ລູກາ 24

24
ພຣະເຢຊູເຈົ້າ​ຊົງ​ຄືນພຣະຊົນ
(ມທ 28:1-10; ມຣກ 16:1-8; ຢຮ 20:1-10)
1ແຕ່​ຮຸ່ງເຊົ້າ​ຂອງ​ວັນ​ຕົ້ນ​ສັບປະດາ​(ວັນ​ອາທິດ) ພວກ​ແມ່ຍິງ​ເຫຼົ່ານັ້ນ​ໄດ້​ໄປ​ທີ່​ອຸບມຸງ ພ້ອມ​ທັງ​ຖື​ເຄື່ອງຫອມ​ທີ່​ພວກ​ຕົນ​ຈັດຕຽມ​ໄວ້​ແລ້ວ​ໄປ​ນຳ. 2ພວກ​ນາງ​ເຫັນ​ກ້ອນຫີນ​ໄດ້​ຖືກ​ກຶ່ງ​ອອກ​ຈາກ​ປາກ​ອຸບມຸງ​ແລ້ວ. 3ດັ່ງນັ້ນ ພວກ​ນາງ​ຈຶ່ງ​ເຂົ້າ​ໄປ, ແຕ່​ບໍ່​ເຫັນ​ພຣະສົບ​ຂອງ​ອົງ​ພຣະເຢຊູເຈົ້າ. 4ເວລາ​ພວກຍິງ​ເຫຼົ່ານີ້​ຢືນ​ຄິດເຖິງ​ເຫດການ​ນີ້​ຢູ່ ໃນ​ທັນໃດນັ້ນ ກໍ​ມີ​ຊາຍ​ສອງ​ຄົນ​ຢືນ​ຢູ່​ໃກ້​ພວກ​ນາງ ຊາຍ​ສອງ​ຄົນ​ນີ້​ນຸ່ງ​ເຄື່ອງ​ເປັ່ງ​ປະກາຍ​ຈົນ​ເຫຼື້ອມ​ຕາ. 5ດ້ວຍ​ຄວາມ​ຢ້ານ​ທີ່ສຸດ ພວກ​ນາງ​ຈຶ່ງ​ກົ້ມ​ຂາບລົງ​ພື້ນດິນ ແລະ​ຊາຍ​ສອງ​ຄົນ​ກໍ​ກ່າວ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຊອກ​ຫາ​ຄົນ​ເປັນ​ຢູ່​ໃນ​ໝູ່​ຄົນຕາຍ? 6ພຣະອົງ​ບໍ່ໄດ້​ຢູ່​ທີ່​ນີ້ ພຣະອົງ​ເປັນ​ຄືນ​ມາ​ສູ່​ຊີວິດ​ແລ້ວ ຈົ່ງ​ລະນຶກເຖິງ​ຖ້ອຍຄຳ​ທີ່​ພຣະອົງ​ກ່າວ​ແກ່​ພວກເຈົ້າ ເມື່ອ​ພຣະອົງ​ຢູ່​ໃນ​ແຂວງ​ຄາລີເລ​ວ່າ, 7‘ບຸດ​ມະນຸດ​ຕ້ອງ​ຖືກ​ມອບ​ໄວ້​ໃນ​ມື​ຂອງ​ບັນດາ​ຄົນບາບ ແລະ​ຖືກ​ຄຶງ​ໄວ້​ທີ່​ໄມ້ກາງແຂນ ແລ້ວ​ໃນ​ວັນ​ຖ້ວນ​ສາມ​ກໍ​ຈະ​ເປັນ​ຄືນ​ມາ​ສູ່​ຊີວິດ.”’
