Logo YouVersion
Ikona vyhledávání

ລູກາ 22

22
ການ​ປອງຮ້າຍ​ພຣະເຢຊູເຈົ້າ
(ມທ 26:1-5; ມຣກ 14:1-2; ຢຮ 11:45-53)
1ເທດສະການ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ທີ່​ເອີ້ນ​ວ່າ ປັດສະຄາ ກໍ​ມາ​ໃກ້​ແລ້ວ. 2ພວກ​ຫົວໜ້າ​ປະໂຣຫິດ​ແລະ​ພວກ​ທຳມະຈານ ຕ່າງ​ກໍ​ຢ້ານ​ປະຊາຊົນ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ຊອກ​ຊ່ອງທາງ​ເພື່ອ​ຂ້າ​ພຣະເຢຊູເຈົ້າ​ຢ່າງ​ປິດລັບ.
ຢູດາ​ຍິນ​ຍອມ​ທໍລະຍົດ​ຕໍ່​ພຣະເຢຊູເຈົ້າ
(ມທ 26:14-16; ມຣກ 14:10-11)
3ແລ້ວ​ມານຊາຕານ ກໍ​ເຂົ້າ​ສິງ​ຢູ່​ໃນ​ໃຈ​ຂອງ​ຢູດາ ຜູ້​ທີ່​ຄົນ​ທັງຫລາຍ​ເອີ້ນ​ກັນ​ວ່າ ອິດສະກາຣີອົດ ລາວ​ເປັນ​ຜູ້ໜຶ່ງ​ໃນ​ພວກ​ສາວົກ​ສິບສອງ​ຄົນ. 4ດັ່ງນັ້ນ ຢູດາ​ຈຶ່ງ​ອອກ​ໄປ​ປຶກສາ​ກັບ​ພວກ​ຫົວໜ້າ​ປະໂຣຫິດ ແລະ​ພວກ​ນາຍ​ທະຫານ​ເຝົ້າ​ຍາມ​ພຣະວິຫານ ເຖິງ​ວິທີ​ທີ່​ຕົນ​ຈະ​ມອບ​ພຣະເຢຊູເຈົ້າ​ໃຫ້​ພວກເຂົາ​ໄດ້​ຢ່າງ​ໃດ. 5ຄົນ​ເຫຼົ່ານັ້ນ​ຕ່າງ​ກໍ​ດີໃຈ ແລະ​ຕົກລົງ​ວ່າ​ຈະ​ເອົາ​ເງິນ​ໃຫ້​ລາວ. 6ຝ່າຍ​ຢູດາ​ກໍ​ຕົກລົງ​ຕາມ​ນັ້ນ ແລະ​ຕັ້ງຕົ້ນ​ຊອກ​ຫາ​ໂອກາດ​ອັນ​ດີ ທີ່​ຈະ​ມອບ​ພຣະເຢຊູເຈົ້າ​ໃຫ້​ພວກເຂົາ ເມື່ອ​ປະຊາຊົນ​ບໍ່​ຢູ່​ທີ່​ນັ້ນ.
ພຣະເຢຊູເຈົ້າ​ຕຽມ​ກິນ​ອາຫານ​ປັດສະຄາ
(ມທ 26:17-25; ມຣກ 14:12-21; ຢຮ 13:21-30)
7ພໍ​ເຖິງ​ເທດສະການ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ ເມື່ອ​ມີ​ການ​ຂ້າ​ແກະ​ສຳລັບ​ອາຫານ​ປັດສະຄາ. 8ພຣະເຢຊູເຈົ້າ​ຊົງ​ໃຊ້​ເປໂຕ​ກັບ​ໂຢຮັນ​ໄປ ແລະ​ໃຫ້​ຄຳແນະນຳ​ວ່າ, “ຈົ່ງ​ໄປ​ຈັດແຈ່ງ​ອາຫານ​ປັດສະຄາ​ສຳລັບ​ພວກເຮົາ​ໃຫ້​ຮຽບຮ້ອຍ.”
9ພວກເພິ່ນ​ຖາມ​ພຣະອົງ​ວ່າ, “ທ່ານ​ຢາກ​ໃຫ້​ພວກ​ຂ້ານ້ອຍ​ໄປ​ຈັດແຈ່ງ​ຢູ່​ທີ່​ໃດ?”
