Logo YouVersion
Eicon Chwilio

ກິດຈະການ 16

16
ຕີໂມທຽວ​ໄປ​ກັບ​ໂປໂລ ແລະ ຊີລາ
1ໂປໂລ​ໄດ້​ເດີນທາງ​ມາ​ຮອດ​ເມືອງ​ເດຣະເບ ແລະ ເມືອງ​ລີສະຕຣາ, ຢູ່​ໃນ​ທີ່​ນີ້ ມີ​ຄົນ​ທີ່​ເຊື່ອ​ຜູ້ໜຶ່ງ​ຊື່​ວ່າ ຕີໂມທຽວ, ແມ່​ຂອງ​ລາວ​ເປັນ​ຄົນ​ທີ່​ເຊື່ອ​ເໝືອນກັນ ແລະ​ເປັນ​ຄົນ​ຢິວ ສ່ວນ​ພໍ່​ຂອງ​ລາວ​ນັ້ນ​ເປັນ​ຄົນ​ກຣີກ. 2ຕີໂມທຽວ​ເປັນ​ຄົນ​ມີ​ຊື່ສຽງ​ດີ​ໃນ​ທ່າມກາງ​ພວກ​ພີ່ນ້ອງ ທີ່​ຢູ່​ໃນ​ເມືອງ​ລີສະຕຣາ ແລະ​ເມືອງ​ອີໂກນີອົມ. 3ໂປໂລ​ຕ້ອງການ​ເອົາ​ຕີໂມທຽວ​ໄປ​ນຳ. ດັ່ງນັ້ນ ເພິ່ນ​ຈຶ່ງ​ໃຫ້​ລາວ​ຮັບ​ພິທີຕັດ ເພາະ​ເຫັນແກ່​ຊາວ​ຢິວ​ຢູ່​ໃນ​ເຂດ​ນັ້ນ. ເພິ່ນ​ກະທຳ​ເຊັ່ນນີ້ ເພາະ​ຊາວ​ຢິວ​ທຸກຄົນ​ທີ່​ຢູ່​ໃນ​ເມືອງ​ເຫຼົ່ານັ້ນ ຮູ້​ວ່າ​ພໍ່​ຂອງ​ຕີໂມທຽວ​ເປັນ​ຄົນ​ກຣີກ. 4ເມື່ອ​ຜ່ານ​ໄປ​ຕາມ​ເມືອງ​ຕ່າງໆ ເພິ່ນ​ກໍໄດ້​ມອບ​ຂໍ້​ບັງຄັບ ຊຶ່ງ​ພວກ​ອັກຄະສາວົກ​ກັບ​ບັນດາ​ເຖົ້າແກ່​ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ໄດ້​ຕົກລົງ​ກັນ​ນັ້ນ ໃຫ້​ພວກ​ຄົນ​ທີ່​ເຊື່ອ​ຮັບຮູ້ ແລະ​ໃຫ້​ພວກເຂົາ​ປະຕິບັດ​ຕາມ. 5ດັ່ງນັ້ນ ຄຣິສຕະຈັກ​ທັງຫລາຍ​ຈຶ່ງ​ໝັ້ນຄົງ​ໃນ​ຄວາມເຊື່ອ ແລະ​ຄົນ​ທີ່​ເຊື່ອ​ກໍ​ເພີ່ມຂຶ້ນ​ແຕ່ລະ​ວັນ.
