Logo YouVersion
Ikona vyhledávání

ໂຢຮັນ 11

11
ລາຊະໂຣ​ຕາຍ
1ມີ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ​ລາຊະໂຣ​ກຳລັງ​ປ່ວຍ​ຢູ່ ລາວ​ຢູ່​ໃນ​ບ້ານ​ເບັດທານີ ຊຶ່ງ​ເປັນ​ບ້ານ​ຂອງ​ສອງ​ເອື້ອຍ​ນ້ອງ​ທີ່​ຊື່​ວ່າ ມາຣີ ແລະ ມາທາ. 2ມາຣີ​ແມ່ນ​ຜູ້​ທີ່​ເອົາ​ນໍ້າມັນ​ຫອມ​ຖອກ​ໃສ່​ຕີນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ເອົາ​ຜົມ​ຂອງຕົນ​ເຊັດ​ຕີນ​ຂອງ​ພຣະອົງ ລາຊະໂຣ​ຜູ້​ທີ່​ປ່ວຍ​ຢູ່​ນັ້ນ​ເປັນ​ນ້ອງຊາຍ​ຂອງ​ນາງ. 3ທັງສອງ​ເອື້ອຍ​ນ້ອງ​ໄດ້​ໃຊ້​ຄົນ​ໄປ​ບອກ​ພຣະເຢຊູເຈົ້າ​ວ່າ, “ພຣະອົງເຈົ້າ​ເອີຍ ເພື່ອນ​ທີ່​ພຣະອົງ​ຮັກ​ນັ້ນ​ກຳລັງ​ປ່ວຍ​ຢູ່.”
4ເມື່ອ​ພຣະເຢຊູເຈົ້າ​ໄດ້ຍິນ​ດັ່ງນັ້ນ​ແລ້ວ ພຣະອົງ​ຈຶ່ງ​ກ່າວ​ວ່າ, “ການ​ປ່ວຍ​ຂອງ​ລາຊະໂຣ​ນີ້ ບໍ່​ເຖິງ​ແກ່​ຄວາມ​ຕາຍ​ດອກ ແຕ່​ເກີດ​ຂຶ້ນ​ເພື່ອ​ນຳ​ກຽດຕິຍົດ​ແກ່​ພຣະເຈົ້າ ແລະ​ເພື່ອ​ໃຫ້​ພຣະບຸດ​ຂອງ​ພຣະອົງ​ໄດ້​ຮັບ​ກຽດຕິຍົດ​ເພາະ​ການ​ປ່ວຍ​ນີ້.”
5ພຣະເຢຊູເຈົ້າ​ຮັກແພງ​ມາທາ​ກັບ​ນ້ອງສາວ​ຂອງ​ນາງ ແລະ ລາຊະໂຣ. 6ຂະນະທີ່​ພຣະອົງ​ໄດ້ຍິນ​ວ່າ​ລາຊະໂຣ​ປ່ວຍ ພຣະອົງ​ຍັງ​ພັກ​ຢູ່​ບ່ອນ​ເກົ່າ​ຕໍ່​ອີກ​ສອງ​ວັນ. 7ຫລັງຈາກ​ນັ້ນ ພຣະອົງ​ກໍ​ກ່າວ​ແກ່​ພວກ​ສາວົກ​ວ່າ, “ໃຫ້​ພວກເຮົາ​ກັບຄືນ​ສູ່​ແຂວງ​ຢູດາຍ​ອີກ​ເທາະ.”
8ພວກ​ສາວົກ​ໄດ້​ກ່າວ​ຕໍ່​ພຣະອົງ​ວ່າ, “ພຣະອາຈານ​ເອີຍ ເມື່ອ​ບໍ່​ດົນ​ມາ​ນີ້ ປະຊາຊົນ​ໃນ​ທີ່ນັ້ນ​ໝາຍ​ທີ່​ຈະ​ແກວ່ງ​ກ້ອນຫີນ​ໃສ່​ທ່ານ ແລ້ວ​ທ່ານ​ຍັງ​ຈະ​ກັບຄືນ​ໄປ​ທີ່​ນັ້ນ​ອີກ​ບໍ?”