10ພຣະເຢຊູເຈົ້າ​ຕອບ​ວ່າ, “ເມື່ອ​ພວກເຈົ້າ​ເຂົ້າ​ໄປ​ໃນ​ເມືອງ ຈະ​ມີ​ຊາຍ​ຄົນ​ໜຶ່ງ​ແບກ​ໝໍ້​ນໍ້າ​ມາ​ພົບ​ພວກເຈົ້າ. ຈົ່ງ​ຕາມ​ໄປ​ເຮືອນ​ທີ່​ລາວ​ເຂົ້າ​ໄປ​ນັ້ນ, 11ແລະ ເວົ້າ​ກັບ​ເຈົ້າ​ຂອງ​ເຮືອນ​ວ່າ, ‘ອາຈານ​ໃຫ້​ຖາມ​ທ່ານ​ວ່າ ຫ້ອງ​ທີ່​ເພິ່ນ​ກັບ​ພວກ​ສາວົກ​ຈະ​ກິນ​ອາຫານ​ປັດສະຄາ​ຢູ່​ໃສ?’ 12ເຈົ້າຂອງ​ເຮືອນ​ຈະ​ຊີ້​ໃຫ້​ພວກເຈົ້າ​ເຫັນ​ຫ້ອງ​ໂຖງ​ຊັ້ນ​ເທິງ ທີ່​ຕົບແຕ່ງ​ໄວ້​ຮຽບຮ້ອຍ​ແລ້ວ ບ່ອນ​ນັ້ນ​ແຫຼະ ທີ່​ພວກເຈົ້າ​ຈະ​ຈັດຕຽມ​ທຸກສິ່ງ​ໄວ້​ສຳລັບ​ພວກເຮົາ.”
13ດັ່ງນັ້ນ ທ່ານ​ທັງສອງ​ຈຶ່ງ​ໄປ ແລະ​ພົບ​ທຸກສິ່ງ​ຕາມ​ທີ່​ພຣະອົງ​ຊົງ​ບອກ​ແລ້ວ​ນັ້ນ ພວກເພິ່ນ​ກໍໄດ້​ຈັດຕຽມ​ປັດສະຄາ​ໄວ້.
ພຣະເຢຊູເຈົ້າ​ຊົງ​ຕັ້ງ​ພິທີ​ສິນ​ມະຫາ​ສະໜິດ
(ມທ 26:26-30; ມຣກ 14:22-26; 1 ກຣທ 11:23-25)
14ເມື່ອ​ເຖິງ​ໂມງ​ແລ້ວ ພຣະເຢຊູເຈົ້າ​ກໍໄດ້​ນັ່ງ​ຮ່ວມ​ໂຕະ​ກັບ​ພວກ​ອັກຄະສາວົກ. 15ພຣະອົງ​ກ່າວ​ແກ່​ພວກເພິ່ນ​ວ່າ, “ເຮົາ​ມີ​ຄວາມ​ປາຖະໜາ​ຢ່າງ​ເຕັມໃຈ ທີ່​ຈະ​ກິນ​ອາຫານ​ປັດສະຄາ​ນີ້​ກັບ​ພວກເຈົ້າ ກ່ອນ​ເຮົາ​ຈະ​ທົນທຸກ​ທໍລະມານ 16ເພາະ​ເຮົາ​ບອກ​ພວກເຈົ້າ​ວ່າ, ເຮົາ​ຈະ​ບໍ່​ກິນ​ອາຫານ​ນີ້​ອີກ ຈົນກວ່າ​ຄວາມ​ໝາຍ​ຂອງ​ເລື່ອງ​ນີ້ ຈະ​ເຖິງ​ທີ່​ສຳເລັດ​ໃນ​ອານາຈັກ​ຂອງ​ພຣະເຈົ້າ.”
17ແລ້ວ​ພຣະອົງ​ກໍ​ຊົງ​ຈັບ​ເອົາ​ຈອກ​ຂຶ້ນ​ມາ​ໂມທະນາ​ຂອບພຣະຄຸນ ແລະ​ຊົງ​ກ່າວ​ວ່າ, “ຈົ່ງ​ຮັບ​ເອົາ​ຈອກ​ນີ້ ແລະ​ຢາຍ​ໃຫ້​ກັນ​ດື່ມ. 18ເຮົາ​ບອກ​ພວກເຈົ້າ​ວ່າ ຕັ້ງແຕ່​ນີ້​ໄປ​ເຮົາ​ຈະ​ບໍ່​ດື່ມ​ນໍ້າ​ອະງຸ່ນ​ນີ້​ອີກ ຈົນກວ່າ​ອານາຈັກ​ຂອງ​ພຣະເຈົ້າ​ຈະ​ມາ​ປາກົດ.”