ໂປໂລ​ເຫັນ​ນິມິດ​ທີ່​ໂທອາດ
6ພຣະວິນຍານ​ບໍຣິສຸດເຈົ້າ ບໍ່​ອະນຸຍາດ​ໃຫ້​ເພິ່ນ​ປະກາດ​ພຣະທຳ​ໃນ​ແຂວງ​ເອເຊຍ ພວກເພິ່ນ​ຈຶ່ງ​ເດີນທາງ​ໄປ​ທົ່ວ​ເຂດແດນ​ຂອງ​ເມືອງ​ຟີເຄຍ ແລະ ເມືອງ​ຄາລາເຕຍ. 7ເມື່ອ​ພວກເພິ່ນ​ເດີນທາງ​ມາ​ຮອດ​ເຂດ​ຂອງ​ເມືອງ​ມີເຊຍ ກໍ​ພະຍາຍາມ​ທີ່​ຈະ​ເຂົ້າ​ໄປ​ໃນ​ແຂວງ​ບີທີເນຍ, ແຕ່​ພຣະວິນຍານ​ຂອງ​ພຣະເຢຊູເຈົ້າ ບໍ່​ອະນຸຍາດ​ໃຫ້​ພວກເພິ່ນ​ເຂົ້າ​ໄປ. 8ດັ່ງນັ້ນ ພວກເພິ່ນ​ຈຶ່ງ​ເດີນທາງ​ຜ່ານ ເມືອງ​ມີເຊຍ​ໄປ ແລະ​ລົງ​ໄປ​ທີ່​ເມືອງ​ໂທອາດ. 9ໃນ​ຄືນ​ນັ້ນ ໂປໂລ​ໄດ້​ເຫັນ​ນິມິດ ແລະ​ໃນ​ນິມິດ​ນັ້ນ ເພິ່ນ​ເຫັນ​ຊາຍ​ມາເກໂດເນຍ​ຄົນ​ໜຶ່ງ​ຢືນ​ຢູ່ ແລະ​ຮ້ອງ​ຕໍ່​ເພິ່ນ​ວ່າ, “ຂໍ​ທ່ານ​ຂ້າມ​ມາ​ເມືອງ​ມາເກໂດເນຍ​ພີ້ ເພື່ອ​ຊ່ວຍ​ພວກ​ຂ້ານ້ອຍ​ແດ່ທ້ອນ.” 10ພໍ​ໂປໂລ​ໄດ້​ເຫັນ​ນິມິດ​ນີ້ ພວກເຮົາ​ກໍ​ຕຽມພ້ອມ​ທັນທີ ເພື່ອ​ຈະ​ອອກ​ເດີນທາງ​ໄປ​ທີ່​ເມືອງ​ມາເກໂດເນຍ ເພາະ​ພວກເຮົາ​ເຫັນ​ຄັກແນ່​ວ່າ ພຣະເຈົ້າ​ໄດ້​ເອີ້ນ​ພວກເຮົາ ໃຫ້​ໄປ​ປະກາດ​ຂ່າວປະເສີດ​ແກ່​ຊາວ​ເມືອງ​ນັ້ນ.
ນາງ​ລີເດຍ​ຮັບ​ເຊື່ອ
11ພວກເຮົາ​ໄດ້​ຈາກ​ເມືອງ​ໂທອາດ​ທາງ​ເຮືອ ແລະ​ເດີນທາງ​ຕົງໄປ​ເຖິງ​ເກາະ​ຊາໂມທາເກ ແລະ​ວັນ​ຕໍ່ມາ ກໍ​ເຖິງ​ເມືອງ​ເນອາໂປລີ. 12ຈາກ​ທີ່​ນັ້ນ ພວກເຮົາ​ໄດ້​ເດີນທາງ​ໄປ​ເຖິງ​ເມືອງ​ຟີລິບປອຍ ຊຶ່ງ​ເປັນ​ເມືອງ​ເອກ​ໃນ​ແຂວງ​ມາເກໂດເນຍ ແລະ​ທັງ​ເປັນ​ເມືອງ​ຂຶ້ນ​ຂອງ​ຊາວ​ໂຣມ. ພວກເຮົາ​ໄດ້​ອາໄສ​ຢູ່​ໃນ​ເມືອງ​ນີ້​ເປັນ​ເວລາ​ຫລາຍ​ວັນ. 13ໃນ​ວັນ​ຊະບາໂຕ ພວກເຮົາ​ໄດ້​ອອກ​ຈາກ​ປະຕູ​ເມືອງ​ໄປ​ທີ່​ຝັ່ງ​ແມ່ນໍ້າ ແລະ​ຢູ່​ທີ່​ນັ້ນ ພວກເຮົາ​ເຄີຍ​ໃຊ້​ເປັນ​ບ່ອນ​ສຳລັບ​ພາວັນນາ​ອະທິຖານ, ພວກເຮົາ​ຈຶ່ງ​ນັ່ງ​ລົງ ແລະ​ໂອ້ລົມ​ກັບ​ພວກ​ແມ່ຍິງ​ທີ່​ເຕົ້າໂຮມ​ກັນ. 14ມີ​ຍິງ​ຄົນ​ໜຶ່ງ​ໃນ​ພວກ​ແມ່ຍິງ​ເຫຼົ່ານີ້​ຊື່​ວ່າ ລີເດຍ ນາງ​ມາ​ຈາກ​ເມືອງ​ທົວເຕຣາ ແລະ​ເປັນ​ແມ່ຄ້າ​ຂາຍ​ຜ້າ​ສີມ່ວງ​ອ່ອນ ແລະ​ທັງ​ເປັນ​ຜູ້​ຢຳເກງ​ພຣະເຈົ້າ​ດ້ວຍ, ເມື່ອ​ນາງ​ຟັງ​ພວກເຮົາ​ກ່າວ​ຢູ່ ອົງພຣະ​ຜູ້​ເປັນເຈົ້າ​ກໍ​ຊົງ​ເປີດ​ຈິດໃຈ​ຂອງ​ນາງ​ໃຫ້​ເອົາໃຈໃສ່​ຖ້ອຍຄຳ ທີ່​ໂປໂລ​ກຳລັງ​ກ່າວ​ນັ້ນ. 15ເມື່ອ​ນາງ​ພ້ອມ​ກັບ​ໄທ​ເຮືອນ​ຂອງຕົນ ໄດ້​ຮັບ​ບັບຕິສະມາ​ແລ້ວ ກໍໄດ້​ເຊີນ​ພວກເຮົາ​ວ່າ, “ຖ້າ​ພວກທ່ານ​ເຫັນ​ວ່າ ຂ້ານ້ອຍ​ເປັນ​ຜູ້​ເຊື່ອ​ໃນ​ອົງພຣະ​ຜູ້​ເປັນເຈົ້າ ເຊີນ​ເຂົ້າ​ມາ​ພັກ​ອາໄສ​ໃນ​ເຮືອນ​ຂອງ​ຂ້ານ້ອຍ.” ແລະ​ນາງ​ໄດ້​ວອນຂໍ​ຈົນ​ພວກເຮົາ​ຂັດ​ບໍ່ໄດ້.
ການ​ຖືກ​ຂັງຄຸກ​ທີ່​ເມືອງ​ຟິລິບປອຍ
16ຢູ່​ມາ​ວັນ​ໜຶ່ງ ພວກເຮົາ​ກຳລັງ​ໄປ​ບ່ອນ​ພາວັນນາ​ອະທິຖານ ແລະ​ມີ​ຂ້າທາດ​ຍິງ​ຜູ້ໜຶ່ງ​ມາ​ພົບ​ພວກເຮົາ, ຍິງ​ຜູ້​ນີ້​ມີ​ຜີຮ້າຍ​ສິງ ເຮັດ​ໃຫ້​ນາງ​ດູມໍ​ໄດ້, ນາງ​ດູມໍ​ຫາ​ເງິນ​ໃຫ້​ນາຍ​ຂອງຕົນ​ໄດ້​ຢ່າງ​ຫລວງຫລາຍ. 17ຍິງ​ນັ້ນ​ໄດ້​ຕິດຕາມ​ໂປໂລ ແລະ​ພວກເຮົາ​ໄປ ໂດຍ​ຮ້ອງ​ຂຶ້ນ​ວ່າ, “ຄົນ​ເຫຼົ່ານີ້​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ອົງ​ສູງສຸດ ໄດ້​ມາ​ປະກາດ​ເລື່ອງ​ທາງ​ຄວາມ​ພົ້ນ​ໃຫ້​ແກ່​ພວກເຈົ້າ.” 18ນາງ​ໄດ້​ເຮັດ​ຢູ່​ຢ່າງ​ນີ້​ເປັນ​ເວລາ​ຫລາຍ​ວັນ ຈົນ​ໂປໂລ​ລຳຄານ​ໃຈ​ເຕັມທີ ຈຶ່ງ​ຫັນ​ໜ້າ​ໄປ​ສັ່ງ​ຜີຮ້າຍ​ນັ້ນ​ວ່າ, “ໃນ​ນາມ​ພຣະເຢຊູ​ຄຣິດເຈົ້າ ກູ​ສັ່ງ​ມຶງ​ໃຫ້​ອອກ​ຈາກ​ຍິງ​ຜູ້​ນີ້​ເສຍ.” ມັນ​ກໍ​ອອກ​ຈາກ​ນາງ​ທັນທີ​ທັນໃດ.
