1
ປະຖົມມະການ 2:24
ພຣະຄຳພີສັກສິ
ດ້ວຍເຫດນີ້ ຜູ້ຊາຍຈຶ່ງຈາກພໍ່ແມ່ຂອງຕົນ ແລະໄປຕິດພັນຢູ່ກັບເມຍຂອງຕົນ ແລະເຂົາທັງສອງກໍກາຍເປັນຄົນດຽວກັນ.
Krahaso
Eksploroni ປະຖົມມະການ 2:24
2
ປະຖົມມະການ 2:18
ແລ້ວພຣະເຈົ້າຢາເວພຣະເຈົ້າກໍກ່າວອີກວ່າ, “ບໍ່ເປັນການສົມຄວນທີ່ຜູ້ຊາຍຕ້ອງຢູ່ໂດດດ່ຽວຢ່າງນີ້. ເຮົາຈະສ້າງຜູ້ຊ່ວຍທີ່ເໝາະສົມໃຫ້ລາວ.”
Eksploroni ປະຖົມມະການ 2:18
3
ປະຖົມມະການ 2:7
ແລ້ວພຣະເຈົ້າຢາເວພຣະເຈົ້າກໍເອົາຂີ້ດິນແຕ່ພື້ນດິນ ມາປັ້ນເປັນຊາຍ ແລະເປົ່າລົມຫາຍໃຈໃສ່ຮູດັງຂອງຊາຍທີ່ຖືກປັ້ນຂຶ້ນມານັ້ນໃຫ້ມີຊີວິດ ແລະຊາຍທີ່ຖືກປັ້ນນັ້ນກໍໄດ້ເລີ່ມມີຊີວິດ.
Eksploroni ປະຖົມມະການ 2:7
4
ປະຖົມມະການ 2:23
ແລ້ວຊາຍຜູ້ນັ້ນກໍເວົ້າວ່າ, “ນີ້ເດ ແມ່ນຜູ້ທີ່ມີຮູບຮ່າງຄືເຮົາ; ກະດູກຂອງນາງມາຈາກກະດູກຂອງເຮົາ ເນື້ອໜັງຂອງນາງມາຈາກເນື້ອໜັງຂອງເຮົາ; ຜູ້ຍິງແມ່ນຊື່ຂອງນາງເພາະນາງມາຈາກຜູ້ຊາຍ.”
Eksploroni ປະຖົມມະການ 2:23
5
ປະຖົມມະການ 2:3
ພຣະເຈົ້າອວຍພອນມື້ທີເຈັດ ແລະຕັ້ງໄວ້ໃຫ້ເປັນວັນສັກສິດບໍຣິສຸດ ເພາະໃນມື້ນັ້ນ ພຣະອົງໄດ້ຢຸດພັກຈາກການນິຣະມິດສ້າງ ແລະຢຸດກິດຈະການທັງສິ້ນ.
Eksploroni ປະຖົມມະການ 2:3
6
ປະຖົມມະການ 2:25
ຊາຍແລະຍິງໄດ້ເປືອຍກາຍຢູ່ ແຕ່ພວກເຂົາບໍ່ຮູ້ສຶກລະອາຍກັນເລີຍ.
Eksploroni ປະຖົມມະການ 2:25
YouVersion përdor cookie për të personalizuar përvojën tuaj. Duke përdorur faqen tonë të internetit, ju pranoni përdorimin tonë të cookies siç përshkruhet në Politikën tonë të Privatësisë
Kreu
Bibla
Plane
Video