ກິດຈະການ 15
15
ການປະຊຸມໃນນະຄອນເຢຣູຊາເລັມ
1ມີບາງຄົນຈາກແຂວງຢູດາຍເລີ່ມສັ່ງສອນພີ່ນ້ອງວ່າ, “ຖ້າເຈົ້າທັງຫລາຍບໍ່ຮັບພິທີຕັດຕາມຮີດຄອງຂອງໂມເຊ ພວກເຈົ້າຈະພົ້ນບໍ່ໄດ້.” 2ເມື່ອໂປໂລກັບບາຣະນາບາ ເກີດມີການໂຕ້ຖຽງກັບພວກເຂົາຢ່າງຮຸນແຮງກ່ຽວກັບເລື່ອງນີ້ ດັ່ງນັ້ນ ຈຶ່ງມີການຕົກລົງໃຫ້ໂປໂລກັບບາຣະນາບາ ແລະບາງຄົນໃນເມືອງອັນຕີໂອເຂຍ ໄປປຶກສາກັບພວກອັກຄະສາວົກ ແລະພວກເຖົ້າແກ່ໃນນະຄອນເຢຣູຊາເລັມກ່ຽວກັບບັນຫານີ້.
3ດັ່ງນັ້ນ ຄຣິສຕະຈັກໄດ້ຈັດສົ່ງທ່ານເຫຼົ່ານີ້ໄປ, ເມື່ອຜ່ານແຂວງໂຟນີເຊຍ ແລະແຂວງຊາມາເຣຍໄປນັ້ນ ເພິ່ນໄດ້ເລົ່າເລື່ອງການທີ່ຄົນຕ່າງຊາດກັບໃຈໃໝ່ຫັນມາຫາພຣະເຈົ້າ, ຂ່າວນີ້ໄດ້ນຳຄວາມຊົມຊື່ນຍິນດີອັນໃຫຍ່ມາສູ່ພີ່ນ້ອງທັງໝົດ. 4ເມື່ອເພິ່ນມາຮອດນະຄອນເຢຣູຊາເລັມ ກໍໄດ້ຖືກຮັບຕ້ອນຈາກພີ່ນ້ອງໃນຄຣິສຕະຈັກ, ຈາກພວກອັກຄະສາວົກ ແລະຈາກບັນດາເຖົ້າແກ່ ແລະພວກເພິ່ນໄດ້ເລົ່າເລື່ອງທັງໝົດ ທີ່ພຣະເຈົ້າໄດ້ກະທຳການຜ່ານພວກເພິ່ນສູ່ຄົນເຫຼົ່ານັ້ນຟັງ. 5ແຕ່ມີບາງຄົນໃນຄະນະຟາຣີຊາຍ ທີ່ໄດ້ເຊື່ອແລ້ວ ລຸກຂຶ້ນເວົ້າວ່າ, “ຄົນຕ່າງຊາດນັ້ນ ຕ້ອງໃຫ້ພວກເຂົາຮັບພິທີຕັດ ແລະສັ່ງໃຫ້ພວກເຂົາຖືຮັກສາກົດບັນຍັດຂອງໂມເຊ.”
