ປະຖົມມະການ 34
34
ນາງດີນາຖືກຂົ່ມຂືນ
1ວັນໜຶ່ງ ນາງດີນາລູກສາວຂອງຢາໂຄບແລະນາງເລອາ ໄດ້ໄປຢ້ຽມຢາມຍິງຊາວການາອານບາງຄົນ. 2ເມື່ອຊີເຄມ ລູກຊາຍຂອງຮາໂມຊາວຮີວີ ທີ່ເປັນຜູ້ປົກຄອງໃນຂົງເຂດນີ້ ເຫັນດີນາ; ລາວຈຶ່ງຈັບເອົານາງໄປຂົ່ມຂືນ. 3ແຕ່ເມື່ອເຫັນນາງງາມດືງດູດໃຈຫລາຍ ລາວຈຶ່ງຫລົງຮັກນາງ ແລະພະຍາຍາມໃຫ້ນາງຮັກຕົນຄືນ. 4ຊາຍຄົນນີ້ຈຶ່ງເວົ້າກັບພໍ່ຂອງຕົນວ່າ, “ຈົ່ງໄປຂໍຍິງຜູ້ນີ້ໃຫ້ລູກເອົາມາເປັນເມຍແດ່.”
5ຢາໂຄບຮູ້ວ່າ, ລູກສາວຂອງຕົນໄດ້ຮັບຄວາມອັບອາຍຂາຍໜ້າ, ແຕ່ເພິ່ນບໍ່ກ້າເຮັດຫຍັງລົງໄປເທື່ອ ຈົນກວ່າພວກລູກຊາຍຂອງເພິ່ນ ທີ່ໄດ້ອອກໄປລ້ຽງສັດທີ່ທົ່ງນານັ້ນກັບມາທຸກຄົນກ່ອນ. 6ຮາໂມພໍ່ຂອງຊີເຄມໄດ້ມາປຶກສາກັບຢາໂຄບ 7ແລະເປັນເວລາພໍດີກັບທີ່ພວກລູກຊາຍຂອງຢາໂຄບພາກັນກັບມາແຕ່ທົ່ງນາ. ເມື່ອຮູ້ວ່ານາງດີນາຖືກຂົ່ມຂືນ. ພວກເຂົາຈຶ່ງຄຽດແຄ້ນ ແລະທຸກໃຈຫລາຍທີ່ຊີເຄມໄດ້ເຮັດເຊັ່ນນັ້ນ ອັນເປັນການໝິ່ນປະໝາດຄົນອິດສະຣາເອນ ໂດຍໄດ້ຂົ່ມຂືນລູກສາວຂອງຢາໂຄບ. 8ຮາໂມເວົ້າຕໍ່ພວກເຂົາວ່າ, “ຊີເຄມລູກຊາຍຂອງຂ້ອຍຫລົງຮັກລູກສາວຂອງເຈົ້າ ຂໍໃຫ້ພວກເຂົາໄດ້ແຕ່ງງານກັນສາ 9ໃຫ້ພວກເຮົາມາຕົກລົງກັນວ່າ ຄົນຂອງຂ້ອຍ ແລະຄົນຂອງເຈົ້າແຕ່ງງານກັນໄດ້. 10ແລ້ວພວກເຈົ້າກໍສາມາດຢູ່ໃນດິນແດນຂອງພວກເຮົານີ້ນຳກັນ; ພວກເຈົ້າຈະຢູ່ບ່ອນໃດກໍໄດ້ ຈະຄ້າຂາຍແລະມີທີ່ດິນເປັນຂອງຕົນເອງໄດ້ຕາມໃຈມັກ.”
11ແລ້ວຊີເຄມກໍເວົ້າກັບພໍ່ແລະອ້າຍຂອງດີນາວ່າ, “ກະລຸນາຍົກນາງໃຫ້ຂ້ອຍສາ ແລະຂ້ອຍຈະໃຫ້ທຸກສິ່ງຕາມທີ່ພວກເຈົ້າຕ້ອງການ. 12ພວກເຈົ້າຕ້ອງການສິ່ງໃດໃຫ້ບອກມາ ຈະຄິດຄ່າດອງສູງເທົ່າໃດ ຕາມທີ່ພວກເຈົ້າຕ້ອງການກໍໄດ້; ຂ້ອຍຈະໃຫ້ທຸກສິ່ງທີ່ພວກເຈົ້າຂໍມາ. ຂໍພຽງແຕ່ໃຫ້ຂ້ອຍໄດ້ນາງມາເປັນເມຍກໍພໍ.”
