ປະຖົມມະການ 12

12
ພຣະເຈົ້າ​ເອີ້ນ​ອັບຣາມ
1ພຣະເຈົ້າຢາເວ​ໄດ້​ບອກ​ອັບຣາມ​ວ່າ, “ຈົ່ງ​ອອກ​ໜີ​ຈາກ​ປະເທດ, ຍາດຕິພີ່ນ້ອງ ແລະ​ບ້ານເກີດ​ເມືອງນອນ​ຂອງ​ເຈົ້າ ແລະ​ໄປ​ສູ່​ດິນແດນ​ທີ່​ເຮົາ​ຈະ​ຊີ້​ແຈງ​ໃຫ້​ເຈົ້າ​ເຫັນ. 2ເຮົາ​ຈະ​ໃຫ້​ເຈົ້າ​ມີ​ເຊື້ອສາຍ​ຫລາຍ ແລະ​ພວກເຂົາ​ຈະ​ກາຍເປັນ​ຊົນຊາດ​ໃຫຍ່. ເຮົາ​ຈະ​ອວຍພອນ​ເຈົ້າ ແລະ​ໃຫ້​ເຈົ້າ​ມີ​ຊື່ສຽງ ແລະ​ເຈົ້າ​ຈະ​ໄດ້​ເປັນ​ທໍ່​ພຣະພອນ​ໃຫ້​ແກ່​ຊົນຊາດ​ອື່ນໆ​ເທິງ​ແຜ່ນດິນ​ໂລກ.
3ເຮົາ​ຈະ​ອວຍພອນ​ຜູ້​ທີ່​ອວຍພອນ​ເຈົ້າ,
ແຕ່​ເຮົາ​ຈະ​ສາບແຊ່ງ​ຜູ້​ທີ່​ສາບແຊ່ງ​ເຈົ້າ
ແລະ​ໂດຍ​ຜ່ານ​ທາງ​ເຈົ້າ
ເຮົາ​ຈະ​ອວຍພອນ​ຊົນຊາດ​ທັງປວງ.”
4ເມື່ອ​ອັບຣາມ​ອາຍຸ​ໄດ້ 75 ປີ ເພິ່ນ​ກໍ​ອອກ​ໜີ​ຈາກ​ເມືອງ​ຮາຣານ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ບອກ ແລະ​ໂລດ​ກໍໄດ້​ໄປ​ນຳ​ດ້ວຍ. 5ອັບຣາມ​ພາ​ນາງ​ຊາຣາຍ​ເມຍ​ຂອງຕົນ ກັບ​ໂລດ​ຫລານຊາຍ​ພ້ອມ​ທັງ​ຊັບ​ສິ່ງຂອງ ແລະ​ພວກ​ຂ້ອຍໃຊ້​ທີ່​ໄດ້​ໃນ​ຮາຣານ​ນັ້ນ​ໄປ​ນຳ ແລະ​ພວກເຂົາ​ໄດ້​ພາກັນ​ອອກ​ເດີນທາງ ມຸ່ງໜ້າ​ໄປ​ສູ່​ດິນແດນ​ການາອານ.