9ພຣະເຢຊູເຈົ້າ​ຕອບ​ວ່າ, “ກາງເວັນ​ມີ​ຢູ່​ສິບສອງ​ຊົ່ວໂມງ​ບໍ່ແມ່ນ​ບໍ? ສະນັ້ນ ຜູ້ໃດ​ທີ່​ຍ່າງ​ໃນ​ກາງເວັນ​ກໍ​ຈະ​ບໍ່​ຊູນ​ສະດຸດ ເພາະວ່າ​ລາວ​ເຫັນ​ຄວາມ​ສະຫວ່າງ​ແຫ່ງ​ໂລກນີ້. 10ແຕ່​ຖ້າ​ລາວ​ຍ່າງ​ໃນ​ກາງຄືນ ລາວ​ກໍ​ຈະ​ຊູນ​ສະດຸດ ເພາະ​ລາວ​ບໍ່ມີ​ຄວາມ​ສະຫວ່າງ​ໃນ​ຕົວ.” 11ເມື່ອ​ພຣະເຢຊູເຈົ້າ​ກ່າວ​ດັ່ງນັ້ນ​ແລ້ວ ພຣະອົງ​ຍັງ​ກ່າວ​ຕື່ມ​ອີກ​ວ່າ, “ລາຊະໂຣ​ເພື່ອນ​ຂອງເຮົາ​ນອນ​ຫລັບ​ໄປ ແຕ່​ເຮົາ​ຈະ​ໄປ​ປຸກ​ລາວ​ໃຫ້​ຕື່ນ.”
12ພວກ​ສາວົກ​ຕອບ​ວ່າ, “ພຣະອົງເຈົ້າ​ເອີຍ ຖ້າ​ລາວ​ນອນ​ຫລັບ ລາວ​ຄົງ​ຈະ​ຫາຍ​ດີ​ພະຍາດ.”
13ພຣະເຢຊູເຈົ້າ​ໝາຍ​ເຖິງ​ຄວາມ​ຕາຍ​ຂອງ​ລາຊະໂຣ ແຕ່​ພວກ​ສາວົກ​ຊໍ້າພັດ​ຄິດ​ວ່າ, ພຣະອົງ​ເວົ້າ​ເຖິງ​ການ​ນອນ​ຫລັບ​ໃຫ້​ຫາຍ​ເມື່ອຍ. 14ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ບອກ​ພວກເພິ່ນ​ຢ່າງ​ຈະແຈ້ງ​ວ່າ, “ລາຊະໂຣ​ຕາຍ​ແລ້ວ 15ເພື່ອ​ເຫັນ​ແກ່​ເຈົ້າ​ທັງຫລາຍ ເຮົາ​ດີໃຈ​ທີ່​ເຮົາ​ບໍ່ໄດ້​ຢູ່​ຫັ້ນ​ກັບ​ລາວ ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ເຊື່ອ, ໃຫ້​ພວກເຮົາ​ໄປ​ຫາ​ລາວ​ເທາະ.”
16ໂທມາ​ມີ​ຊື່​ອີກ​ວ່າ, “ຝາແຝດ” ໄດ້​ເວົ້າ​ກັບ​ເພື່ອນ​ສາວົກ​ດ້ວຍ​ກັນ​ວ່າ, “ໃຫ້​ພວກເຮົາ​ພາກັນ​ໄປ​ນຳ​ກັນ ເພື່ອ​ວ່າ​ຈະ​ໄດ້​ຕາຍ​ກັບ​ພຣະອົງ.”
ພຣະເຢຊູເຈົ້າ​ເປັນ​ເຫດ​ໃຫ້​ຄືນ​ມາ​ຈາກ​ຕາຍ ແລະ ທັງ​ຊົງ​ເປັນ​ຊີວິດ
17ເມື່ອ​ພຣະເຢຊູເຈົ້າ​ມາ​ຮອດ ພຣະອົງ​ກໍ​ຮູ້​ວ່າ​ລາຊະໂຣ​ຢູ່​ໃນ​ອຸບມຸງ​ຝັງສົບ​ໄດ້​ສີ່​ວັນ​ແລ້ວ. 18ບ້ານ​ເບັດທານີ​ນີ້ ຢູ່​ຫ່າງ​ຈາກ​ນະຄອນ​ເຢຣູຊາເລັມ​ເກືອບ​ສາມ​ກິໂລແມັດ 19ແລະ ຊາວ​ຢູດາຍ​ຫລາຍ​ຄົນ​ໄດ້​ມາ​ເພື່ອ​ເລົ້າໂລມ​ໃຈ​ນາງ​ມາຣີ​ແລະ​ນາງ​ມາທາ ຍ້ອນ​ນ້ອງຊາຍ​ຂອງ​ພວກເຂົາ​ໄດ້​ຕາຍ​ແລ້ວ.
