ເອົາ​ພວກເຂົາ, ແຕ່​ພວກເຂົາ​ບໍ່​ເຂົ້າໃຈ.) 26ໃນ​ວັນ​ຕໍ່ມາ ເພິ່ນ​ໄດ້​ເຫັນ​ຄົນ​ອິດສະຣາເອນ​ສອງ​ຄົນ​ກຳລັງ​ຕີກັນ ແລະ​ເພິ່ນ​ກໍ​ພະຍາຍາມ​ໃຫ້​ພວກເຂົາ​ຄືນ​ດີ​ກັນ ເພິ່ນ​ກ່າວ​ວ່າ, ‘ຊາຍ​ເອີຍ ພວກເຈົ້າ​ເປັນ​ພີ່ນ້ອງ​ກັນ ເປັນຫຍັງ​ຈຶ່ງ​ຕີກັນ​ເຊັ່ນນີ້?’ 27ແຕ່​ຜູ້​ທີ່​ກຳລັງ​ເຮັດ​ຮ້າຍ​ຕໍ່​ເພື່ອນ​ຂອງຕົນ​ນັ້ນ ຊຸກ​ໂມເຊ​ອອກ ແລະ​ຖາມ​ວ່າ, ‘ຜູ້ໃດ​ຕັ້ງ​ເຈົ້າ​ໃຫ້​ເປັນ​ຜູ້​ປົກຄອງ ແລະ​ຕັດສິນ​ພວກເຮົາ? 28ບໍ່ແມ່ນ​ເຈົ້າ​ຢາກ​ຂ້າ​ເຮົາ ຄື​ເຈົ້າ​ໄດ້​ຂ້າ​ຄົນ​ເອຢິບ​ມື້​ວານ​ນີ້​ບໍ?’ 29ເມື່ອ​ໂມເຊ​ໄດ້ຍິນ​ດັ່ງນີ້​ແລ້ວ ເພິ່ນ​ຈຶ່ງ​ປົບໜີໄປ​ອາໄສ​ຢູ່​ໃນ​ດິນແດນ​ມີດີອານ ໃນ​ທີ່ນັ້ນ​ເພິ່ນ​ມີ​ລູກຊາຍ​ສອງ​ຄົນ.
30ຫລັງຈາກ​ສີ່ສິບ​ປີ​ໄດ້​ຜ່ານ​ໄປ ມີ​ເທວະດາ​ຕົນ​ໜຶ່ງ ໄດ້​ປາກົດ​ແກ່​ໂມເຊ​ໃນ​ແປວໄຟ​ທີ່​ພຸ່ມໜາມ ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ຊີນາຍ. 31ໂມເຊ​ງຶດ​ປະຫລາດ​ໃຈ​ໃນ​ສິ່ງ​ທີ່​ຕົນ​ໄດ້​ເຫັນ ຈຶ່ງ​ຫຍັບ​ເຂົ້າ​ໄປ​ໃກ້​ພຸ່ມໄມ້​ນັ້ນ​ເພື່ອ​ເບິ່ງ​ຄັກໆ ແລະ​ເພິ່ນ​ໄດ້ຍິນ​ສຽງ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, 32‘ເຮົາ​ແມ່ນ​ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ເຈົ້າ ຄື​ພຣະເຈົ້າ​ຂອງ​ອັບຣາຮາມ, ອີຊາກ ແລະ ຢາໂຄບ.’ ໂມເຊ​ຈຶ່ງ​ຢ້ານ​ຫລາຍ​ຈົນ​ສັ່ນເຊັນ ແລະ​ບໍ່​ກ້າ​ຫລຽວ​ເບິ່ງ. 33ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ແກ່​ໂມເຊ​ວ່າ, ‘ຈົ່ງ​ຖອດ​ເກີບ​ເຈົ້າ​ອອກ ເພາະ​ບ່ອນ​ທີ່​ເຈົ້າ​ກຳລັງ​ຢືນ​ຢູ່​ນີ້​ເປັນ​ບ່ອນ​ສັກສິດ. 34ເຮົາ​ໄດ້​ເຫັນ​ຄວາມ​ທົນທຸກ​ລຳບາກ​ອັນ​ຮ້າຍແຮງ ທີ່​ປະຊາຊົນ​ຂອງເຮົາ​ໄດ້​ຮັບ​ໃນ​ປະເທດ​ເອຢິບ ເຮົາ​ໄດ້ຍິນ​ສຽງ​ໂອ່ຍຄາງ​ຂອງ​ພວກເຂົາ​ແລ້ວ ເຮົາ​ຈຶ່ງ​ລົງ​ມາ​ເພື່ອ​ຊ່ວຍ​ກອບກູ້​ເອົາ​ພວກເຂົາ. ບັດນີ້​ມາແມ ເຮົາ​ຈະ​ໃຊ້​ເຈົ້າ​ໄປ​ທີ່​ປະເທດ​ເອຢິບ.’
