ແລ້ວພຣະອົງກໍກ່າວອີກວ່າ, “ເຮົາແມ່ນພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່. ຈົ່ງມີລູກຫລານໃຫ້ຫລວງຫລາຍ ເພື່ອວ່າເຊື້ອສາຍຂອງເຈົ້າຈະກາຍເປັນຫລາຍຊົນຊາດ ແລະສືບເຊື້ອສາຍໃຫ້ກະສັດຫລາຍຄົນ. ເຮົາຈະມອບດິນແດນທີ່ເຮົາໄດ້ມອບໃຫ້ອັບຣາຮາມແລະອີຊາກນັ້ນ ໃຫ້ແກ່ເຈົ້າແລະເຊື້ອສາຍຂອງເຈົ້າສືບຕໍ່ກັນໄປ.”