1
ມັດທາຍ 25:40
ພຣະຄຳພີລາວສະບັບສະໄໝໃໝ່
“ກະສັດຈະຕອບວ່າ, ‘ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ສິ່ງໃດກໍຕາມທີ່ພວກເຈົ້າໄດ້ເຮັດແກ່ຜູ້ຕໍ່າຕ້ອຍທີ່ສຸດຄົນໜຶ່ງໃນບັນດາພີ່ນ້ອງເຫລົ່ານີ້ຂອງເຮົາ ພວກເຈົ້າກໍໄດ້ເຮັດແກ່ເຮົາເໝືອນກັນ’.
Primerjaj
Explore ມັດທາຍ 25:40
2
ມັດທາຍ 25:21
“ນາຍຂອງລາວຕອບວ່າ, ‘ດີຫລາຍ ເຈົ້າເປັນຄົນຮັບໃຊ້ທີ່ດີ ແລະ ສັດຊື່! ເຈົ້າເປັນຜູ້ສັດຊື່ໃນຂອງເລັກນ້ອຍເຮົາຈະຕັ້ງເຈົ້າໃຫ້ເປັນຜູ້ເບິ່ງແຍງສິ່ງຂອງຫລາຍຢ່າງ, ຈົ່ງມາຮ່ວມຊື່ນຊົມຍິນດີກັບເຮົາ!’
Explore ມັດທາຍ 25:21
3
ມັດທາຍ 25:29
ເພາະຜູ້ໃດກໍຕາມທີ່ມີຢູ່ແລ້ວກໍຈະໄດ້ຮັບເພີ່ມເຕີມຂຶ້ນອີກ ແລະ ພວກເຂົາຈະມີຢ່າງອຸດົມສົມບູນ. ຜູ້ໃດກໍຕາມທີ່ບໍ່ມີ ແມ່ນແຕ່ສິ່ງທີ່ພວກເຂົາມີຢູ່ນັ້ນ ກໍຈະຖືກຍົກເອົາໄປຈາກພວກເຂົາ.
Explore ມັດທາຍ 25:29
4
ມັດທາຍ 25:13
“ເຫດສະນັ້ນ ຈົ່ງເຝົ້າລະວັງຢູ່ ເພາະວ່າພວກເຈົ້າບໍ່ຮູ້ຈັກວັນ ຫລື ໂມງນັ້ນ.
Explore ມັດທາຍ 25:13
5
ມັດທາຍ 25:35
ເພາະເມື່ອເຮົາຫິວເຂົ້າພວກເຈົ້າກໍເອົາໃຫ້ເຮົາກິນ, ເມື່ອເຮົາຫິວນໍ້າພວກເຈົ້າກໍເອົາໃຫ້ເຮົາດື່ມ, ເຮົາເປັນຄົນແປກໜ້າ ພວກເຈົ້າກໍໄດ້ຕ້ອນຮັບເຮົາໄວ້
Explore ມັດທາຍ 25:35
6
ມັດທາຍ 25:23
“ນາຍຂອງລາວຕອບວ່າ, ‘ດີຫລາຍ ເຈົ້າເປັນຄົນຮັບໃຊ້ທີ່ດີ ແລະ ສັດຊື່! ເຈົ້າເປັນຜູ້ສັດຊື່ໃນຂອງເລັກນ້ອຍເຮົາຈະຕັ້ງເຈົ້າໃຫ້ເປັນຜູ້ເບິ່ງແຍງສິ່ງຂອງຫລາຍຢ່າງ. ຈົ່ງມາຮ່ວມຊື່ນຊົມຍິນດີກັບເຮົາ!’
Explore ມັດທາຍ 25:23
7
ມັດທາຍ 25:36
ເຮົາຕ້ອງການເຄື່ອງນຸ່ງຫົ່ມ ພວກເຈົ້າກໍເອົາໃຫ້ເຮົານຸ່ງຫົ່ມ, ເມື່ອເຮົາເຈັບປ່ວຍພວກເຈົ້າກໍໄດ້ເບິ່ງແຍງເຮົາ, ເຮົາຢູ່ໃນຄຸກພວກເຈົ້າກໍໄດ້ມາຢ້ຽມຢາມເຮົາ’.
Explore ມັດທາຍ 25:36
Domov
Sveto pismo
Bralni načrti
Videoposnetki