19ເມື່ອ​ພວກ​ນາຍ​ຂອງ​ຍິງ​ນີ້​ເຫັນ​ວ່າ ພວກ​ຕົນ​ໝົດ​ຫວັງ​ທີ່​ຈະ​ໄດ້​ເງິນ​ໂດຍ​ວິທີ​ນີ້​ແລ້ວ ພວກເຂົາ​ກໍ​ຈັບ​ໂປໂລ​ກັບ​ຊີລາ ແລະ​ລາກ​ພວກເພິ່ນ​ເຂົ້າ​ໄປ​ຫາ​ຜູ້ປົກຄອງ​ໃນ​ທີ່​ຊຸມນຸມ. 20ພວກເຂົາ​ນຳ​ທ່ານ​ທັງສອງ​ມາ​ຫາ​ພວກ​ຜູ້ປົກຄອງ ແລະ​ເວົ້າ​ວ່າ, “ສອງ​ຄົນ​ນີ້​ເປັນ​ຢິວ ແລະ​ພວກເຂົາ​ໄດ້​ກໍ່​ການ​ວຸ້ນວາຍ​ຂຶ້ນ​ໃນ​ເມືອງ​ຂອງ​ພວກເຮົາ. 21ພວກເຂົາ​ປະກາດ​ຮີດຄອງ​ປະເພນີ​ທີ່​ຜິດ​ຕໍ່​ກົດໝາຍ​ຂອງ​ພວກເຮົາ, ທີ່​ພວກເຮົາ​ຊາວ​ໂຣມ​ຮັບ​ເອົາ ຫລື​ປະຕິບັດ​ຕາມ​ບໍ່ໄດ້.” 22ຝ່າຍ​ປະຊາຊົນ​ກໍ​ຮ່ວມໃຈ​ກັນ​ໂຈມຕີ​ໂປໂລ ແລະ ຊີລາ​ດ້ວຍ.
ສ່ວນ​ພວກ​ຜູ້ປົກຄອງ​ໄດ້​ຈີກ​ເຄື່ອງນຸ່ງ​ຂອງທ່ານ​ທັງສອງ ແລະ​ສັ່ງ​ໃຫ້​ຂ້ຽນ​ພວກເພິ່ນ​ດ້ວຍ​ໄມ້ແສ້. 23ຫລັງຈາກ​ຂ້ຽນ​ພວກເພິ່ນ​ຫລາຍ​ບາດ ແລ້ວ​ກໍ​ນຳ​ເອົາ​ໄປ​ຂັງຄຸກ ແລະ​ສັ່ງ​ຄົນ​ຮັກສາ​ຄຸກ ໃຫ້​ເຝົ້າ​ເບິ່ງ​ພວກເພິ່ນ​ໃຫ້​ດີ. 24ເມື່ອ​ໄດ້​ຮັບ​ຄຳສັ່ງ​ຢ່າງ​ນີ້​ແລ້ວ ເຈົ້າໜ້າທີ່​ກໍ​ຂັງ​ທ່ານ​ທັງສອງ​ໄວ້​ໃນ​ຫ້ອງ​ຊັ້ນ​ໃນ ແລະ​ເອົາ​ຕີນ​ໃສ່​ຂື່​ໄມ້​ໃຫ້​ແໜ້ນ.
