ກິດຈະການ 13
13
ບາຣະນາບາກັບໂຊໂລຖືກເລືອກໄປຮັບໃຊ້
1ຄາວນັ້ນ ໃນຄຣິສຕະຈັກທີ່ເມືອງອັນຕີໂອເຂຍ ມີບາງຄົນເປັນຜູ້ທຳນວາຍ ແລະອາຈານ ຄືບາຣະນາບາ, ຊີໂມນຜູ້ທີ່ຄົນເອີ້ນວ່າ ນີເກີ, ລູກີໂອຊາວເມືອງກີເຣເນ, ມານາເອນ ຜູ້ທີ່ໄດ້ຮັບການລ້ຽງດູເຕີບໃຫຍ່ຂຶ້ນດ້ວຍກັນກັບເຮໂຣດ ຜູ້ປົກຄອງ ແລະໂຊໂລ. 2ຂະນະທີ່ພວກພີ່ນ້ອງກຳລັງນະມັດສະການອົງພຣະຜູ້ເປັນເຈົ້າ ແລະຖືສິນອົດອາຫານຢູ່ນັ້ນ ພຣະວິນຍານບໍຣິສຸດເຈົ້າໄດ້ບອກກັບພວກເພິ່ນວ່າ, “ຈົ່ງຄັດເອົາບາຣະນາບາກັບໂຊໂລໄວ້ໃຫ້ເຮົາ ສຳລັບພາລະກິດທີ່ເຮົາໄດ້ເອີ້ນໃຫ້ພວກເຂົາເຮັດນັ້ນ.”
3ຫລັງຈາກພວກພີ່ນ້ອງຖືສິນອົດອາຫານ ແລະພາວັນນາອະທິຖານແລ້ວ ກໍໄດ້ວາງມືໃສ່ບາຣະນາບາກັບໂຊໂລ ຈຶ່ງໃຊ້ພວກເພິ່ນໄປ.
ທີ່ເກາະໄຊປຣັດ
4ດັ່ງນັ້ນ ບາຣະນາບາກັບໂຊໂລຈຶ່ງຖືກໃຊ້ອອກໄປປະກາດ ໂດຍພຣະວິນຍານບໍຣິສຸດເຈົ້າ ພວກເພິ່ນໄດ້ໄປເຖິງເມືອງແຊລູເກຍ ແລະຈາກທີ່ນັ້ນໄດ້ລົງເຮືອເດີນທາງຕໍ່ໄປຈົນເຖິງເກາະໄຊປຣັດ. 5ເມື່ອມາຮອດເມືອງຊາລາມີ ແລ້ວທ່ານທັງສອງໄດ້ປະກາດພຣະທຳຂອງພຣະເຈົ້າໃນທຳມະສາລາຂອງຊາວຢິວ ໂດຍມີໂຢຮັນມາຣະໂກເປັນຜູ້ຊ່ວຍໃນວຽກງານນີ້.