19ແລ້ວ​ພຣະອົງ​ກໍ​ຊົງ​ຈັບ​ເອົາ​ເຂົ້າຈີ່​ຂຶ້ນ​ມາ​ໂມທະນາ​ຂອບພຣະຄຸນ ໂດຍ​ຊົງ​ຫັກ​ເຂົ້າຈີ່​ນັ້ນ​ແລ້ວ ຈຶ່ງ​ຍື່ນໃຫ້​ພວກ​ສາວົກ ແລະ​ກ່າວ​ວ່າ, “ນີ້​ແຫຼະ ແມ່ນ​ກາຍ​ຂອງເຮົາ ຊຶ່ງ​ເປັນ​ທີ່​ປະທານ​ໃຫ້​ສຳລັບ​ເຈົ້າ​ທັງຫລາຍ ຈົ່ງ​ເຮັດ​ຢ່າງ​ນີ້​ໃຫ້​ເປັນ​ທີ່​ລະນຶກເຖິງ​ເຮົາ.” 20ເມື່ອ​ຮັບປະທານ​ອາຫານ​ແລ້ວ ພຣະອົງ​ກໍ​ຊົງ​ຈັບ​ເອົາ​ຈອກ​ຂຶ້ນ​ມາ ແລະ​ເຮັດ​ຢ່າງ​ດຽວກັນ ໂດຍ​ຊົງ​ກ່າວ​ວ່າ, “ຈອກ​ນີ້​ເປັນ​ພັນທະສັນຍາ​ໃໝ່​ໃນ​ເລືອດ​ຂອງເຮົາ ທີ່​ຖອກ​ອອກ​ສຳລັບ​ເຈົ້າ​ທັງຫລາຍ.
21ເບິ່ງແມ! ມື​ຜູ້​ທີ່​ທໍລະຍົດ​ຕໍ່​ເຮົາ​ກໍ​ຢູ່​ກັບ​ເຮົາ​ເທິງ​ໂຕະ​ນີ້. 22ບຸດ​ມະນຸດ​ຈະ​ສະເດັດ​ໄປ​ຕາມ​ທີ່​ໄດ້​ຊົງ​ກຳນົດ​ໄວ້​ແລ້ວ​ກໍ​ຈິງ ແຕ່​ວິບັດ​ຈະ​ຕົກ​ຖືກ​ຜູ້​ທີ່​ທໍລະຍົດ​ຕໍ່​ບຸດ​ມະນຸດ.”
23ແລ້ວ​ພວກ​ສາວົກ​ກໍ​ເລີ່ມ​ຖາມ​ກັນ​ເອງ​ວ່າ, ແມ່ນ​ຜູ້ໃດ​ໃນ​ພວກເພິ່ນ​ທີ່​ກຳລັງ​ຈະ​ເຮັດ​ຢ່າງ​ນີ້.
ການ​ໂຕ້ຖຽງ​ກັນ​ເຖິງ​ຄວາມ​ເປັນ​ໃຫຍ່
24ແລ້ວ​ກໍ​ມີ​ການ​ໂຕ້ຖຽງ​ກັນ​ເກີດຂຶ້ນ​ໃນ​ທ່າມກາງ​ພວກ​ສາວົກ​ວ່າ ໃນ​ພວກເພິ່ນ ຜູ້ໃດ​ຈະ​ເປັນ​ໃຫຍ່​ກວ່າ​ໝູ່. 25ພຣະເຢຊູເຈົ້າ​ກ່າວ​ແກ່​ພວກເພິ່ນ​ວ່າ, “ບັນດາ​ກະສັດ​ຂອງ​ຊາວ​ໂລກນີ້ ຍ່ອມ​ມີ​ອຳນາດ​ເໜືອ​ປະຊາຊົນ​ຂອງຕົນ ແລະ​ບັນດາ​ນັກ​ປົກຄອງ​ຕ່າງ​ກໍ​ເອີ້ນ​ຕົນ​ວ່າ, ‘ເຈົ້າບຸນ​ເຈົ້າຄຸນ.’ 26ແຕ່​ສຳລັບ​ພວກເຈົ້າ​ແລ້ວ ບໍ່​ເປັນ​ຢ່າງ​ນັ້ນ, ກົງກັນຂ້າມ ຜູ້​ທີ່​ເປັນ​ໃຫຍ່​ທີ່ສຸດ ຕ້ອງ​ເປັນ​ເໝືອນ​ດັ່ງ​ຜູ້​ນ້ອຍ​ທີ່ສຸດ ແລະ​ຜູ້​ທີ່​ເປັນ​ຜູ້ນຳ ຕ້ອງ​ເປັນ​ດັ່ງ​ຜູ້ຮັບໃຊ້. 27ຜູ້ໃດ​ເປັນ​ໃຫຍ່​ກວ່າ​ກັນ ຜູ້​ທີ່​ນັ່ງ​ກິນ ຫລື​ຜູ້​ທີ່​ຮັບໃຊ້? ແນ່ນອນ​ແລ້ວ ຕ້ອງ​ແມ່ນ​ຜູ້​ທີ່​ນັ່ງ​ກິນ​ເທິງ​ໂຕະ, ແຕ່​ເຮົາ​ຢູ່​ທ່າມກາງ​ພວກເຈົ້າ ເໝືອນ​ດັ່ງ​ຄົນ​ທີ່​ຮັບໃຊ້​ຜູ້ໜຶ່ງ.