6ຝ່າຍພວກອັກຄະສາວົກກັບພວກເຖົ້າແກ່ ກໍໄດ້ປະຊຸມກັນພິຈາລະນາບັນຫານີ້. 7ຫລັງຈາກ ໂຕ້ຖຽງກັນເປັນເວລາຍືດຍາວແລ້ວ ເປໂຕກໍລຸກຂຶ້ນ ແລະກ່າວວ່າ, “ພີ່ນ້ອງທັງຫລາຍເອີຍ ພວກເຈົ້າກໍຮູ້ຢູ່ວ່າ ເມື່ອເລີ່ມຕົ້ນທີ່ພຣະເຈົ້າໄດ້ເລືອກຂ້າພະເຈົ້າຈາກທ່າມກາງພວກເຈົ້າ ໃຫ້ປະກາດຂ່າວປະເສີດແກ່ຄົນຕ່າງຊາດ ເພື່ອວ່າພວກເຂົາຈະໄດ້ຍິນ ແລະຈະໄດ້ເຊື່ອ. 8ພຣະເຈົ້າຜູ້ທີ່ຢັ່ງຮູ້ຄວາມຄິດຈິດໃຈຂອງທຸກຄົນ ໄດ້ຊົງສຳແດງການຕ້ອນຮັບຄົນຕ່າງຊາດ ໂດຍຊົງປະທານພຣະວິນຍານບໍຣິສຸດໃຫ້ແກ່ພວກເຂົາ ເໝືອນພຣະອົງໄດ້ໃຫ້ແກ່ພວກເຮົາ. 9ພຣະອົງບໍ່ໄດ້ປະຕິບັດກັບພວກເຮົາແຕກຕ່າງຈາກພວກເຂົາ, ພຣະອົງອະໄພບາບກຳຂອງພວກເຂົາດ້ວຍຄວາມເຊື່ອ. 10ເມື່ອເປັນດັ່ງນັ້ນ, ເປັນຫຍັງພວກເຈົ້າຈຶ່ງຢາກທົດລອງພຣະເຈົ້າ, ໂດຍວາງພາລະອັນໜັກໃສ່ເທິງຫລັງຂອງພີ່ນ້ອງ ຊຶ່ງທັງບັນພະບຸລຸດຂອງພວກເຮົາ ແລະພວກເຮົາເອງກໍບໍ່ສາມາດແບກໄດ້? 11ແຕ່ພວກເຮົາເຊື່ອວ່າ ພວກເຮົາພົ້ນດ້ວຍພຣະຄຸນຂອງອົງພຣະເຢຊູເຈົ້າ ເໝືອນກັນກັບພວກເຂົາ.”
12ດັ່ງນັ້ນ ພີ່ນ້ອງທັງໝົດຈຶ່ງມິດງຽບ ແລະຟັງບາຣະນາບາກັບໂປໂລ ເລົ່າການອັດສະຈັນ ແລະໝາຍສຳຄັນຕ່າງໆ ທີ່ພຣະເຈົ້າໄດ້ກະທຳຜ່ານພວກເພິ່ນ ໃນທ່າມກາງຄົນຕ່າງຊາດ. 13ຫລັງຈາກເລົ່າຈົບແລ້ວ ຢາໂກໂບ ກໍກ່າວຂຶ້ນວ່າ, “ພີ່ນ້ອງທັງຫລາຍເອີຍ ຈົ່ງຟັງຂ້າພະເຈົ້າກ່ອນ 14ຊີໂມນ ໄດ້ອະທິບາຍສູ່ພວກເຮົາຟັງແລ້ວວ່າ ພຣະເຈົ້າໄດ້ສຳແດງຄວາມເປັນຫ່ວງຄົນຕ່າງຊາດເທື່ອທຳອິດ ໂດຍໄດ້ເລືອກເອົາຄົນກຸ່ມໜຶ່ງ ຈາກທ່າມກາງພວກເຂົາໃຫ້ເປັນຂອງພຣະອົງ. 15ຖ້ອຍຄຳຂອງພວກຜູ້ທຳນວາຍ ກໍສອດຄ່ອງກັນຢ່າງຄົບຖ້ວນກ່ຽວກັບເລື່ອງນີ້, ດັ່ງທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ,
16 ‘ພາຍຫລັງເຫດການນີ້ແລ້ວເຮົາຈະກັບມາ
ແລະສ້າງຫໍເຕັນຂອງດາວິດ
ທີ່ເພພັງນັ້ນໃຫ້ຟື້ນຂຶ້ນໃໝ່.