35ໂມເຊ​ຜູ້​ນີ້​ແຫຼະ ທີ່​ປະຊາຊົນ​ອິດສະຣາເອນ​ປະຕິເສດ​ໂດຍ​ຖາມ​ວ່າ, ‘ຜູ້ໃດ​ຕັ້ງ​ເຈົ້າ​ໃຫ້​ເປັນ​ຜູ້​ປົກຄອງ ແລະ​ຕັດສິນ​ພວກເຮົາ?’ ເພິ່ນ​ແມ່ນ​ຜູ້​ທີ່​ພຣະເຈົ້າ​ໄດ້​ໃຊ້​ໄປ​ເປັນ​ຜູ້ປົກຄອງ​ແລະ​ຊ່ວຍ​ກອບກູ້​ເອົາ​ພວກເຂົາ ໂດຍ​ມີ​ເທວະດາ​ຕົນ​ທີ່​ໄດ້​ປາກົດ​ແກ່​ເພິ່ນ ທີ່​ພຸ່ມໄມ້​ມີ​ແປວໄຟ​ລຸກ​ນັ້ນ​ເປັນ​ຜູ້​ຊ່ວຍເຫລືອ. 36ເພິ່ນ​ໄດ້​ນຳພາ​ປະຊາຊົນ​ອອກ​ມາ​ຈາກ​ປະເທດ​ເອຢິບ​ໂດຍ​ເຮັດ​ການ​ອັດສະຈັນ ແລະ​ໝາຍສຳຄັນ​ທີ່​ໜ້າ​ງຶດ​ປະຫລາດ​ໃຈ​ຫລາຍ​ປະການ​ໃນ​ປະເທດ​ເອຢິບ ແລະ​ທີ່​ທະເລແດງ ແລະ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ເປັນ​ເວລາ​ສີ່ສິບ​ປີ. 37ແມ່ນ​ໂມເຊ​ຜູ້​ນີ້​ແຫຼະ ທີ່​ໄດ້​ກ່າວ​ແກ່​ປະຊາຊົນ​ອິດສະຣາເອນ​ວ່າ, ‘ພຣະເຈົ້າ​ຈະ​ໃຊ້​ຜູ້ທຳນວາຍ​ຄົນ​ໜຶ່ງ​ໃຫ້​ເກີດ​ມາ​ເພື່ອ​ພວກເຈົ້າ ດັ່ງ​ທີ່​ພຣະອົງ​ໄດ້​ໃຊ້​ຂ້າພະເຈົ້າ ແລະ​ເພິ່ນ​ຈະ​ເປັນ​ຄົນ​ໜຶ່ງ​ໃນ​ປະຊາຊົນ​ຂອງ​ພວກເຈົ້າ​ເອງ.’ 38ໂມເຊ​ຜູ້​ນີ້​ແຫຼະ ທີ່​ຮ່ວມ​ຊຸມນຸມ​ກັບ​ປະຊາຊົນ​ອິດສະຣາເອນ ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ເພິ່ນ​ໄດ້​ຢູ່​ໃນ​ທີ່ນັ້ນ​ກັບ​ບັນພະບຸລຸດ​ຂອງ​ພວກເຮົາ ແລະ​ກັບ​ເທວະດາ​ຕົນ​ທີ່​ໄດ້​ກ່າວ​ແກ່​ເພິ່ນ​ທີ່​ເທິງ​ພູເຂົາ​ຊີນາຍ ບ່ອນ​ທີ່​ເພິ່ນ​ໄດ້​ຮັບ​ພຣະທຳ​ອັນ​ມີ​ຊີວິດ​ຖາວອນ​ມາ​ໃຫ້​ພວກເຮົາ.