28ພວກເຈົ້າ​ໄດ້​ຢູ່​ກັບ​ເຮົາ​ມາ​ຕະຫລອດ​ເວລາ ທີ່​ເຮົາ​ປະສົບ​ກັບ​ຄວາມ​ຍາກ​ລຳບາກ, 29ພຣະບິດາເຈົ້າ​ໄດ້​ຊົງ​ຈັດແຈງ​ແຜ່ນດິນ​ໃຫ້​ເຮົາ​ຢ່າງ​ໃດ ເຮົາ​ກໍ​ຈະ​ຈັດແຈງ​ແຜ່ນດິນ​ໜຶ່ງ​ໃຫ້​ພວກເຈົ້າ​ເໝືອນກັນ​ຢ່າງ​ນັ້ນ. 30ເພື່ອ​ພວກເຈົ້າ​ຈະ​ກິນ​ແລະ​ດື່ມ​ທີ່​ໂຕະ​ຂອງເຮົາ ໃນ​ອານາຈັກ​ຂອງເຮົາ ແລະ​ເພື່ອ​ພວກເຈົ້າ​ຈະ​ໄດ້​ນັ່ງ​ເທິງ​ບັນລັງ ເພື່ອ​ພິພາກສາ​ຕັດສິນ​ຊາດ​ອິດສະຣາເອນ​ທັງ​ສິບສອງ​ເຜົ່າ​ນັ້ນ.”
ພຣະເຢຊູເຈົ້າ​ຊົງ​ກ່າວ​ທຳນວາຍ​ລ່ວງໜ້າ​ວ່າ ເປໂຕ​ຈະ​ປະຕິເສດ​ພຣະອົງ
(ມທ 26:31-35; ມຣກ 14:27-31; ຢຮ 13:36-38)
31ແລ້ວ​ພຣະເຢຊູເຈົ້າ​ກໍ​ຊົງ​ກ່າວ​ວ່າ, “ຊີໂມນ ຊີໂມນ​ເອີຍ ເບິ່ງແມ! ມານຊາຕານ​ໄດ້​ຂໍ​ອະນຸຍາດ​ທົດລອງ​ພວກເຈົ້າ ເພື່ອ​ຈະ​ຝັດ​ຮ່ອນ​ພວກເຈົ້າ​ເໝືອນ​ຝັດ​ເຂົ້າ​ເປືອກ. 32ແຕ່​ເຮົາ​ໄດ້​ພາວັນນາ​ອະທິຖານ​ສຳລັບ​ເຈົ້າ ເພື່ອ​ຄວາມເຊື່ອ​ຂອງ​ເຈົ້າ​ຈະ​ບໍ່​ຂາດ​ໄປ ເມື່ອ​ເຈົ້າ​ກັບຄືນ​ມາ​ຫາ​ເຮົາ​ແລ້ວ ເຈົ້າ​ຕ້ອງ​ຊູແຮງ​ບັນດາ​ພີ່ນ້ອງ​ຂອງ​ເຈົ້າ​ໄວ້.”
33ເປໂຕ​ຕອບ​ວ່າ, “ພຣະອົງເຈົ້າ​ເອີຍ ຂ້ານ້ອຍ​ພ້ອມແລ້ວ​ທີ່​ຈະ​ໄປ​ກັບ​ທ່ານ ເຖິງ​ຈະ​ຕ້ອງ​ຖືກ​ຄຸກ ຫລື​ຕ້ອງ​ຕາຍ​ກໍຕາມ.”
34ພຣະເຢຊູເຈົ້າ​ຊົງ​ກ່າວ​ວ່າ, “ເປໂຕ​ເອີຍ ເຮົາ​ບອກ​ເຈົ້າ​ວ່າ ‘ຄືນ​ນີ້​ແຫຼະ ກ່ອນ​ໄກ່​ຂັນ ເຈົ້າ​ຈະ​ປະຕິເສດ​ວ່າ ບໍ່​ຮູ້ຈັກ​ເຮົາ​ເຖິງ​ສາມ​ເທື່ອ.”’
ເລື່ອງ​ຖົງ​ເງິນ ຖົງເຄື່ອງ ແລະ​ດາບ
35ແລ້ວ​ພຣະອົງ​ຊົງ​ຖາມ​ພວກ​ສາວົກ​ວ່າ, “ເມື່ອ​ເຮົາ​ໄດ້​ໃຊ້​ເຈົ້າ​ທັງຫລາຍ​ອອກ​ໄປ​ນັ້ນ ໂດຍ​ບໍ່ມີ​ຖົງ​ເງິນ ບໍ່ມີ​ຖົງເຄື່ອງ​ແລະ​ບໍ່ມີ​ເກີບ ພວກເຈົ້າ​ໄດ້​ຂາດເຂີນ​ສິ່ງໃດ​ແດ່?”
ພວກເພິ່ນ​ຕອບ​ວ່າ, “ບໍ່ໄດ້​ຂາດເຂີນ​ສິ່ງໃດ​ເລີຍ.”