6ເມື່ອທ່ານທັງສອງເດີນທາງໄປຕະຫລອດທົ່ວທັງເກາະນັ້ນ ກໍໄປເຖິງເມືອງປາໂຟ ແລ້ວໄດ້ພົບຊາຍຄົນໜຶ່ງ ທີ່ເປັນໝໍເວດມົນຄາຖາຊື່ວ່າ ບາຣະ-ເຢຊູ ລາວແມ່ນຄົນຢິວທີ່ເປັນຜູ້ທຳນວາຍປອມ. 7ຄົນນີ້ເປັນເພື່ອນຢູ່ກັບເຊຄີໂອໂປໂລຜູ້ປົກຄອງເກາະ ທີ່ເປັນຄົນສະຫລຽວສະຫລາດ, ຜູ້ປົກຄອງເກາະໄດ້ເຊີນບາຣະນາບາກັບໂຊໂລມາພົບ ເພາະເພິ່ນຢາກໄດ້ຍິນພຣະທຳຂອງພຣະເຈົ້າ. 8ແຕ່ເອລີມາ (ຕາມຊື່ທີ່ຄົນເອີ້ນເປັນພາສາກຣີກ) ໝໍເວດມົນຄາຖາໄດ້ຂັດຂວາງທ່ານທັງສອງໄວ້ ໂດຍພະຍາຍາມຈະແຍກຜູ້ປົກຄອງ ໃຫ້ໜີຫ່າງຈາກຄວາມເຊື່ອ. 9ແລ້ວໂຊໂລຜູ້ທີ່ມີຊື່ອີກວ່າ ໂປໂລ ທີ່ເຕັມດ້ວຍພຣະວິນຍານບໍຣິສຸດເຈົ້າ ໄດ້ເພັ່ງຕາເບິ່ງໝໍເວດມົນຄາຖາ 10ແລະເວົ້າວ່າ, “ລູກຂອງມານຮ້າຍເອີຍ ເຈົ້າຜູ້ເປັນສັດຕູຂອງບັນດາຄວາມຊອບທຳ ຜູ້ເຕັມໄປດ້ວຍກົນອຸບາຍ ແລະຄວາມຊົ່ວຮ້າຍທຸກຢ່າງ ເຈົ້າຈະບໍ່ເຊົາບິດເບືອນຄວາມຈິງຂອງອົງພຣະຜູ້ເປັນເຈົ້າບໍ? 11ບັດນີ້ຈົ່ງຟັງ ມືຂອງອົງພຣະຜູ້ເປັນເຈົ້າຈະລົງຢູ່ເທິງເຈົ້າ, ເຈົ້າຈະຕາບອດ ແລະຈະບໍ່ເຫັນແສງສະຫວ່າງ ຈົນເຖິງເວລາທີ່ກຳນົດໄວ້.”
ໃນທັນໃດນັ້ນ ຕາຂອງເອລີມາກໍມືດມົວແລະງົມທາວຫາຮອບຕົວ ເພື່ອຊອກຫາຄົນຈູງມືຂອງຕົນ. 12ເມື່ອຜູ້ປົກຄອງໄດ້ເຫັນເຫດການທີ່ເກີດຂຶ້ນແລ້ວ ເພິ່ນກໍໄດ້ຮັບເຊື່ອ. ດ້ວຍວ່າ, ເພິ່ນງຶດປະຫລາດໃຈ ໃນຄຳສັ່ງສອນເຖິງເລື່ອງອົງພຣະຜູ້ເປັນເຈົ້າ.
ການປະກາດທີ່ເມືອງອັນຕີໂອເຂຍໃນແຂວງປີຊີເດຍ
