ລູກາ 23
23
ພຣະເຢຊູເຈົ້າຖືກນຳຕົວໄປຢູ່ຕໍ່ໜ້າປີລາດ
(ມທ 27:1-2,11-14; ມຣກ 15:1-5; ຢຮ 18:28-38)
1ແລ້ວທີ່ປະຊຸມທັງໝົດໄດ້ລຸກຂຶ້ນ ແລະຄຸມຕົວພຣະເຢຊູເຈົ້າໄປຫາປີລາດ. 2ໃນທີ່ນັ້ນ ພວກເຂົາໄດ້ເລີ່ມກ່າວຟ້ອງພຣະອົງວ່າ, “ພວກເຮົາຈັບຄົນນີ້ໄດ້ ໃນຂະນະທີ່ກຳລັງຊັກຊວນປະຊາຊົນຂອງພວກເຮົາ ໃຫ້ກໍ່ການປັ່ນປ່ວນ ໂດຍຫ້າມບໍ່ໃຫ້ເສຍສ່ວຍແກ່ຈັກກະພັດ ແລະອ້າງຕົນວ່າ ເປັນພຣະຄຣິດຄືກະສັດຜູ້ໜຶ່ງ.”
3ດັ່ງນັ້ນ ປີລາດຈຶ່ງຖາມພຣະອົງວ່າ, “ເຈົ້າເປັນກະສັດຂອງຊາວຢິວບໍ?”
ພຣະອົງຊົງຕອບວ່າ, “ທ່ານເວົ້າເອງ.”
4ແລ້ວປີລາດກໍເວົ້າກັບພວກຫົວໜ້າປະໂຣຫິດ ແລະປະຊາຊົນວ່າ, “ເຮົາບໍ່ເຫັນຄວາມຜິດໃນຊາຍຜູ້ນີ້ຈັກປະການ.”
5ແຕ່ພວກເຂົາເວົ້າຢືນຢັນຕື່ມຢ່າງໜັກແໜ້ນວ່າ, “ຄົນນີ້ໄດ້ຍຸຍົງຄົນທັງຫລາຍໃຫ້ລຸກຮື້ຂຶ້ນ ແລະສັ່ງສອນທົ່ວທັງແຂວງຢູດາຍ ເລີ່ມຕົ້ນທີ່ແຂວງຄາລີເລ ແລະບັດນີ້ກໍມາຮອດທີ່ນີ້ແລ້ວ.”
ພຣະເຢຊູເຈົ້າຖືກສົ່ງຕົວໄປຫາກະສັດເຮໂຣດ
6ເມື່ອປີລາດໄດ້ຍິນພວກເຂົາເວົ້າຊື່ຄາລີເລ ຈຶ່ງຖາມວ່າ, “ຊາຍຄົນນີ້ເປັນຊາວຄາລີເລບໍ?” 7ພໍໄດ້ຮູ້ວ່າ ພຣະເຢຊູເຈົ້າມາຈາກຂົງເຂດທີ່ເຮໂຣດປົກຄອງ ເພິ່ນຈຶ່ງສົ່ງພຣະອົງໄປຫາເຮໂຣດ ຜູ້ທີ່ໃນເວລານັ້ນຍັງຢູ່ໃນນະຄອນເຢຣູຊາເລັມ. 8ເຮໂຣດດີໃຈທີ່ສຸດ ເມື່ອໄດ້ເຫັນພຣະເຢຊູເຈົ້າ ເພາະເພິ່ນໄດ້ຍິນເຖິງເລື່ອງຂອງພຣະອົງ ແລະລໍຄອຍທີ່ຢາກຈະເຫັນພຣະອົງມາດົນແລ້ວ ເພິ່ນຫວັງທີ່ຈະເຫັນພຣະເຢຊູເຈົ້າເຮັດໝາຍສຳຄັນບາງປະການ. 9ດັ່ງນັ້ນ ເຮໂຣດຈຶ່ງຖາມພຣະເຢຊູເຈົ້າຫລາຍຂໍ້ ແຕ່ພຣະອົງບໍ່ຕອບຈັກຄຳ. 10ພວກຫົວໜ້າປະໂຣຫິດແລະພວກທຳມະຈານກໍຢູ່ທີ່ນັ້ນ ກ່າວຟ້ອງພຣະອົງຢ່າງແຂງແຮງ. 11ຝ່າຍເຮໂຣດກັບທະຫານຂອງຕົນຕ່າງກໍເຢາະເຢີ້ຍ ແລະດູໝິ່ນພຣະອົງ ແລ້ວພວກເຂົາກໍເອົາເສື້ອໂຕທີ່ງົດງາມໃຫ້ພຣະອົງນຸ່ງ ແລະສົ່ງພຣະອົງຄືນໄປຫາປີລາດ. 12ໃນວັນນັ້ນເອງ ເຮໂຣດກັບປີລາດໄດ້ຄືນດີກັນ, ແຕ່ກ່ອນ ທັງສອງເປັນສັດຕູຕໍ່ກັນ.
ພຣະເຢຊູເຈົ້າຖືກຕັດສິນປະຫານຊີວິດ
(ມທ 27:15-26; ມຣກ 15:6-15; ຢຮ 18:39–19:16)
13ແລ້ວປີລາດກໍເອີ້ນພວກຫົວໜ້າປະໂຣຫິດ ບັນດາຜູ້ນຳ ແລະປະຊາຊົນມາປະຊຸມກັນ 14ແລະ ເວົ້າກັບພວກເຂົາວ່າ, “ເຈົ້າທັງຫລາຍໄດ້ນຳຊາຍຄົນນີ້ມາ ແລະກ່າວຫາວ່າ ລາວເປັນຜູ້ຊັກຊວນປະຊາຊົນໃຫ້ຫລົງຜິດ ບັດນີ້ ເຮົາສືບສວນລາວຊ້ອງໜ້າພວກເຈົ້າແລ້ວ ແລະເຮົາບໍ່ເຫັນຄວາມຜິດໃນຂໍ້ໃດຂໍ້ໜຶ່ງ ຕາມທີ່ພວກເຈົ້າກ່າວຫາລາວນັ້ນແຕ່ປະການໃດ. 15ຕະຫລອດທັງເຮໂຣດດ້ວຍ ກໍບໍ່ພົບຄວາມຜິດແຕ່ປະການໃດເໝືອນກັນ ຈຶ່ງສົ່ງລາວກັບມາຫາພວກເຮົາ ຊາຍຄົນນີ້ບໍ່ໄດ້ເຮັດຜິດປະການໃດທີ່ສົມຄວນຕ້ອງຕາຍ. 16ດັ່ງນັ້ນ ເຮົາຈຶ່ງສັ່ງໃຫ້ຂ້ຽນລາວແລ້ວປ່ອຍລາວໄປ.” [17ດ້ວຍວ່າ, ໃນງານເທດສະການນັ້ນ ເພິ່ນຕ້ອງປ່ອຍຄົນໜຶ່ງໃຫ້ພວກເຂົາ.]
18ປະຊາຊົນທັງໝົດຮ້ອງຂຶ້ນພ້ອມກັນວ່າ, “ເອົາມັນໄປຂ້າເສຍ ແລ້ວຈົ່ງປ່ອຍບາຣາບາໃຫ້ພວກເຮົາ.” (19ບາຣາບາຜູ້ນີ້ຖືກຄຸກ ເພາະການຈະລາຈົນທີ່ໄດ້ເກີດຂຶ້ນໃນເມືອງ ແລະເພາະຂ້າຄົນ.)
20ສ່ວນປີລາດນັ້ນ ຍັງຕ້ອງການທີ່ຈະປ່ອຍພຣະເຢຊູເຈົ້າ. ດັ່ງນັ້ນ ເພິ່ນຈຶ່ງຮຽກຮ້ອງກັບປະຊາຊົນອີກ. 21ແຕ່ພວກເຂົາຮ້ອງຕອບຄືນວ່າ, “ຄຶງມັນໄວ້ທີ່ໄມ້ກາງແຂນ ຄຶງມັນໄວ້ທີ່ໄມ້ກາງແຂນ.”
22ປີລາດເວົ້າກັບປະຊາຊົນເປັນເທື່ອທີສາມວ່າ, “ເປັນຫຍັງຈຶ່ງຄຶງ ຜູ້ນີ້ໄດ້ເຮັດຜິດຫຍັງ? ເຮົາບໍ່ພົບລາວເຮັດຜິດຫຍັງທີ່ສົມຄວນຕ້ອງຕາຍ ສະນັ້ນ ເມື່ອເຮົາສັ່ງໃຫ້ຂ້ຽນແລ້ວ ກໍຈະປ່ອຍລາວໄປ.”
