ໂຢຮັນ 9

9
ພຣະເຢຊູເຈົ້າ​ຊົງ​ໂຜດ​ຊາຍ​ຕາບອດ​ມາ​ແຕ່​ເກີດ​ໃຫ້​ດີ
1ເມື່ອ​ພຣະເຢຊູເຈົ້າ​ກຳລັງ​ຍ່າງ​ອອກ​ໄປ​ນັ້ນ ພຣະອົງ​ເຫັນ​ຊາຍ​ຄົນ​ໜຶ່ງ​ຕາບອດ​ມາ​ແຕ່​ເກີດ. 2ພວກ​ສາວົກ​ຖາມ​ພຣະອົງ​ວ່າ, “ພຣະອາຈານ​ເອີຍ ບາບກຳ​ຂອງ​ຜູ້ໃດ ຈຶ່ງ​ເປັນ​ເຫດ​ໃຫ້​ຊາຍ​ຄົນ​ນີ້​ເກີດ​ມາ​ຕາບອດ? ບາບກຳ​ຂອງ​ລາວ​ເອງ ຫລື​ຂອງ​ພໍ່ແມ່​ລາວ?”
3ພຣະເຢຊູເຈົ້າ​ຊົງ​ຕອບ​ວ່າ, “ບໍ່ແມ່ນ​ຍ້ອນ​ການບາບ​ຂອງ​ລາວ ຫລື​ບາບກຳ​ຂອງ​ພໍ່ແມ່​ລາວ ລາວ​ຕາບອດ​ເພື່ອ​ໃຫ້​ພາລະກິດ​ຂອງ​ພຣະເຈົ້າ​ສຳແດງ​ໃນ​ຕົວ​ລາວ. 4ເມື່ອ​ຍັງ​ເວັນ​ຢູ່ ເຮົາ​ທັງຫລາຍ​ຕ້ອງ​ເຮັດ​ພາລະກິດ​ຂອງ​ພຣະອົງ ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ ເວລາ​ກາງຄືນ​ກໍ​ໃກ້​ຈະ​ມາ​ເຖິງ​ແລ້ວ ຄື​ເວລາ​ທີ່​ບໍ່ມີ​ຜູ້ໃດ​ເຮັດ​ການ​ໄດ້. 5ຕາບໃດ​ທີ່​ເຮົາ​ຍັງ​ຢູ່​ໃນ​ໂລກນີ້ ເຮົາ​ກໍ​ເປັນ​ຄວາມ​ສະຫວ່າງ​ຂອງ​ໂລກ.”
6ຫລັງຈາກ​ທີ່​ພຣະເຢຊູເຈົ້າ​ກ່າວ​ດັ່ງນີ້​ແລ້ວ ພຣະອົງ​ກໍ​ຖົ່ມ​ນໍ້າລາຍ​ລົງ​ໃສ່​ດິນ​ໃຫ້​ເປັນ​ຂີ້ຕົມ ພຣະອົງ​ເອົາ​ຂີ້ຕົມ​ນັ້ນ​ທາ​ໃສ່​ຕາ​ຂອງ​ຄົນ​ຕາບອດ 7ທັງ​ບອກ​ລາວ​ວ່າ, “ໃຫ້​ເຈົ້າ​ໄປ​ລ້າງ​ທີ່​ສະນໍ້າ​ສີໂລອາມ” (ຊື່​ນີ້​ແປ​ວ່າ ໃຊ້​ໄປ). ດັ່ງນັ້ນ ຊາຍ​ຄົນ​ນີ້​ຈຶ່ງ​ໄປ​ລ້າງ ແລະ​ກັບຄືນ​ມາ​ກໍ​ເຫັນຮຸ່ງ.
8ພວກ​ຄົນ​ໃກ້ຄຽງ ແລະ​ຄົນ​ທີ່​ເຄີຍ​ເຫັນ​ລາວ​ຂໍທານ​ມາ​ແຕ່​ກ່ອນ ໄດ້​ຖາມ​ກັນ​ວ່າ, “ຄົນ​ນີ້​ບໍ່ແມ່ນ​ຄົນ​ທີ່​ເຄີຍ​ນັ່ງ​ຂໍທານ​ນັ້ນ​ບໍ?”
9ບາງຄົນ​ເວົ້າ​ວ່າ, “ແມ່ນ​ລາວ​ຫັ້ນ​ແຫຼະ” ແຕ່​ຄົນອື່ນ​ຊໍ້າພັດ​ເວົ້າ​ວ່າ, “ບໍ່ແມ່ນ ຄົນ​ຄື​ຄົນ.”
ດັ່ງນັ້ນ ລາວ​ຈຶ່ງ​ເວົ້າ​ວ່າ, “ຂ້ອຍ​ນີ້​ແຫຼະ ເປັນ​ຊາຍ​ຄົນ​ນັ້ນ.”
10ພວກເຂົາ​ຈຶ່ງ​ຖາມ​ລາວ​ວ່າ, “ເຫດ​ໃດ​ຕາ​ຂອງ​ເຈົ້າ​ຈຶ່ງ​ເຫັນຮຸ່ງ​ໄດ້?”
11ລາວ​ຕອບ​ວ່າ, “ມີ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ ເຢຊູ ໄດ້​ເຮັດ​ຂີ້ຕົມ​ທາ​ໃສ່​ຕາ​ຂອງຂ້ອຍ, ແລ້ວ​ເພິ່ນ​ບອກ​ຂ້ອຍ​ໃຫ້​ໄປ​ລ້າງ​ທີ່​ສະນໍ້າ​ສີໂລອາມ. ດັ່ງນັ້ນ ຂ້ອຍ​ຈຶ່ງ​ໄປ​ລ້າງ ແລ້ວ​ຂ້ອຍ​ກໍ​ເລີຍ​ເຫັນຮຸ່ງ​ໄດ້.”
12ພວກເຂົາ​ຖາມ​ວ່າ, “ລາວ​ຢູ່​ໃສ?”
ລາວ​ຕອບ​ພວກເຂົາ​ວ່າ, “ຂ້ອຍ​ບໍ່​ຮູ້.”
ພວກ​ຟາຣີຊາຍ​ສືບສວນ​ເລື່ອງ​ການ​ຊົງ​ໂຜດ​ຄົນ​ຕາບອດ
13ແລ້ວ​ພວກເຂົາ​ກໍ​ພາ​ຊາຍ​ທີ່​ເຄີຍ​ເປັນ​ຄົນ​ຕາບອດ​ນັ້ນ ມາ​ຫາ​ພວກ​ຟາຣີຊາຍ. 14ວັນ​ທີ່​ພຣະເຢຊູເຈົ້າ​ເຮັດ​ຂີ້ຕົມ​ຮັກສາ​ຊາຍ​ຕາບອດ​ຜູ້ນັ້ນ ເປັນ​ວັນ​ຊະບາໂຕ. 15ສະນັ້ນ ພວກ​ຟາຣີຊາຍ​ຈຶ່ງ​ຖາມ​ຊາຍ​ຄົນ​ນັ້ນ​ອີກ​ວ່າ, ລາວ​ເຫັນຮຸ່ງ​ໄດ້​ຢ່າງ​ໃດ ລາວ​ຕອບ​ພວກເຂົາ​ວ່າ, “ເພິ່ນ​ໄດ້​ເອົາ​ຂີ້ຕົມ​ທາ​ຕາ​ຂອງ​ຂ້ານ້ອຍ ເມື່ອ​ຂ້ານ້ອຍ​ໄປ​ລ້າງ​ແລ້ວ​ກໍ​ເລີຍ​ເຫັນຮຸ່ງ.”
16ພວກ​ຟາຣີຊາຍ​ບາງຄົນ​ຈຶ່ງ​ເວົ້າ​ວ່າ, “ຜູ້​ທີ່​ເຮັດ​ການ​ເຊັ່ນນີ້​ບໍ່ໄດ້​ມາ​ຈາກ​ພຣະເຈົ້າ ເພາະ​ລາວ​ບໍ່ໄດ້​ຖື​ຮັກສາ​ກົດ​ຂອງ​ວັນ​ຊະບາໂຕ.”
ແຕ່​ຄົນອື່ນ​ເວົ້າ​ວ່າ, “ຄົນ​ບາບ​ຈະ​ເຮັດ​ການ​ອັດສະຈັນ​ແນວ​ນີ້​ໄດ້​ຢ່າງ​ໃດ?” ແລ້ວ​ພວກເຂົາ​ກໍ​ເກີດ​ມີ​ການ​ແຕກແຍກ​ກັນ.
17ສະນັ້ນ ພວກ​ຟາຣີຊາຍ​ຈຶ່ງ​ຖາມ​ຄົນ​ນັ້ນ​ອີກ​ວ່າ, “ເຈົ້າ​ເດ ເຈົ້າ​ວ່າ​ຊາຍ​ທີ່​ໄດ້​ເຮັດ​ໃຫ້​ຕາ​ເຈົ້າ​ເຫັນຮຸ່ງ​ນັ້ນ​ເປັນ​ຜູ້ໃດ?”