20ເມື່ອ​ມາທາ​ໄດ້ຍິນ​ວ່າ​ພຣະເຢຊູເຈົ້າ​ກຳລັງ​ມາ ນາງ​ກໍ​ອອກ​ໄປ​ຕ້ອນຮັບ​ພຣະອົງ ສ່ວນ​ມາຣີ​ນັ້ນ​ນັ່ງ​ຢູ່​ໃນ​ເຮືອນ. 21ນາງ​ມາທາ​ເວົ້າ​ຕໍ່​ພຣະເຢຊູເຈົ້າ​ວ່າ, “ພຣະອົງເຈົ້າ​ເອີຍ ຖ້າ​ທ່ານ​ຢູ່​ທີ່​ນີ້ ນ້ອງຊາຍ​ຂອງ​ຂ້ານ້ອຍ​ຄົງ​ບໍ່​ຕາຍ 22ແຕ່​ເຖິງ​ຢ່າງ​ໃດ​ກໍດີ ບັດນີ້​ຂ້ານ້ອຍ​ຮູ້​ວ່າ ພຣະເຈົ້າ​ຈະ​ໂຜດ​ໃຫ້​ແກ່​ທ່ານ ໃນ​ສິ່ງ​ທີ່​ທ່ານ​ທູນ​ຂໍ​ຈາກ​ພຣະອົງ.”
23ພຣະເຢຊູເຈົ້າ​ກ່າວ​ຕໍ່​ນາງ​ວ່າ, “ນ້ອງຊາຍ​ຂອງ​ເຈົ້າ​ຈະ​ເປັນ​ຄືນ​ມາ​ຈາກ​ຕາຍ.”
24ນາງ​ມາທາ​ຕອບ​ຄືນ​ວ່າ, “ຂ້ານ້ອຍ​ຮູ້​ແລ້ວ​ວ່າ ລາວ​ຈະ​ເປັນ​ຄືນ​ມາ​ອີກ​ໃນ​ການ​ຄືນ​ມາ​ຈາກ​ຕາຍ​ເມື່ອ​ວັນ​ສຸດທ້າຍ.”
25ພຣະເຢຊູເຈົ້າ​ກ່າວ​ແກ່​ນາງ​ວ່າ, “ເຮົາ​ນີ້​ແຫຼະ ເປັນ​ເຫດ​ໃຫ້​ຄົນ​ທັງປວງ​ເປັນ​ຄືນ​ມາ ທັງ​ເປັນ​ຊີວິດ, ຜູ້​ທີ່​ວາງໃຈເຊື່ອ​ໃນ​ເຮົາ ເຖິງ​ແມ່ນ​ວ່າ​ຕາຍໄປ​ແລ້ວ ກໍ​ຍັງ​ມີ​ຊີວິດ​ຢູ່. 26ຜູ້ໃດ​ທີ່​ຍັງ​ມີ​ຊີວິດ​ຢູ່ ແລະ​ເຊື່ອ​ໃນ​ເຮົາ​ຈະ​ບໍ່​ຕາຍ​ຈັກເທື່ອ ເຈົ້າ​ເຊື່ອ​ໃນ​ຂໍ້​ນີ້​ຫລື​ບໍ່?”
27ນາງ​ຕອບ​ວ່າ, “ເຊື່ອ​ຢູ່​ແລ້ວ ພຣະອົງເຈົ້າ​ເອີຍ ຂ້ານ້ອຍ​ເຊື່ອ​ແລ້ວ​ວ່າ ທ່ານ​ເປັນ​ພຣະຄຣິດ ຄື​ພຣະບຸດ​ຂອງ​ພຣະເຈົ້າ​ຜູ້​ທີ່​ຕ້ອງ​ເຂົ້າ​ມາ​ໃນ​ໂລກ.”