13ຝ່າຍໂປໂລກັບຜູ້ຮ່ວມງານຂອງເພິ່ນ ກໍລົງເຮືອເດີນທາງຈາກເມືອງປາໂຟ ໄປທີ່ເມືອງເປກາໃນແຂວງປຳຟີເລຍ, ໃນທີ່ນັ້ນ ໂຢຮັນມາຣະໂກໄດ້ໜີປະພວກເພິ່ນ ແລະກັບຄືນເມືອນະຄອນເຢຣູຊາເລັມ. 14ແຕ່ພວກເພິ່ນໄດ້ເດີນທາງຕໍ່ໄປ ຈາກເມືອງເປກາ ແລະມາຮອດເມືອງອັນຕີໂອເຂຍໃນແຂວງປີຊີເດຍ, ພວກເພິ່ນໄປທີ່ທຳມະສາລາ ແລະນັ່ງລົງທີ່ນັ້ນໃນວັນຊະບາໂຕ. 15ຫລັງຈາກການອ່ານກົດບັນຍັດຂອງໂມເຊ ແລະໜັງສືຂອງບັນດາຜູ້ທຳນວາຍສິ້ນສຸດແລ້ວ ຜູ້ປົກຄອງທຳມະສາລາ ກໍໃຊ້ຄົນໄປບອກບາຣະນາບາກັບໂປໂລວ່າ, “ພີ່ນ້ອງເອີຍ, ຖ້າພວກທ່ານມີຄຳໜູນໃຈແກ່ປະຊາຊົນເຫຼົ່ານີ້ເຊີນກ່າວໄດ້.” 16ແລ້ວໂປໂລກໍລຸກຂຶ້ນ ໃຊ້ມືເປັນສັນຍານ ແລະກ່າວວ່າ,
“ຊາວອິດສະຣາເອນ ແລະທ່ານທັງຫລາຍທີ່ຢຳເກງພຣະເຈົ້າເອີຍ ເຊີນຟັງເທີ້ນ 17ພຣະເຈົ້າແຫ່ງປະຊາຊົນອິດສະຣາເອນ ໄດ້ເລືອກເອົາບັນພະບຸລຸດຂອງພວກເຮົາໄວ້ ແລະເຮັດໃຫ້ພວກເພິ່ນຈະເລີນມີກຽດຫລາຍຂຶ້ນ ຂະນະທີ່ພວກເພິ່ນຢູ່ປະເທດເອຢິບ ໃນຖານະຄົນຕ່າງດ້າວ, ພຣະເຈົ້າໄດ້ນຳພວກເພິ່ນອອກມາຈາກປະເທດເອຢິບ ດ້ວຍຣິດອຳນາດອັນຍິ່ງໃຫຍ່ຂອງພຣະອົງ 18ແລະເປັນເວລາສີ່ສິບປີ ທີ່ພຣະອົງອົດທົນ ຕໍ່ພວກເພິ່ນໃນຖິ່ນແຫ້ງແລ້ງກັນດານ. 19ພຣະອົງໄດ້ທຳລາຍເຈັດຊົນຊາດໃນດິນແດນການາອານ ແລະຍົກແຜ່ນດິນຂອງຊາດເຫຼົ່ານັ້ນ ໃຫ້ປະຊາຊົນຂອງພຣະອົງໄດ້ເປັນກຳມະສິດ. 20ທັງໝົດນີ້ໄດ້ໃຊ້ເວລາປະມານສີ່ຮ້ອຍຫ້າສິບປີ.
ຫລັງຈາກນີ້ ພຣະອົງໄດ້ໃຫ້ພວກເພິ່ນມີຜູ້ປົກຄອງມາປົກຄອງ ຈົນເຖິງສະໄໝຂອງຜູ້ທຳນວາຍຊາມູເອນ. 21ເມື່ອພວກເພິ່ນໄດ້ຂໍໃຫ້ມີກະສັດ ພຣະເຈົ້າກໍໃຫ້ພວກເພິ່ນມີ ຄືໄດ້ໂຊນລູກຊາຍຂອງກີເຊຈາກເຜົ່າເບັນຢາມິນ ໃຫ້ເປັນກະສັດປົກຄອງພວກເພິ່ນສີ່ສິບປີ. 