1
ໂຣມ 1:16
ພຣະຄຳພີສັກສິ
ເພາະວ່າ ເຮົາບໍ່ມີຄວາມລະອາຍໃນຂ່າວປະເສີດ. ດ້ວຍວ່າ, ຂ່າວປະເສີດນັ້ນເປັນຣິດເດດອຳນາດຂອງພຣະເຈົ້າ ເພື່ອໃຫ້ທຸກຄົນທີ່ເຊື່ອໄດ້ຮັບຄວາມພົ້ນ ພວກຢິວກ່ອນ ແລະຄົນຕ່າງຊາດດ້ວຍ.
Compare
Explore ໂຣມ 1:16
2
ໂຣມ 1:17
ເພາະໃນຂ່າວປະເສີດນັ້ນ ມີຄວາມຊອບທຳຂອງພຣະເຈົ້າໂດຍເລີ່ມຕົ້ນດ້ວຍຄວາມເຊື່ອ ແລະສຸດທ້າຍກໍດ້ວຍຄວາມເຊື່ອຢ່າງດຽວ ດັ່ງທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ, “ຜູ້ທີ່ຊົງຖືວ່າ ເປັນຄົນຊອບທຳເພາະດ້ວຍຄວາມເຊື່ອ ຜູ້ນັ້ນແຫຼະ ຈະໄດ້ຊີວິດ.”
Explore ໂຣມ 1:17
3
ໂຣມ 1:20
ຕັ້ງແຕ່ເລີ່ມສ້າງໂລກມາ ສະພາບທີ່ບໍ່ປາກົດຂອງພຣະເຈົ້າ ຄືຣິດທານຸພາບອັນຖາວອນ ແລະຄວາມເປັນພຣະເຈົ້າຂອງພຣະອົງ ກໍໄດ້ປາກົດແຈ້ງໃນສັບພະສິ່ງທີ່ພຣະອົງຊົງສ້າງ. ສະນັ້ນ ພວກເຂົາຈຶ່ງບໍ່ມີຂໍ້ແກ້ຕົວໄດ້
Explore ໂຣມ 1:20
4
ໂຣມ 1:21
ເພາະພວກເຂົາໄດ້ຮູ້ຈັກພຣະເຈົ້າແລ້ວ, ແຕ່ພວກເຂົາບໍ່ໄດ້ຖວາຍກຽດແກ່ພຣະອົງ ສົມກັບການຊົງເປັນພຣະເຈົ້າ ທັງບໍ່ໄດ້ໂມທະນາພຣະຄຸນຂອງພຣະອົງ ກົງກັນຂ້າມ ຄວາມຄິດຂອງພວກເຂົາຊໍ້າກາຍເປັນສິ່ງໄຮ້ປະໂຫຍດ ແລະໃຈໂງ່ຂອງພວກເຂົາກໍມືດມົວໄປ.
Explore ໂຣມ 1:21
5
ໂຣມ 1:25
ເພາະພວກເຂົາເອົາຄວາມຈິງເລື່ອງພຣະເຈົ້າ ມາປ່ຽນເປັນຄວາມບໍ່ຈິງ, ພວກເຂົາຂາບໄຫວ້ ແລະຮັບໃຊ້ສິ່ງທີ່ພຣະເຈົ້າໄດ້ສ້າງມາ ແທນພຣະອົງຜູ້ຊົງສ້າງ ຄືຜູ້ທີ່ສົມຄວນຈະໄດ້ຮັບຄຳຍ້ອງຍໍສັນລະເສີນເປັນນິດ ອາແມນ.
Explore ໂຣມ 1:25
6
ໂຣມ 1:18
ດ້ວຍວ່າ, ຄວາມໂກດຮ້າຍຂອງພຣະເຈົ້າ ກໍຊົງປາກົດໃຫ້ເຫັນຈາກສະຫວັນ ຕໍ່ສູ້ການບໍ່ນັບຖືພຣະເຈົ້າ ແລະຄວາມຄິດຮ້າຍທຸກຢ່າງຂອງມະນຸດ ຄືຄົນເຫຼົ່ານັ້ນທີ່ເອົາຄວາມຊົ່ວຮ້າຍມາຂັດຂວາງຄວາມຈິງ.
Explore ໂຣມ 1:18
7
ໂຣມ 1:26-28
ເພາະດ້ວຍເຫດນີ້ ພຣະເຈົ້າຈຶ່ງໄດ້ປ່ອຍພວກເຂົາໃຫ້ຢູ່ໃຕ້ກິເລດຕັນຫາຢ່າງໜ້າອັບອາຍ ແມ່ຍິງປ່ຽນຄວາມສຳພັນທາງເພດຕາມທຳມະຊາດ ໃຫ້ຜິດທຳມະຊາດໄປ. ແລະໃນທຳນອງດຽວກັນ ພວກຜູ້ຊາຍກໍເລີກຄວາມສຳພັນທາງເພດຕາມທຳມະຊາດກັບແມ່ຍິງ ແລະເຕັມດ້ວຍໄຟແຫ່ງກິເລດຕັນຫາຕໍ່ກັນແລະກັນ ພວກຜູ້ຊາຍເຮັດສິ່ງໜ້າອັບອາຍຕໍ່ກັນແລະກັນ ສິ່ງທີ່ຕາມມາ ຄືພວກເຂົາໄດ້ຮັບຜົນກຳຊົ່ວ ສົມກັບການກະທຳຂອງຕົນ. ຍ້ອນຄົນເຫຼົ່ານີ້ບໍ່ຮັບຮູ້ພຣະເຈົ້າ ພຣະອົງຈຶ່ງປ່ອຍໃຫ້ພວກເຂົາຈົມຢູ່ໃນຄວາມຄິດຊົ່ວ ເພື່ອພວກເຂົາຈະເຮັດໃນສິ່ງທີ່ບໍ່ສົມຄວນເຮັດ.
Explore ໂຣມ 1:26-28
8
ໂຣມ 1:22-23
ພວກເຂົາອ້າງຕົນວ່າ ເປັນຄົນສະຫລາດ ພວກເຂົາຈຶ່ງກາຍເປັນຄົນໂງ່ໄປ, ພວກເຂົາໄດ້ເອົາຮູບມະນຸດທີ່ຕາຍເປັນ ຫລືຮູບນົກ ຮູບສັດສີ່ຕີນ ແລະຮູບສັດເລືອຄານ ມາປ່ຽນແທນສະຫງ່າຣາສີຂອງພຣະເຈົ້າອົງຕາຍບໍ່ເປັນ.
Explore ໂຣມ 1:22-23
Home
Bible
Plans
Videos