ປະຖົມມະການ 4

4
ກາອິນ​ແລະ​ອາເບັນ
1ຕໍ່ມາ ອາດາມ​ໄດ້​ສົມສູ່​ກັບ​ເມຍ​ຂອງຕົນ ແລະ​ນາງ​ກໍ​ຖືພາ ນາງ​ເກີດ​ລູກຊາຍ​ຜູ້ໜຶ່ງ ແລະ​ເວົ້າ​ວ່າ, “ເພາະ​ພຣະເຈົ້າຢາເວ​ຊ່ວຍເຫຼືອ​ຂ້ອຍ, ຂ້ອຍ​ຈຶ່ງ​ໄດ້​ລູກຊາຍ.” ສະນັ້ນ ນາງ​ຈຶ່ງ​ຕັ້ງ​ຊື່​ໃຫ້​ເດັກນ້ອຍ​ຜູ້​ນີ້​ວ່າ, “ກາອິນ.” 2ຕໍ່ມາ ນາງ​ກໍໄດ້​ລູກຊາຍ​ອີກ​ຜູ້ໜຶ່ງ; ລູກຊາຍ​ຜູ້​ນີ້​ມີ​ຊືວ່າ, “ອາເບັນ.” ລາວ​ເປັນ​ຄົນ​ລ້ຽງ​ສັດ ສ່ວນ​ກາອິນ​ນັ້ນ​ເປັນ​ພໍ່ນາ. 3ຢູ່ມາ​ວັນໜຶ່ງ ກາອິນ​ໄດ້​ເອົາ​ຜົນລະປູກ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ. 4ສ່ວນ​ອາເບັນ​ນັ້ນ ລາວ​ເອົາ​ລູກແກະເຖິກ​ຫົວປີ​ໂຕໜຶ່ງ​ໃນ​ຝູງ​ມາ​ຂ້າ ແລະ​ເອົາ​ສ່ວນ​ທີ່ດີ​ທີ່ສຸດ ມາ​ຖວາຍ​ແກ່​ພຣະເຈົ້າຢາເວ. ພຣະອົງ​ພໍໃຈ​ໃນ​ການຖວາຍ​ຂອງ​ອາເບັນ, 5ແຕ່​ບໍ່​ພໍໃຈ​ໃນ​ການຖວາຍ​ຂອງ​ກາອິນ. ກາອິນ​ຈຶ່ງ​ຄຽດແຄ້ນ ແລະ​ໜ້າ​ບູດບຶ້ງ. 6ແລ້ວ​ພຣະເຈົ້າຢາເວ​ກໍ​ຖາມ​ລາວ​ວ່າ, “ກາອິນ​ເອີຍ ເປັນຫຍັງ​ເຈົ້າ​ຈຶ່ງ​ຄຽດແຄ້ນ ແລະ​ໜ້າ​ຕາບູດບຶ້ງ? 7ຖ້າ​ເຈົ້າ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ ເຈົ້າ​ກໍ​ຄວນ​ຍິ້ມແຍ້ມແຈ່ມໃສ; ແຕ່​ດ້ວຍວ່າ​ເຈົ້າ​ເຮັດ​ຊົ່ວ ຄື​ບາບ​ທີ່​ກຳລັງ​ລໍ​ຢູ່​ທີ່​ປະຕູ​ເຮືອນ​ຄອຍຖ້າ​ຄຸບ​ກິນ​ເຈົ້າ. ມັນ​ຢາກ​ປົກຄອງ​ເຈົ້າ ແຕ່​ເຈົ້າ​ຕ້ອງ​ເອົາ​ຊະນະ​ມັນ​ໃຫ້​ໄດ້.”
8ຕໍ່ມາ ກາອິນ​ໄດ້​ເວົ້າ​ກັບ​ອາເບັນ​ນ້ອງຊາຍ​ຂອງຕົນ​ວ່າ, “ເຮົາ​ພາກັນ​ໄປ​ຍ່າງ​ຫລິ້ນ​ທີ່​ທົ່ງນາ​ເທາະ.” ເມື່ອ​ສອງ​ອ້າຍ​ນ້ອງ​ໄປ​ທີ່​ທົ່ງນາ ກາອິນ​ກໍ​ໂດດ​ໃສ່​ນ້ອງຊາຍ​ຂອງຕົນ​ແລະ​ຂ້າ​ລາວ​ເສຍ.
9ພຣະເຈົ້າຢາເວ​ຖາມ​ກາອິນ​ວ່າ, “ອາເບັນ ນ້ອງຊາຍ​ຂອງ​ເຈົ້າ​ຢູ່​ໃສ?”
ລາວ​ຈຶ່ງ​ຕອບ​ວ່າ, “ບໍ່​ຮູ້ ຂ້ານ້ອຍ​ເປັນ​ຄົນ​ດູແລ​ຮັກສາ​ນ້ອງຊາຍ​ຂອງ​ຂ້ານ້ອຍ​ບໍ?”