22ຫລັງຈາກປົດໂຊນລົງແລ້ວ ພຣະເຈົ້າກໍໄດ້ຕັ້ງດາວິດໃຫ້ຂຶ້ນເປັນກະສັດຂອງພວກເພິ່ນ, ພຣະເຈົ້າກ່າວກ່ຽວກັບດາວິດດັ່ງນີ້ວ່າ, ‘ເຮົາໄດ້ພົບ ດາວິດລູກຊາຍຂອງເຢຊີ ເປັນຄົນທີ່ເຮັດຖືກໃຈເຮົາ ເປັນຜູ້ທີ່ຈະເຮັດຕາມຄວາມປະສົງຂອງເຮົາທຸກຢ່າງ.’ 23ແມ່ນພຣະເຢຊູເຈົ້າເຊື້ອສາຍຄົນໜຶ່ງຂອງດາວິດນີ້ແຫຼະ ທີ່ພຣະເຈົ້າໄດ້ຕັ້ງໃຫ້ເປັນພຣະຜູ້ໂຜດຊ່ວຍໃຫ້ພົ້ນ ຂອງປະຊາຊົນອິດສະຣາເອນ ຕາມທີ່ພຣະອົງໄດ້ສັນຍາໄວ້. 24ກ່ອນພຣະເຢຊູເຈົ້າສະເດັດມາ ໂຢຮັນໄດ້ປະກາດຕໍ່ປະຊາຊົນອິດສະຣາເອນທຸກຄົນແລ້ວ ກ່ຽວກັບການຖິ້ມໃຈເກົ່າເອົາໃຈໃໝ່ ແລະຮັບບັບຕິສະມາ. 25ເມື່ອໂຢຮັນໃກ້ຈະສຳເລັດພາລະກິດຂອງຕົນແລ້ວ ເພິ່ນກໍໄດ້ກ່າວແກ່ປະຊາຊົນວ່າ, ‘ເຈົ້າທັງຫລາຍຄິດວ່າຂ້າພະເຈົ້າແມ່ນຜູ້ໃດ? ຂ້າພະເຈົ້າບໍ່ແມ່ນພຣະອົງ ຜູ້ທີ່ພວກເຈົ້າຄອຍຖ້າ, ແຕ່ຈົ່ງຟັງເທີ້ນ ພາຍຫລັງຂ້າພະເຈົ້າຈະມີທ່ານຜູ້ໜຶ່ງ ແລະຂ້າພະເຈົ້າບໍ່ສົມຄວນທີ່ຈະປົດເກີບອອກຈາກຕີນຂອງເພິ່ນ.’
26ພີ່ນ້ອງທັງຫລາຍຜູ້ເປັນເຊື້ອສາຍຂອງອັບຣາຮາມ ແລະທ່ານທັງຫລາຍທີ່ຢຳເກງພຣະເຈົ້າເອີຍ, ຂ່າວແຫ່ງຄວາມພົ້ນນີ້ໄດ້ຖືກສົ່ງມາ ແມ່ນສຳລັບພວກເຮົານີ້ເອງ. 27ດ້ວຍວ່າ, ປະຊາຊົນໃນນະຄອນເຢຣູຊາເລັມ ກັບພວກຜູ້ປົກຄອງບໍ່ໄດ້ຮູ້ຈັກພຣະອົງ ແລະບໍ່ໄດ້ເຂົ້າໃຈຖ້ອຍຄຳຂອງພວກຜູ້ທຳນວາຍ ທີ່ມີຜູ້ອ່ານສູ່ຟັງໃນທຸກວັນຊະບາໂຕ, ແຕ່ພວກເຂົາໄດ້ເຮັດໃຫ້ຖ້ອຍຄຳຂອງພວກຜູ້ທຳນວາຍສຳເລັດ ໂດຍການຕັດສິນລົງໂທດພຣະອົງ, 28ເຖິງແມ່ນວ່າ ພວກເຂົາບໍ່ໄດ້ພົບຄວາມຜິດປະການໃດໃນພຣະອົງ ທີ່ຕ້ອງຖືກປະຫານກໍຕາມ ພວກເຂົາຍັງໄດ້ຂໍຮ້ອງປີລາດໃຫ້ປະຫານພຣະອົງເສຍ. 29ເມື່ອພວກເຂົາໄດ້ເຮັດທຸກສິ່ງໃຫ້ສຳເລັດ ຕາມທີ່ພຣະຄຳພີໄດ້ຂຽນໄວ້ກ່ຽວກັບພຣະອົງແລ້ວ ພວກເຂົາກໍໄດ້ເອົາພຣະສົບລົງຈາກໄມ້ກາງແຂນ ແລະນຳໄປວາງໄວ້ໃນອຸບມຸງ. 30ແຕ່ພຣະເຈົ້າໄດ້ຊົງບັນດານໃຫ້ພຣະອົງເປັນຄືນມາຈາກຕາຍ. 31ເປັນເວລາຫລາຍວັນ ທີ່ພຣະເຢຊູເຈົ້າໄດ້ສຳແດງແກ່ຫລາຍຄົນໃຫ້ໄດ້ເຫັນ ຄືພວກທີ່ຕາມພຣະອົງມາຈາກແຂວງຄາລີເລ ເຖິງນະຄອນເຢຣູຊາເລັມ, ບັດນີ້ຄົນເຫຼົ່ານັ້ນແຫຼະ ໄດ້ເປັນພະຍານຝ່າຍພຣະອົງ ໃຫ້ແກ່ປະຊາຊົນອິດສະຣາເອນ. 32ຝ່າຍພວກເຮົາໄດ້ນຳເອົາຂ່າວປະເສີດນີ້ແຫຼະ ມາບອກທ່ານທັງຫລາຍວ່າ, ສິ່ງທີ່ພຣະເຈົ້າໄດ້ສັນຍາໄວ້ກັບບັນພະບຸລຸດຂອງພວກເຮົາ 33ພຣະເຈົ້າໄດ້ຊົງບັນດານໃຫ້ພຣະສັນຍານັ້ນສຳເລັດແລ້ວ, ສຳລັບພວກເຮົາ ຜູ້ທີ່ເປັນເຊື້ອສາຍຂອງພວກເພິ່ນ ໂດຍບັນດານໃຫ້ພຣະເຢຊູເຈົ້າເປັນຄືນມາສູ່ຊີວິດ, ດັ່ງທີ່ມີຄຳຂຽນໄວ້ໃນພຣະທຳເພງສັນລະເສີນ ບົດທີສອງວ່າ,
‘ເຈົ້າເປັນລູກຊາຍຂອງເຮົາ
ວັນນີ້ ເຮົາໄດ້ໃຫ້ກຳເນີດເຈົ້າ.’
34ນີ້ແຫຼະ ແມ່ນຖ້ອຍຄຳທີ່ພຣະເຈົ້າໄດ້ກ່າວໄວ້ ເຖິງຄວາມເປັນຄືນມາຈາກຕາຍຂອງພຣະອົງວ່າ, ບໍ່ໃຫ້ຫລົບສູ່ຄວາມເປື່ອຍເນົ່າຈັກເທື່ອ:
‘ເຮົາຈະໃຫ້ພຣະພອນ
ອັນສັກສິດບໍຣິສຸດ ແລະໝັ້ນຄົງແກ່ເຈົ້າ
ທີ່ເຮົາໄດ້ສັນຍາໄວ້ກັບດາວິດ.’
35ແມ່ນແທ້ ດັ່ງທີ່ພຣະອົງໄດ້ກ່າວໄວ້ໃນບົດອື່ນເໝືອນກັນວ່າ,
‘ເຮົາຈະບໍ່ປ່ອຍໃຫ້ຜູ້ຮັບໃຊ້ທີ່ສັດຊື່ຂອງເຮົາ
ຕ້ອງປະສົບຄວາມເປື່ອຍເນົ່າ.’