ພຣະເຢຊູເຈົ້າ​ຊົງ​ສະເທືອນ​ໃຈ​ຮ້ອງໄຫ້
28ຫລັງຈາກ​ມາທາ​ກ່າວ​ດັ່ງນີ້​ແລ້ວ ນາງ​ກໍ​ກັບຄືນ​ເຂົ້າ​ໄປ ແລະ​ເອີ້ນ​ມາຣີ ນ້ອງສາວ​ຂອງຕົນ​ໄປ​ຕ່າງຫາກ ມາທາ​ບອກ​ວ່າ, “ອາຈານ​ມາ​ທີ່​ນີ້​ແລ້ວ ແລະ​ຕ້ອງການ​ພົບ​ເຈົ້າ.” 29ເມື່ອ​ມາຣີ​ໄດ້ຍິນ​ດັ່ງນັ້ນ, ນາງ​ຈຶ່ງ​ຟ້າວ​ລຸກ​ຂຶ້ນ​ໄປ​ຫາ​ພຣະອົງ. 30ພຣະເຢຊູເຈົ້າ​ບໍ່​ທັນ​ໄດ້​ເຂົ້າ​ໄປ​ໃນ​ບ້ານ​ເທື່ອ ແຕ່​ຍັງ​ຢູ່​ບ່ອນ​ທີ່​ມາທາ​ໄດ້​ພົບ​ພຣະອົງ​ນັ້ນ. 31ເມື່ອ​ປະຊາຊົນ​ກຳລັງ​ເລົ້າໂລມ​ໃຈ​ນາງ​ມາຣີ​ຢູ່​ໃນ​ເຮືອນ ເຫັນ​ນາງ​ຟ້າວ​ລຸກ​ອອກ​ໄປ ຈຶ່ງ​ຕິດຕາມ​ນາງ​ໄປ ພວກເຂົາ​ຄິດ​ວ່າ​ນາງ​ຈະ​ອອກ​ໄປ​ຮ້ອງໄຫ້​ທີ່​ອຸບມຸງ​ຝັງສົບ. 32ພໍ​ນາງ​ມາຣີ​ຮອດ​ບ່ອນ​ທີ່​ພຣະເຢຊູເຈົ້າ​ຢູ່ ແລະ​ເຫັນ​ພຣະອົງ​ແລ້ວ ນາງ​ກໍ​ກົ້ມ​ກາບ​ລົງ​ທີ່​ຕີນ​ພຣະອົງ ແລະ​ເວົ້າ​ວ່າ, “ພຣະອົງເຈົ້າ​ເອີຍ ຖ້າ​ທ່ານ​ຢູ່​ນີ້ ນ້ອງຊາຍ​ຂ້ານ້ອຍ​ຄົງ​ບໍ່​ຕາຍ.”
33ພຣະເຢຊູເຈົ້າ​ເຫັນ​ນາງ​ຮ້ອງໄຫ້ ທັງ​ປະຊາຊົນ​ທີ່​ມາ​ກັບ​ນາງ​ກໍ​ຮ້ອງໄຫ້​ດ້ວຍ ພຣະອົງ​ຈຶ່ງ​ສະເທືອນ​ໃຈ​ກັບ​ເຫດການ​ນັ້ນ ແລະ​ຊົງ​ໂສກເສົ້າ. 34ພຣະອົງ​ຖາມ​ພວກເຂົາ​ວ່າ, “ພວກເຈົ້າ​ໄດ້​ເອົາ​ສົບ​ໄປ​ວາງ​ໄວ້​ຢູ່​ໃສ?”
ພວກເຂົາ​ຕອບ​ວ່າ, “ເຊີນ​ມາ​ເບິ່ງ ພຣະອົງເຈົ້າ​ເອີຍ.”
35ຝ່າຍ​ພຣະເຢຊູເຈົ້າ​ກໍ​ຮ້ອງໄຫ້. 36ປະຊາຊົນ​ເວົ້າ​ກັນ​ວ່າ, “ເບິ່ງດູ ເພິ່ນ​ຮັກ​ລາວ​ເທົ່າ​ໃດ.”
