YouVersion Logo
Search Icon

ປະຖົມມະການ 35:11-12

ປະຖົມມະການ 35:11-12 ພຄພ

ແລ້ວ​ພຣະອົງ​ກໍ​ກ່າວ​ອີກ​ວ່າ, “ເຮົາ​ແມ່ນ​ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່. ຈົ່ງ​ມີ​ລູກຫລານ​ໃຫ້​ຫລວງຫລາຍ ເພື່ອ​ວ່າ​ເຊື້ອສາຍ​ຂອງ​ເຈົ້າ​ຈະ​ກາຍເປັນ​ຫລາຍ​ຊົນຊາດ ແລະ​ສືບ​ເຊື້ອສາຍ​ໃຫ້​ກະສັດ​ຫລາຍ​ຄົນ. ເຮົາ​ຈະ​ມອບ​ດິນແດນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ອັບຣາຮາມ​ແລະ​ອີຊາກ​ນັ້ນ ໃຫ້​ແກ່​ເຈົ້າ​ແລະ​ເຊື້ອສາຍ​ຂອງ​ເຈົ້າ​ສືບຕໍ່​ກັນ​ໄປ.”