23ແຕ່ປະຊາຊົນພ້ອມກັນຮ້ອງຂຶ້ນຈົນສຸດສຽງ ເພື່ອໃຫ້ພຣະອົງຖືກຄຶງໄວ້ທີ່ໄມ້ກາງແຂນ ແລະໃນທີ່ສຸດ ສຽງໂຮຮ້ອງຂອງພວກເຂົາກໍຊະນະ. 24ດັ່ງນັ້ນ ປີລາດຈຶ່ງຕັດສິນໃຫ້ເປັນໄປຕາມຄຳຂໍຮ້ອງຂອງພວກເຂົາ. 25ເພິ່ນໄດ້ປ່ອຍຄົນທີ່ພວກເຂົາຕ້ອງການ ຄືຜູ້ທີ່ຖືກຂັງຄຸກຢູ່ເພາະການຈະລາຈົນແລະຂ້າຄົນ ແລະເພິ່ນໄດ້ມອບພຣະເຢຊູເຈົ້າໃຫ້ພວກເຂົາເອົາໄປເຮັດຕາມຄວາມຕ້ອງການຂອງພວກເຂົາ.
ພຣະເຢຊູເຈົ້າຖືກຄຶງທີ່ໄມ້ກາງແຂນ
(ມທ 27:32-44; ມຣກ 15:21-32; ຢຮ 19:17-27)
26ເມື່ອພວກເຂົາພາພຣະອົງອອກໄປ ພວກເຂົາໄດ້ຈັບຊີໂມນໄທກີເຣເນ ທີ່ກຳລັງມາຈາກບ້ານນອກ ແລ້ວເອົາໄມ້ກາງແຂນວາງໃສ່ ໃຫ້ແບກຕາມພຣະເຢຊູເຈົ້າໄປ.
27ປະຊາຊົນຢ່າງໜາແໜ້ນ ໄດ້ຕາມພຣະເຢຊູເຈົ້າໄປ ໃນທ່າມກາງປະຊາຊົນນັ້ນ ມີແມ່ຍິງບາງຄົນຕີເອິກຮ້ອງໄຫ້ສຳລັບພຣະອົງ. 28ພຣະເຢຊູເຈົ້າຊົງຫັນໜ້າມາທາງພວກນາງ ແລະກ່າວວ່າ, “ຍິງຊາວນະຄອນເຢຣູຊາເລັມເອີຍ, ຢ່າສູ່ຮ້ອງໄຫ້ສົງສານເຮົາ, ແຕ່ຈົ່ງຮ້ອງໄຫ້ສົງສານພວກເຈົ້າເອງ ກັບລູກໆຂອງພວກເຈົ້າ. 29ດ້ວຍວ່າ, ວັນທັງຫລາຍກຳລັງຈະມາເຖິງແລ້ວ ຄົນກໍຈະເວົ້າກັນວ່າ, ‘ຍິງທີ່ເປັນໝັນ ຍິງທີ່ບໍ່ເຄີຍອອກລູກ ແລະຍິງທີ່ບໍ່ເຄີຍລ້ຽງລູກ ພວກເຈົ້າກໍເປັນສຸກແທ້ນໍ.’ 30ໃນເວລານັ້ນ ປະຊາຊົນກໍຈະເວົ້າກັບພູທັງຫລາຍວ່າ, ‘ຈົ່ງເຈື່ອນລົງມາທັບພວກເຮົາສາ’ ແລະເວົ້າກັບໂນນພູທັງຫລາຍວ່າ ‘ຈົ່ງປົກບັງພວກເຮົາໄວ້ເທີ້ນ.’ 31ດ້ວຍວ່າ, ໃນເມື່ອພວກເຂົາເຮັດເຊັ່ນນີ້ກັບໄມ້ທີ່ຍັງດິບ ພວກເຂົາຈະເຮັດຢ່າງໃດກັບໄມ້ທີ່ແຫ້ງແລ້ວ?”
32ມີອີກສອງຄົນ ທີ່ເປັນຜູ້ຮ້າຍທີ່ຖືກພວກທະຫານຄຸມ ເພື່ອນຳໄປປະຫານຮ່ວມກັບພຣະເຢຊູເຈົ້າ. 33ເມື່ອມາຮອດບ່ອນທີ່ມີຊື່ວ່າ, “ກະໂຫລກຫົວ” ພວກທະຫານກໍຄຶງພຣະອົງໄວ້ທີ່ໄມ້ກາງແຂນ ພ້ອມກັບຜູ້ຮ້າຍສອງຄົນ ຄືຜູ້ໜຶ່ງຢູ່ເບື້ອງຂວາແລະຜູ້ໜຶ່ງອີກຢູ່ເບື້ອງຊ້າຍ. 34ພຣະເຢຊູເຈົ້າພາວັນນາອະທິຖານວ່າ, “ພຣະບິດາເຈົ້າເອີຍ ໂຜດຍົກໂທດໃຫ້ພວກເຂົາດ້ວຍເຖີດ ເພາະພວກເຂົາບໍ່ຮູ້ຈັກວ່າ ພວກເຂົາກຳລັງເຮັດຫຍັງ.”