39ແຕ່​ບັນພະບຸລຸດ​ຂອງ​ພວກເຮົາ​ໄດ້​ປະຕິເສດ​ທີ່​ຈະ​ເຊື່ອຟັງ​ເພິ່ນ ພວກເຂົາ​ໄດ້​ຊຸກ​ເພິ່ນ​ອອກ​ໜີ ແລະ​ຫວັງ​ວ່າ​ພວກ​ຕົນ​ຄົງ​ຈະ​ກັບຄືນ​ສູ່​ປະເທດ​ເອຢິບ​ໄດ້. 40ດັ່ງນັ້ນ ພວກເຂົາ​ຈຶ່ງ​ເວົ້າ​ກັບ​ອາໂຣນ​ວ່າ, ‘ຈົ່ງ​ສ້າງ​ພຣະ​ໃຫ້​ພວກເຮົາ ຊຶ່ງ​ຈະ​ນຳພາ​ພວກເຮົາ​ໄປ ສ່ວນ​ໂມເຊ​ຜູ້​ທີ່​ໄດ້​ນຳພາ​ພວກເຮົາ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ ພວກເຮົາ​ບໍ່​ຮູ້​ວ່າ​ມີ​ຫຍັງ​ເກີດຂຶ້ນ​ກັບ​ເພິ່ນ​ແລ້ວ.’ 41ໃນ​ເວລາ​ນັ້ນ ພວກເຂົາ​ໄດ້​ສ້າງ​ຮູບເຄົາຣົບ​ເປັນ​ຮູບ​ງົວ​ນ້ອຍ​ໂຕໜຶ່ງ​ຂຶ້ນ ແລ້ວ​ກໍ​ເອົາ​ເຄື່ອງ​ບູຊາ​ມາ​ຖວາຍ​ແກ່​ຮູບ​ນັ້ນ ແລະ​ຈັດງານ​ຄຶກຄື້ນ​ມ່ວນຊື່ນ​ສະຫລອງ​ສິ່ງ​ທີ່​ພວກເຂົາ​ໄດ້​ສ້າງ​ຂຶ້ນ​ດ້ວຍ​ມື​ຂອງ​ຕົນເອງ​ນັ້ນ. 42ສະນັ້ນ ພຣະເຈົ້າ​ຈຶ່ງ​ໄດ້​ຫັນ​ໜ້າ​ໜີ​ຈາກ​ພວກເຂົາ ແລະ​ປະ​ໃຫ້​ພວກເຂົາ​ຂາບໄຫວ້​ບັນດາ​ດວງດາວ​ໃນ​ທ້ອງຟ້າ ຕາມ​ທີ່​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ຂອງ​ບັນດາ​ຜູ້ທຳນວາຍ​ວ່າ,
‘ໂອ ປະຊາຊົນ​ອິດສະຣາເອນ​ເອີຍ
ສັດ​ທີ່​ໄດ້​ຂ້າ​ຖວາຍ ແລະ​ເຄື່ອງ​ບູຊາ​ນັ້ນ
ພວກເຈົ້າ​ບໍ່ໄດ້​ເອົາ​ມາ​ຖວາຍ​ແກ່​ເຮົາ
ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ລະຫວ່າງ​ສີ່ສິບ​ປີ​ດອກຕີ້.