37ແຕ່​ມີ​ບາງຄົນ​ເວົ້າ​ວ່າ, “ຜູ້​ນີ້​ໄດ້​ເປີດ​ຕາ​ຂອງ​ຄົນ​ຕາບອດ​ນັ້ນ ແລ້ວ​ຈະ​ເຮັດ​ໃຫ້​ຄົນ​ນີ້​ບໍ່​ຕາຍ​ບໍ່ໄດ້​ບໍ?”
ພຣະເຢຊູເຈົ້າ​ຊົງ​ບັນດານ​ໃຫ້​ລາຊະໂຣ​ເປັນ​ຄືນ​ມາ​ຈາກ​ຕາຍ
38ພຣະເຢຊູເຈົ້າ​ສະເທືອນ​ຈິດໃຈ​ໂສກເສົ້າ​ໜັກ​ອີກ ຈຶ່ງ​ໄດ້​ໄປ​ເຖິງ​ອຸບມຸງ​ຝັງສົບ ຊຶ່ງ​ເປັນ​ຖໍ້າ​ທີ່​ມີ​ຫີນ​ກ້ອນ​ໃຫຍ່​ອັດ​ປາກ​ຖໍ້າ​ໄວ້. 39ພຣະເຢຊູເຈົ້າ​ສັ່ງ​ໃຫ້​ກື່ງ​ກ້ອນຫີນ​ອອກ.
ນາງ​ມາທາ​ເອື້ອຍ​ຂອງ​ຜູ້​ຕາຍ​ຕອບ​ວ່າ, “ພຣະອົງເຈົ້າ​ເອີຍ ປານ​ນີ້​ສົບ​ຄົງ​ມີ​ກິ່ນ​ເໝັນ​ແລ້ວ ເພາະ​ລາວ​ຕາຍ​ໄດ້​ສີ່​ວັນ​ແລ້ວ.”
40ພຣະເຢຊູເຈົ້າ​ກ່າວ​ແກ່​ນາງ​ວ່າ, “ເຮົາ​ໄດ້​ບອກ​ເຈົ້າ​ແລ້ວ​ວ່າ ຖ້າ​ເຈົ້າ​ເຊື່ອ ເຈົ້າ​ຄົງ​ຈະ​ໄດ້​ເຫັນ​ສະຫງ່າຣາສີ​ຂອງ​ພຣະເຈົ້າ.” 41ດັ່ງນັ້ນ ພວກເຂົາ​ຈຶ່ງ​ກື່ງ​ກ້ອນຫີນ​ອອກ ຝ່າຍ​ພຣະເຢຊູເຈົ້າ​ກໍ​ເງີຍ​ໜ້າ​ຂຶ້ນ ແລະ​ພາວັນນາ​ອະທິຖານ​ວ່າ, “ໂອ ພຣະບິດາເຈົ້າ​ເອີຍ, ຂ້ານ້ອຍ​ໂມທະນາ​ຂອບພຣະຄຸນ​ທີ່​ພຣະອົງ​ຟັງ​ຂ້ານ້ອຍ. 42ຂ້ານ້ອຍ​ຮູ້​ວ່າ​ພຣະບິດາເຈົ້າ​ຟັງ​ຂ້ານ້ອຍ​ຢູ່​ສະເໝີ, ແຕ່​ຂ້ານ້ອຍ​ເວົ້າ​ຢ່າງ​ນີ້​ກໍ​ເພື່ອ​ເຫັນ​ແກ່​ຄົນ​ທັງຫລາຍ​ທີ່​ຢືນ​ອ້ອມ​ຢູ່​ນີ້ ເພື່ອ​ພວກເຂົາ​ຈະ​ໄດ້​ເຊື່ອ​ວ່າ ແມ່ນ​ພຣະບິດາເຈົ້າ​ທີ່​ເປັນ​ຜູ້​ໄດ້​ໃຊ້​ຂ້ານ້ອຍ​ມາ.” 43ເມື່ອ​ພຣະອົງ​ກ່າວ​ດັ່ງນັ້ນ​ແລ້ວ ພຣະອົງ​ຈຶ່ງ​ເປັ່ງ​ສຽງ​ຮ້ອງ​ຂຶ້ນ​ວ່າ, “ລາຊະໂຣ​ເອີຍ ຈົ່ງ​ອອກ​ມາ.” 44ຜູ້​ຕາຍ​ນັ້ນ​ກໍ​ອອກ​ມາ ມີ​ຜ້າ​ພັນ​ຕີນ​ພັນ​ມື ທັງ​ມີ​ຜ້າປົກ​ໜ້າ​ໄວ້​ຢູ່, ພຣະເຢຊູເຈົ້າ​ບອກ​ພວກເຂົາ​ວ່າ, “ແກ້​ຜ້າ​ໃຫ້​ລາວ ແລ້ວ​ປ່ອຍ​ລາວ​ໄປ.”