25ປະມານ​ທ່ຽງ​ຄືນ ໂປໂລ​ແລະ​ຊີລາ ກໍ​ພາກັນ​ພາວັນນາ​ອະທິຖານ ຮ້ອງເພງ​ສັນລະເສີນ​ພຣະເຈົ້າ, ພວກ​ນັກໂທດ​ຄົນອື່ນໆ​ກໍ​ຟັງ​ທ່ານ​ທັງສອງ​ຢູ່. 26ໃນ​ທັນໃດນັ້ນ ກໍ​ເກີດ​ມີ​ແຜ່ນດິນ​ຫວັ່ນໄຫວ​ອັນ​ໃຫຍ່ ຈົນ​ເຮັດ​ໃຫ້​ຮາກຖານ​ຂອງ​ຄຸກ​ສະທ້ານ​ສະເທືອນ, ປະຕູ​ຄຸກ​ທຸກ​ບານ​ໄຂ​ອອກ​ໃນທັນທີ ແລະ​ສາຍໂສ້​ທຸກ​ສາຍ​ທີ່​ລ່າມ​ນັກໂທດ​ທຸກຄົນ​ກໍ​ຫລຸດ​ອອກ. 27ເມື່ອ​ເຈົ້າໜ້າທີ່​ຕື່ນ​ຂຶ້ນ ແລະ​ເຫັນ​ວ່າ​ປະຕູ​ຄຸກ​ທຸກ​ບານ​ໄຂ​ຢູ່ ຈຶ່ງ​ຄິດວ່າ​ນັກໂທດ​ທຸກຄົນ​ປົບໜີໄປ​ແລ້ວ. ດັ່ງນັ້ນ ລາວ​ຈຶ່ງ​ຊັກ​ດາບ​ຂອງຕົນ​ອອກ ແລະ​ກຳລັງ​ຈະ​ຂ້າ​ຕົວ​ເສຍ. 28ແຕ່​ໂປໂລ​ຮ້ອງ​ຈົນ​ສຸດ​ສຽງ​ວ່າ, “ຢ່າ​ເຮັດ​ຮ້າຍ​ໃຫ້​ຕົນເອງ ພວກເຮົາ​ຍັງ​ຢູ່​ທີ່​ນີ້​ໝົດ​ທຸກຄົນ.”
29ເຈົ້າໜ້າທີ່​ຈຶ່ງ​ສັ່ງ​ໃຫ້​ຄົນ​ເອົາ​ໂຄມໄຟ​ມາ​ເຍືອງ ແລ້ວ​ກໍ​ຟ້າວ​ແລ່ນ​ເຂົ້າ​ໄປ​ຫາ​ທັງ​ຕົວ​ສັ່ນເຊັນ ແລະ​ຂາບລົງ​ທີ່​ຕີນ​ຂອງ​ໂປໂລ ແລະ ຊີລາ. 30ແລ້ວ​ໄດ້​ພາ​ທ່ານ​ທັງສອງ​ອອກ​ມາ ແລ້ວ​ຖາມ​ວ່າ, “ທ່ານເອີຍ ຂ້ານ້ອຍ​ຈະ​ຕ້ອງ​ເຮັດ​ຢ່າງ​ໃດ​ຈຶ່ງ​ຈະ​ໄດ້​ລອດພົ້ນ?”
31ພວກເພິ່ນ​ຕອບ​ວ່າ, “ຈົ່ງ​ເຊື່ອ​ໃນ​ອົງ​ພຣະເຢຊູເຈົ້າ ແລ້ວ​ເຈົ້າ​ກັບ​ຄອບຄົວ​ຂອງ​ເຈົ້າ​ກໍ​ຈະ​ໄດ້​ພົ້ນ.” 32ແລ້ວ​ທ່ານ​ທັງສອງ​ກໍ​ກ່າວ​ພຣະທຳ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ສູ່​ລາວ​ຟັງ ພ້ອມ​ກັບ​ທຸກຄົນ​ທີ່​ຢູ່​ໃນ​ເຮືອນ​ຂອງ​ລາວ. 33ໃນ​ຊົ່ວໂມງ​ດຽວ​ຂອງ​ກາງຄືນ​ນັ້ນ​ເອງ ເຈົ້າໜ້າທີ່​ກໍ​ພາ​ພວກເພິ່ນ​ໄປ​ລ້າງ​ບາດ ແລະ​ລາວ​ກັບ​ທຸກຄົນ​ໃນ​ຄອບຄົວ​ກໍ​ຮັບ​ບັບຕິສະມາ​ໂດຍ​ທັນທີ. 34ແລ້ວ​ເຈົ້າໜ້າທີ່​ກໍໄດ້​ພາ​ໂປໂລ​ກັບ​ຊີລາ​ຂຶ້ນ​ໄປ​ໃນ​ເຮືອນ​ຂອງຕົນ ແລ້ວ​ໃຫ້​ຄົນ​ແຕ່ງ​ອາຫານ​ມາ​ໃຫ້​ພວກເພິ່ນ​ກິນ, ລາວ​ກັບ​ຄອບຄົວ​ຂອງ​ລາວ​ຈຶ່ງ​ເຕັມ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ ເພາະ​ບັດນີ້​ພວກເຂົາ​ໄດ້​ເຊື່ອ​ໃນ​ພຣະເຈົ້າ​ແລ້ວ.