36ພຣະອົງ​ໄດ້​ກ່າວ​ກັບ​ພວກເພິ່ນ​ວ່າ, “ແຕ່​ບັດນີ້ ຜູ້ໃດ​ທີ່​ມີ​ຖົງ​ເງິນ ຫລື​ຖົງເຄື່ອງ​ຕ້ອງ​ຖື​ໄປ​ນຳ ແລະ​ຜູ້ໃດ​ທີ່​ບໍ່ມີ​ດາບ ກໍ​ໃຫ້​ຂາຍ​ເສື້ອໃຫຍ່​ຂອງຕົນ ເພື່ອ​ຊື້​ດາບ​ດວງ​ໜຶ່ງ​ໄວ້. 37ດ້ວຍ​ເຮົາ​ບອກ​ເຈົ້າ​ທັງຫລາຍ​ວ່າ ຄຳ​ທີ່​ຂຽນ​ໃນ​ພຣະຄຳພີ​ນັ້ນ ຈະ​ຕ້ອງ​ສຳເລັດ​ໃນ​ເຮົາ ຄື​ຄຳ​ທີ່​ວ່າ, ‘ທ່ານ​ຖືກ​ນັບ​ເຂົ້າ​ກັບ​ຄົນ​ອະທຳ.”’
38ພວກ​ສາວົກ​ເວົ້າ​ວ່າ, “ພຣະອົງເຈົ້າ​ເອີຍ ເບິ່ງ​ດາບ​ສອງ​ດວງ​ນີ້​ແມ.”
ພຣະອົງ​ໄດ້​ຕອບ​ພວກເພິ່ນ​ວ່າ, “ພໍ​ແລ້ວ.”
ພຣະເຢຊູ​ຄຣິດເຈົ້າ​ພາວັນນາ​ອະທິຖານ​ທີ່​ພູເຂົາ​ໝາກກອກເທດ
(ມທ 26:36-46; ມຣກ 14:32-42)
39ແລ້ວ​ພຣະເຢຊູເຈົ້າ ໄດ້​ສະເດັດ​ອອກ​ໄປ​ຍັງ​ພູເຂົາ​ໝາກກອກເທດ​ຕາມເຄີຍ ແລະ​ພວກ​ສາວົກ​ກໍ​ຕາມ​ໄປ​ກັບ​ພຣະອົງ​ດ້ວຍ. 40ເມື່ອ​ມາ​ເຖິງ​ທີ່​ນັ້ນ​ແລ້ວ ພຣະອົງ​ກໍ​ຊົງ​ກ່າວ​ກັບ​ພວກເພິ່ນ​ວ່າ, “ຈົ່ງ​ພາວັນນາ​ອະທິຖານ​ຢູ່ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ບໍ່​ຕົກ​ໃນ​ການ​ທົດລອງ.”
41ແລ້ວ​ພຣະອົງ​ກໍ​ສະເດັດ​ຈາກ​ພວກເພິ່ນ​ໄປ ໄກ​ປະມານ​ແກວ່ງ​ກ້ອນຫີນ​ເຖິງ ແລະ​ຄຸເຂົ່າ​ລົງ​ພາວັນນາ​ອະທິຖານ. 42ພຣະອົງ​ຊົງ​ກ່າວ​ວ່າ, “ພຣະບິດາເຈົ້າ​ເອີຍ ຖ້າ​ເປັນ​ຄວາມປະສົງ​ຂອງ​ພຣະອົງ​ແລ້ວ ຂໍ​ໃຫ້​ຈອກ​ແຫ່ງ​ຄວາມ​ທົນທຸກ​ທໍລະມານ​ນີ້ ເລື່ອນ​ໄປ​ຈາກ​ລູກ​ທ້ອນ, ແຕ່​ຢ່າງ​ໃດ​ກໍດີ ຂໍ​ຢ່າ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປາຖະໜາ​ຂອງ​ລູກ ແຕ່​ຂໍ​ໃຫ້​ເປັນ​ໄປ​ຕາມ​ຄວາມປະສົງ​ຂອງ​ພຣະບິດາເຈົ້າ​ເທີ້ນ.” 43ແລ້ວ​ມີ​ເທວະດາ​ຕົນ​ໜຶ່ງ ຈາກ​ສະຫວັນ​ມາ​ປາກົດ​ແກ່​ພຣະອົງ ຊູ​ກຳລັງ​ພຣະອົງ​ຂຶ້ນ. 44ເມື່ອ​ຊົງ​ເກີດ​ເປັນທຸກ​ວຸ້ນວາຍ​ຫລາຍ​ຂຶ້ນ ພຣະອົງ​ກໍ​ຊົງ​ຕັ້ງໃຈ​ພາວັນນາ​ອະທິຖານ​ຫລາຍ ເຫື່ອ​ຂອງ​ພຣະອົງ​ເກີດ​ເປັນ​ເໝືອນ​ເລືອດ​ໄຫລ​ຢາດ​ລົງ​ດິນ​ເປັນເມັດ​ໃຫຍ່.
