Logo YouVersion
Ikona vyhledávání

ລູກາ 13

13
ຖ້າ​ບໍ່​ຖິ້ມໃຈເກົ່າ​ເອົາໃຈໃໝ່​ຕ້ອງ​ຈິບຫາຍ
1ໃນ​ຂະນະ​ນັ້ນ ມີ​ບາງຄົນ​ໃນ​ທີ່ນັ້ນ ໄດ້​ເລົ່າ​ສູ່​ພຣະເຢຊູເຈົ້າ​ຟັງ ເຖິງ​ເລື່ອງ​ຊາວ​ຄາລີເລ​ທີ່​ຖືກ​ປີລາດ​ຂ້າ ເອົາ​ເລືອດ​ຂອງ​ເຂົາ​ປົນ​ກັບ​ເຄື່ອງ​ຖວາຍບູຊາ​ແກ່​ພຣະເຈົ້າ. 2ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ວ່າ, “ພວກເຈົ້າ​ຄິດ​ວ່າ ຊາວ​ຄາລີເລ​ເຫຼົ່ານັ້ນ ເປັນ​ຄົນ​ບາບ​ຫລາຍກວ່າ​ຊາວ​ຄາລີເລ​ພວກ​ອື່ນໆ​ທັງໝົດ ເພາະ​ພວກເຂົາ​ໄດ້​ຖືກ​ຂ້າ​ຢ່າງ​ໂຫດຮ້າຍ​ເຊັ່ນ​ນັ້ນ​ບໍ? 3ບໍ່ແມ່ນ​ດອກ ເຮົາ​ບອກ​ເຈົ້າ​ທັງຫລາຍ​ວ່າ ຖ້າ​ພວກເຈົ້າ​ບໍ່​ຖິ້ມໃຈເກົ່າ​ເອົາໃຈໃໝ່ ພວກເຈົ້າ​ກໍ​ຈະ​ຈິບຫາຍ​ໄປ​ເໝືອນກັນ. 4ທັງ​ພວກ​ສິບແປດ​ຄົນ​ໃນ​ສີໂລອາມ ທີ່​ປ້ອມ​ເຈື່ອນ​ທັບ​ຕາຍ​ນັ້ນ​ເດ? ພວກເຈົ້າ​ກໍ​ຄິດ​ວ່າ ພວກເຂົາ​ເປັນ​ຄົນ​ເຮັດ​ຜິດ​ຫລາຍກວ່າ​ປະຊາຊົນ​ອື່ນໆ​ທັງໝົດ ທີ່​ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ຊັ້ນບໍ? 5ບໍ່ແມ່ນ​ດອກ ເຮົາ​ບອກ​ພວກເຈົ້າ​ວ່າ ຖ້າ​ພວກເຈົ້າ​ທັງໝົດ​ບໍ່​ຖິ້ມໃຈເກົ່າ​ເອົາໃຈໃໝ່ ພວກເຈົ້າ​ກໍ​ຈະ​ຈິບຫາຍ​ໄປ​ເໝືອນກັນ.”
ຄຳອຸປະມາ​ເລື່ອງ​ຕົ້ນ​ເດື່ອເທດ ທີ່​ບໍ່​ເກີດຜົນ
6ແລ້ວ​ພຣະເຢຊູເຈົ້າ​ກໍໄດ້​ກ່າວ​ຄຳອຸປະມາ​ນີ້​ສູ່​ພວກເຂົາ​ຟັງ​ວ່າ, “ຍັງ​ມີ​ຊາຍ​ຄົນ​ໜຶ່ງ ທີ່​ມີ​ຕົ້ນ​ເດື່ອເທດ​ຕົ້ນ​ໜຶ່ງ ໃນ​ສວນ​ອະງຸ່ນ​ຂອງຕົນ, ລາວ​ໄປ​ຊອກ​ຫາ​ໝາກເດື່ອ​ໃນ​ຕົ້ນ​ນັ້ນ ກໍ​ບໍ່​ພົບ​ເຫັນ​ເລີຍ. 7ດັ່ງນັ້ນ ລາວ​ຈຶ່ງ​ເວົ້າ​ກັບ​ຄົນ​ຮັກສາ​ສວນ​ວ່າ, ‘ເບິ່ງແມ! ເປັນ​ເວລາ​ສາມ​ປີ​ແລ້ວ ທີ່​ຂ້ອຍ​ມາ​ຊອກ​ຫາ​ໝາກເດື່ອ​ໃນ​ຕົ້ນ​ນີ້ ແລະ​ຂ້ອຍ​ກໍ​ບໍ່​ພົບ​ເຫັນ​ເລີຍ ຈົ່ງ​ປໍ້າ​ມັນ​ຖິ້ມ​ເສຍ ຈະ​ເອົາ​ໄວ້​ໃຫ້​ຮົກ​ດິນ​ລ້າໆ​ເຮັດ​ຫຍັງ?’ 8ແຕ່​ຄົນ​ຮັກສາ​ສວນ​ນັ້ນ​ຕອບ​ວ່າ, ‘ທ່ານເອີຍ ຂໍ​ປະ​ໄວ້​ປີ​ນີ້​ກ່ອນ ຂ້ານ້ອຍ​ຈະ​ຂຸດ​ດິນ​ອ້ອມ ແລະ​ເອົາ​ຝຸ່ນ​ໃສ່. 9ປີ​ໜ້າ ຖ້າ​ມັນ​ເກີດ​ໝາກ​ກໍ​ຈະ​ເປັນ​ການ​ດີ​ຫລາຍ ຖ້າ​ບໍ່​ເກີດ​ໝາກ ທ່ານ​ຈົ່ງ​ປໍ້າ​ມັນ​ຖິ້ມ​ເສຍ.”’
