ພຣະວິນຍານບໍຣິສຸດເຈົ້າຊົງສັ່ງແກ່ຟີລິບວ່າ, “ຈົ່ງຫຍັບເຂົ້າໃກ້ຕິດລົດມ້າຄັນນີ້ໄປ.” ຟີລິບຈຶ່ງແລ່ນຫຍັບເຂົ້າໄປໃກ້ ແລະໄດ້ຍິນເພິ່ນກຳລັງອ່ານໜັງສືຂອງຜູ້ທຳນວາຍເອຊາຢາຢູ່ ຟີລິບຈຶ່ງຖາມເພິ່ນວ່າ, “ທີ່ທ່ານອ່ານຢູ່ນັ້ນທ່ານເຂົ້າໃຈບໍ?”
ຂ້າຣາຊການຜູ້ນີ້ຕອບວ່າ, “ຂ້ອຍຈະເຂົ້າໃຈໄດ້ຢ່າງໃດ? ຖ້າບໍ່ມີຜູ້ໃດອະທິບາຍສູ່ຂ້ອຍຟັງ?” ແລ້ວເພິ່ນກໍເຊີນຟີລິບຂຶ້ນນັ່ງລົດມ້າໄປກັບເພິ່ນ.