YouVersioni logo
Search Icon

Popular Bible Verses from ໂຢຮັນ 21

ເມື່ອ​ພວກເພິ່ນ​ຮັບປະທານ​ອາຫານ​ແລ້ວ, ພຣະເຢຊູເຈົ້າ​ກ່າວ​ກັບ​ຊີໂມນ​ເປໂຕ​ວ່າ, “ຊີໂມນ​ລູກ​ໂຢຮັນ​ເອີຍ, ເຈົ້າ​ຮັກ​ເຮົາ​ຫລາຍ​ກວ່າ​ສິ່ງ​ເຫລົ່ານີ້​ບໍ?” ເປໂຕ​ຕອບ​ວ່າ, “ໂດຍ ອົງພຣະຜູ້ເປັນເຈົ້າ, ພຣະອົງ​ຮູ້ຈັກ​ວ່າ​ຂ້ານ້ອຍ​ຮັກ​ພຣະອົງ”. ພຣະເຢຊູເຈົ້າ​ຈຶ່ງ​ສັ່ງ​ວ່າ, “ຈົ່ງ​ລ້ຽງ​ແກະ​ໜຸ່ມ​ຂອງ​ເຮົາ​ເດີ”. ພຣະເຢຊູເຈົ້າ​ກ່າວ​ອີກ​ຄັ້ງ​ທີ​ສອງ​ວ່າ, “ຊີໂມນ​ລູກ​ໂຢຮັນ​ເອີຍ, ເຈົ້າ​ຮັກ​ເຮົາ​ບໍ?” ເປໂຕ​ຕອບ​ວ່າ, “ໂດຍ ອົງພຣະຜູ້ເປັນເຈົ້າ, ພຣະອົງ​ຮູ້ຈັກ​ວ່າ​ຂ້ານ້ອຍ​ຮັກ​ພຣະອົງ”. ພຣະເຢຊູເຈົ້າ​ຈຶ່ງ​ສັ່ງ​ວ່າ, “ຈົ່ງ​ລ້ຽງ​ຮັກສາ​ແກະ​ຂອງ​ເຮົາ​ເດີ”. ພຣະອົງ​ກ່າວ​ກັບ​ລາວ​ເປັນ​ຄັ້ງ​ທີ​ສາມ​ວ່າ, “ຊີໂມນ​ລູກ​ໂຢຮັນ​ເອີຍ, ເຈົ້າ​ຮັກ​ເຮົາ​ບໍ?” ເປໂຕ​ຮູ້ສຶກ​ເຈັບປວດ​ໃຈ ເພາະ​ພຣະເຢຊູເຈົ້າ​ໄດ້ຖາມ​ຕົນ​ເປັນ​ເທື່ອ​ທີ​ສາມ​ວ່າ, “ເຈົ້າ​ຮັກ​ເຮົາ​ບໍ?” ເປໂຕ​ຈຶ່ງ​ຕອບ​ພຣະອົງ​ວ່າ, “ຂ້າແດ່​ອົງພຣະຜູ້ເປັນເຈົ້າ ພຣະອົງ​ຮູ້ຈັກ​ທຸກສິ່ງ ພຣະອົງ​ຮູ້ຈັກ​ວ່າ​ຂ້ານ້ອຍ​ຮັກ​ພຣະອົງ”. ພຣະເຢຊູເຈົ້າ​ສັ່ງ​ເປໂຕ​ວ່າ, “ຈົ່ງ​ລ້ຽງ​ແກະ​ທັງຫລາຍ​ຂອງ​ເຮົາ​ເດີ.

Free Reading Plans and Devotionals related to ໂຢຮັນ 21