45ເມື່ອ​ລຸກ​ຂຶ້ນ​ຈາກ​ການ​ພາວັນນາ​ອະທິຖານ​ແລ້ວ ພຣະອົງ​ກໍ​ກັບ​ມາ​ຫາ​ພວກ​ສາວົກ ແລະ​ພົບ​ພວກເພິ່ນ​ກຳລັງ​ນອນ​ຫລັບ​ອິດອ່ອນ​ດ້ວຍ​ຄວາມ​ທຸກໂສກ. 46ພຣະອົງ​ກ່າວ​ແກ່​ພວກເພິ່ນ​ວ່າ, “ເປັນຫຍັງ​ຈຶ່ງ​ຍັງ​ນອນ​ຫລັບ​ຢູ່? ຈົ່ງ​ລຸກ​ຂຶ້ນ ແລະ​ພາວັນນາ​ອະທິຖານ ເພຶ່ອ​ພວກເຈົ້າ​ຈະ​ບໍ່​ຕົກ​ໃນ​ການ​ທົດລອງ.”
ພຣະເຢຊູເຈົ້າ​ຖືກ​ຈັບ​ຕົວ​ໄປ
(ມທ 26:47-56; ມຣກ 14:43-50; ຢຮ 18:3-11)
47ເມື່ອ​ພຣະອົງ​ຍັງ​ຊົງ​ກ່າວ​ບໍ່​ທັນ​ຂາດ​ຄຳ ເບິ່ງແມ! ປະຊາຊົນ​ຈຳນວນ​ຫລາຍ ຊຶ່ງ​ນຳ​ໜ້າ​ໂດຍ​ຢູດາ ທີ່​ເປັນ​ສາວົກ​ຄົນ​ໜຶ່ງ​ໃນ​ສິບສອງ​ຄົນ​ນັ້ນ ຢູດາ​ໄດ້​ຫຍັບ​ເຂົ້າ​ມາ​ໃກ້​ພຣະເຢຊູເຈົ້າ​ເພື່ອ​ຈະ​ຈູບ​ພຣະອົງ. 48ແຕ່​ພຣະເຢຊູເຈົ້າ​ຊົງ​ຖາມ​ວ່າ, “ຢູດາ​ເອີຍ ເຈົ້າ​ຈະ​ມອບ​ບຸດ​ມະນຸດ​ດ້ວຍ​ການ​ຈູບ​ຫລື?”
49ຄົນ​ທັງຫລາຍ​ທີ່​ຢູ່​ອ້ອມ​ພຣະອົງ ເຫັນ​ເຫດການ​ທີ່​ກຳລັງ​ເກີດຂຶ້ນ​ນັ້ນ ຈຶ່ງ​ຖາມ​ວ່າ, “ພຣະອົງເຈົ້າ​ເອີຍ ຈະ​ໃຫ້​ພວກ​ຂ້ານ້ອຍ​ໃຊ້​ດາບ​ຕໍ່ສູ້​ພວກເຂົາ​ບໍ?” 50ຄົນ​ໜຶ່ງ​ໃນ​ພວກເພິ່ນ ໄດ້​ຟັນ​ຄົນ​ຮັບໃຊ້​ຄົນ​ໜຶ່ງ​ຂອງ​ຫົວໜ້າ​ປະໂຣຫິດ ຖືກ​ຫູ​ເບື້ອງ​ຂວາ​ຂາດ.
51ແຕ່​ພຣະເຢຊູເຈົ້າ​ຊົງ​ກ່າວ​ຫ້າມ​ວ່າ, “ເຊົາ​ແມ ພໍ​ແລ້ວ.” ພຣະອົງ​ບາຍ​ຫູ​ຄົນ​ນັ້ນ ແລະ​ເຮັດ​ໃຫ້​ຫາຍ​ດີ​ປົກກະຕິ.
52ແລ້ວ​ພຣະເຢຊູເຈົ້າ​ກໍ​ຊົງ​ກ່າວ​ຕໍ່​ພວກ​ຫົວໜ້າ​ປະໂຣຫິດ ກັບ​ພວກ​ນາຍ​ທະຫານ​ທີ່​ເຝົ້າ​ຍາມ​ພຣະວິຫານ ແລະ​ພວກ​ເຖົ້າແກ່​ທີ່​ມາ​ຈັບ​ພຣະອົງ​ວ່າ, “ເຈົ້າ​ທັງຫລາຍ​ຖື​ດາບ ແລະ​ຖື​ໄມ້ຄ້ອນ​ມາ​ຈັບ​ເຮົາ​ເໝືອນ​ດັ່ງ​ມາ​ຈັບ​ໂຈນ​ຊັ້ນບໍ? 53ທຸກໆ​ວັນ ເຮົາ​ຢູ່​ກັບ​ພວກເຈົ້າ​ໃນ​ພຣະວິຫານ, ພວກເຈົ້າ​ບໍ່ໄດ້​ຈັບ​ເຮົາ. ແຕ່​ເວລາ​ນີ້​ເປັນ​ຂອງ​ພວກເຈົ້າ ແລະ​ເປັນ​ເວລາ​ຂອງ​ອຳນາດ​ແຫ່ງ​ຄວາມມືດ.”
