ກິດຈະການ 8
8
1ໂຊໂລກໍເຫັນພ້ອມກັບການຂ້າຊະເຕຟາໂນ.
ໂຊໂລຂົ່ມເຫັງຄຣິສຕະຈັກ
ໃນວັນນັ້ນເອງ ໄດ້ເກີດມີການຂົ່ມເຫັງຢ່າງໜັກ ຕໍ່ຄຣິສຕະຈັກໃນນະຄອນເຢຣູຊາເລັມ ພວກລູກສິດທັງໝົດ ເວັ້ນໄວ້ແຕ່ພວກອັກຄະສາວົກ ຕ່າງກໍໄດ້ກະຈັດກະຈາຍໄປທົ່ວແຂວງຢູດາຍ ແລະແຂວງຊາມາເຣຍ. 2ຜູ້ທີ່ຢຳເກງພຣະເຈົ້າບາງຄົນ ໄດ້ນຳເອົາຊາກສົບຂອງຊະເຕຟາໂນໄປຝັງໄວ້ ແລະມີການຮ້ອງໄຫ້ໄວ້ທຸກຢ່າງໃຫຍ່ໃຫ້ລາວ. 3ສ່ວນໂຊໂລນັ້ນໄດ້ພະຍາຍາມທຳລາຍຄຣິສຕະຈັກຢ່າງຮຸນແຮງ ໂດຍເຂົ້າໄປຕາມບ້ານເຮືອນ ລາກເອົາບາງຄົນທີ່ເຊື່ອທັງຊາຍທັງຍິງອອກມາ ແລະນຳໄປຂັງໄວ້ໃນຄຸກ.
ການປະກາດຂ່າວປະເສີດແຜ່ໄປໃນຊາມາເຣຍ
4ພວກຄົນທີ່ເຊື່ອ ທີ່ໄດ້ແຕກກະຈັດກະຈາຍໄປນັ້ນ ຕ່າງກໍໄດ້ປະກາດຂ່າວປະເສີດຕາມບ່ອນຕ່າງໆ. 5ຝ່າຍຟີລິບໄດ້ໄປທີ່ເມືອງໃຫຍ່ ໃນແຂວງຊາມາເຣຍ ແລະປະກາດເລື່ອງພຣະຄຣິດໃນທີ່ນັ້ນ. 6ປະຊາຊົນໄດ້ຕັ້ງໃຈຟັງຖ້ອຍຄຳຂອງຟີລິບ ເມື່ອພວກເຂົາໄດ້ຍິນເພິ່ນປະກາດ ແລະໄດ້ເຫັນການອັດສະຈັນທີ່ເພິ່ນໄດ້ເຮັດ. 7ຜີຊົ່ວຮ້າຍທີ່ສິງຢູ່ໃນຫລາຍຄົນ ກໍຮ້ອງຂຶ້ນດ້ວຍສຽງດັງ ແລະອອກມາຈາກຄົນເຫຼົ່ານັ້ນ ແລະຄົນທີ່ເປັນເປ້ຍ ແລະຂາເສັ້ງຫລາຍຄົນ ກໍໄດ້ດີເປັນປົກກະຕິ. 8ດັ່ງນັ້ນ ຄວາມຊົມຊື່ນຍິນດີອັນໃຫຍ່ຈຶ່ງເກີດຂຶ້ນໃນເມືອງນີ້.