ພຣະເຢຊູເຈົ້າ​ຊົງ​ໂຜດ​ຍິງ​ຫລັງ​ກົ່ງ​ໃນ​ວັນ​ຊະບາໂຕ
10ໃນ​ວັນ​ຊະບາໂຕ​ວັນ​ໜຶ່ງ ພຣະເຢຊູເຈົ້າ​ກຳລັງ​ສັ່ງສອນ​ຢູ່​ໃນ​ທຳມະສາລາ​ແຫ່ງ​ໜຶ່ງ. 11ໃນ​ທີ່ນັ້ນ ມີ​ຍິງ​ຄົນ​ໜຶ່ງ​ທີ່​ຜີຊົ່ວຮ້າຍ​ເຂົ້າ​ສິງ ມັນ​ເຮັດ​ໃຫ້​ນາງ​ເຈັບໂຊ​ມາ​ໄດ້​ສິບແປດ​ປີ​ແລ້ວ ນາງ​ເປັນ​ຫລັງ​ກົ່ງ​ແລະ​ຢືນ​ຊື່​ບໍ່ໄດ້. 12ເມື່ອ​ພຣະເຢຊູເຈົ້າ​ເຫັນ​ຈຶ່ງ​ເອີ້ນ​ນາງ​ມາ ແລະ​ກ່າວ​ວ່າ, “ນາງ​ເອີຍ ເຈົ້າ​ພົ້ນ​ຈາກ​ພະຍາດ​ໂຣຄາ​ຂອງ​ເຈົ້າ​ແລ້ວ.” 13ພຣະອົງ​ວາງ​ມື​ໃສ່​ນາງ ໃນ​ທັນໃດນັ້ນ ນາງ​ກໍ​ຢືນ​ຊື່​ໄດ້ ແລະ​ນາງ​ຈຶ່ງ​ກ່າວ​ສັນລະເສີນ​ພຣະເຈົ້າ.
14ແຕ່​ຫົວໜ້າ​ທຳມະສາລາ​ຊໍ້າພັດ​ເຄືອງໃຈ ທີ່​ພຣະເຢຊູເຈົ້າ​ຊົງ​ໂຜດ​ຮັກສາ​ໃຫ້​ດີ​ພະຍາດ​ໃນ​ວັນ​ຊະບາໂຕ. ດັ່ງນັ້ນ ເພິ່ນ​ຈຶ່ງ​ກ່າວ​ແກ່​ປະຊາຊົນ​ວ່າ, “ມີ​ຫົກ​ວັນ​ທີ່​ພວກເຮົາ​ຄວນ​ເຮັດ​ວຽກງານ ຈົ່ງ​ມາ​ຮັບ​ການ​ຮັກສາ​ໃນ​ຫົກ​ວັນ​ນັ້ນ ແຕ່​ຢ່າ​ມາ​ໃນ​ວັນ​ຊະບາໂຕ.”
