ປະມານທ່ຽງຄືນ ໂປໂລແລະຊີລາ ກໍພາກັນພາວັນນາອະທິຖານ ຮ້ອງເພງສັນລະເສີນພຣະເຈົ້າ, ພວກນັກໂທດຄົນອື່ນໆກໍຟັງທ່ານທັງສອງຢູ່. ໃນທັນໃດນັ້ນ ກໍເກີດມີແຜ່ນດິນຫວັ່ນໄຫວອັນໃຫຍ່ ຈົນເຮັດໃຫ້ຮາກຖານຂອງຄຸກສະທ້ານສະເທືອນ, ປະຕູຄຸກທຸກບານໄຂອອກໃນທັນທີ ແລະສາຍໂສ້ທຸກສາຍທີ່ລ່າມນັກໂທດທຸກຄົນກໍຫລຸດອອກ.