43 ສຳນັກ​ຜ້າ​ທີ່​ພວກເຈົ້າ​ຫາມ​ນັ້ນ
ແມ່ນ​ຂອງ​ພະ​ໂມເລັກ
ແລະ​ຮູບ​ພະ​ເຣຟານ​ກໍ​ເປັນ​ພະ
ແຫ່ງ​ດວງດາວ​ຂອງ​ພວກເຈົ້າ
ລ້ວນແຕ່​ເປັນ​ຮູບເຄົາຣົບ
ທີ່​ພວກເຈົ້າ​ໄດ້​ສ້າງ​ຂຶ້ນ​ເພື່ອ​ຂາບໄຫວ້​ບູຊາ
ສະນັ້ນ ເຮົາ​ຈຶ່ງ​ຈະ​ເນລະເທດ​ພວກເຈົ້າ
ໄປ​ໃຫ້​ກາຍ​ນະຄອນ​ບາບີໂລນ​ພຸ້ນ.’
44ເມື່ອ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ນັ້ນ ບັນພະບຸລຸດ​ຂອງ​ພວກເຮົາ​ໄດ້​ມີ​ຜ້າເຕັນ​ແຫ່ງ​ຄຳ​ພະຍານ ບ່ອນ​ທີ່​ພຣະເຈົ້າ​ສະຖິດ​ຢູ່​ນຳ​ພວກເຂົາ ພວກເຂົາ​ໄດ້​ເຮັດ​ຫໍເຕັນ ຕາມ​ທີ່​ພຣະເຈົ້າ​ໄດ້​ບອກ​ໂມເຊ​ໃຫ້​ເຮັດ​ຕາມ​ແບບ​ແຜນ​ທີ່​ພຣະເຈົ້າ​ໄດ້​ສຳແດງ​ໃຫ້​ໂມເຊ​ຮູ້. 45ຕໍ່ມາ ບັນພະບຸລຸດ​ຂອງ​ພວກເຮົາ ຜູ້​ທີ່​ໄດ້​ຮັບ​ຫໍເຕັນ​ຈາກ​ປູ່ຍ່າຕາຍາຍ​ຂອງ​ພວກ​ຕົນ ກໍ​ຫາມ​ຫໍເຕັນ​ໄປ​ນຳ ເມື່ອ​ພວກເຂົາ​ໄປ​ກັບ​ໂຢຊວຍ. ເມື່ອ​ຢຶດຄອງ​ເອົາ​ດິນແດນ​ຈາກ​ຊົນຊາດ​ຕ່າງໆ ຊຶ່ງ​ພຣະເຈົ້າ​ໄດ້​ຂັບໄລ່​ອອກ​ໃນ​ຂະນະທີ່​ພວກເຂົາ​ບຸກໜ້າ​ເຂົ້າ​ໄປ ຫໍເຕັນ​ນີ້​ກໍ​ມີ​ສືບມາ​ຈົນເຖິງ​ສະໄໝ​ຂອງ​ກະສັດ​ດາວິດ. 46ເພິ່ນ​ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ. ສະນັ້ນ ເພິ່ນ​ຈຶ່ງ​ຂໍຮ້ອງ​ພຣະອົງ​ໄດ້​ອະນຸຍາດ​ໃຫ້​ເພິ່ນ​ຫາ​ບ່ອນ​ຢູ່​ໃຫ້​ພຣະເຈົ້າ​ຂອງ​ຢາໂຄບ. 47ແຕ່​ວ່າ​ແມ່ນ​ກະສັດ​ໂຊໂລໂມນ ທີ່​ເປັນ​ຜູ້​ສ້າງ​ພຣະວິຫານ​ສຳລັບ​ພຣະອົງ.
48ເຖິງປານນັ້ນ ພຣະເຈົ້າ​ອົງ​ສູງສຸດ​ກໍ​ບໍ່ໄດ້​ສະຖິດ​ຢູ່​ໃນ​ບ່ອນ​ທີ່​ມື​ມະນຸດ​ສ້າງ ຕາມ​ທີ່​ຜູ້ທຳນວາຍ​ໄດ້​ກ່າວ​ໄວ້​ວ່າ,
49 ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ
‘ສະຫວັນ​ເປັນ​ພຣະທີ່ນັ່ງ​ຂອງເຮົາ
ແຜ່ນດິນ​ໂລກ​ກໍ​ເປັນ​ທີ່​ຮອງ​ຕີນ​ຂອງເຮົາ.