15ແລ້ວ​ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ຕອບ​ເພິ່ນ​ວ່າ, “ພວກເຈົ້າ ຄົນ​ໜ້າຊື່​ໃຈຄົດ​ເອີຍ ພວກເຈົ້າ​ແຕ່ລະຄົນ​ບໍ່ເຄີຍ​ແກ້​ງົວ ຫລື​ລໍ​ຂອງຕົນ ແລະ​ຈູງ​ອອກ​ຈາກ​ຄອກ​ໄປ​ກິນ​ນໍ້າ​ໃນ​ວັນ​ຊະບາໂຕ​ບໍ? 16ສ່ວນ​ຍິງ​ຄົນ​ນີ້ ກໍ​ເປັນ​ລູກຫລານ​ຂອງ​ອັບຣາຮາມ ທີ່​ມານຊາຕານ​ຜູກມັດ​ໄວ້​ເປັນ​ເວລາ​ສິບແປດ​ປີ​ແລ້ວ ບໍ່​ສົມຄວນ​ບໍ ທີ່​ຕ້ອງ​ແກ້​ນາງ​ໃຫ້​ຫລຸດ​ຈາກ​ເຄື່ອງ​ຜູກ​ມັດ​ນີ້ ໃນ​ວັນ​ຊະບາໂຕ?” 17ຄຳຕອບ​ຂອງ​ພຣະອົງ ເຮັດ​ໃຫ້​ພວກ​ທີ່​ຕໍ່ສູ້​ພຣະອົງ​ອັບອາຍ​ຂາຍໜ້າ​ຫລາຍ ສ່ວນ​ປະຊາຊົນ​ຕ່າງ​ກໍ​ຊົມຊື່ນ​ຍິນດີ ເພາະ​ສິ່ງ​ອັດສະຈັນ​ທັງຫລາຍ​ທີ່​ພຣະອົງ​ໄດ້​ກະທຳ.
ຄຳອຸປະມາ​ເລື່ອງ​ແກ່ນ​ຜັກກາດ
(ມທ 13:31-32; ມຣກ 4:30-32)
18ແລ້ວ​ພຣະເຢຊູເຈົ້າ​ກໍ​ຖາມ​ວ່າ, “ຣາຊອານາຈັກ​ຂອງ​ພຣະເຈົ້າ​ເໝືອນ​ກັບ​ສິ່ງໃດ? ແລະ​ເຮົາ​ຈະ​ປຽບ​ຣາຊອານາຈັກ​ນັ້ນ​ໃສ່​ກັບ​ສິ່ງໃດ? 19ກໍ​ເໝືອນ​ກັບ​ແກ່ນ​ຜັກກາດ​ເມັດ​ໜຶ່ງ ຊຶ່ງ​ຊາຍ​ຄົນ​ໜຶ່ງ​ເອົາ​ໄປ​ຫວ່ານ​ໃນ​ສວນ​ຂອງຕົນ ພືດ​ນັ້ນ​ກໍ​ໃຫຍ່​ຂຶ້ນ​ກາຍເປັນ​ກົກ ແລະ​ຝູງ​ນົກ​ກໍ​ມາ​ເຮັດ​ຮັງ​ໃສ່​ກິ່ງ​ກ້ານ​ຂອງ​ມັນ.”
ຄຳອຸປະມາ​ເລື່ອງ​ເຊື້ອແປ້ງ
(ມທ 13:33)
20ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ອີກ​ວ່າ, “ເຮົາ​ຈະ​ປຽບ​ຣາຊອານາຈັກ​ຂອງ​ພຣະເຈົ້າ​ເໝືອນ​ກັບ​ສິ່ງໃດ? 21ກໍ​ເໝືອນ​ກັບ​ເຊື້ອແປ້ງ ທີ່​ຍິງ​ຄົນ​ໜຶ່ງ​ເອົາ​ປົນ​ໃສ່​ໃນ​ແປ້ງ​ສາມ​ຜອງ ຈົນ​ແປ້ງ​ທັງໝົດ​ນັ້ນ​ຟູ​ຂຶ້ນ.”
ເລື່ອງ​ປະຕູ​ຄັບແຄບ
(ມທ 7:13-14,21-23)
22ຂະນະທີ່​ພຣະເຢຊູເຈົ້າ​ເດີນທາງ​ໄປ​ສູ່​ນະຄອນ​ເຢຣູຊາເລັມ​ນັ້ນ ພຣະອົງ​ໄດ້​ຜ່ານ​ໄປ​ຕາມ​ບ້ານ​ເມືອງ​ຕ່າງໆ ແລະ​ສັ່ງສອນ​ປະຊາຊົນ. 23ມີ​ຄົນ​ໜຶ່ງ​ຖາມ​ພຣະອົງ​ວ່າ, “ທ່ານເອີຍ ຜູ້​ທີ່​ຈະ​ພົ້ນ​ນັ້ນ​ມີ​ພຽງ​ໜ້ອຍ​ຄົນ​ບໍ?”