8ແລ້ວ​ແມ່ຍິງ​ເຫຼົ່ານີ້​ກໍ​ລະນຶກເຖິງ​ຖ້ອຍຄຳ​ຂອງ​ພຣະອົງ, 9ແລະ​ເມື່ອ​ໄດ້ກັບ​ໄປ​ຈາກ​ອຸບມຸງ​ແລ້ວ ພວກນາງ​ກໍໄດ້​ບອກ​ເຫດການ​ເຫຼົ່ານີ້​ທັງໝົດ ແກ່​ພວກ​ສາວົກ​ສິບເອັດ​ຄົນ ແລະ​ຄົນອື່ນໆ​ທັງໝົດ​ດ້ວຍ. 10ພວກ​ແມ່ຍິງ​ທີ່​ມາ​ບອກ​ຂ່າວ​ນີ້​ມີ: ມາຣີ​ໄທ​ມັກດາລາ, ໂຢຮັນນາ, ມາຣີ​ແມ່​ຂອງ​ຢາໂກໂບ, ພວກ​ແມ່ຍິງ​ຄົນ​ອື່ນໆ​ທີ່​ຢູ່​ກັບ​ພວກ​ນາງ ກໍ​ເລົ່າ​ເຫດການ​ຢ່າງ​ດຽວກັນ​ນີ້​ແກ່​ພວກ​ອັກຄະສາວົກ. 11ຝ່າຍ​ພວກ​ອັກຄະສາວົກ​ບໍ່​ເຊື່ອ​ຄຳ​ເວົ້າ​ຂອງ​ພວກ​ນາງ ເພາະ​ຖື​ວ່າ​ເປັນ​ຄຳ​ເວົ້າ​ເປົ່າໆ. 12ແຕ່​ເປໂຕ​ໄດ້​ລຸກ​ຂຶ້ນ ແລະ​ແລ່ນ​ໄປ​ທີ່​ອຸບມຸງ ລາວ​ກົ້ມ​ລົງ ແລະ​ເຫັນ​ແຕ່​ຜ້າ​ພັນ​ພຣະສົບ​ເທົ່ານັ້ນ ແລ້ວ​ລາວ​ກໍ​ກັບຄືນ​ເມືອ​ເຮືອນ​ດ້ວຍ​ຄວາມ​ປະຫລາດ​ໃຈ​ທີ່ສຸດ ຕໍ່​ເຫດການ​ທີ່​ໄດ້​ເກີດຂຶ້ນ​ນັ້ນ.
ຕາມ​ທາງ​ໄປ​ເມືອງ​ເອມາອູດ
(ມຣກ 16:12-13)
13ແລ້ວ​ໃນ​ວັນ​ດຽວກັນ​ນັ້ນ​ເອງ ກໍ​ມີ​ສອງ​ຄົນ​ໃນ​ພວກ​ສາວົກ ກຳລັງ​ເດີນທາງ​ໄປ​ທີ່​ເມືອງ​ເອມາອູດ ຊຶ່ງ​ໄກ​ຈາກ​ນະຄອນ​ເຢຣູຊາເລັມ​ປະມານ​ສິບເອັດ​ກິໂລແມັດ, 14ແລະ ທັງສອງ​ກຳລັງ​ສົນທະນາກັນ​ເຖິງ​ເຫດການ​ທັງໝົດ​ທີ່​ໄດ້​ເກີດຂຶ້ນ. 15ໃນ​ຂະນະທີ່​ພວກເພິ່ນ​ສົນທະນາ ແລະ​ໂຕ້ຖຽງ​ກັນ​ໄປ​ນັ້ນ ພຣະເຢຊູເຈົ້າ​ກໍ​ສະເດັດ​ມາ​ໃກ້ ແລະ​ຮ່ວມ​ເດີນທາງ​ໄປ​ກັບ​ພວກເພິ່ນ, 16ພວກເພິ່ນ​ເຫັນ​ພຣະເຢຊູເຈົ້າ, ແຕ່​ມີ​ສິ່ງ​ປິດບັງ​ບໍ່​ໃຫ້​ພວກເພິ່ນ​ຈື່​ພຣະອົງ​ໄດ້. 17ພຣະເຢຊູເຈົ້າ​ໄດ້​ຖາມ​ພວກເພິ່ນ​ວ່າ, “ຂະນະທີ່​ຍ່າງ​ມາ​ຕາມ​ທາງ ພວກເຈົ້າ​ໂຕ້ຖຽງ​ກັນ​ເຖິງ​ເລື່ອງ​ຫຍັງ?”