ລາວ​ຕອບ​ວ່າ, “ເພິ່ນ​ເປັນ​ຜູ້ທຳນວາຍ.”
18ພວກ​ຢິວ​ບໍ່​ເຊື່ອ​ວ່າ ຊາຍ​ຜູ້​ນີ້​ຕາບອດ ແລະ​ເຫັນຮຸ່ງ​ໄດ້. ສະນັ້ນ ພວກເຂົາ​ຈຶ່ງ​ໄດ້​ເອີ້ນ​ເອົາ​ພໍ່​ແມ່​ຂອງ​ລາວ​ມາ 19ແລ້ວ​ຖາມ​ວ່າ, “ຄົນ​ນີ້​ເປັນ​ລູກຊາຍ​ຂອງ​ພວກເຈົ້າ​ບໍ? ພວກເຈົ້າ​ເວົ້າ​ວ່າ​ລາວ​ຕາບອດ​ມາ​ແຕ່​ເກີດ ບັດນີ້ ເປັນຫຍັງ​ລາວ​ຈຶ່ງ​ເຫັນຮຸ່ງ​ໄດ້?”
20ຜູ້​ເປັນ​ພໍ່​ແມ່​ຕອບ​ວ່າ, “ພວກ​ຂ້ານ້ອຍ​ຮູ້​ວ່າ ລູກຊາຍ​ຂອງ​ພວກ​ຂ້ານ້ອຍ​ຕາບອດ​ມາ​ແຕ່​ເກີດ. 21ບັດນີ້ ພວກ​ຂ້ານ້ອຍ​ບໍ່​ຮູ້​ວ່າ ລາວ​ເຫັນຮຸ່ງ​ໄດ້​ຢ່າງ​ໃດ ແລະ​ບໍ່​ຮູ້​ວ່າ​ແມ່ນ​ຜູ້ໃດ​ປິ່ນປົວ​ຕາ​ຂອງ​ລາວ​ໃຫ້​ຫາຍ​ດີ ໃຫ້​ພວກທ່ານ​ຖາມ​ລາວ​ເອງ ເພາະ​ລາວ​ພົ້ນ​ກະສຽນ​ອາຍຸ​ແລ້ວ ແລະ​ຄົງ​ເວົ້າ​ເລື່ອງ​ຂອງ​ຕົນເອງ​ໄດ້.” 22ການ​ທີ່​ພໍ່​ແມ່​ລາວ​ເວົ້າ​ຢ່າງ​ນີ້ ກໍ​ຍ້ອນ​ຢ້ານ​ພວກ​ຢິວ ເພາະ​ພວກເຂົາ​ໄດ້​ຕົກລົງ​ກັນ​ໄວ້​ແລ້ວ​ວ່າ, ຜູ້ໃດ​ທີ່​ຮັບ​ວ່າ​ພຣະເຢຊູເຈົ້າ​ເປັນ​ພຣະຄຣິດ ຜູ້ນັ້ນ​ຈະ​ຕ້ອງ​ຖືກ​ໄລ່​ອອກ​ຈາກ​ທຳມະສາລາ. 23ດັ່ງນັ້ນ ພໍ່​ແມ່​ຂອງ​ລາວ​ຈຶ່ງ​ເວົ້າ​ວ່າ, “ລາວ​ພົ້ນ​ກະ​ສຽນ​ອາຍຸ​ແລ້ວ ຈົ່ງ​ຖາມ​ລາວ​ເອງ​ສາ.”
24ພວກເຂົາ​ເອີ້ນ​ຊາຍ​ຕາບອດ​ມາ​ເປັນ​ເທື່ອ​ທີ​ສອງ ແລະ​ເວົ້າ​ຕໍ່​ລາວ​ວ່າ, “ຈົ່ງ​ສັນຍາ​ຊ້ອງໜ້າ​ພຣະເຈົ້າ​ວ່າ ເຈົ້າ​ຈະ​ເວົ້າ​ຄວາມຈິງ ພວກເຮົາ​ຮູ້​ວ່າ​ຊາຍ​ຄົນ​ນັ້ນ​ເປັນ​ຄົນ​ບາບ.”