ພຣະເຢຊູເຈົ້າ​ຕອບ​ວ່າ, 24“ຈົ່ງ​ເອົາໃຈໃສ່​ແຂ່ງຂັນ​ກັນ​ເຂົ້າ​ທາງ​ປະຕູ​ຄັບແຄບ ເພາະ​ເຮົາ​ບອກ​ພວກເຈົ້າ​ວ່າ, ມີ​ຫລາຍ​ຄົນ​ທີ່​ຈະ​ພະຍາຍາມ​ເຂົ້າ​ໄປ ແຕ່​ຈະ​ບໍ່​ສາມາດ​ເຂົ້າ​ໄປ​ໄດ້. 25ເມື່ອ​ເຈົ້າ​ຂອງ​ເຮືອນ​ລຸກ​ຂຶ້ນ​ແລະ​ອັດ​ປະຕູ​ແລ້ວ ເຈົ້າ​ທັງຫລາຍ​ກໍ​ຈະ​ຢືນ​ຢູ່​ຂ້າງ​ນອກ ເລີ່ມ​ເອີ້ນ​ເພິ່ນ​ທັງ​ເຄາະ​ປະຕູ ແລະ​ວິງວອນ​ຂໍ​ວ່າ, ‘ພຣະອົງເຈົ້າ​ເອີຍ ໂຜດ​ໄຂ​ປະຕູ​ໃຫ້​ພວກ​ຂ້ານ້ອຍ​ແດ່ທ້ອນ.’ ແລ້ວ​ເພິ່ນ​ກໍ​ຈະ​ຕອບ​ເຈົ້າ​ທັງຫລາຍ​ວ່າ, ‘ເຮົາ​ບໍ່​ຮູ້ຈັກ​ພວກເຈົ້າ ແລະ​ບໍ່​ຮູ້​ວ່າ​ພວກເຈົ້າ​ມາ​ແຕ່​ໃສ!’ 26ແລ້ວ​ພວກເຈົ້າ​ກໍ​ຈະ​ຕອບ​ວ່າ, ‘ພວກ​ຂ້ານ້ອຍ​ເຄີຍ​ກິນ​ແລະ​ດື່ມ​ກັບ​ພຣະອົງ ພຣະອົງ​ເຄີຍ​ສັ່ງສອນ​ໃນ​ບ້ານ​ເມືອງ​ຂອງ​ພວກ​ຂ້ານ້ອຍ.’ 27ຝ່າຍ​ເຈົ້າຂອງ​ເຮືອນ​ຍັງ​ຈະ​ຕອບ​ວ່າ, ‘ເຮົາ​ບໍ່​ຮູ້ຈັກ​ພວກເຈົ້າ ແລະ​ບໍ່​ຮູ້​ວ່າ​ພວກເຈົ້າ​ມາ​ແຕ່​ໃສ ຈົ່ງ​ຖອຍ​ໜີໄປ​ຈາກ​ເຮົາ ພວກເຈົ້າ​ທຸກຄົນ​ທີ່​ເຮັດ​ການ​ອັນ​ບໍ່​ຊອບທຳ​ເອີຍ!’ 28ຈາກ​ນັ້ນ ພວກເຈົ້າ​ຈະ​ຮ້ອງໄຫ້ ແລະ​ຂົບ​ແຂ້ວ​ຄ້ຽວ​ຟັນ ເມື່ອ​ພວກເຈົ້າ​ເຫັນ​ອັບຣາຮາມ, ອີຊາກ ແລະ ຢາໂຄບ ຕະຫລອດ​ທັງ​ຜູ້ທຳນວາຍ​ທຸກຄົນ​ໃນ​ອານາຈັກ​ຂອງ​ພຣະເຈົ້າ, ແຕ່​ຝ່າຍ​ພວກເຈົ້າ​ຈະ​ຖືກ​ຊັດຖິ້ມ​ອອກ​ໄປ. 29ຈະ​ມີ​ຄົນ​ມາ​ຈາກ​ທິດ​ຕາເວັນອອກ ທິດ​ຕາເວັນຕົກ ທິດເໜືອ ແລະ​ທິດ​ໃຕ້ ມາ​ນັ່ງ​ລົງ​ຮ່ວມ​ໂຕະ​ງານກິນລ້ຽງ​ໃນ​ອານາຈັກ​ຂອງ​ພຣະເຈົ້າ. 30ແລະ ເບິ່ງແມ! ພວກ​ທີ່​ເປັນ​ຜູ້ປາຍ ຈະ​ກາຍເປັນ​ຜູ້ຕົ້ນ ແລະ​ພວກ​ທີ່​ເປັນ​ຜູ້ຕົ້ນ ຈະ​ກັບ​ເປັນ​ຜູ້ປາຍ.”