10ແລ້ວ​ພຣະເຈົ້າຢາເວ​ກໍ​ຖາມ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ເຮັດ​ເລື່ອງ​ອັນ​ໂຫດຮ້າຍ​ເຊັ່ນນີ້? ເລືອດ​ນ້ອງຊາຍ​ຂອງ​ເຈົ້າ​ຟ້ອງຮ້ອງ​ຂຶ້ນ​ມາ​ຫາ​ເຮົາ ດັ່ງ​ສຽງ​ຂໍຮ້ອງ​ແກ້ແຄ້ນ. 11ເຈົ້າ​ຈະ​ຖືກ​ສາບແຊ່ງ ແລະ​ຖືກ​ຂັບໄລ່​ໃຫ້​ອອກ​ຈາກ​ທົ່ງນາ​ແຫ່ງ​ນີ້. ມັນ​ຊຸ່ມ​ໄປ​ດ້ວຍ​ເລືອດ​ນ້ອງຊາຍ​ຂອງ​ເຈົ້າ ເໝືອນ​ກັບ​ວ່າ​ພື້ນດິນ​ນັ້ນ​ອ້າ​ປາກ​ຮັບ​ເລືອດ​ຈາກ​ມື​ຂອງ​ເຈົ້າ ເມື່ອ​ຂ້າ​ນ້ອງຊາຍ​ນັ້ນ. 12ຖ້າ​ເຈົ້າ​ເຮັດ​ໄຮ່​ໄຖ​ນາ ທີ່ດິນ​ກໍ​ຈະ​ບໍ່​ເກີດຜົນ​ຫຍັງ; ເຈົ້າ​ຈະ​ບໍ່ມີ​ທີ່​ຢູ່ ແລະ​ຈະ​ພະເນຈອນ​ໄປ​ເທິງ​ແຜ່ນດິນ​ໂລກ.”
13ກາອິນ​ຈຶ່ງ​ທູນຂໍ​ຕໍ່​ພຣະເຈົ້າຢາເວ​ວ່າ, “ໂທດ​ນີ້​ໜັກ​ເກີນກວ່າ​ທີ່​ຂ້ານ້ອຍ​ຈະ​ຮັບ​ໄດ້. 14ພຣະອົງ​ໄລ່​ຂ້ານ້ອຍ​ໃຫ້​ໜີ​ຈາກ​ບ່ອນ​ທີ່​ທຳມາ​ຫາກິນ ແລະ​ໃຫ້​ຫ່າງໄກ​ຈາກ​ພຣະອົງ. ຂ້ານ້ອຍ​ຈະ​ເປັນ​ຄົນ​ຂາດ​ທີ່​ເພິ່ງ ແລະ​ພະເນຈອນ​ໄປ​ເທິງ​ແຜ່ນດິນ​ໂລກ ແລະ​ຜູ້ໃດ​ຜູ້ໜຶ່ງ​ທີ່​ພົບ​ຂ້ານ້ອຍ ກໍ​ຈະ​ສັງຫານ​ຂ້ານ້ອຍ​ເສຍ.”
15ແຕ່​ພຣະເຈົ້າຢາເວ​ຕອບ​ກາອິນ​ວ່າ, “ບໍ່​ເປັນ​ດັ່ງນັ້ນ​ດອກ ຖ້າ​ຜູ້ໃດ​ຂ້າ​ກາອິນ​ຈະ​ໄດ້​ຮັບ​ໂທດ​ເຈັດ​ເທົ່າ ເພື່ອ​ເປັນ​ການ​ແກ້ແຄ້ນ.” ດັ່ງນັ້ນ ພຣະເຈົ້າຢາເວ​ຈຶ່ງ​ເຮັດ​ເຄື່ອງໝາຍ​ໄວ້​ໃນ​ຕົວ​ກາອິນ ເພື່ອ​ວ່າ​ເມື່ອ​ຜູ້ໃດ​ຜູ້ໜຶ່ງ​ທີ່​ພົບ​ລາວ​ຈະ​ບໍ່ໄດ້​ຂ້າ​ລາວ. 16ກາອິນ​ຈຶ່ງ​ໜີ​ໄກ​ຈາກ​ພຣະພັກ​ພຣະເຈົ້າຢາເວ ໄປ​ອາໄສ​ຢູ່​ໃນ​ດິນແດນ​ແຫ່ງ​ໜຶ່ງ​ຊື່​ວ່າ, ແດນ​ພະເນຈອນ.
