1
ໂຢຮັນ 1:12
ພຣະຄຳພີລາວສະບັບສະໄໝໃໝ່
ແຕ່ສ່ວນບັນດາຜູ້ທີ່ຕ້ອນຮັບພຣະອົງ ຄືຜູ້ທີ່ເຊື່ອໃນນາມຂອງພຣະອົງ, ພຣະອົງກໍໃຫ້ສິດເປັນບຸດຂອງພຣະເຈົ້າ
နှိုင်းယှဉ်
ໂຢຮັນ 1:12ရှာဖွေလေ့လာလိုက်ပါ။
2
ໂຢຮັນ 1:1
ເມື່ອຕົ້ນເດີມນັ້ນພຣະທຳດຳລົງຢູ່ ແລະ ພຣະທຳຢູ່ກັບພຣະເຈົ້າ, ແລະ ພຣະທຳເປັນພຣະເຈົ້າ.
ໂຢຮັນ 1:1ရှာဖွေလေ့လာလိုက်ပါ။
3
ໂຢຮັນ 1:5
ຄວາມສະຫວ່າງສ່ອງເຂົ້າມາໃນຄວາມມືດ ແລະ ຄວາມມືດນັ້ນກໍບໍ່ໄດ້ຊະນະຄວາມສະຫວ່າງ.
ໂຢຮັນ 1:5ရှာဖွေလေ့လာလိုက်ပါ။
4
ໂຢຮັນ 1:14
ພຣະທຳໄດ້ມາບັງເກີດເປັນມະນຸດ ແລະ ສະຖິດຢູ່ທ່າມກາງພວກເຮົາທັງຫລາຍ. ພວກເຮົາໄດ້ເຫັນສະຫງ່າລາສີຂອງພຣະອົງ ຄືສະຫງ່າລາສີຂອງພຣະບຸດອົງດຽວ, ຜູ້ທີ່ມາຈາກພຣະບິດາເຈົ້າ, ພຣະອົງຜູ້ເຕັມດ້ວຍພຣະຄຸນ ແລະ ຄວາມຈິງ.
ໂຢຮັນ 1:14ရှာဖွေလေ့လာလိုက်ပါ။
5
ໂຢຮັນ 1:3-4
ທຸກສິ່ງຖືກສ້າງຂຶ້ນໂດຍທາງພຣະອົງ, ໃນບັນດາສິ່ງທີ່ຖືກສ້າງຂຶ້ນມານັ້ນ, ບໍ່ມີຈັກສິ່ງທີ່ບໍ່ໄດ້ຖືກສ້າງຂຶ້ນໂດຍທາງພຣະອົງ. ໃນພຣະອົງຄືຊີວິດ ແລະ ຊີວິດນັ້ນເປັນຄວາມສະຫວ່າງຂອງມະນຸດ.
ໂຢຮັນ 1:3-4ရှာဖွေလေ့လာလိုက်ပါ။
6
ໂຢຮັນ 1:29
ໃນວັນຕໍ່ມາໂຢຮັນໄດ້ເຫັນພຣະເຢຊູເຈົ້າກຳລັງມາຫາຕົນ ແລະ ຈຶ່ງກ່າວວ່າ, “ເບິ່ງແມ! ລູກແກະຂອງພຣະເຈົ້າ ຜູ້ຮັບເອົາບາບຂອງໂລກໄປ!
ໂຢຮັນ 1:29ရှာဖွေလေ့လာလိုက်ပါ။
7
ໂຢຮັນ 1:10-11
ພຣະອົງຢູ່ໃນໂລກ ແລະ ເຖິງແມ່ນວ່າໂລກຖືກສ້າງຂຶ້ນໂດຍທາງພຣະອົງ, ແຕ່ໂລກກໍບໍ່ໄດ້ຮູ້ຈັກພຣະອົງ. ພຣະອົງໄດ້ເຂົ້າມາໃນບ່ອນຂອງພຣະອົງ, ແຕ່ຄົນຂອງພຣະອົງເອງບໍ່ຕ້ອນຮັບພຣະອົງ.
ໂຢຮັນ 1:10-11ရှာဖွေလေ့လာလိုက်ပါ။
8
ໂຢຮັນ 1:9
ເປັນຄວາມສະຫວ່າງແທ້ທີ່ໃຫ້ຄວາມສະຫວ່າງແກ່ມະນຸດທຸກຄົນທີ່ກຳລັງເຂົ້າມາໃນໂລກ.
ໂຢຮັນ 1:9ရှာဖွေလေ့လာလိုက်ပါ။
9
ໂຢຮັນ 1:17
ເພາະກົດບັນຍັດໄດ້ຖືກມອບໃຫ້ຜ່ານທາງໂມເຊ, ສ່ວນພຣະຄຸນ ແລະ ຄວາມຈິງນັ້ນໄດ້ມາໂດຍທາງພຣະເຢຊູຄຣິດເຈົ້າ.
ໂຢຮັນ 1:17ရှာဖွေလေ့လာလိုက်ပါ။
ပင်မစာမျက်နှာ
ကျမ်းစာ
အစီအစဉ်
ဗီဒီယို