36ຝ່າຍດາວິດ, ເມື່ອໄດ້ປະຕິບັດໃນຄາວອາຍຸຂອງທ່ານ ຕາມຄວາມປະສົງຂອງພຣະເຈົ້າ ແລ້ວເພິ່ນໄດ້ຕາຍໄປ, ເພິ່ນໄດ້ຖືກຝັງໄວ້ຢູ່ກັບບັນພະບຸລຸດຂອງເພິ່ນ ແລະປະສົບຄວາມເປື່ອຍເນົ່າ. 37ແຕ່ພຣະອົງຜູ້ທີ່ພຣະເຈົ້າໄດ້ບັນດານໃຫ້ເປັນຄືນມາຈາກຕາຍນັ້ນ, ເພິ່ນບໍ່ໄດ້ພົບຄວາມເປື່ອຍເນົ່າ. 38ເຫດສະນັ້ນ ພີ່ນ້ອງທັງຫລາຍເອີຍ, ຈົ່ງເຂົ້າໃຈວ່າ ໂດຍທາງພຣະອົງນັ້ນແຫຼະ, ຈຶ່ງໄດ້ປະກາດການຍົກຄວາມຜິດບາບໃຫ້ແກ່ພວກທ່ານ. 39ແລະໂດຍທາງພຣະອົງນັ້ນ ທຸກຄົນທີ່ເຊື່ອຈະໄດ້ຖືກຊົງຊຳລະທຸກຢ່າງ ຊຶ່ງຈະຊຳລະບໍ່ໄດ້ຕາມກົດບັນຍັດຂອງໂມເຊ. 40ດັ່ງນັ້ນ ຈົ່ງລະວັງໃຫ້ດີ ເພື່ອວ່າຖ້ອຍຄຳທີ່ພວກຜູ້ທຳນວາຍໄດ້ກ່າວໄວ້ນັ້ນ ຈະບໍ່ເກີດຂຶ້ນກັບພວກທ່ານ
41 ‘ຈົ່ງເບິ່ງເຖີດ ຄົນທີ່ມັກປະໝາດນິນທາ
ຈົ່ງປະຫລາດໃຈແລະຈິບຫາຍໄປສາເຖີດ
ດ້ວຍວ່າ, ສິ່ງທີ່ເຮົາກະທຳຢູ່ໃນວັນນີ້
ແມ່ນສິ່ງທີ່ພວກເຈົ້າຈະບໍ່ຍອມ
ເຊື່ອຟັງເປັນແນ່
ເຖິງແມ່ນວ່າມີບາງຄົນ
ມາອະທິບາຍໃຫ້ຟັງແລ້ວກໍຕາມ.”’
42ເມື່ອໂປໂລກັບບາຣະນາບາ ກຳລັງຍ່າງອອກຈາກທຳມະສາລາໄປນັ້ນ ປະຊາຊົນກໍເຊີນທ່ານທັງສອງໃຫ້ກັບຄືນມາອີກໃນວັນຊະບາໂຕຕໍ່ໄປ ເພື່ອກ່າວເຖິງຂໍ້ຄວາມນີ້ອີກ. 43ຫລັງຈາກທີ່ປະຊາຊົນເລີກຈາກບ່ອນນະມັດສະການໄປແລ້ວ ກໍມີຄົນຢິວກັບຜູ້ທີ່ເຂົ້າຮີດຢິວ ທີ່ຢຳເກງພຣະເຈົ້າຫລາຍຄົນໄດ້ຕິດຕາມໂປໂລ ແລະ ບາຣະນາບາ, ທ່ານທັງສອງຈຶ່ງກ່າວຕັກເຕືອນໜູນໃຈໃຫ້ພວກເຂົາດຳເນີນຊີວິດຢູ່ໃນຄວາມເຊື່ອໂດຍເພິ່ງພຣະຄຸນຂອງພຣະເຈົ້າ.