ເປໂຕ​ປະຕິເສດ​ພຣະເຢຊູເຈົ້າ
(ມທ 26:57-58,69-75; ມຣກ 14:53-54,66-72; ຢຮ 18:12-18,25-27)
54ແລ້ວ​ພວກເຂົາ​ກໍ​ຈັບ​ພຣະອົງ ແລະ​ຄຸມຕົວ​ເຂົ້າ​ໄປ​ໃນ​ສຳນັກ​ຂອງ​ມະຫາ​ປະໂຣຫິດ, ຝ່າຍ​ເປໂຕ​ກໍໄດ້​ຕິດຕາມ​ໄປ​ໃນ​ໄລຍະ​ຫ່າງໆ​ພໍສົມຄວນ. 55ເປໂຕ​ໄດ້​ເຂົ້າ​ໄປ​ໃນ​ກາງ​ເດີ່ນ ສຳນັກ​ທີ່​ພວກເຂົາ​ນັ່ງ​ຝີງ​ໄຟ​ຢູ່ ເພິ່ນ​ກໍ​ເຂົ້າ​ໄປ​ນັ່ງ​ຮ່ວມ​ວົງ​ກັບ​ພວກເຂົາ. 56ເມື່ອ​ຄົນ​ໜຶ່ງ​ໃນ​ພວກ​ສາວໃຊ້ ເຫັນ​ເປໂຕ​ນັ່ງ​ຝີງ​ໄຟ​ຢູ່​ທີ່​ນັ້ນ ນາງ​ຈຶ່ງ​ຈ້ອງ​ຕາ​ເບິ່ງ​ເພິ່ນ ແລະ​ເວົ້າ​ວ່າ, “ຊາຍ​ຄົນ​ນີ້​ແຫຼະ ເຄີຍ​ຢູ່​ກັບ​ທ່ານ​ຄົນ​ນັ້ນ.”
57ແຕ່​ເປໂຕ​ປະຕິເສດ​ວ່າ, “ນາງ​ເອີຍ ຂ້ອຍ​ບໍ່ເຄີຍ​ຮູ້ຈັກ​ຊາຍ​ຄົນ​ນັ້ນ.”
58ຫລັງຈາກ​ນັ້ນ​ອີກ​ໜ້ອຍ​ໜຶ່ງ ກໍ​ມີ​ຊາຍ​ຄົນ​ໜຶ່ງ​ເຫັນ​ເປໂຕ ແລະ​ເວົ້າ​ວ່າ, “ໂຕ​ເປັນ​ຄົນ​ໜຶ່ງ ໃນ​ພວກ​ນັ້ນ​ເໝືອນກັນ.”
ແຕ່​ເປໂຕ​ຕອບ​ວ່າ, “ບໍ່ ບໍ່ແມ່ນ​ດອກ.”
59ຢູ່​ມາ​ປະມານ​ຊົ່ວໂມງ​ໜຶ່ງ ກໍ​ມີ​ຄົນ​ໜຶ່ງ​ອີກ ເວົ້າ​ຢືນຢັນ​ຢ່າງ​ແຂງແຮງ​ວ່າ, “ແມ່ນ​ແທ້ໆ ຊາຍ​ຄົນ​ນີ້​ແຫຼະ ເຄີຍ​ຢູ່​ກັບ​ທ່ານ​ຄົນ​ນັ້ນ ເພາະ​ລາວ​ເປັນ​ຊາວ​ຄາລີເລ​ເໝືອນກັນ.”
60ແຕ່​ເປໂຕ​ໄດ້​ຕອບ​ວ່າ, “ຊາຍ​ເອີຍ ເລື່ອງ​ທີ່​ເຈົ້າ​ເວົ້າ​ເຖິງ​ນັ້ນ ຂ້ອຍ​ບໍ່​ຮູ້ຈັກ.”
ໃນ​ທັນໃດນັ້ນ ເມື່ອ​ເປໂຕ​ເວົ້າ​ຍັງ​ບໍ່​ທັນ​ຂາດ​ຄຳ ໄກ່​ກໍ​ຂັນ​ຂຶ້ນ. 61ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ຊົງ​ຫລຽວ​ເບິ່ງ​ເປໂຕ ແລ້ວ​ເປໂຕ​ກໍ​ລະນຶກເຖິງ​ຖ້ອຍຄຳ ທີ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ຊົງ​ກ່າວ​ແກ່​ຕົນ​ໄວ້​ວ່າ, “ຄືນ​ນີ້​ກ່ອນ​ໄກ່​ຂັນ ເຈົ້າ​ຈະ​ປະຕິເສດ​ວ່າ ບໍ່​ຮູ້ຈັກ​ເຮົາ​ເຖິງ​ສາມ​ເທື່ອ.” 62ແລ້ວ​ເປໂຕ​ກໍ​ອອກ​ໄປ​ຂ້າງ​ນອກ ຮ້ອງໄຫ້​ຢ່າງ​ຂົມຂື່ນ​ເປັນ​ທຸກ​ໜັກໃຈ.