ເຮົາຈະສ້າງບ່ອນທີ່
ຮົກຮ້າງເພພັງຂຶ້ນໃໝ່
ແລະຈະຕັ້ງຂຶ້ນມາອີກ.
17 ເພື່ອຄົນອື່ນໆຈະໄດ້
ສະແຫວງຫາອົງພຣະຜູ້ເປັນເຈົ້າ
ຄືບັນດາຕ່າງຊາດທີ່ເຮົາໄດ້ເອີ້ນມາ
ເປັນພົນລະເມືອງຂອງເຮົານັ້ນ.
18 ອົງພຣະຜູ້ເປັນເຈົ້າໄດ້
ຊົງແຈ້ງເຫດການເຫຼົ່ານີ້ໃຫ້ຮູ້
ຕັ້ງແຕ່ບູຮານນະການ
ໄດ້ຊົງກ່າວໄວ້ດັ່ງນີ້ແຫລະ.”’
19ຢາໂກໂບກ່າວອີກວ່າ, “ຕາມຄວາມເຫັນຂອງຂ້າພະເຈົ້າແລ້ວ ພວກເຮົາບໍ່ຄວນລົບກວນຄົນຕ່າງຊາດ ທີ່ກຳລັງຕ່າວຄືນມາຫາພຣະເຈົ້າ. 20ແຕ່ເຮົາຈົ່ງສັ່ງພວກເຂົາເປັນລາຍລັກອັກສອນ ໃຫ້ເວັ້ນເສຍຈາກສິ່ງຊົ່ວມົວໝອງ ເນື່ອງດ້ວຍພະທຽມ, ຈາກການຫລິ້ນຊູ້, ຈາກການກິນສັດຕາຍຮັດຄໍ ແລະຈາກການກິນເລືອດ. 21ເພາະວ່າຕັ້ງແຕ່ດົນນານມາແລ້ວ, ກໍມີຜູ້ປະກາດກົດບັນຍັດຂອງໂມເຊໃນທຸກເມືອງ ແລະເພິ່ນໄດ້ອ່ານເລື່ອງນີ້ໃນທຳມະສາລາຕ່າງໆ ໃນທຸກວັນຊະບາໂຕ.”
ຈົດໝາຍຈາກທີ່ປະຊຸມສົ່ງໄປເຖິງຄົນຕ່າງຊາດ
22ແລ້ວພວກອັກຄະສາວົກກັບບັນດາເຖົ້າແກ່ ພ້ອມກັບທັງໝົດຄຣິສຕະຈັກ, ກໍຕັດສິນໃຈເລືອກເອົາບາງຄົນໃນພວກເພິ່ນ ໃຫ້ເດີນທາງໄປທີ່ເມືອງອັນຕີໂອເຂຍກັບໂປໂລ ແລະ ບາຣະນາບາ. ພວກເພິ່ນໄດ້ເລືອກເອົາຢູດາ (ຜູ້ທີ່ມີຊື່ອີກວ່າບາຣະຊັບບາ) ກັບຊີລາ, ຊາຍສອງຄົນນີ້ເປັນຜູ້ນຳຄົນສຳຄັນໃນພວກພີ່ນ້ອງ. 23ພວກເພິ່ນໄດ້ຂຽນຈົດໝາຍມອບໃຫ້ທ່ານທັງສອງຖືໄປ ແລະໃນຈົດໝາຍນັ້ນມີເນື້ອຄວາມວ່າ,
“ພວກເຮົາ ອັກຄະສາວົກກັບເຖົ້າແກ່ ຜູ້ເປັນພີ່ນ້ອງຂອງພວກທ່ານ ຂໍສົ່ງຄວາມຄຳນັບມາເຖິງທ່ານທັງຫລາຍ ທີ່ເປັນພີ່ນ້ອງຕ່າງຊາດທຸກຄົນ ທີ່ຢູ່ໃນເມືອງອັນຕີໂອເຂຍ, ໃນແຂວງຊີເຣຍ ແລະໃນແຂວງກີລີເກຍ. 24ພວກເຮົາໄດ້ຍິນຂ່າວວ່າ ມີບາງຄົນໃນພວກເຮົາ ໄດ້ອອກໄປລົບກວນຈິດໃຈ ແລະເຮັດໃຫ້ພີ່ນ້ອງເກີດຄວາມສັບສົນໄປ ດ້ວຍຄຳເວົ້າຂອງພວກເຂົາ, ພວກເຮົາບໍ່ໄດ້ອອກຄຳສັ່ງໃດໆ ໃຫ້ພວກເຂົາເຮັດສິ່ງນີ້ເລີຍ. 25ສະນັ້ນ ພວກເຮົາຈຶ່ງໄດ້ມາປະຊຸມຕົກລົງກັນ ແລະເຫັນພ້ອມພຽງກັນວ່າ ໃຫ້ເລືອກເອົາບາງຄົນມາຫາພວກທ່ານ, ພ້ອມກັບບາຣະນາບາ ແລະ ໂປໂລ. 26ຜູ້ເປັນທີ່ຮັກຂອງພວກເຮົາ ຊຶ່ງສະຫລະຊີວິດຂອງຕົນ ເພື່ອຮັບໃຊ້ພາລະກິດຂອງອົງພຣະເຢຊູຄຣິດເຈົ້າຂອງເຮົາທັງຫລາຍ. 27ດ້ວຍເຫດນັ້ນ ພວກເຮົາຈຶ່ງໄດ້ໃຊ້ຢູດາກັບຊີລາມາຫາພວກທ່ານ ແລະທັງສອງຄົນນີ້ຈະກ່າວຂໍ້ຄວາມອັນດຽວກັນກັບທີ່ພວກເຮົາຂຽນມານີ້. 28ດ້ວຍວ່າ, ພຣະວິນຍານບໍຣິສຸດເຈົ້າເຫັນດີເຫັນພ້ອມກັບພວກເຮົາແລ້ວວ່າ ບໍ່ໃຫ້ວາງພາລະໜັກອັນໃດເທິງພວກທ່ານ ນອກຈາກສິ່ງທີ່ຈຳເປັນເຫຼົ່ານີ້ 29ຄືໃຫ້ງົດເວັ້ນເສຍຈາກກິນອາຫານທີ່ຖວາຍບູຊາແກ່ຮູບເຄົາຣົບແລ້ວ, ໃຫ້ງົດຈາກການກິນເລືອດ, ໃຫ້ງົດຈາກການກິນສັດທີ່ຕາຍເພາະຖືກຮັດຄໍ ແລະໃຫ້ຫລີກເວັ້ນຈາກການຫລິ້ນຊູ້, ຖ້າພວກທ່ານງົດຈາກສິ່ງເຫຼົ່ານີ້ໄດ້ ພວກທ່ານກໍຢູ່ເຢັນເປັນສຸກ ຈົ່ງຈະເລີນເທີ້ນ.”
30ດັ່ງນັ້ນ ບັນດາຜູ້ຕາງໜ້າຈຶ່ງເດີນທາງລົງໄປທີ່ເມືອງອັນຕີໂອເຂຍ, ເມື່ອໄດ້ເອີ້ນພີ່ນ້ອງທັງໝົດມາແລ້ວ ຈຶ່ງມອບຈົດໝາຍສະບັບນັ້ນໃຫ້ພວກເພິ່ນ. 31ເມື່ອອ່ານແລ້ວທຸກຄົນຕ່າງກໍເຕັມໄປດ້ວຍຄວາມຊົມຊື່ນຍິນດີ ເພາະຄຳໜູນໃຈໃນຈົດໝາຍນັ້ນ. 32ຢູດາກັບຊີລາ ກໍເປັນຜູ້ປະກາດພຣະທຳເໝືອນກັນ ໄດ້ກ່າວຢ່າງຍືດຍາວແກ່ພວກພີ່ນ້ອງເພື່ອໜູນໃຈ ແລະເຕືອນສະຕິພວກເຂົາໃຫ້ເຂັ້ມແຂງຂຶ້ນໃນຄວາມເຊື່ອ. 33ເມື່ອພັກຢູ່ເປັນເວລາພໍສົມຄວນແລ້ວ, ທ່ານທັງສອງກໍຖືກສົ່ງກັບຄືນດ້ວຍຄວາມສຸກ ເມືອຫາຜູ້ທີ່ໃຊ້ຕົນມານັ້ນ [34ຝ່າຍຊີລາກໍເຫັນດີຍັງຈະພັກຢູ່ທີ່ນັ້ນອີກຕໍ່ໄປ.]