ແລ້ວພວກທະຫານກໍແບ່ງປັນເຄື່ອງນຸ່ງຂອງພຣະອົງ ໂດຍໃຊ້ສະຫລາກ. 35ຝ່າຍປະຊາຊົນກໍຢືນເບິ່ງຢູ່ທີ່ນັ້ນ, ຂະນະທີ່ບັນດາຜູ້ນຳຊາວຢິວເຢາະເຢີ້ຍພຣະອົງວ່າ, “ຖ້າລາວເປັນພຣະຄຣິດ ຜູ້ທີ່ພຣະເຈົ້າໄດ້ເລືອກໄວ້ນັ້ນ ລາວຊ່ວຍຄົນອື່ນໄດ້ ໃຫ້ຊ່ວຍຕົນເອງເບິ່ງດູ.”
36ພວກທະຫານກໍໄດ້ເຢາະເຢີ້ຍພຣະອົງເໝືອນກັນ ພວກເຂົາເຂົ້າມາຫາພຣະອົງ ແລ້ວເອົາເຫຼົ້າອະງຸ່ນສົ້ມໃຫ້ພຣະອົງດື່ມ 37ແລະ ເວົ້າວ່າ, “ຖ້າໂຕເປັນກະສັດຂອງຊາວຢິວແທ້ ຈົ່ງຊ່ວຍຕົວເອງແມ.” 38ເທິງຫົວຂອງພຣະອົງມີປ້າຍໄມ້ພ້ອມກັບມີຂໍ້ຄວາມຂຽນວ່າ, “ຜູ້ນີ້ເປັນກະສັດຂອງຊາດຢິວ.”
39ຝ່າຍຄົນໜຶ່ງໃນຜູ້ຮ້າຍ ທີ່ຖືກຄຶງໄວ້ ໄດ້ເວົ້າໝິ່ນປະໝາດຕໍ່ພຣະອົງວ່າ, “ເຈົ້າເປັນພຣະຄຣິດບໍ່ແມ່ນບໍ? ຈົ່ງຊ່ວຍຕົນເອງກັບຊ່ວຍເຮົາໃຫ້ພົ້ນເສຍ.”
40ແຕ່ຜູ້ຮ້າຍຄົນໜຶ່ງອີກຕຳໜິລາວ ແລະເວົ້າວ່າ, “ໂຕບໍ່ຢ້ານພຣະເຈົ້າບໍ? ໂຕກໍຖືກໂທດເໝືອນກັນກັບເພິ່ນ. 41ແຕ່ສຳລັບພວກເຮົາກໍສົມກັບໂທດນີ້ແທ້ ເພາະພວກເຮົາກຳລັງຮັບຜົນກຳທີ່ພວກເຮົາໄດ້ເຮັດ, ແຕ່ເພິ່ນບໍ່ໄດ້ເຮັດຜິດຫຍັງເລີຍ.” 42ແລ້ວລາວກໍເວົ້າກັບພຣະເຢຊູເຈົ້າວ່າ, “ພຣະເຢຊູເຈົ້າເອີຍ ເມື່ອໃດທີ່ທ່ານມາໃນແຜ່ນດິນຂອງທ່ານ ໂຜດລະນຶກເຖິງຂ້ານ້ອຍດ້ວຍເທີ້ນ.”
43ພຣະເຢຊູເຈົ້າຊົງຕອບລາວວ່າ, “ເຮົາບອກເຈົ້າຕາມຄວາມຈິງວ່າ ວັນນີ້ເຈົ້າຈະຢູ່ກັບເຮົາໃນທີ່ສຸກຂະເສີມ.”
ພຣະເຢຊູເຈົ້າຊົງສິ້ນພຣະຊົນ
(ມທ 27:45-56; ມຣກ 15:33-41; ຢຮ 19:28-30)
44ພໍປະມານທ່ຽງ ກໍເກີດມືດມົວທົ່ວແຜ່ນດິນຈົນເຖິງເວລາບ່າຍສາມໂມງ, 45ຜ້າກັ້ງທີ່ກາງໄວ້ໃນພຣະວິຫານ ກໍຖືກຈີກອອກເປັນສອງຕ່ອນ. 46ພຣະເຢຊູເຈົ້າຮ້ອງຂຶ້ນດ້ວຍສຽງດັງວ່າ, “ພຣະບິດາເຈົ້າເອີຍ ລູກຂໍມອບຈິດວິນຍານຂອງລູກ ໄວ້ໃນກຳມືຂອງພຣະອົງ.” ແລ້ວພຣະອົງກໍຊົງສິ້ນພຣະຊົນ.