25ລາວ​ຕອບ​ພວກເຂົາ​ວ່າ, “ເພິ່ນ​ເປັນ​ຄົນ​ບາບ ຫລື​ບໍ່​ນັ້ນ​ຂ້ານ້ອຍ​ບໍ່​ຮູ້ ຂ້ານ້ອຍ​ຮູ້​ພຽງແຕ່​ວ່າ ເມື່ອ​ກ່ອນ​ນັ້ນ​ຂ້ານ້ອຍ​ຕາບອດ ແລະ​ດຽວ​ນີ້​ໄດ້​ເຫັນຮຸ່ງ​ແລ້ວ.”
26ພວກເຂົາ​ຖາມ​ລາວ​ຕື່ມ​ວ່າ, “ເພິ່ນ​ໄດ້​ເຮັດ​ຢ່າງ​ໃດ​ຕໍ່​ເຈົ້າ ແລະ​ເຮັດ​ໃຫ້​ຕາ​ຂອງ​ເຈົ້າ​ເຫັນຮຸ່ງ​ໄດ້​ຢ່າງ​ໃດ?”
27ລາວ​ຕອບ​ພວກເຂົາ​ວ່າ, “ຂ້ານ້ອຍ​ໄດ້​ບອກ​ພວກທ່ານ​ແລ້ວ ແຕ່​ພວກທ່ານ​ບໍ່​ຟັງ ເປັນຫຍັງ​ຈຶ່ງ​ຢາກ​ຟັງ​ອີກ? ບໍ່ແມ່ນ​ພວກທ່ານ​ຢາກ​ເປັນ​ສາວົກ​ຂອງ​ເພິ່ນ​ເໝືອນກັນ​ບໍ?”
28ພວກເຂົາ​ເວົ້າ​ໝິ່ນປະໝາດ​ລາວ​ວ່າ, “ມຶງ​ຫັ້ນ​ແຫຼະ ເປັນ​ສາວົກ​ຂອງ​ຄົນ​ນັ້ນ, ແຕ່​ສຳລັບ​ພວກເຮົາ​ແລ້ວ​ເປັນ​ສາວົກ​ຂອງ​ໂມເຊ. 29ພວກເຮົາ​ຮູ້​ວ່າ​ພຣະເຈົ້າ​ໄດ້​ກ່າວ​ແກ່​ໂມເຊ ແຕ່​ສຳລັບ​ຄົນ​ນັ້ນ​ແລ້ວ​ພວກເຮົາ​ບໍ່​ຮູ້​ວ່າ​ລາວ​ມາ​ຈາກ​ໃສ.”
30ຊາຍ​ຄົນ​ນັ້ນ​ຕອບ​ພວກເຂົາ​ວ່າ, “ເປັນ​ໜ້າ​ແປກ​ປະຫລາດ​ແທ້ໆ ພວກທ່ານ​ບໍ່​ຮູ້​ວ່າ​ເພິ່ນ​ມາ​ຈາກ​ໃສ, ແຕ່​ເພິ່ນ​ໄດ້​ຮັກສາ​ຕາ​ຂອງ​ຂ້ານ້ອຍ​ໃຫ້​ຫາຍ​ດີ 31ພວກເຮົາ​ຮູ້​ຢູ່​ວ່າ ພຣະເຈົ້າ​ບໍ່​ຊົງ​ຟັງ​ຄົນ​ບາບ ແຕ່​ຖ້າ​ຜູ້ໃດ​ຢຳເກງ​ພຣະເຈົ້າ ແລະ​ເຮັດ​ໄປ​ຕາມ​ນໍ້າພຣະໄທ​ຂອງ​ພຣະອົງ ພຣະອົງ​ກໍ​ຊົງ​ຟັງ​ຜູ້ນັ້ນ. 32ຕັ້ງແຕ່​ໂລກນີ້​ມີ​ມາ ບໍ່ເຄີຍ​ໄດ້ຍິນ​ວ່າ​ມີ​ຜູ້ໃດ​ຮັກສາ​ຄົນ​ຕາບອດ​ຕັ້ງແຕ່​ເກີດ​ໄດ້​ຈັກເທື່ອ. 33ຖ້າ​ຊາຍ​ຄົນ​ນີ້​ບໍ່​ມາ​ຈາກ​ພຣະເຈົ້າ​ແລ້ວ ເພິ່ນ​ເຮັດ​ສິ່ງໃດ​ບໍ່ໄດ້​ດອກ.”