ແລ້ວ​ພວກເພິ່ນ​ກໍ​ເຊົາ​ຍ່າງ​ແລະ​ຢືນ​ຢູ່ ຕ່າງ​ກໍ​ມີ​ສີ​ໜ້າ​ເສົ້າໂສກ. 18ແລ້ວ​ຄົນ​ໜຶ່ງ​ຊື່​ກະໂລປາ​ໄດ້​ຖາມ​ພຣະອົງ​ວ່າ, “ໃນ​ບັນດາ​ແຂກ​ເມືອງ​ທີ່​ມາ​ອາໄສ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ມີ​ແຕ່​ທ່ານ​ຜູ້​ດຽວ​ບໍ ທີ່​ບໍ່​ຮູ້​ເຫດການ ຊຶ່ງ​ເກີດຂຶ້ນ​ທີ່​ນັ້ນ​ລະຫວ່າງ​ວັນ​ເຫຼົ່ານີ້.”
19ພຣະອົງ​ໄດ້​ຖາມ​ພວກເພິ່ນ​ວ່າ, “ເຫດການ​ອັນ​ໃດ?”
ພວກເພິ່ນ​ໄດ້​ຕອບ​ວ່າ, “ເລື່ອງ​ເຢຊູ​ໄທ​ນາຊາເຣັດ ທີ່​ສະແດງ​ຕົວ​ເປັນ​ຜູ້ທຳນວາຍ ປະກອບ​ດ້ວຍ​ຣິດເດດ​ໃນ​ກິດຈະການ ແລະ​ໃນ​ຖ້ອຍຄຳ​ຕໍ່ໜ້າ​ພຣະເຈົ້າ ແລະ​ຕໍ່ໜ້າ​ປະຊາຊົນ​ທັງໝົດ. 20ຄື​ພວກ​ຫົວໜ້າ​ປະໂຣຫິດ ແລະ​ບັນດາ​ຜູ້​ປົກຄອງ​ຂອງ​ພວກເຮົາ ໄດ້​ມອບ​ເພິ່ນ​ໃຫ້​ຖືກ​ລົງໂທດ​ເຖິງ​ຕາຍ ແລະ​ພວກເຂົາ​ໄດ້​ຄຶງ​ເພິ່ນ​ໄວ້​ທີ່​ໄມ້ກາງແຂນ. 21ພວກເຮົາ​ເຄີຍ​ຫວັງ​ວ່າ ແມ່ນ​ເພິ່ນ​ຜູ້​ນີ້​ແຫຼະ ທີ່​ຈະ​ເປັນ​ຜູ້​ປົດປ່ອຍ​ຊາດ​ອິດສະຣາເອນ​ໃຫ້​ເປັນ​ອິດສະຫລະ ນອກຈາກ​ເລື່ອງ​ທີ່​ກ່າວ​ມາ​ນັ້ນ ວັນ​ນີ້ ກໍ​ເປັນ​ວັນ​ຖ້ວນ​ສາມ​ແລ້ວ ຕັ້ງແຕ່​ເຫດການ​ໄດ້​ເກີດຂຶ້ນ. 22ນອກ​ນັ້ນ ມີ​ແມ່ຍິງ​ບາງຄົນ​ໃນ​ພວກເຮົາ ສ້າງ​ຄວາມ​ປະຫລາດ​ໃຈ​ໃຫ້​ແກ່​ພວກເຮົາ ຄື​ພວກ​ນາງ​ໄດ້​ໄປ​ທີ່​ອຸບມຸງ​ແຕ່​ເຊົ້າໆ 23ແຕ່​ບໍ່​ພົບ​ພຣະສົບ​ຂອງ​ເພິ່ນ ແມ່ຍິງ​ເຫຼົ່ານັ້ນ​ກັບ​ມາ​ບອກ​ວ່າ ພວກ​ນາງ​ໄດ້​ເຫັນ​ເທວະດາ​ປາກົດ ແລະ​ເທວະດາ​ນັ້ນ​ໄດ້​ບອກ​ວ່າ ເພິ່ນ​ເປັນ​ຄືນ​ມາ​ສູ່​ຊີວິດ​ແລ້ວ. 24ບາງຄົນ​ໃນ​ກຸ່ມ​ຂອງ​ພວກເຮົາ​ໄດ້​ໄປ​ທີ່​ອຸບມຸງ ແລະ​ໄດ້​ພົບ​ເຫັນ​ທຸກສິ່ງ​ຕາມ​ທີ່​ພວກ​ແມ່ຍິງ​ໄດ້​ບອກ​ນັ້ນ, ແຕ່​ພວກເພິ່ນ​ບໍ່ໄດ້​ເຫັນ​ພຣະອົງ.”
25ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ແກ່​ພວກເພິ່ນ​ວ່າ, “ໂອ ຄົນ​ໂງ່​ເອີຍ ພວກເຈົ້າ​ຊ່າງ​ມີ​ໃຈ​ເສີຍຊ້າ​ແທ້ ທີ່​ຈະ​ເຊື່ອຟັງ​ທຸກ​ຖ້ອຍຄຳ ຊຶ່ງ​ບັນດາ​ຜູ້ທຳນວາຍ​ໄດ້​ກ່າວ​ໄວ້ 26ຈຳເປັນ​ທີ່​ພຣະຄຣິດ​ຕ້ອງ​ທົນທຸກ​ທໍລະມານ​ຕໍ່​ສິ່ງ​ເຫຼົ່ານີ້ ແລ້ວ​ເຂົ້າ​ໄປ​ໃນ​ສະຫງ່າຣາສີ​ຂອງ​ພຣະອົງ​ບໍ່ແມ່ນ​ບໍ?” 27ແລ້ວ​ພຣະອົງ​ຈຶ່ງ​ຊົງ​ອະທິບາຍ​ພຣະຄຳພີ​ທຸກ​ຕອນ ທີ່​ກ່າວ​ເຖິງ​ເລື່ອງ​ພຣະອົງ​ສູ່​ພວກເພິ່ນ​ຟັງ ຄື​ເລີ່ມ​ແຕ່​ໂມເຊ ຕະຫລອດ​ເຖິງ​ພວກ​ຜູ້ທຳນວາຍ.
28ພໍ​ມາ​ໃກ້​ບ້ານ​ທີ່​ພວກເພິ່ນ​ກຳລັງ​ຈະ​ໄປ​ນັ້ນ ພຣະເຢຊູເຈົ້າ​ເຮັດ​ຄື​ຈະ​ສະເດັດ​ຜ່ານ​ໄປ​ເລີຍ, 29ແຕ່​ພວກເພິ່ນ​ທັງສອງ​ໄດ້​ຊັກຊວນ​ໃຫ້​ພຣະອົງ​ຢູ່ ໂດຍ​ເວົ້າ​ວ່າ, “ເຊີນ​ພັກ​ຄ້າງຄືນ​ຢູ່​ກັບ​ພວກເຮົາ​ສາ ເພາະ​ໃກ້​ຈະ​ຄໍ່າ​ມືດ​ແລ້ວ.” ດັ່ງນັ້ນ ພຣະອົງ​ຈຶ່ງ​ເຂົ້າ​ໄປ​ພັກ​ຢູ່​ກັບ​ພວກເພິ່ນ. 30ເມື່ອ​ພຣະອົງ​ນັ່ງ​ລົງ​ຮັບປະທານ​ອາຫານ​ກັບ​ພວກເພິ່ນ ພຣະອົງ​ກໍ​ຈັບ​ເອົາ​ເຂົ້າຈີ່​ກ່າວ​ໂມທະນາ​ຂອບພຣະຄຸນ ແລະ​ຫັກ​ເຂົ້າຈີ່​ນັ້ນ​ຍື່ນໃຫ້​ພວກເພິ່ນ. 31ແລ້ວ​ຕາ​ຂອງ​ພວກເພິ່ນ​ຖືກ​ເປີດ​ໃຫ້​ສະຫວ່າງ​ຂຶ້ນ ແລະ​ຈື່​ພຣະອົງ​ໄດ້, ແຕ່​ພຣະອົງ​ໄດ້​ຫາຍໄປ​ຈາກ​ພວກເພິ່ນ. 32ພວກເພິ່ນ​ຈຶ່ງ​ເວົ້າ​ກັນ​ວ່າ, “ເມື່ອ​ພຣະອົງ​ກຳລັງ​ເວົ້າ​ນຳ​ພວກເຮົາ​ຕາມ​ທາງ ແລະ​ໄດ້​ອະທິບາຍ​ພຣະຄຳພີ​ໃຫ້​ພວກເຮົາ​ຟັງ​ນັ້ນ ໃຈ​ຂອງ​ພວກເຮົາ​ກໍ​ຮ້ອນຮົນ​ເໝືອນ​ໄຟ​ພາຍ​ໃນ​ພວກເຮົາ​ບໍ່ແມ່ນ​ບໍ?”
33ໃນ​ທັນໃດນັ້ນ ທ່ານ​ທັງສອງ​ກໍ​ລຸກ​ຂຶ້ນ ກັບຄືນ​ໄປ​ນະຄອນ​ເຢຣູຊາເລັມ​ໃນ​ທັນທີ ແລະ​ໃນ​ທີ່ນັ້ນ ພວກເພິ່ນ​ໄດ້​ພົບ​ກັບ​ສາວົກ​ສິບເອັດ​ຄົນ​ກັບ​ຄົນອື່ນໆ​ຊຸມນຸມ​ກັນ​ຢູ່ 34ຕ່າງ​ກໍ​ເວົ້າ​ວ່າ, “ອົງພຣະ​ຜູ້​ເປັນຈົ້າ​ເປັນ​ຄືນ​ມາ​ຢ່າງ​ແທ້ຈິງ ແລະ​ໄດ້​ປາກົດ​ໃຫ້​ຊີໂມນ​ເຫັນ.”
35ແລ້ວ​ທັງສອງ​ກໍ​ເລົ່າ​ເຫດການ​ທີ່​ໄດ້​ເກີດຂຶ້ນ​ຕາມທາງ ແລະ​ການ​ທີ່​ພຣະອົງ​ໄດ້​ເຮັດ​ໃຫ້​ພວກເພິ່ນ​ຮູ້ຈັກ​ພຣະອົງເອງ​ໂດຍ​ການ​ຫັກ​ເຂົ້າຈີ່​ນັ້ນ.
ພຣະເຢຊູເຈົ້າ​ປາກົດ​ແກ່​ພວກ​ສາວົກ
(ມທ 28:16-20; ມຣກ 16:14-18; ຢຮ 20:19-23; ກຈກ 1:6-8)
36ເມື່ອ​ທັງສອງ​ກຳລັງ​ເລົ່າ​ເຫດການ​ທັງຫລາຍ​ຢູ່ ໃນທັນໃດ ພຣະເຢຊູເຈົ້າ ກໍ​ຢືນ​ຢູ່​ທ່າມກາງ​ພວກເພິ່ນ ແລະ​ກ່າວ​ແກ່​ພວກເພິ່ນ​ວ່າ, “ສັນຕິສຸກ​ຈົ່ງ​ມີ​ແກ່​ເຈົ້າ​ທັງຫລາຍ.”