13ພວກລູກຊາຍຂອງຢາໂຄບຈຶ່ງຕອບຊີເຄມແລະຮາໂມໃນທຳນອງຫລອກລວງ ເພາະຊີເຄມໄດ້ເຮັດໃຫ້ນ້ອງສາວຂອງພວກເຂົາຖືກອັບອາຍ. 14ພວກເຂົາເວົ້າວ່າ, “ພວກເຮົາບໍ່ຍອມໃຫ້ນາງດີນາແຕ່ງງານກັບຜູ້ຊາຍທີ່ບໍ່ໄດ້ຮັບພິທີຕັດ ເພາະເປັນການເສຍກຽດສັກສີສຳລັບພວກເຮົາ. 15ມີເງື່ອນໄຂດຽວເທົ່ານັ້ນທີ່ພວກເຮົາຈະລົງລອຍກັນໄດ້ຄື: ພວກເຈົ້າຕ້ອງເປັນຄືພວກເຮົາ. ຜູ້ຊາຍຂອງພວກເຈົ້າທຸກຄົນຕ້ອງຮັບພິທີຕັດ. 16ແລ້ວພວກເຮົາກໍຈະຍອມໃຫ້ແຕ່ງງານກັນໄດ້. ພວກເຮົາຈະຢູ່ຮ່ວມກັນແລະເປັນປະຊາຊົນຊາດດຽວກັນ. 17ແຕ່ຖ້າພວກເຈົ້າບໍ່ຍິນຍອມຮັບເອົາຂໍ້ສະເໜີຂອງພວກເຮົາແລ້ວ ພວກເຮົາກໍຈະໄປເອົານາງດີນາກັບຄືນມາ ແລະພາກັນອອກໜີຈາກດິນແດນນີ້ໄປ.”
18ຮາໂມແລະລູກຊາຍເຫັນວ່າເງື່ອນໄຂນັ້ນເປັນທີ່ພໍໃຈແລ້ວ 19ດັ່ງນັ້ນ ຊີເຄມຈຶ່ງຮັບເອົາໂລດໂດຍບໍ່ໃຫ້ເສຍເວລາ ຍ້ອນວ່າລາວຮັກດີນາລູກສາວຂອງຢາໂຄບຫລາຍ. ຊີເຄມເປັນຄົນສຳຄັນທີ່ສຸດໃນຄອບຄົວ.
20ແລ້ວຮາໂມກັບລູກຊາຍຂອງຕົນກໍໄປບ່ອນປະຊຸມທີ່ປະຕູເມືອງ ແລະເວົ້າກັບຊາວເມືອງວ່າ, 21“ຄົນພວກນີ້ເປັນມິດກັບພວກເຮົາ; ຈົ່ງໃຫ້ພວກເຂົາອາໄສຢູ່ໃນດິນແດນນີ້ ແລະສາມາດໄປມາຕາມໃຈມັກເທີ້ນ. ດິນແດນກໍຍັງມີກວ້າງຂວາງຢູ່ສຳລັບພວກເຂົາ. ຈົ່ງໃຫ້ລູກສາວຂອງພວກເຂົາແຕ່ງງານກັບລູກຊາຍຂອງພວກເຮົາ ແລະໃຫ້ລູກສາວຂອງພວກເຮົາແຕ່ງງານກັບລູກຊາຍຂອງພວກເຂົາ. 22ແຕ່ພວກເຂົາຈະຍິນຍອມຢູ່ນຳພວກເຮົາ ແລະເປັນປະຊາຊົນດຽວກັບພວກເຮົາໄດ້ນັ້ນ ກໍມີຢູ່ເງື່ອນໄຂດຽວເທົ່ານັ້ນທີ່ພວກເຮົາຕ້ອງເຮັດດັ່ງນີ້: ໃຫ້ຜູ້ຊາຍຂອງພວກເຮົາທຸກຄົນຮັບພິທີຕັດຄືພວກເຂົາ. 23ຝູງສັດທັງຫລາຍພ້ອມດ້ວຍສິ່ງຂອງທັງໝົດຂອງພວກເຂົາ ຈະເປັນຂອງພວກເຮົາບໍ່ແມ່ນບໍ? ດັ່ງນັ້ນ ຈົ່ງຍອມຮັບເອົາເງື່ອນໄຂຂອງພວກເຂົາ ແລະໃຫ້ພວກເຂົາຢູ່ນຳກັນກັບພວກເຮົາເຖີດ.” 24ປະຊາຊົນທຸກຄົນຕ່າງກໍເຫັນດີເຫັນພ້ອມນຳສິ່ງທີ່ຮາໂມກັບຊີເຄມໄດ້ສະເໜີມານັ້ນ; ສະນັ້ນ ຜູ້ຊາຍທຸກຄົນໃນເມືອງນີ້ຈຶ່ງພາກັນຮັບພິທີຕັດ.
