Logo YouVersion
Eicon Chwilio

ກິດຈະການ 16:25-26

ກິດຈະການ 16:25-26 ພຄພ

ປະມານ​ທ່ຽງ​ຄືນ ໂປໂລ​ແລະ​ຊີລາ ກໍ​ພາກັນ​ພາວັນນາ​ອະທິຖານ ຮ້ອງເພງ​ສັນລະເສີນ​ພຣະເຈົ້າ, ພວກ​ນັກໂທດ​ຄົນອື່ນໆ​ກໍ​ຟັງ​ທ່ານ​ທັງສອງ​ຢູ່. ໃນ​ທັນໃດນັ້ນ ກໍ​ເກີດ​ມີ​ແຜ່ນດິນ​ຫວັ່ນໄຫວ​ອັນ​ໃຫຍ່ ຈົນ​ເຮັດ​ໃຫ້​ຮາກຖານ​ຂອງ​ຄຸກ​ສະທ້ານ​ສະເທືອນ, ປະຕູ​ຄຸກ​ທຸກ​ບານ​ໄຂ​ອອກ​ໃນທັນທີ ແລະ​ສາຍໂສ້​ທຸກ​ສາຍ​ທີ່​ລ່າມ​ນັກໂທດ​ທຸກຄົນ​ກໍ​ຫລຸດ​ອອກ.