ພຣະເຢຊູເຈົ້າ​ເສຍໃຈ​ນຳ​ນະຄອນ​ເຢຣູຊາເລັມ
(ມທ 23:37-39)
31ໃນ​ເວລາ​ດຽວກັນ​ນັ້ນ ກໍ​ມີ​ພວກ​ຟາຣີຊາຍ​ບາງຄົນ​ໄດ້​ມາ​ເວົ້າ​ຕໍ່​ພຣະອົງ​ວ່າ, “ໃຫ້​ທ່ານ​ອອກ​ໜີໄປ​ຈາກ​ທີ່​ນີ້​ເສຍ ເພາະ​ກະສັດ​ເຮໂຣດ​ຢາກ​ປະຫານ​ຊີວິດ​ທ່ານ.”
32ພຣະອົງ​ຊົງ​ຕອບ​ພວກເຂົາ​ວ່າ, “ຈົ່ງ​ໄປ​ບອກ​ໝາຈິກຈອກ​ໂຕ​ນັ້ນ​ວ່າ, ‘ມື້ນີ້ ແລະ​ມື້ອື່ນ​ເຮົາ​ຈະ​ຂັບໄລ່​ມານຮ້າຍ ແລະ​ເຮັດ​ໃຫ້​ຄົນ​ຫາຍ​ດີ​ພະຍາດ ແລະ​ໃນ​ວັນ​ທີ​ສາມ ເຮົາ​ຈະ​ສຳເລັດ​ພາລະກິດ​ຂອງເຮົາ.’ 33ແຕ່​ເຖິງ​ຢ່າງ​ໃດ​ກໍຕາມ ເຮົາ​ຈະ​ຕ້ອງ​ເດີນທາງ​ໄປ​ໃນ​ມື້ນີ້ ມື້ອື່ນ ແລະ​ມື້ຮື ເພາະ​ບໍ່​ເປັນ​ການ​ສົມຄວນ​ທີ່​ຜູ້​ປະກາດ​ພຣະທຳ ຕ້ອງ​ຖືກ​ຂ້າ​ນອກ​ນະຄອນ​ເຢຣູຊາເລັມ.”
34“ໂອ ເຢຣູຊາເລັມ ເຢຣູຊາເລັມ​ເອີຍ ເຈົ້າ​ໄດ້​ຂ້າ​ບັນດາ​ຜູ້​ປະກາດ​ພຣະທຳ ເຈົ້າ​ໄດ້​ແກວ່ງ​ກ້ອນຫີນ​ໃສ່​ພວກ​ທີ່​ຮັບໃຊ້​ມາ​ຫາ​ເຈົ້າ ຫລາຍ​ເທື່ອ​ແລ້ວ ທີ່​ເຮົາ​ປາຖະໜາ ອ້າ​ແຂນ​ໂອບກອດ​ປະຊາຊົນ​ທັງໝົດ​ຂອງ​ເຈົ້າ​ໄວ້ ເໝືອນ​ແມ່​ໄກ່​ຮວບຮວມ​ລູກ​ໄວ້​ໃຕ້​ປີກ​ຂອງ​ມັນ ແຕ່​ພວກເຈົ້າ​ຊໍ້າພັດ​ບໍ່​ຍິນຍອມ 35ດັ່ງນັ້ນ ເຮືອນ​ຂອງ​ພວກເຈົ້າ​ຈະ​ຖືກ​ປະຖິ້ມ ແລະ​ຮ້າງເປົ່າ ເຮົາ​ບອກ​ເຈົ້າ​ທັງຫລາຍ​ຕາມ​ຄວາມຈິງ​ວ່າ ພວກເຈົ້າ​ຈະ​ບໍ່​ເຫັນ​ເຮົາ​ອີກ ຈົນກວ່າ​ພວກເຈົ້າ​ຈະ​ອອກ​ປາກ​ເວົ້າ​ວ່າ, ‘ຂໍ​ໃຫ້​ທ່ານ​ຜູ້​ສະເດັດ​ມາ​ໃນ​ນາມ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ຈົ່ງ​ຊົງ​ພຣະ​ຈະເລີນ.”’

Zvýraznění

Sdílet

Kopírovat

None

Chceš mít své zvýrazněné verše uložené na všech zařízeních? Zaregistruj se nebo se přihlas

Video k ລູກາ 13