35ຝ່າຍໂປໂລກັບບາຣະນາບາ ກໍຢູ່ໃນເມືອງອັນຕີໂອເຂຍຊົ່ວໄລຍະໜຶ່ງ, ທ່ານທັງສອງພ້ອມກັບຄົນອື່ນໆໄດ້ຮ່ວມກັນສັ່ງສອນ ແລະປະກາດຂ່າວປະເສີດ ຄືພຣະທຳຂອງອົງພຣະຜູ້ເປັນເຈົ້າ.
ໂປໂລກັບບາຣະນາບາແຍກກັນ
36ຫລັງຈາກນັ້ນບໍ່ດົນ ໂປໂລກໍເວົ້າກັບບາຣະນາບາວ່າ, “ໃຫ້ພວກເຮົາກັບໄປຢ້ຽມຢາມພີ່ນ້ອງໃນເມືອງອື່ນໆ ທີ່ພວກເຮົາໄດ້ປະກາດພຣະທຳຂອງອົງພຣະຜູ້ເປັນເຈົ້າ ເພື່ອຈະຮູ້ວ່າພວກເຂົາຢູ່ຢ່າງໃດ?” 37ສ່ວນບາຣະນາບາຢາກເອົາໂຢຮັນມາຣະໂກໄປນຳ 38ແຕ່ໂປໂລຄິດວ່າບໍ່ຄວນເອົາຜູ້ກ່ຽວໄປນຳ ເພາະລາວບໍ່ໄດ້ຢູ່ຮ່ວມງານຈົນສິ້ນສຸດພາລະກິດ, ແຕ່ໄດ້ກັບຄືນໄປ ແລະປະພວກເພິ່ນໄວ້ທີ່ແຂວງປຳຟີເລຍ. 39ທັງສອງເກີດການໂຕ້ຖຽງກັນຢ່າງຮຸນແຮງ ຈົນແຍກຈາກກັນ, ບາຣະນາບາຈຶ່ງເອົາມາຣະໂກລົງເຮືອໄປສູ່ເກາະໄຊປຣັດ 40ແຕ່ໂປໂລໄດ້ເລືອກເອົາຊີລາ ເມື່ອພວກພີ່ນ້ອງໄດ້ຝາກທ່ານທັງສອງໄວ້ໃນພຣະຄຸນຂອງອົງພຣະຜູ້ເປັນເຈົ້າ ແລ້ວກໍໄດ້ອອກໄປ. 41ໂປໂລໄດ້ໄປທົ່ວແຂວງຊີເຣຍ ແລະ ກີລີເກຍ ໜູນໃຈພີ່ນ້ອງໃນຄຣິສຕະຈັກໃຫ້ເຂັ້ມແຂງຂຶ້ນ.
Dewis Presennol:
ກິດຈະການ 15: ພຄພ
Uwcholeuo
Rhanna
Copi

Eisiau i'th uchafbwyntiau gael eu cadw ar draws dy holl ddyfeisiau? Cofrestra neu mewngofnoda
@ 2012 United Bible Societies. All Rights Reserved.