ພວກເຈົ້າ​ຈະ​ສ້າງ​ບ່ອນ​ຢູ່​ຊະນິດ​ໃດ​
ສຳລັບ​ເຮົາ?
ສະຖານທີ່​ໃດ​ໜໍ​ທີ່​ພໍ​ຈະ​ເປັນ
ບ່ອນ​ໃຫ້​ເຮົາ​ອາໄສ​ຢູ່?
50 ສັບພະທຸກສິ່ງ​ທັງໝົດ​ເຫຼົ່ານີ້
ມື​ຂອງເຮົາ​ໄດ້​ສ້າງ​ໄວ້​ທັງ​ສິ້ນ​ບໍ່ແມ່ນ​ບໍ?’
51ພວກເຈົ້າ​ຊ່າງ​ດື້ດ້ານ​ແທ້​ນໍ ໃຈ​ຂອງ​ພວກເຈົ້າ​ຊ່າງ​ຄື​ກັບ​ໃຈ​ຄົນ​ທີ່​ບໍ່​ນັບຖື​ພຣະເຈົ້າ ຫູ​ຂອງ​ພວກເຈົ້າ​ຊ່າງ​ໜັກ​ຕໍ່​ພຣະຄຳ​ແທ້ໆ ບັນພະບຸລຸດ​ຂອງ​ພວກເຈົ້າ​ເປັນ​ຢ່າງ​ໃດ ພວກເຈົ້າ​ກໍ​ເປັນ​ຢ່າງ​ນັ້ນ ຄື​ເຈົ້າ​ທັງຫລາຍ​ຂັດຂວາງ​ພຣະວິນຍານ​ບໍຣິສຸດເຈົ້າ​ຢູ່​ສະເໝີ. 52ມີ​ຜູ້ທຳນວາຍ​ຄົນ​ໃດ​ແດ່ ທີ່​ບັນພະບຸລຸດ​ຂອງ​ພວກເຈົ້າ​ບໍ່ໄດ້​ຂົ່ມເຫັງ? ພວກເຂົາ​ໄດ້​ຂ້າ​ບັນດາ​ຄົນ​ທີ່​ນຳ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ມາ​ໃຫ້ ຄື​ຄົນ​ທີ່​ໄດ້​ປະກາດ​ລ່ວງໜ້າ​ວ່າ ພຣະ​ຜູ້ຮັບໃຊ້​ອົງ​ຊອບທຳ​ຈະ​ມາ, ບັດນີ້ ເຈົ້າ​ທັງຫລາຍ​ໄດ້​ເປັນ​ຜູ້​ມອບ​ພຣະອົງ​ໄວ້ ແລະ​ສັງຫານ​ພຣະອົງ​ເສຍ. 53ເຈົ້າ​ທັງຫລາຍ​ເປັນ​ຜູ້​ທີ່​ໄດ້​ຮັບ​ກົດບັນຍັດ​ຂອງ​ພຣະເຈົ້າ ຈາກ​ເທວະດາ, ແຕ່​ພວກເຈົ້າ​ບໍ່ໄດ້​ເຊື່ອຟັງ​ຕາມ​ກົດບັນຍັດ​ນັ້ນ​ເລີຍ.”