ເຊື້ອສາຍ​ຂອງ​ກາອິນ
17ກາອິນ​ແລະ​ເມຍ​ຂອງ​ລາວ​ໄດ້​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ເອນົກ. ແລ້ວ​ກາອິນ​ກໍ​ໄດ້​ສ້າງ​ເມືອງ​ໜຶ່ງ​ຂຶ້ນ ແລະ​ເອົາ​ຊື່​ລູກຊາຍ​ຂອງຕົນ​ເປັນ​ຊື່​ເມືອງ​ນັ້ນ. 18ເອນົກ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ອີຣາດ ຜູ້​ທີ່​ເປັນ​ພໍ່​ຂອງ​ເມຮູຢາເອນ ແລະ​ເມຮູຢາເອນ​ເປັນ​ພໍ່​ຂອງ​ເມທູຊາເອນ ແລະ​ເມທູຊາເອນ​ກໍ​ມີ​ລູກຊາຍ​ຊື່​ວ່າ ລາເມັກ. 19ລາເມັກ​ມີ​ເມຍ​ສອງ​ຄົນ​ດັ່ງນີ້: ອາດາ ແລະ​ຊິນລາ. 20ອາດາ​ໃຫ້​ກຳເນີດ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ຢາບານ ຜູ້​ທີ່​ເປັນ​ບັນພະບຸລຸດ​ຂອງ​ຄົນ​ລ້ຽງ​ສັດ​ທີ່​ອາໄສ​ຢູ່​ໃນ​ຜ້າເຕັນ. 21ຢູບານ ນ້ອງຊາຍ​ຂອງ​ຢາບານ ເປັນ​ບັນພະບຸລຸດ​ຂອງ​ພວກ​ນັກດົນຕຼີ​ທັງໝົດ​ຄື: ນັກ​ດີດພິນ​ແລະ​ນັກເປົ່າຂຸ່ຍ. 22ຕໍ່ມາ ຊິນລາ​ກໍ​ເກີດ​ລູກຊາຍ​ຜູ້ໜຶ່ງ​ອີກ​ຊື່​ວ່າ ຕູບາກາອິນ. ລາວ​ເປັນ​ຊ່າງ​ຕີ​ເຄື່ອງມື​ເປັນ​ທອງສຳຣິດ​ແລະ​ເຫຼັກ. ຕູບາກາອິນ​ມີ​ນ້ອງສາວ​ຜູ້ໜຶ່ງ​ຊື່​ວ່າ ນາອາມາ.
23ສ່ວນ​ລາເມັກ​ນັ້ນ ລາວ​ມັກ​ເວົ້າ​ອວດ​ເມຍ​ທັງສອງ​ຂອງຕົນ​ຢູ່​ສະເໝີ​ວ່າ,
“ອາດາ​ແລະ​ຊິນລາ
ຈົ່ງ​ຟັງ​ໃຫ້​ດີ ໃນ​ສິ່ງ​ທີ່​ອ້າຍ​ເລົ່າ
ອ້າຍ​ໄດ້​ຕີ​ຊາຍໜຸ່ມ​ຜູ້ໜຶ່ງ​ໃຫ້​ຕາຍ
ເພາະ​ລາວ​ໄດ້​ຕີ​ອ້າຍ​ໃຫ້​ຊໍ້າບວມ.
24ຜູ້ໃດ​ທີ່​ທຳລາຍ​ກາອິນ​ນັ້ນ
ຈະ​ຖືກ​ໂທດ​ເຈັດ​ເທົ່າ
ແຕ່​ຖ້າ​ຜູ້ໃດ​ທຳລາຍ​ອ້າຍ
ຈະ​ໄດ້​ຮັບ​ໂທດ​ເຈັດສິບເຈັດ​ເທົ່າ.”
ເຊດ​ແລະ​ເອໂນດ
25ອາດາມ ແລະ​ເມຍ​ໄດ້​ລູກຊາຍ​ຜູ້ໜຶ່ງ​ອີກ. ເອວາ​ຈຶ່ງ​ເວົ້າ​ວ່າ, “ພຣະເຈົ້າ​ໂຜດ​ໃຫ້​ຂ້ອຍ ມີ​ລູກຊາຍ​ອີກ​ຜູ້ໜຶ່ງ ເພື່ອ​ທົດແທນ​ອາເບັນ​ຜູ້​ທີ່​ກາອິນ​ໄດ້​ຂ້າ.” ດັ່ງນັ້ນ ນາງ​ຈຶ່ງ​ໃສ່​ຊື່​ໃຫ້​ລູກຊາຍ​ຜູ້​ນີ້​ວ່າ ເຊດ. 26ເຊດ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ເອໂນດ. ຕັ້ງແຕ່​ນັ້ນ​ມາ ມະນຸດ​ກໍ​ເລີ່ມຕົ້ນ​ຮ້ອງທູນ​ໂດຍ​ອອກ​ພຣະນາມຊື່​ບໍຣິສຸດ​ຂອງ​ພຣະເຈົ້າຢາເວ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in