ເມື່ອ​ມາ​ເຖິງ​ການາອານ 6ອັບຣາມ​ໄດ້​ເດີນທາງ​ຜ່ານ​ປະເທດ​ໄປ​ຕໍ່ ຈົນ​ຮອດ​ຕົ້ນໄມ້​ສັກສິດ​ທີ່​ໂມເຣ ຊຶ່ງ​ເປັນ​ບ່ອນ​ສັກສິດ​ຂອງ​ເມືອງ​ຊີເຄມ. (ໃນ​ຄາວ​ນັ້ນ ຊາວ​ການາອານ​ຍັງ​ອາໄສ​ຢູ່​ໃນ​ດິນແດນ​ນີ້.) 7ພຣະເຈົ້າຢາເວ​ໄດ້​ປາກົດ​ແກ່​ອັບຣາມ ແລະ​ບອກ​ເພິ່ນ​ວ່າ, “ນີ້​ແມ່ນ​ດິນແດນ ທີ່​ເຮົາ​ຈະ​ມອບ​ໃຫ້​ແກ່​ເຊື້ອສາຍ​ຂອງ​ເຈົ້າ.” ແລ້ວ​ຢູ່​ໃນ​ບ່ອນ​ນີ້ ອັບຣາມ​ໄດ້​ກໍ່ສ້າງ​ແທ່ນບູຊາ​ແທ່ນ​ໜຶ່ງ ຖວາຍ​ແກ່​ພຣະເຈົ້າຢາເວ​ອົງ​ທີ່​ໄດ້​ປາກົດ​ແກ່​ຕົນ. 8ຫລັງຈາກ​ນັ້ນ ເພິ່ນ​ກໍໄດ້​ຍົກຍ້າຍ​ໄປ​ທາງ​ທິດ​ໃຕ້ ສູ່​ເນີນພູ​ທາງທິດ​ຕາເວັນອອກ​ຂອງ​ເມືອງ​ເບັດເອນ ແລະ​ເພິ່ນ​ໄດ້​ຕັ້ງ​ຄ້າຍພັກ​ພາ​ອາໄສ​ຢູ່ ລະຫວ່າງ​ເມືອງ​ເບັດເອນ​ທາງ​ທິດ​ຕາເວັນຕົກ ແລະ​ເມືອງ​ອາອີ​ທາງທິດ​ຕາເວັນອອກ. ຢູ່​ທີ່​ນີ້ ອັບຣາມ​ໄດ້​ກໍ່ສ້າງ​ແທ່ນບູຊາ​ອີກ​ໜຶ່ງ​ແທ່ນ​ຖວາຍ​ແກ່​ພຣະເຈົ້າຢາເວ ແລະ​ໄດ້​ຮ້ອງທູນ​ອອກ​ນາມຊື່​ພຣະເຈົ້າຢາເວ. 9ແລ້ວ​ເພິ່ນ​ກໍ​ຍົກຍ້າຍ​ໄປ​ເປັນ​ໄລຍະ​ຢູ່​ເລື້ອຍ ສູ່​ທາງ​ພາກ​ໃຕ້​ຂອງ​ການາອານ.
ອັບຣາມ​ໃນ​ປະເທດ​ເອຢິບ
10ໃນ​ເວລາ​ນັ້ນ ໄດ້​ເກີດ​ມີ​ການ​ອຶດຢາກ​ຢ່າງ​ຮ້າຍແຮງ​ໃນ​ການາອານ ອັນ​ເປັນ​ເຫດ​ໃຫ້​ອັບຣາມ​ຕ້ອງ​ໄປ​ອາໄສ​ຢູ່​ໃນ​ປະເທດ​ເອຢິບ ຊົ່ວ​ໄລຍະ​ໜຶ່ງ. 11ເມື່ອ​ໃກ້​ຈະ​ຮອດ​ດ່ານ​ເຂົ້າ​ປະເທດ ເພິ່ນ​ຈຶ່ງ​ເວົ້າ​ກັບ​ເມຍ​ຂອງຕົນ​ວ່າ, “ຊາຣາຍ ນ້ອງ​ເປັນ​ຍິງ​ທີ່​ສວຍງາມ. 12ເມື່ອ​ຊາວ​ເອຢິບ​ເຫັນ​ນ້ອງ ພວກເຂົາ​ຄົງ​ຈະ​ເວົ້າ​ວ່າ​ນ້ອງ​ເປັນ​ເມຍ​ຂອງ​ອ້າຍ; ແລ້ວ​ພວກເຂົາ​ກໍ​ຈະ​ຂ້າ​ອ້າຍ​ເສຍ ແລະ​ປ່ອຍ​ໃຫ້​ນ້ອງ​ມີ​ຊີວິດ​ຢູ່. 