37ທຸກຄົນ​ຕ່າງ​ກໍ​ຕົກໃຈ​ຢ້ານ​ຢ່າງ​ໃຫຍ່ ໂດຍ​ຄິດ​ວ່າ​ພວກ​ຕົນ​ເຫັນ​ຜີ. 38ແຕ່​ພຣະອົງ​ຖາມ​ພວກເພິ່ນ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ແຕກຕື່ນ​ຕົກໃຈ? ເປັນຫຍັງ​ຄວາມ​ສົງໄສ​ເຫຼົ່ານີ້ ຈຶ່ງ​ເກີດຂຶ້ນ​ໃນ​ຈິດໃຈ​ຂອງ​ພວກເຈົ້າ? 39ຈົ່ງ​ເບິ່ງ​ມື​ແລະ​ຕີນ​ຂອງເຮົາ​ດູ ນີ້​ແມ່ນ​ເຮົາ​ເອງ​ແທ້ ຈົ່ງ​ຄຳ​ເບິ່ງ​ຕົວ​ເຮົາ ແລະ​ພວກເຈົ້າ​ກໍ​ຈະ​ຮູ້, ເພາະວ່າ​ຜີ​ບໍ່ມີ​ເນື້ອໜັງ ບໍ່ມີ​ກະດູກ​ດັ່ງ​ທີ່​ພວກເຈົ້າ​ເຫັນ​ເຮົາ​ມີ​ຢູ່​ນີ້.”
40ເມື່ອ​ກ່າວ​ເຊັ່ນນີ້​ແລ້ວ ພຣະອົງ​ກໍ​ຊົງ​ສຳແດງ​ໃຫ້​ພວກເພິ່ນ​ເຫັນ​ມື​ແລະ​ຕີນ​ຂອງ​ພຣະອົງ. 41ເມື່ອ​ຍັງ​ບໍ່​ວາງໃຈເຊື່ອ ເພາະ​ຄວາມ​ຊົມຊື່ນ​ຍິນດີ​ອັນ​ໃຫຍ່ ແລະ​ການ​ປະຫລາດ​ໃຈ​ທີ່​ພວກເພິ່ນ​ມີ​ຢູ່​ນັ້ນ ພຣະອົງ​ຈຶ່ງ​ຖາມ​ພວກເພິ່ນ​ວ່າ, “ທີ່​ນີ້​ພວກເຈົ້າ​ມີ​ຫຍັງ​ກິນ​ແດ່?” 42ພວກເພິ່ນ​ຈຶ່ງໄດ້​ເອົາ​ປາ​ປີ້ງ​ຕ່ອນ​ໜຶ່ງ​ໃຫ້​ພຣະອົງ 43ພຣະອົງ​ກໍໄດ້​ຈັບ​ເອົາ​ປາ​ນັ້ນ ມາ​ກິນ​ຢູ່​ຕໍ່ໜ້າ​ພວກເພິ່ນ.
44ແລ້ວ​ພຣະອົງ​ກໍໄດ້​ກ່າວ​ແກ່​ພວກເພິ່ນ​ວ່າ, “ນີ້​ແຫຼະ ແມ່ນ​ສິ່ງ​ທີ່​ເຮົາ​ໄດ້​ບອກ​ພວກເຈົ້າ​ແລ້ວ ເມື່ອ​ເຮົາ​ຍັງ​ຢູ່​ກັບ​ພວກເຈົ້າ ຄື​ທຸກສິ່ງ​ທີ່​ໄດ້​ມີ​ຂຽນ​ໄວ້​ເຖິງ​ເຮົາ​ໃນ​ໜັງສື​ກົດບັນຍັດ​ຂອງ​ໂມເຊ, ໃນ​ໜັງສື​ຂອງ​ພວກ​ຜູ້ທຳນວາຍ ແລະ​ໃນ​ໜັງສື​ເພງ​ສັນລະເສີນ ຈຳເປັນ​ຕ້ອງ​ສຳເລັດ​ເປັນຈິງ​ຕາມ​ນັ້ນ.”
