1
ມັດທາຍ 13:23
ພຣະຄຳພີລາວສະບັບສະໄໝໃໝ່
LCV
ສ່ວນເມັດພືດທີ່ຕົກໃສ່ເທິງດິນດີນັ້ນຄືຜູ້ທີ່ໄດ້ຍິນພຣະຄຳ ແລະ ເຂົ້າໃຈພຣະຄຳ ຜູ້ນັ້ນຈຶ່ງເກີດຜົນຮ້ອຍເທົ່າ, ຫົກສິບເທົ່າ ຫລື ສາມສິບເທົ່າຂອງເມັດພືດທີ່ຫວ່ານລົງໄປ”.
對照
ມັດທາຍ 13:23 探索
2
ມັດທາຍ 13:22
ເມັດພືດທີ່ຕົກກາງຟຸ່ມໜາມ ຄືຜູ້ທີ່ໄດ້ຍິນພຣະຄຳແຕ່ມີຄວາມກັງວົນໃນຊີວິດນີ້ ແລະ ຄວາມຫລອກລວງຂອງຄວາມຮັ່ງມີເຂົ້າມາຫຸ້ມຮັດພຣະຄຳນັ້ນໄວ້ຈຶ່ງບໍ່ເກີດຜົນ.
ມັດທາຍ 13:22 探索
3
ມັດທາຍ 13:19
ເມື່ອຜູ້ໃດໄດ້ຍິນພຣະຄຳເລື່ອງອານາຈັກ ແລະ ບໍ່ເຂົ້າໃຈ ມານຊົ່ວຮ້າຍກໍມາຍາດເອົາພຣະທຳທີ່ຫວ່ານລົງໃນໃຈຂອງພວກເຂົາໄປ. ນີ້ຄືເມັດພືດທີ່ຫວ່ານຕາມທາງ.
ມັດທາຍ 13:19 探索
4
ມັດທາຍ 13:20-21
ເມັດພືດທີ່ຕົກໃສ່ເທິງບ່ອນມີຫີນຫລາຍດິນໜ້ອຍ ຄືຄົນທີ່ໄດ້ຍິນພຣະຄຳແລ້ວກໍຮັບໄວ້ທັນທີດ້ວຍຄວາມຍິນດີ. ແຕ່ຍ້ອນພວກເຂົາບໍ່ມີຮາກຈຶ່ງທົນຢູ່ບໍ່ໄດ້ດົນ, ເມື່ອມີຄວາມຍາກລຳບາກ ຫລື ຖືກຂົ່ມເຫັງເພາະພຣະຄຳ ພວກເຂົາກໍລົ້ມເລີກໄປທັນທີ.
ມັດທາຍ 13:20-21 探索
5
ມັດທາຍ 13:44
“ອານາຈັກສະຫວັນປຽບເໝືອນຊັບສົມບັດທີ່ເຊື່ອງໄວ້ໃນທົ່ງນາ. ເມື່ອມີຊາຍຄົນໜຶ່ງພົບເຫັນແລ້ວກໍເຊື່ອງໄວ້ອີກ ແລະ ດ້ວຍຄວາມຕື່ນເຕັ້ນຍິນດີຫລາຍລາວຈຶ່ງໄປຂາຍທຸກສິ່ງທີ່ຕົນມີ ແລ້ວໄປຊື້ເອົານາທົ່ງນັ້ນ.
ມັດທາຍ 13:44 探索
6
ມັດທາຍ 13:8
ຍັງມີບາງເມັດອີກທີ່ຕົກໃສ່ດິນດີຈຶ່ງເກີດຜົນຮ້ອຍເທົ່າ, ຫົກສິບເທົ່າ ຫລື ສາມສິບເທົ່າຂອງພືດທີ່ຫວ່ານ.
ມັດທາຍ 13:8 探索
7
ມັດທາຍ 13:30
ປະໃຫ້ເຂົ້າທັງສອງໃຫຍ່ຂຶ້ນນຳກັນຈົນເຖິງເວລາເກັບກ່ຽວ. ໃນເວລານັ້ນເຮົາຈະບອກຄົນງານເກັບກ່ຽວໃຫ້ກ່ຽວເຂົ້ານົກກ່ອນ ແລະ ໂຮມເປັນມັດເຜົາໄຟຖິ້ມເສຍ, ສ່ວນເຂົ້າຫວີດນັ້ນໃຫ້ໂຮມໄວ້ໃນເລົ້າຂອງເຮົາ’”.
ມັດທາຍ 13:30 探索
主頁
聖經
計劃
影片