1
ມັດທາຍ 18:20
ພຣະຄຳພີລາວສະບັບສະໄໝໃໝ່
ດ້ວຍວ່າ ມີສອງ ຫລື ສາມຄົນມາຮ່ວມເຕົ້າໂຮມກັນໃນນາມຂອງເຮົາຢູ່ບ່ອນໃດ ເຮົາກໍຢູ່ກັບພວກເຂົາໃນບ່ອນນັ້ນ”.
နှိုင်းယှဉ်
ມັດທາຍ 18:20ရှာဖွေလေ့လာလိုက်ပါ။
2
ມັດທາຍ 18:19
“ເຮົາບອກພວກເຈົ້າຕາມຄວາມຈິງອີກວ່າຖ້າສອງຄົນໃນໂລກເຫັນດີຮ່ວມກັນໃນສິ່ງໃດສິ່ງໜຶ່ງທີ່ພວກເຂົາຂໍ, ພຣະບິດາຂອງເຮົາໃນສະຫວັນຈະກະທຳສິ່ງນັ້ນໃຫ້ແກ່ພວກເຂົາ.
ມັດທາຍ 18:19ရှာဖွေလေ့လာလိုက်ပါ။
3
ມັດທາຍ 18:2-3
ພຣະອົງເອີ້ນເອົາເດັກນ້ອຍຄົນໜຶ່ງມາຢືນຢູ່ທ່າມກາງພວກເພິ່ນ. ແລ້ວພຣະອົງກ່າວວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຖ້າພວກເຈົ້າບໍ່ປ່ຽນແປງ ແລະ ກາຍເປັນເໝືອນເດັກນ້ອຍ, ພວກເຈົ້າຈະເຂົ້າໄປໃນອານາຈັກສະຫວັນບໍ່ໄດ້ຈັກເທື່ອ.
ມັດທາຍ 18:2-3ရှာဖွေလေ့လာလိုက်ပါ။
4
ມັດທາຍ 18:4
ເຫດສະນັ້ນ, ຖ້າຜູ້ໃດຖ່ອມໂຕລົງເປັນເໝືອນເດັກຄົນນີ້ ຜູ້ນັ້ນກໍເປັນໃຫຍ່ທີ່ສຸດໃນອານາຈັກສະຫວັນ.
ມັດທາຍ 18:4ရှာဖွေလေ့လာလိုက်ပါ။
5
ມັດທາຍ 18:5
“ແລະຜູ້ໃດກໍຕາມທີ່ຕ້ອນຮັບເດັກນ້ອຍຜູ້ໜຶ່ງຢ່າງນີ້ໄວ້ໃນນາມຂອງເຮົາ ຜູ້ນັ້ນກໍຕ້ອນຮັບເຮົາ
ມັດທາຍ 18:5ရှာဖွေလေ့လာလိုက်ပါ။
6
ມັດທາຍ 18:18
“ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ສິ່ງໃດກໍຕາມທີ່ພວກເຈົ້າຈະຜູກມັດໄວ້ເທິງແຜ່ນດິນໂລກນີ້ ສິ່ງນັ້ນກໍຈະຖືກຜູກມັດໄວ້ໃນສະຫວັນ ແລະ ສິ່ງໃດກໍຕາມທີ່ພວກເຈົ້າຈະແກ້ໃນແຜ່ນດິນໂລກນີ້ ສິ່ງນັ້ນກໍຈະຖືກແກ້ໃຫ້ຫລຸດແລ້ວໃນສະຫວັນ.
ມັດທາຍ 18:18ရှာဖွေလေ့လာလိုက်ပါ။
7
ມັດທາຍ 18:35
“ເຫດສະນັ້ນ ພຣະບິດາຂອງເຮົາຜູ້ສະຖິດຢູ່ໃນສະຫວັນ ກໍຈະເຮັດຢ່າງນັ້ນແກ່ພວກເຈົ້າທຸກຄົນ ຖ້າພວກເຈົ້າແຕ່ລະຄົນບໍ່ຍົກໂທດໃຫ້ພີ່ນ້ອງຈາກໃຈຂອງພວກເຈົ້າ”.
ມັດທາຍ 18:35ရှာဖွေလေ့လာလိုက်ပါ။
8
ມັດທາຍ 18:6
ຖ້າຜູ້ໃດເປັນຕົ້ນເຫດພາໃຫ້ເດັກນ້ອຍຄົນໜຶ່ງໃນບັນດາເດັກນ້ອຍເຫລົ່ານີ້ທີ່ເຊື່ອໃນເຮົາຕົກໃນບາບ ໃຫ້ເອົາຫີນໂມ້ແປ້ງກ້ອນໃຫຍ່ຜູກຄໍຄົນນັ້ນແລ້ວຖິ້ມລົງໃນທະເລເລິກກໍຍັງດີກວ່າ.
ມັດທາຍ 18:6ရှာဖွေလေ့လာလိုက်ပါ။
9
ມັດທາຍ 18:12
“ພວກເຈົ້າຄິດຢ່າງໃດ? ຖ້າຄົນຜູ້ໜຶ່ງມີແກະຢູ່ໜຶ່ງຮ້ອຍໂຕ ແລະ ໜຶ່ງໃນຈໍານວນນັ້ນຫລົງເສຍໄປ ລາວຈະບໍ່ປະແກະເກົ້າສິບເກົ້າໂຕໄວ້ເທິງເນີນພູ ແລ້ວໄປຊອກຫາໂຕທີ່ຫລົງຫາຍໄປນັ້ນບໍ?
ມັດທາຍ 18:12ရှာဖွေလေ့လာလိုက်ပါ။
ပင်မစာမျက်နှာ
သမ္မာကျမ်းစာ
အစီအစဉ်များ
ဗီဒီယိုများ