13ດັ່ງນັ້ນ ຈົ່ງ​ບອກ​ພວກເຂົາ​ວ່າ ນ້ອງ​ເປັນ​ນ້ອງສາວ​ຂອງ​ອ້າຍ ແລະ​ຍ້ອນ​ນ້ອງ ພວກເຂົາ​ຈຶ່ງ​ຈະ​ບໍ່​ຂ້າ​ອ້າຍ ແລະ​ທັງ​ຈະ​ປະຕິບັດ​ຕໍ່​ອ້າຍ​ເປັນ​ຢ່າງດີ.” 14ເມື່ອ​ອັບຣາມ​ຂ້າມ​ເຂດແດນ​ເຂົ້າ​ໄປ​ໃນ​ປະເທດ​ເອຢິບ. ຊາວ​ເອຢິບ​ເຫັນ​ວ່າ ເມຍ​ຂອງ​ເພິ່ນ​ງາມ​ຫລາຍ. 15ຂ້າຣາຊການ​ຊາວ​ເອຢິບ​ບາງຄົນ ຈຶ່ງ​ຍົກ​ຍ້ອງ​ຄວາມງາມ​ຂອງ​ນາງ ຕໍ່​ກະສັດ​ຂອງ​ພວກເຂົາ; ສະນັ້ນ ນາງ​ຈຶ່ງ​ຖືກ​ພາ​ຕົວ​ໄປ​ທີ່​ຣາຊວັງ. 16ຍ້ອນ​ຊາຣາຍ ກະສັດ​ເອຢິບ​ຈຶ່ງ​ປະຕິບັດ​ຕໍ່​ອັບຣາມ​ເປັນ​ຢ່າງດີ ແລະ​ຍັງ​ມອບ​ຝູງແກະ, ຝູງແບ້, ຝູງງົວ, ຝູງ​ອູດ ແລະ​ຄົນ​ຮັບໃຊ້​ຊາຍຍິງ​ໃຫ້​ດ້ວຍ.
17ແຕ່​ຍ້ອນ​ກະສັດ​ໄດ້​ເອົາ​ຊາຣາຍ​ມາ​ຢູ່​ໃນ​ຣາຊວັງ ພຣະເຈົ້າຢາເວ​ຈຶ່ງ​ເຮັດ​ໃຫ້​ກະສັດ​ເອງ ແລະ​ຄົນ​ໃນ​ຣາຊວັງ​ເປັນ​ພະຍາດ​ຢ່າງ​ຮ້າຍແຮງ. 18ແລ້ວ​ກະສັດ​ເອຢິບ​ກໍ​ເອີ້ນ​ອັບຣາມ​ມາ ແລະ​ສອບຖາມ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ເຮັດ​ກັບ​ເຮົາ​ແບບ​ນີ້? ເປັນຫຍັງ​ຈຶ່ງ​ບໍ່​ບອກ​ເຮົາ​ວ່າ ນາງ​ເປັນ​ເມຍ​ຂອງ​ເຈົ້າ? 19ເປັນຫຍັງ​ຈຶ່ງ​ເວົ້າ​ວ່າ ນາງ​ເປັນ​ນ້ອງສາວ​ຂອງ​ເຈົ້າ? ແລະ​ປ່ອຍ​ໃຫ້​ເຮົາ​ເອົາ​ນາງ​ມາ​ໄວ້​ເປັນ​ເມຍ. ນີ້​ເມຍ​ຂອງ​ເຈົ້າ ຈົ່ງ​ເອົາ​ນາງ​ຄືນ​ໄປ​ແລະ​ໜີໄປ​ສາ.” 20ແລ້ວ​ກະສັດ​ເອຢິບ​ກໍ​ສັ່ງ​ຂ້າຣາຊການ​ໃຫ້​ພາ​ອັບຣາມ​ກັບ​ເມຍ​ຂອງ​ລາວ ແລະ​ເອົາ​ສິ່ງຂອງ​ທີ່​ລາວ​ມີ​ຢູ່ ແລະ​ໃຫ້​ອອກ​ໜີໄປ​ຈາກ​ປະເທດ​ເອຢິບ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in