1
ລູກາ 15:20
ພຣະຄຳພີສັກສິ
ພຄພ
ດັ່ງນັ້ນ ລາວຈຶ່ງລຸກຂຶ້ນ ຄືນເມືອຫາພໍ່ຂອງຕົນ. ຂະນະທີ່ຍັງຢູ່ຫ່າງໄກຈາກບ້ານພໍສົມຄວນ ພໍ່ກໍແນມເຫັນລາວ ແລ້ວມີຄວາມເມດຕາສົງສານ ຈຶ່ງແລ່ນອອກໄປກອດລູກໄວ້ດ້ວຍຄວາມຮັກແພງ.
對照
ລູກາ 15:20 探索
2
ລູກາ 15:24
ດ້ວຍວ່າ, ລູກເຮົາຄົນນີ້ຕາຍແລ້ວ ແຕ່ບັດນີ້ລາວມີຊີວິດຢູ່ ລາວເສຍໄປແລ້ວ ແຕ່ບັດນີ້ເຮົາໄດ້ພົບລາວອີກ.’ ແລະພວກເຂົາກໍໄດ້ຕັ້ງຕົ້ນຊົມຊື່ນຍິນດີ.
ລູກາ 15:24 探索
3
ລູກາ 15:7
ໃນທຳນອງດຽວກັນນັ້ນແຫຼະ ເຮົາບອກເຈົ້າທັງຫລາຍວ່າ, ໃນສະຫວັນຈະມີຄວາມຊົມຊື່ນຍິນດີຫລາຍ ທີ່ຄົນບາບຜູ້ໜຶ່ງຖິ້ມໃຈເກົ່າເອົາໃຈໃໝ່ ຫລາຍກວ່າຄົນສິນທຳເກົ້າສິບເກົ້າຄົນ ທີ່ບໍ່ຕ້ອງການຖິ້ມໃຈເກົ່າເອົາໃຈໃໝ່.”
ລູກາ 15:7 探索
4
ລູກາ 15:18
ເຮົາຈະລຸກຂຶ້ນເມືອຫາພໍ່ຂອງເຮົາ ແລະເວົ້າວ່າ, ພໍ່ເອີຍ ລູກໄດ້ເຮັດບາບຕໍ່ສູ້ພຣະເຈົ້າ ແລະຕໍ່ສູ້ພໍ່ແລ້ວ.
ລູກາ 15:18 探索
5
ລູກາ 15:21
ຜູ້ເປັນລູກຈຶ່ງເວົ້າວ່າ, ‘ພໍ່ເອີຍ ລູກໄດ້ເຮັດບາບຕໍ່ພຣະເຈົ້າ ແລະຕໍ່ພໍ່ແລ້ວ ລູກບໍ່ສົມຄວນທີ່ມີຊື່ວ່າ, ເປັນລູກຂອງພໍ່ອີກຕໍ່ໄປ.’
ລູກາ 15:21 探索
6
ລູກາ 15:4
“ມີຄົນໃດແດ່ໃນພວກເຈົ້າມີແກະຢູ່ຮ້ອຍໂຕ ແລະໂຕໜຶ່ງເສຍໄປ ຄົນນັ້ນຈະເຮັດຢ່າງໃດ? ລາວຈະບໍ່ປະເກົ້າສິບເກົ້າໂຕນັ້ນໄວ້ໃນທົ່ງຫຍ້າ ແລະໄປຊອກຫາໂຕທີ່ເສຍນັ້ນຈົນພົບບໍ?
ລູກາ 15:4 探索
主頁
聖經
計劃
影片