45ແລ້ວ​ພຣະອົງ​ກໍໄດ້​ຊົງ​ບັນດານ​ເປີດ​ຈິດໃຈ​ຂອງ​ພວກເພິ່ນ ໃຫ້​ເຂົ້າໃຈ​ພຣະຄຳພີ, 46ແລະ ໄດ້​ກ່າວ​ແກ່​ພວກເພິ່ນ​ວ່າ, “ນີ້​ແຫຼະ ແມ່ນ​ສິ່ງ​ທີ່​ຂຽນ​ໄວ້: ພຣະຄຣິດ​ຕ້ອງ​ທົນທຸກ​ທໍລະມານ ແລະ​ຕ້ອງ​ເປັນ​ຄືນ​ມາ​ຈາກ​ຕາຍ​ໃນ​ວັນ​ຖ້ວນ​ສາມ. 47ຈົ່ງ​ປະກາດ​ນາມຊື່​ຂອງ​ພຣະອົງ ແກ່​ຄົນ​ທຸກ​ຊົນຊາດ ໂດຍ​ເລີ່ມ​ຈາກ​ນະຄອນ​ເຢຣູຊາເລັມ​ໄປ ໃຫ້​ເຂົາ​ຖິ້ມໃຈເກົ່າ​ເອົາໃຈໃໝ່ ແລະ​ຮັບ​ເອົາ​ການອະໄພ​ບາບກຳ. 48ພວກເຈົ້າ​ກໍ​ເປັນ​ພະຍານ​ໃນ​ເລື່ອງ​ເຫຼົ່ານີ້. 49ຝ່າຍ​ເຮົາ​ຈະ​ສົ່ງ​ສິ່ງ​ທີ່​ພຣະບິດາເຈົ້າ​ຂອງເຮົາ​ໄດ້​ສັນຍາ​ໄວ້​ນັ້ນ ມາ​ເທິງ​ພວກເຈົ້າ, ແຕ່​ພວກເຈົ້າ​ຕ້ອງ​ເຝົ້າ​ຄອຍ​ຢູ່​ໃນ​ນະຄອນ ຈົນກວ່າ​ຣິດອຳນາດ​ຈາກ​ເບື້ອງ​ເທິງ​ລົງ​ມາ​ເທິງ​ພວກເຈົ້າ.”
ພຣະເຢຊູເຈົ້າ​ຊົງ​ສະເດັດ​ຂຶ້ນ​ສູ່​ສະຫວັນ
(ມຣກ 16:19-20; ກຈກ 1:9-11)
50ແລ້ວ​ພຣະເຢຊູເຈົ້າ​ກໍ​ພາ​ພວກເພິ່ນ​ອອກ​ຈາກ​ນະຄອນ​ໄປ​ຍັງ​ບ້ານ​ເບັດທານີ ແລະ​ໃນ​ທີ່ນັ້ນ ພຣະອົງ​ຍົກ​ມື​ຂຶ້ນ​ອວຍພອນ​ພວກເພິ່ນ. 51ຂະນະທີ່​ຊົງ​ອວຍພອນ​ຢູ່​ນັ້ນ ພຣະອົງ​ກໍ​ຈາກ​ພວກເພິ່ນ​ໄປ ແລະ​ຖືກ​ຮັບ​ຂຶ້ນ​ສູ່​ສະຫວັນ. 52ສ່ວນ​ພວກເພິ່ນ ເມື່ອ​ໄດ້​ຂາບລົງ​ນະມັດສະການ​ພຣະອົງ​ແລ້ວ ກໍ​ກັບຄືນ​ເມືອ​ນະຄອນ​ເຢຣູຊາເລັມ ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ​ອັນ​ໃຫຍ່. 53ພວກເພິ່ນ​ໄດ້​ສືບຕໍ່​ຢູ່​ໃນ​ບໍລິເວນ​ພຣະວິຫານ​ທຸກ​ວັນ ເພື່ອ​ສັນລະເສີນ ແລະ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ.

Märk

Dela

Kopiera

None

Vill du ha dina höjdpunkter sparade på alla dina enheter? Registrera dig eller logga in