44ເມື່ອເຖິງວັນຊະບາໂຕຕໍ່ມາ ປະຊາຊົນເກືອບໝົດທັງເມືອງໄດ້ມາເຕົ້າໂຮມກັນ ເພື່ອຟັງພຣະຄຳຂອງອົງພຣະຜູ້ເປັນເຈົ້າ. 45ເມື່ອພວກຢິວເຫັນປະຊາຊົນຫລວງຫລາຍເຊັ່ນນີ້ ພວກເຂົາກໍເຕັມໄປດ້ວຍຄວາມອິດສາ. ດັ່ງນັ້ນ ພວກເຂົາຈຶ່ງໂຕ້ຖຽງຄຳເວົ້າຂອງໂປໂລ ແລະໝິ່ນປະໝາດເພິ່ນ. 46ແຕ່ໂປໂລກັບບາຣະນາບາມີໃຈກ້າກ່າວອອກໄປວ່າ, “ຈຳເປັນທີ່ຈະຕ້ອງມາກ່າວພຣະຄຳຂອງພຣະເຈົ້າ ສູ່ທ່ານທັງຫລາຍຟັງກ່ອນ, ແຕ່ໃນເມື່ອພວກທ່ານບໍ່ຍອມຮັບເອົາພຣະທຳນັ້ນ ແລະຖືວ່າຕົນບໍ່ສົມຄວນທີ່ຈະຮັບຊີວິດນິຣັນດອນ. ດັ່ງນັ້ນ ພວກເຮົາກໍຈະໄປຫາຄົນຕ່າງຊາດ. 47ເພາະເລື່ອງນີ້ແຫຼະ ອົງພຣະຜູ້ເປັນເຈົ້າຈຶ່ງສັ່ງພວກເຮົາວ່າ,
‘ເຮົາໄດ້ຕັ້ງເຈົ້າໄວ້ໃຫ້ເປັນແສງສະຫວ່າງ
ແກ່ຄົນຕ່າງຊາດ
ເພື່ອວ່າເຈົ້າຈະເປັນເຫດໃຫ້
ໂລກທັງໝົດໄດ້ພົ້ນ.”’
48ເມື່ອຄົນຕ່າງຊາດໄດ້ຍິນເຊັ່ນນີ້ແລ້ວ ພວກເຂົາກໍຊົມຊື່ນຍິນດີຫລາຍ ແລະສັນລະເສີນຖ້ອຍຄຳຂອງອົງພຣະຜູ້ເປັນເຈົ້າ, ຄົນທັງຫລາຍ ຜູ້ທີ່ຖືກເລືອກໄວ້ສຳລັບຊີວິດນິຣັນດອນກໍໄດ້ວາງໃຈເຊື່ອ.
49ພຣະທຳຂອງອົງພຣະຜູ້ເປັນເຈົ້າໄດ້ແຜ່ໄປທົ່ວທັງຂົງເຂດນັ້ນ. 50ແຕ່ພວກຢິວໄດ້ຍົວະຍົງພວກແມ່ຍິງທີ່ມີກຽດສູງໃນສັງຄົມທີ່ຢຳເກງພຣະເຈົ້າ ແລະພວກຜູ້ຊາຍຄົນສຳຄັນໃນເມືອງນີ້ ໄດ້ກໍ່ການຂົ່ມເຫັງໂປໂລ ແລະ ບາຣະນາບາ ແລະຂັບໄລ່ທ່ານທັງສອງໃຫ້ອອກໄປຈາກເຂດແດນຂອງພວກເຂົາ. 51ສ່ວນໂປໂລກັບບາຣະນາບາກໍສັ່ນຂີ້ຝຸ່ນທີ່ຕິດຕີນຂອງພວກຕົນອອກ ເພື່ອເປັນສັນຍານແຫ່ງການຄັດຄ້ານຕໍ່ສູ້ພວກເຂົາ ແລ້ວທ່ານທັງສອງກໍເດີນທາງໄປທີ່ເມືອງອີໂກນີອົມ. 52ຝ່າຍບັນດາພວກສິດໃນເມືອງອັນຕີໂອເຂຍ ກໍເຕັມໄປດ້ວຍຄວາມຊົມຊື່ນຍິນດີ ແລະດ້ວຍພຣະວິນຍານບໍຣິສຸດເຈົ້າ.
Dewis Presennol:
ກິດຈະການ 13: ພຄພ
Uwcholeuo
Rhanna
Copi

Eisiau i'th uchafbwyntiau gael eu cadw ar draws dy holl ddyfeisiau? Cofrestra neu mewngofnoda
@ 2012 United Bible Societies. All Rights Reserved.