9ຍັງມີຊາຍຄົນໜຶ່ງຢູ່ໃນເມືອງນີ້ຊື່ວ່າ ຊີໂມນ ລາວເປັນໝໍເວດມົນຄາຖາ ທີ່ເຄີຍເຮັດໃຫ້ຊາວຊາມາເຣຍງຶດງໍ້ອັດສະຈັນໃຈ ແລະອວດອ້າງຕົວວ່າເປັນຄົນສຳຄັນຜູ້ໜຶ່ງ. 10ດັ່ງນັ້ນ ຄົນທັງຫລາຍໃນເມືອງ ບໍ່ວ່າຜູ້ໃຫຍ່ ຫລືຜູ້ນ້ອຍ ຈຶ່ງໃຫ້ຄວາມສົນໃຈຟັງລາວ ແລະເວົ້າວ່າ, “ຊາຍຜູ້ນີ້ມີຣິດຂອງພຣະເຈົ້າທີ່ຄົນເອີ້ນວ່າ, ‘ມະຫິດທິຣິດ.”’ 11ດ້ວຍເວດມົນຄາຖາ ທີ່ລາວໄດ້ເຮັດໃຫ້ຄົນງຶດງໍ້ອັດສະຈັນໃຈແຕ່ດົນນານແລ້ວນັ້ນ ຈຶ່ງດຶງດູດຄົນທັງຫລາຍໃຫ້ສົນໃຈໃນຕົວລາວ. 12ເມື່ອພວກເຂົາໄດ້ຮັບເຊື່ອໃນຖ້ອຍຄຳຂອງຟີລິບ ທີ່ໄດ້ປະກາດກ່ຽວກັບຂ່າວປະເສີດແຫ່ງຣາຊອານາຈັກຂອງພຣະເຈົ້າ ແລະພຣະນາມຂອງພຣະເຢຊູຄຣິດເຈົ້າ ພວກເຂົາກໍໄດ້ຮັບບັບຕິສະມາທັງຊາຍແລະຍິງ. 13ຝ່າຍຊີໂມນເອງກໍເຊື່ອເໝືອນກັນ ແລະຫລັງຈາກຮັບບັບຕິສະມາແລ້ວ ກໍຕິດພັນຢູ່ກັບຟີລິບ, ລາວປະຫລາດໃຈຫລາຍທີ່ເຫັນຟີລິບເຮັດການອັດສະຈັນ ແລະໝາຍສຳຄັນອັນຍິ່ງໃຫຍ່ທີ່ໄດ້ເກີດຂຶ້ນນັ້ນ.
14ເມື່ອພວກອັກຄະສາວົກທີ່ຢູ່ໃນນະຄອນເຢຣູຊາເລັມ ໄດ້ຍິນຂ່າວວ່າປະຊາຊົນແຂວງຊາມາເຣຍ ໄດ້ຮັບເອົາພຣະທຳຂອງພຣະເຈົ້າແລ້ວ ຈຶ່ງໄດ້ໃຊ້ເປໂຕກັບໂຢຮັນໄປຫາພວກເຂົາ. 15ທ່ານທັງສອງກໍໄດ້ໄປພາວັນນາອະທິຖານສຳລັບຄົນທີ່ເຊື່ອ ເພື່ອໃຫ້ພວກເຂົາໄດ້ຮັບພຣະວິນຍານບໍຣິສຸດເຈົ້າ. 16ດ້ວຍວ່າ, ພຣະວິນຍານບໍຣິສຸດເຈົ້າ ບໍ່ທັນໄດ້ລົງມາເທິງຜູ້ໃດຈັກຄົນໃນພວກເຂົາ ແລະພວກເຂົາໄດ້ຮັບບັບຕິສະມາ ໃນພຣະນາມຂອງອົງພຣະເຢຊູເຈົ້າເທົ່ານັ້ນ. 17ແລ້ວເປໂຕກັບໂຢຮັນກໍວາງມືໃສ່ພວກເຂົາ ແລະພວກເຂົາຕ່າງກໍໄດ້ຮັບພຣະວິນຍານບໍຣິສຸດເຈົ້າ.
18ຝ່າຍຊີໂມນ, ເມື່ອໄດ້ເຫັນວ່າພຣະວິນຍານ ເປັນທີ່ຊົງປະທານດ້ວຍການວາງມືຂອງພວກອັກຄະສາວົກ ກໍໄດ້ນຳເງິນມາຈະໃຫ້ທ່ານທັງສອງ. 19ໂດຍເວົ້າວ່າ, “ຂໍໃຫ້ຂ້ານ້ອຍມີຣິດອຳນາດຢ່າງນີ້ເໝືອນກັນ ເພື່ອວ່າເມື່ອຂ້ານ້ອຍຫາກວາງມືໃສ່ຜູ້ໃດ ຜູ້ນັ້ນກໍຈະໄດ້ຮັບພຣະວິນຍານບໍຣິສຸດເຈົ້າ.”
20ແຕ່ເປໂຕຕອບລາວວ່າ, “ຈົ່ງໃຫ້ເງິນຂອງເຈົ້າຈິບຫາຍໄປກັບເຈົ້າສາ ເພາະເຈົ້າຄິດວ່າຈະຊື້ຂອງປະທານຈາກພຣະເຈົ້າດ້ວຍເງິນ 21ເຈົ້າບໍ່ມີສ່ວນໃນພາລະກິດຂອງພວກເຮົາ ເພາະຈິດໃຈຂອງເຈົ້າບໍ່ສັດຊື່ຕໍ່ໜ້າພຣະເຈົ້າ. 22ສະນັ້ນ ຈົ່ງກັບໃຈໃໝ່ຈາກການອັນຊົ່ວຊ້າຂອງເຈົ້ານີ້ສາ ແລ້ວພາວັນນາອະທິຖານຂໍຕໍ່ພຣະອົງເຈົ້າ ເພື່ອພຣະອົງຈະອະໄພໃຫ້ເຈົ້າ ທີ່ເຈົ້າຄິດເຊັ່ນນັ້ນ. 23ເພາະເຮົາເຫັນວ່າໃຈຂອງເຈົ້າເຕັມໄປດ້ວຍຄວາມອິດສາອັນຂົມຂື່ນ ແລະເປັນຜູ້ຖືກຜູກມັດໄວ້ໂດຍໂສ້ແຫ່ງບາບກຳ.”