34ພວກເຂົາ​ຕອບ​ຄົນ​ນັ້ນ​ວ່າ, “ມຶງ​ເກີດ ແລະ​ໃຫຍ່​ມາ​ໃນ​ບາບກຳ​ທັງ​ນັ້ນ ແລ້ວ​ມຶງ​ຈະ​ມາ​ສັ່ງສອນ​ພວກເຮົາ​ຊັ້ນບໍ?” ແລ້ວ​ພວກເຂົາ​ກໍ​ໄລ່​ຊາຍ​ຄົນ​ນັ້ນ​ອອກ​ໄປ.
ອາການ​ບອດ​ຝ່າຍ​ວິນຍານ
35ພຣະເຢຊູເຈົ້າ​ໄດ້ຍິນ​ວ່າ ພວກເຂົາ​ໄດ້​ໄລ່​ລາວ​ອອກ​ໜີໄປ​ແລ້ວ ແລະ​ເມື່ອ​ພຣະອົງ​ໄດ້​ພົບ​ລາວ ຈຶ່ງ​ຖາມ​ວ່າ, “ເຈົ້າ​ເຊື່ອ​ໃນ​ບຸດ​ມະນຸດ​ບໍ?”
36ຊາຍ​ຄົນ​ນັ້ນ​ຕອບ​ພຣະອົງ​ວ່າ, “ພຣະອົງເຈົ້າ​ເອີຍ ບຸດ​ມະນຸດ​ນັ້ນ​ແມ່ນ​ຜູ້ໃດ? ເພື່ອ​ຂ້ານ້ອຍ​ຈະ​ໄດ້​ເຊື່ອ​ໃນ​ເພິ່ນ.”
37ພຣະເຢຊູເຈົ້າ​ຊົງ​ກ່າວ​ແກ່​ລາວ​ວ່າ, “ເຈົ້າ​ໄດ້​ເຫັນ​ເພິ່ນ​ແລ້ວ ແລະ​ດຽວ​ນີ້​ເພິ່ນ​ກຳລັງ​ເວົ້າ​ກັບ​ເຈົ້າ​ຢູ່.”
38ລາວ​ຕອບ​ວ່າ, “ຂ້ານ້ອຍ​ວາງໃຈເຊື່ອ​ແລ້ວ ພຣະອົງເຈົ້າ​ເອີຍ.” ຊາຍ​ຜູ້ນັ້ນ​ຈຶ່ງ​ຄຸເຂົ່າ​ລົງ​ຂາບໄຫວ້​ພຣະເຢຊູເຈົ້າ.
39ພຣະເຢຊູເຈົ້າ​ຊົງ​ກ່າວ​ວ່າ, “ເຮົາ​ໄດ້​ມາ​ໃນ​ໂລກນີ້​ເພື່ອ​ການ​ຕັດສິນ ເພື່ອ​ວ່າ​ຄົນ​ຕາບອດ​ຈະ​ເຫັນຮຸ່ງ ແລະ​ເພື່ອ​ວ່າ​ຜູ້​ທີ່​ເຫັນຮຸ່ງ​ຈະ​ກາຍເປັນ​ຄົນ​ຕາບອດ.”
40ພວກ​ຟາຣີຊາຍ​ບາງຄົນ​ຢູ່​ໃກ້​ພຣະອົງ​ໃນ​ທີ່ນັ້ນ ໄດ້ຍິນ​ພຣະອົງ​ກ່າວ​ດັ່ງນີ້ ຈຶ່ງ​ຖາມ​ວ່າ, “ທ່ານ​ຄົງ​ບໍ່​ໝາຍຄວາມວ່າ​ພວກເຮົາ​ຕາບອດ​ເໝືອນກັນ​ຕີ້?”
41ພຣະເຢຊູເຈົ້າ​ຊົງ​ຕອບ​ວ່າ, “ຖ້າ​ພວກເຈົ້າ​ເປັນ​ຄົນ​ຕາບອດ ພວກເຈົ້າ​ຈະ​ບໍ່ມີ​ບາບກຳ, ແຕ່​ບັດນີ້​ພວກເຈົ້າ​ເວົ້າ​ວ່າ, ‘ເຮົາ​ເຫັນ​ຢູ່.’ ເຫດສະນັ້ນ ຄວາມ​ຜິດບາບ​ຂອງ​ພວກເຈົ້າ​ຈຶ່ງ​ຍັງ​ມີ​ຢູ່.”

Märk

Dela

Kopiera

None

Vill du ha dina höjdpunkter sparade på alla dina enheter? Registrera dig eller logga in