47ເມື່ອນາຍຮ້ອຍທະຫານເຫັນເຫດການທີ່ເກີດຂຶ້ນແລ້ວ ລາວກໍສັນລະເສີນພຣະເຈົ້າໂດຍເວົ້າວ່າ, “ຈິງແທ້ແລ້ວ ທ່ານຜູ້ນີ້ບໍ່ມີຄວາມຜິດ.”
48ເມື່ອປະຊາຊົນທີ່ໄດ້ເຕົ້າໂຮມກັນໃນທີ່ນັ້ນ ເພື່ອເບິ່ງເລື່ອງແປກປະຫລາດ ທີ່ເກີດຂຶ້ນ ເມື່ອໄດ້ເຫັນເຫດການນັ້ນແລ້ວ ຕ່າງກໍກັບເມືອເຮືອນຂອງໃຜລາວ ທັງຕີເອິກດ້ວຍຄວາມທຸກໃຈ. 49ທຸກຄົນທີ່ຮູ້ຈັກພຣະເຢຊູເຈົ້າເປັນການສ່ວນຕົວ ຕະຫລອດທັງພວກແມ່ຍິງທີ່ໄດ້ຕິດຕາມພຣະອົງມາແຕ່ແຂວງຄາລີເລ ຕ່າງກໍຢືນເຝົ້າຖ້າເບິ່ງຢູ່ຫ່າງໆ.
ການວາງພຣະສົບຂອງພຣະເຢຊູເຈົ້າ
(ມທ 27:57-61; ມຣກ 15:42-47; ຢຮ 19:38-42)
50ແລະເບິ່ງແມ! ມີຊາຍຄົນໜຶ່ງ ຊື່ໂຢເຊັບ ເປັນສະມາຊິກແຫ່ງສານສູງສຸດ ເພິ່ນເປັນຄົນດີແລະສັດຊື່. 51ເພິ່ນຜູ້ນີ້ບໍ່ໄດ້ເຫັນດີຕາມມະຕິ ແລະການເຮັດຂອງພວກເຂົາ ເພິ່ນເປັນໄທບ້ານອາຣີມາທາຍ ຊຶ່ງເປັນບ້ານຂອງຊາດຢິວ ທັງເປັນຜູ້ຄອຍຖ້າຣາຊອານາຈັກຂອງພຣະເຈົ້າ. 52ເພິ່ນໄດ້ເຂົ້າໄປຫາປີລາດ ແລະຂໍເອົາພຣະສົບຂອງພຣະເຢຊູເຈົ້າ. 53ແລ້ວເພິ່ນກໍເອົາພຣະສົບນັ້ນ ລົງມາຈາກໄມ້ກາງແຂນ ໃຊ້ຜ້າປ່ານຫໍ່ ແລະນຳໄປວາງໄວ້ໃນອຸບມຸງແຫ່ງໜຶ່ງ ທີ່ເຈາະໄວ້ໃນໂງ່ນຫີນ ແລະອຸບມຸງນີ້ຍັງບໍ່ເຄີຍວາງສົບຜູ້ໃດຈັກເທື່ອ. 54ວັນນັ້ນເປັນວັນຈັດຕຽມ (ວັນສຸກ) ແລະເກືອບຈະເຖິງວັນຊະບາໂຕແລ້ວ.
55ສ່ວນພວກແມ່ຍິງທີ່ຕິດຕາມພຣະອົງມາຈາກແຂວງຄາລີເລ ກໍໄປກັບໂຢເຊັບ ພວກນາງໄດ້ເຫັນອຸບມຸງ ແລະໄດ້ເຫັນພຣະສົບຂອງພຣະອົງວາງໄວ້ຢູ່ໃນທີ່ນັ້ນຢ່າງໃດ. 56ແລ້ວພວກນາງກໍກັບຄືນເມືອເຮືອນ ແລະຈັດຕຽມເຄື່ອງຫອມ ແລະນໍ້າມັນຫອມ.
ໃນວັນຊະບາໂຕ ພວກນາງຕ້ອງຢຸດພັກຜ່ອນຕາມກົດບັນຍັດ.
@ 2012 United Bible Societies. All Rights Reserved.