ພຣະເຢຊູເຈົ້າ​ຖືກ​ເຢາະເຢີ້ຍ ແລະ​ຖືກ​ຕົບຕີ
(ມທ 26:67-68; ມຣກ 14:65)
63ຝ່າຍ​ພວກ​ທີ່​ຄຸມ​ພຣະເຢຊູເຈົ້າ​ນັ້ນ ຕ່າງ​ກໍ​ເຢາະເຢີ້ຍ​ພຣະອົງ ແລະ​ຕົບຕີ​ພຣະອົງ. 64ພວກເຂົາ​ເອົາ​ຜ້າ​ມັດ​ຕາ​ພຣະອົງ ແລະ​ຖາມ​ພຣະອົງ​ວ່າ, “ທວາຍ​ເບິ່ງດູ​ວ່າ ແມ່ນ​ຜູ້ໃດ​ຕີ​ມຶງ?” 65ແລ້ວ​ພວກເຂົາ​ກໍໄດ້​ເວົ້າ​ໝິ່ນປະໝາດ​ພຣະອົງ​ໃນ​ຫລາຍໆ​ເລື່ອງ.
ພຣະເຢຊູເຈົ້າ​ຖືກ​ຄຸມ​ຕົວ​ໄປ​ຢູ່​ຕໍ່ໜ້າ​ສະພາ​ສູງສຸດ
(ມທ 26:59-66; ມຣກ 14:55-64; ຢຮ 18:19-24)
66ເມື່ອ​ຮຸ່ງ​ເຊົ້າ​ມາ ພວກ​ເຖົ້າແກ່ ພວກ​ຫົວໜ້າ​ປະໂຣຫິດ ແລະ​ພວກ​ທຳມະຈານ​ໄດ້​ປະຊຸມ​ກັນ ແລະ​ພວກເຂົາ​ໄດ້​ຄຸມ​ຕົວ​ພຣະອົງ ມາ​ຢູ່​ຕໍ່ໜ້າ​ສະພາ​ສູງສຸດ. 67ພວກເຂົາ​ໄດ້​ຖາມ​ວ່າ, “ບອກ​ພວກເຮົາ​ມາ​ເບິ່ງດູ​ວ່າ ເຈົ້າ​ເປັນ​ພຣະຄຣິດ​ບໍ?”
ພຣະອົງ​ຕອບ​ວ່າ, “ເຖິງ​ເຮົາ​ຈະ​ບອກ​ເຈົ້າ​ທັງຫລາຍ ພວກເຈົ້າ​ກໍ​ຈະ​ບໍ່​ເຊື່ອ​ເຮົາ​ດອກ. 68ເຖິງ​ເຮົາ​ຈະ​ຖາມ​ພວກເຈົ້າ ພວກເຈົ້າ​ກໍ​ຈະ​ບໍ່​ຕອບ​ເຮົາ. 69ແຕ່​ວ່າ ຕັ້ງແຕ່​ນີ້​ໄປ ບຸດ​ມະນຸດ​ຈະ​ນັ່ງ​ທີ່​ເບື້ອງ​ຂວາ​ຂອງ​ພຣະເຈົ້າ ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່.”
70ພວກເຂົາ​ທັງໝົດ​ຈຶ່ງ​ຖາມ​ວ່າ, “ຖ້າດັ່ງນັ້ນ ເຈົ້າ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ​ບໍ?”
ພຣະອົງ​ຕອບ​ພວກເຂົາ​ວ່າ, “ເຈົ້າ​ທັງຫລາຍ​ເວົ້າ​ວ່າ ເຮົາ​ເປັນ​ດັ່ງນັ້ນແຫລະ.”
71ແລ້ວ​ພວກເຂົາ​ກໍ​ເວົ້າ​ວ່າ, “ພວກເຮົາ​ບໍ່​ຕ້ອງການ​ພະຍານ​ຫຼັກຖານ​ໃດໆ​ອີກ​ແລ້ວ ພວກເຮົາ​ເອງ​ຕ່າງ​ກໍ​ໄດ້​ຍິນ​ຄຳ​ເວົ້າ​ຈາກ​ປາກ​ຂອງ​ມັນເອງ​ແລ້ວ.”

Zvýraznění

Sdílet

Kopírovat

None

Chceš mít své zvýrazněné verše uložené na všech zařízeních? Zaregistruj se nebo se přihlas