25ສາມວັນຕໍ່ມາ ໃນຂະນະທີ່ພວກຜູ້ຊາຍຊາວເມືອງຍັງເຈັບປວດຢູ່ ເພາະຮັບພິທີຕັດນັ້ນ; ລູກຊາຍສອງຄົນຂອງຢາໂຄບ ຄືຊີເມໂອນແລະເລວີຜູ້ເປັນອ້າຍຂອງນາງດີນາ ໄດ້ຖືດາບເຂົ້າໄປໃນເມືອງຢ່າງບໍ່ມີໃຜຄິດສົງໄສ ແລະສັງຫານພວກຜູ້ຊາຍທັງໝົດໃນເມືອງຖິ້ມ 26ລວມທັງຮາໂມ ແລະຊີເຄມລູກຊາຍຂອງລາວດ້ວຍ. ແລ້ວພວກເຂົາກໍໄດ້ພານາງດີນາໜີອອກຈາກເຮືອນຂອງຊີເຄມ. 27ຫລັງຈາກສັງຫານພວກຜູ້ຊາຍຢູ່ໃນເມືອງແລ້ວ ລູກຊາຍຄົນອື່ນໆຂອງຢາໂຄບກໍປຸ້ນສະດົມເມືອງ ເພື່ອແກ້ແຄ້ນໃຫ້ນາງດີນານ້ອງສາວຂອງພວກຕົນ ເພາະຖືກໝິ່ນປະໝາດ. 28ພວກເຂົາຢຶດເອົາແກະ, ງົວ, ລໍ ແລະສິ່ງຂອງໃນເມືອງແລະໃນທົ່ງນາໄປໝົດ. 29ພວກເຂົາຍັງຢຶດເອົາຂອງມີຄ່າທັງຈັບເອົາຜູ້ຍິງແລະເດັກນ້ອຍ ແລ້ວຂົນເອົາທຸກສິ່ງໃນເຮືອນໄປຈົນກ້ຽງ.
30ຢາໂຄບຈຶ່ງເວົ້າກັບຊີເມໂອນແລະເລວີວ່າ, “ພວກເຈົ້າກໍ່ເລື່ອງເດືອດຮ້ອນມາໃຫ້ຂ້ອຍແລ້ວ; ບັດນີ້ ຊາວການາອານ, ຊາວເປຣີຊີ ແລະປະຊາຊົນທຸກຄົນໃນດິນແດນນີ້ຈະກຽດຊັງຂ້ອຍ. ຖ້າປະຊາຊົນເຫຼົ່ານີ້ພ້ອມໃຈກັນມາໂຈມຕີ ຄອບຄົວພວກເຮົາກໍຈະຖືກທຳລາຍຖິ້ມໝົດ ເພາະຄົນຂອງພວກເຮົາມີບໍ່ຫລາຍ.”
31ແຕ່ພວກເຂົາຕອບວ່າ, “ພວກເຮົາບໍ່ອາດຍອມໃຫ້ພວກເຂົາ ເຮັດຕໍ່ນ້ອງສາວຂອງພວກເຮົາເໝືອນດັ່ງຍິງໂສເພນີດອກ.”
Valið núna:
ປະຖົມມະການ 34: ພຄພ
Áherslumerki
Deildu
Afrita
![None](/_next/image?url=https%3A%2F%2Fimageproxy.youversionapi.com%2F58%2Fhttps%3A%2F%2Fweb-assets.youversion.com%2Fapp-icons%2Fis.png&w=128&q=75)
Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.