35ເມື່ອ​ຮຸ່ງ​ເຊົ້າ​ມາ ພວກ​ຜູ້ປົກຄອງ​ກໍ​ໃຊ້​ພວກ​ເຈົ້າໜ້າທີ່​ມາ​ພ້ອມກັບ​ຄຳສັ່ງ​ວ່າ, “ຈົ່ງ​ປ່ອຍ​ຄົນ​ເຫຼົ່ານັ້ນ​ໄປ​ເສຍ.”
36ດັ່ງນັ້ນ ເຈົ້າໜ້າທີ່​ຈຶ່ງ​ແຈ້ງ​ຄຳສັ່ງ​ນັ້ນ​ແກ່​ໂປໂລ​ວ່າ, “ພວກ​ຜູ້ປົກຄອງ​ໄດ້​ໃຊ້​ຄົນ​ມາ​ບອກ​ໃຫ້​ປ່ອຍ​ທ່ານ​ທັງສອງ​ໄປ. ເຫດສະນັ້ນ ບັດນີ້​ເຊີນ​ອອກ​ໄປ​ດ້ວຍ​ຄວາມ​ສະຫງົບສຸກ​ເຖີດ.”
37ແຕ່​ໂປໂລ​ກ່າວ​ຕໍ່​ພວກ​ເຈົ້າໜ້າທີ່​ວ່າ, “ພວກເຂົາ​ໄດ້​ຂ້ຽນ​ເຮົາ​ຜູ້​ເປັນ​ສັນຊາດ​ໂຣມ ຕໍ່ໜ້າ​ມະຫາຊົນ ກ່ອນ​ຈະ​ຕັດສິນ​ຄວາມ ແລ້ວ​ພວກເຂົາ​ກໍ​ຈັບ​ພວກເຮົາ​ຂັງ​ໄວ້​ໃນ​ຄຸກ, ມາບັດນີ້ ພວກເຂົາ​ຢາກ​ສົ່ງ​ພວກເຮົາ​ໃຫ້​ໜີໄປ​ຢ່າງ​ປິດ​ລັບ​ຊັ້ນບໍ? ເຮັດ​ຢ່າງ​ນີ້​ບໍ່ໄດ້ ພວກ​ຜູ້ປົກຄອງ​ຕ້ອງ​ມາ​ທີ່​ນີ້ ແລະ​ໃຫ້​ພວກເຂົາ​ເອງ​ພາ​ພວກເຮົາ​ອອກ​ໄປ.”
38ພວກ​ເຈົ້າໜ້າທີ່​ໄດ້​ນຳ​ຖ້ອຍຄຳ​ເຫຼົ່ານີ້ ໄປ​ລາຍງານ​ຕໍ່​ພວກ​ຜູ້ປົກຄອງ, ເມື່ອ​ພວກເຂົາ​ໄດ້ຍິນ​ວ່າ​ໂປໂລ ແລະ ຊີລາ ເປັນ​ຄົນ​ສັນຊາດ​ໂຣມ​ຕ່າງ​ກໍ​ຕົກໃຈ. 39ດັ່ງນັ້ນ ພວກເຂົາ​ຈຶ່ງ​ພາກັນ​ມາ​ຂໍ​ອະໄພໂທດ​ນຳ​ພວກເພິ່ນ ແລ້ວ​ພາ​ພວກເພິ່ນ​ອອກ​ຈາກ​ຄຸກ ແລະ​ຂໍຮ້ອງ​ພວກເພິ່ນ​ໃຫ້​ໄປ​ຈາກ​ເມືອງ​ນີ້. 40ເມື່ອ​ໂປໂລ ແລະ ຊີລາ​ອອກ​ຈາກ​ຄຸກ​ແລ້ວ ກໍ​ໄປ​ທີ່​ເຮືອນ​ຂອງ​ນາງ​ລີເດຍ, ໃນ​ທີ່ນັ້ນ ພວກເພິ່ນ​ໄດ້​ພົບ​ພວກ​ພີ່ນ້ອງ ແລະ​ເມື່ອ​ກ່າວ​ຄຳ​ໜູນໃຈ​ແລ້ວ ກໍ​ອຳລາ​ຈາກ​ໄປ.

Uwcholeuo

Rhanna

Copi

None

Eisiau i'th uchafbwyntiau gael eu cadw ar draws dy holl ddyfeisiau? Cofrestra neu mewngofnoda