ຊະເຕຟາໂນ​ຖືກ​ຄວ່າງ​ກ້ອນຫີນ​ໃສ່​ໃຫ້​ຕາຍ
54ເມື່ອ​ສະມາຊິກ​ສະພາ​ສູງສຸດ​ໄດ້ຍິນ​ຊະເຕຟາໂນ​ກ່າວ​ຖ້ອຍຄຳ​ເຫຼົ່ານີ້ ພວກເຂົາ​ກໍ​ໂມໂຫ​ເຕັມທີ ແລະ​ຂົບ​ແຂ້ວ​ຄ້ຽວຟັນ​ໃສ່​ຊະເຕຟາໂນ​ດ້ວຍ​ຄວາມ​ເຈັບແຄ້ນ​ແໜ້ນໃຈ. 55ແຕ່​ຊະເຕຟາໂນ​ຜູ້​ທີ່​ເຕັມ​ໄປ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ ກໍ​ເງີຍ​ໜ້າ​ແນມ​ຂຶ້ນ​ສູ່​ສະຫວັນ ແລະ​ເຫັນ​ສະຫງ່າຣາສີ​ຂອງ​ພຣະເຈົ້າ ແລະ​ເຫັນ​ພຣະເຢຊູເຈົ້າ​ກຳລັງ​ຢືນ​ຢູ່​ທີ່​ກໍ້າ​ຂວາ​ຂອງ​ພຣະເຈົ້າ. 56ຊະເຕຟາໂນ​ກ່າວ​ວ່າ, “ເບິ່ງແມ! ຂ້າພະເຈົ້າ​ເຫັນ​ຟ້າ​ສະຫວັນ​ໄຂ​ອອກ ແລະ​ເຫັນ​ບຸດ​ມະນຸດ​ກຳລັງ​ຢືນ​ຢູ່​ທີ່​ກໍ້າ​ຂວາ​ມື​ຂອງ​ພຣະເຈົ້າ.”
57ໃນ​ຂະນະນັ້ນ ບັນດາ​ສະມາຊິກ​ສະພາ​ສູງສຸດ​ໄດ້​ຮ້ອງ​ຂຶ້ນ​ພ້ອມ​ທັງ​ເອົາ​ມື​ອັດ​ຫູ​ຂອງ​ຕົນ​ໄວ້ ແລ້ວ​ຕ່າງ​ກໍ​ຫລູບ​ໃສ່​ຊະເຕຟາໂນ​ທັນທີ. 58ພວກເຂົາ​ຊຸກ​ຊະເຕຟາໂນ​ອອກ​ໄປ​ນອກ​ເມືອງ ແລະ​ແກວ່ງ​ກ້ອນຫີນ​ໃສ່ ຄົນ​ທັງຫລາຍ​ທີ່​ເປັນ​ພະຍານ ໄດ້​ແກ້​ເສື້ອ​ຊັ້ນນອກ​ຂອງຕົນ​ອອກ ໄວ້​ໃກ້​ຕີນ​ຊາຍໜຸ່ມ​ຄົນ​ໜຶ່ງ​ທີ່​ຊື່​ວ່າ ໂຊໂລ. 59ພວກເຂົາ​ພາກັນ​ສືບຕໍ່​ແກວ່ງ​ກ້ອນຫີນ​ໃສ່​ຊະເຕຟາໂນ ຂະນະທີ່​ເພິ່ນ​ກຳລັງ​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ອົງ​ພຣະເຢຊູເຈົ້າ ຂໍໂຜດ​ຮັບ​ເອົາ​ຈິດ​ວິນຍານ​ຂອງ​ຂ້ານ້ອຍ​ໄວ້​ດ້ວຍ​ເຖີດ.” 60ຊະເຕຟາໂນ​ຄຸເຂົ່າ​ລົງ ແລະ​ຮ້ອງ​ຂຶ້ນ​ດ້ວຍ​ສຽງດັງ​ວ່າ, “ຂ້າແດ່​ພຣະອົງເຈົ້າ ຂໍ​ຊົງ​ໂຜດ​ຍົກບາບ​ຍົກກຳ​ນີ້​ໃຫ້​ພວກເຂົາ​ດ້ວຍ​ເທີ້ນ.” ເມື່ອ​ກ່າວ​ຄຳ​ນີ້​ແລ້ວ ເພິ່ນ​ກໍ​ສິ້ນໃຈ​ຕາຍ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in