ການ​ປອງຮ້າຍ​ພຣະເຢຊູເຈົ້າ
(ມທ 26:1-5; ມຣກ 14:1-2; ລກ 22:1-2)
45ເຫດສະນັ້ນ ພວກຢິວ​ຫລາຍຄົນ​ທີ່​ມາ​ຢ້ຽມຢາມ​ນາງ​ມາຣີ ໄດ້​ເຫັນ​ເຫດການ​ທີ່​ພຣະເຢຊູເຈົ້າ​ເຮັດ​ນັ້ນ ພວກເຂົາ​ກໍ​ເຊື່ອ​ໃນ​ພຣະອົງ. 46ແຕ່​ບາງຄົນ​ໃນ​ພວກເຂົາ​ໄດ້​ໄປ​ຫາ​ພວກ​ຟາຣີຊາຍ ແລະ​ເລົ່າ​ເຫດການ​ທີ່​ພຣະເຢຊູເຈົ້າ​ໄດ້​ເຮັດ​ນັ້ນ​ໃຫ້​ພວກເຂົາ​ຟັງ. 47ດັ່ງນັ້ນ ພວກ​ຫົວໜ້າ​ປະໂຣຫິດ​ແລະ​ພວກ​ຟາຣີຊາຍ ຈຶ່ງ​ເອີ້ນ​ສະມາຊິກ​ສະພາ​ມາ​ປະຊຸມ​ກັນ​ວ່າ, “ພວກເຮົາ​ຈະ​ເຮັດ​ຢ່າງ​ໃດ? ເພາະວ່າ​ຊາຍ​ຄົນ​ນີ້​ກຳລັງ​ເຮັດ​ໝາຍສຳຄັນ​ຫລາຍ​ຢ່າງ. 48ຖ້າ​ພວກເຮົາ​ປ່ອຍ​ໃຫ້​ລາວ​ເຮັດ​ຢູ່​ຢ່າງ​ນີ້​ແລ້ວ ຄົນ​ທັງຫລາຍ​ກໍ​ຈະ​ເຊື່ອ​ລາວ ແລະ​ພວກ​ໂຣມ​ກໍ​ຈະ​ມາ ທຳລາຍ​ພຣະວິຫານ​ກັບ​ປະເທດ​ຊາດ​ຂອງ​ພວກເຮົາ.”
49ແຕ່​ມີ​ຜູ້ໜຶ່ງ​ໃນ​ພວກເຂົາ​ຊື່​ວ່າ​ກາຢະຟາ ຜູ້​ທີ່​ເປັນ​ມະຫາ​ປະໂຣຫິດ​ປະຈຳການ​ໃນ​ປີ​ນັ້ນ ໄດ້​ກ່າວ​ຕໍ່​ພວກເຂົາ​ວ່າ, “ພວກທ່ານ​ບໍ່​ຮູ້ຈັກ​ຫຍັງ​ເລີຍ 50ບໍ່​ຄິດ​ເຫັນ​ບໍ​ວ່າ ມັນ​ຈະ​ເປັນ​ປະໂຫຍດ​ສຳລັບ​ພວກທ່ານ ທີ່​ໃຫ້​ຄົນ​ໜຶ່ງ​ຕາຍ​ເພື່ອ​ປະຊາຊົນ ແທນ​ທີ່​ຈະ​ໃຫ້​ຄົນ​ທັງ​ຊາດ​ຕ້ອງ​ພິນາດ​ຈິບຫາຍ?” 51ແທ້ຈິງ​ແລ້ວ ເພິ່ນ​ບໍ່ໄດ້​ເວົ້າ​ຕາມ​ລຳພັງ​ຕົນເອງ, ແຕ່​ເພິ່ນ​ເປັນ​ມະຫາ​ປະໂຣຫິດ​ປະຈຳການ​ໃນ​ປີ​ນັ້ນ ເພິ່ນ​ຈຶ່ງ​ໄດ້ທຳນວາຍ​ວ່າ ພຣະເຢຊູເຈົ້າ​ຈະ​ຕາຍ​ເພື່ອ​ປະເທດ​ຊາດ 52ແລະ​ບໍ່ແມ່ນ​ເພື່ອ​ແທນ​ປະເທດ​ຊາດ​ເທົ່ານັ້ນ ແຕ່​ເພື່ອ​ເຕົ້າໂຮມ​ປະຊາຊົນ​ທັງຫລາຍ​ຂອງ​ພຣະເຈົ້າ ທີ່​ໄດ້​ແຕກ​ກະຈັດ​ກະຈາຍ​ກັນ​ໄປ​ນັ້ນ ໃຫ້​ເຂົ້າ​ເປັນ​ອັນໜຶ່ງ​ອັນດຽວ​ກັນ.