24ຝ່າຍຊີໂມນໄດ້ຕອບວ່າ, “ຂໍທ່ານທັງສອງພາວັນນາອະທິຖານຕໍ່ພຣະອົງເຈົ້າສຳລັບຂ້ານ້ອຍດ້ວຍ ເພື່ອວ່າເຫດການຕ່າງໆທີ່ທ່ານໄດ້ກ່າວມານັ້ນ ຈະບໍ່ເກີດຂຶ້ນກັບຂ້ານ້ອຍຈັກປະການ.”
25ສ່ວນທ່ານທັງສອງ ເມື່ອໄດ້ເປັນພະຍານ ແລະປະກາດພຣະທຳແຫ່ງອົງພຣະຜູ້ເປັນເຈົ້າແລ້ວ ກໍກັບຄືນມານະຄອນເຢຣູຊາເລັມ ແລະໄດ້ປະກາດຂ່າວປະເສີດຕາມທາງ ໃນບ້ານຂອງຊາວຊາມາເຣຍຫລາຍແຫ່ງ.
ຟີລິບ ແລະ ຊາວເອທີໂອເປຍ
26ແລ້ວເທວະດາຕົນໜຶ່ງ ຂອງອົງພຣະຜູ້ເປັນເຈົ້າໄດ້ສັ່ງຟີລິບວ່າ, “ຈົ່ງລຸກຂຶ້ນ ຕຽມຕົວໃຫ້ພ້ອມ ແລະໄປທາງທິດໃຕ້ ຕາມທາງແຕ່ນະຄອນເຢຣູຊາເລັມລົງໄປສູ່ກາຊາ.” (ຫົນທາງນີ້ຄົນບໍ່ທຽວກັນແລ້ວ.) 27ດັ່ງນັ້ນ ທ່ານຈຶ່ງລຸກຂຶ້ນເດີນທາງໄປ ແລະເບິ່ງແມ! ມີໄທເອທີໂອເປຍຄົນໜຶ່ງເປັນກະເທີຍ ເປັນຂ້າຣາຊການຊັ້ນສູງຂອງກັນເດກາ ຄືຣາຊີນີຂອງຊາວເອທີໂອເປຍ ເປັນນາຍຄັງຊັບທັງໝົດຂອງຣາຊີນີ ເພິ່ນໄດ້ມາທີ່ນະຄອນເຢຣູຊາເລັມເພື່ອນະມັດສະການ. 28ຂະນະທີ່ນັ່ງລົດມ້າກຳລັງກັບເມືອ ເພິ່ນໄດ້ອ່ານໜັງສືຂອງຜູ້ທຳນວາຍເອຊາຢາຢູ່. 29ພຣະວິນຍານບໍຣິສຸດເຈົ້າຊົງສັ່ງແກ່ຟີລິບວ່າ, “ຈົ່ງຫຍັບເຂົ້າໃກ້ຕິດລົດມ້າຄັນນີ້ໄປ.” 30ຟີລິບຈຶ່ງແລ່ນຫຍັບເຂົ້າໄປໃກ້ ແລະໄດ້ຍິນເພິ່ນກຳລັງອ່ານໜັງສືຂອງຜູ້ທຳນວາຍເອຊາຢາຢູ່ ຟີລິບຈຶ່ງຖາມເພິ່ນວ່າ, “ທີ່ທ່ານອ່ານຢູ່ນັ້ນທ່ານເຂົ້າໃຈບໍ?”
31ຂ້າຣາຊການຜູ້ນີ້ຕອບວ່າ, “ຂ້ອຍຈະເຂົ້າໃຈໄດ້ຢ່າງໃດ? ຖ້າບໍ່ມີຜູ້ໃດອະທິບາຍສູ່ຂ້ອຍຟັງ?” ແລ້ວເພິ່ນກໍເຊີນຟີລິບຂຶ້ນນັ່ງລົດມ້າໄປກັບເພິ່ນ. 32ພຣະຄຳພີຕອນທີ່ເພິ່ນອ່ານຢູ່ນັ້ນ ຄືຂໍ້ເຫຼົ່ານີ້:
“ເຂົາໄດ້ນຳເພິ່ນໄປ
ເໝືອນນຳເອົາແກະໄປຂ້າ
ແລະເໝືອນແກະນ້ອຍໂຕທີ່ມິດຢູ່
ຕໍ່ໜ້າຜູ້ຕັດຂົນຂອງມັນ
ທ່ານບໍ່ໄດ້ອອກປາກກ່າວຫຍັງຈັກຄຳ.
33 ໃນຄາວທ່ານຕົກຕໍ່າຕ້ອຍ
ທ່ານບໍ່ໄດ້ຮັບຄວາມຍຸດຕິທຳ.
ບໍ່ມີຜູ້ໃດຈະເລົ່າເຖິງເຊື້ອສາຍ
ຂອງທ່ານໄດ້
ເພາະວ່າຊີວິດຂອງທ່ານ
ໄດ້ຖືກຕັດເສຍແລ້ວ.”
34ຂ້າຣາຊການຜູ້ນັ້ນຫັນມາທາງຟີລິບ ແລະຖາມວ່າ, “ບອກຂ້ອຍມາເບິ່ງດູ ທີ່ຜູ້ທຳນວາຍກ່າວເຊັ່ນນີ້ ແມ່ນກ່າວເຖິງຜູ້ໃດ? ໝາຍເຖິງເພິ່ນເອງ ຫລືກ່າວເຖິງຜູ້ອື່ນ?” 35ແລ້ວຟີລິບກໍອອກປາກກ່າວ ໂດຍເລີ່ມແຕ່ພຣະຄຳພີຕອນນີ້ໄປ ແລະກໍບອກເພິ່ນເຖິງຂ່າວປະເສີດເລື່ອງພຣະເຢຊູເຈົ້າ. 36ເມື່ອພວກເພິ່ນໄດ້ເດີນທາງມາເຖິງບ່ອນມີນໍ້າບ່ອນໜຶ່ງ ຂ້າຣາຊການຜູ້ນີ້ກໍກ່າວວ່າ, “ທີ່ນີ້ມີນໍ້າ ມີສິ່ງໃດບໍທີ່ຂັດຂວາງຂ້ອຍບໍ່ໃຫ້ຮັບບັບຕິສະມາ?” [37ຟີລິບຈຶ່ງຕອບວ່າ, “ຖ້າທ່ານເຕັມໃຈເຊື່ອກໍຮັບໄດ້.” ເພິ່ນຕອບວ່າ, “ຂ້ອຍເຊື່ອວ່າ ພຣະເຢຊູຄຣິດເຈົ້າເປັນພຣະບຸດຂອງພຣະເຈົ້າ.”]
38ແລ້ວຂ້າຣາຊການກໍສັ່ງໃຫ້ຢຸດລົດມ້າ ເພິ່ນກັບຟີລິບຈຶ່ງລົງໄປໃນນໍ້າ ແລະຟີລິບກໍໃຫ້ເພິ່ນຮັບບັບຕິສະມາ. 39ເມື່ອທັງສອງຂຶ້ນມາຈາກນໍ້າແລ້ວ ພຣະວິນຍານຂອງອົງພຣະຜູ້ເປັນເຈົ້າ ກໍຮັບເອົາຟີລິບໄປ ສ່ວນຂ້າຣາຊການຄົນນັ້ນ ກໍບໍ່ເຫັນຟີລິບຕໍ່ໄປອີກ ເພິ່ນຈຶ່ງເດີນທາງເມືອດ້ວຍຄວາມຊົມຊື່ນຍິນດີຢ່າງເຕັມລົ້ນ. 40ແຕ່ມີຄົນໄດ້ເຫັນຟີລິບຢູ່ໃນເມືອງອາໂຊໂຕ ແລະຂະນະທີ່ເພິ່ນຜ່ານເມືອງທັງຫລາຍໄປນັ້ນ ເພິ່ນໄດ້ປະກາດຂ່າວປະເສີດຈົນມາເຖິງເມືອງກາຍຊາເຣຍ.
Dewis Presennol:
ກິດຈະການ 8: ພຄພ
Uwcholeuo
Rhanna
Copi

Eisiau i'th uchafbwyntiau gael eu cadw ar draws dy holl ddyfeisiau? Cofrestra neu mewngofnoda
@ 2012 United Bible Societies. All Rights Reserved.