53ຕັ້ງແຕ່​ວັນ​ນັ້ນ​ມາ ພວກເຂົາ​ກໍໄດ້​ວາງແຜນ​ຂ້າ​ພຣະເຢຊູເຈົ້າ. 54ດ້ວຍເຫດນີ້ ພຣະເຢຊູເຈົ້າ​ຈຶ່ງ​ບໍ່ໄດ້​ໄປ​ທາງ​ໃດ​ຢ່າງ​ເປີດເຜີຍ​ໃນ​ແຂວງ​ຢູດາຍ, ແຕ່​ພຣະອົງ​ໄດ້​ໜີໄປ​ບ່ອນ​ໜຶ່ງ ໃກ້​ກັບ​ຖິ່ນ​ແຫ້ງແລ້ງ​ກັນດານ ເຖິງ​ເມືອງ​ໜຶ່ງ​ຊື່​ວ່າ​ເອຟຣາອິມ ແລະ​ຢູ່​ທີ່​ນັ້ນ​ກັບ​ພວກ​ສາວົກ​ຂອງ​ພຣະອົງ.
55ເວລາ​ສະຫລອງ​ເທດສະການ​ປັດສະຄາ​ໃກ້​ຈະ​ມາ​ເຖິງ​ແລ້ວ ມີ​ຫລາຍ​ຄົນ​ໄດ້​ຈາກ​ບ້ານ​ເມືອງ​ຂອງຕົນ ຂຶ້ນ​ໄປ​ສູ່​ນະຄອນ​ເຢຣູຊາເລັມ ເພື່ອ​ປະກອບ​ພິທີ​ຊຳລະ​ຕົວ​ກ່ອນ​ວັນ​ເທດສະການ. 56ພວກເຂົາ​ກຳລັງ​ຊອກ​ຫາ​ພຣະເຢຊູເຈົ້າ ແລະ​ເມື່ອ​ຢືນ​ຢູ່​ໃນ​ພຣະວິຫານ ພວກເຂົາ​ຈຶ່ງ​ຖາມ​ກັນ​ວ່າ, “ເຈົ້າ​ຄິດ​ເຫັນ​ຢ່າງ​ໃດ? ເພິ່ນ​ຄົງ​ຈະ​ບໍ່​ມາ​ໃນ​ເທດສະການ​ນີ້​ແມ່ນ​ຫລື​ບໍ່?” 57ຝ່າຍ​ພວກ​ຫົວໜ້າ​ປະໂຣຫິດ​ແລະ​ພວກ​ຟາຣີຊາຍ ກໍ​ອອກ​ຄຳສັ່ງ​ໄວ້​ວ່າ ຖ້າ​ຜູ້ໃດ​ຮູ້​ວ່າ​ພຣະເຢຊູເຈົ້າ​ຢູ່​ໃສ ໃຫ້​ມາ​ລາຍງານ​ພວກ​ຕົນ​ເພື່ອ​ຈະ​ໄປ​ຈັບ​ພຣະອົງ.

Zvýraznění

Sdílet

Kopírovat

None

Chceš mít své zvýrazněné verše uložené na všech zařízeních? Zaregistruj se nebo se přihlas