YouVersion Logo
Search Icon

ມັດທາຍ 28:12-15

ມັດທາຍ 28:12-15 LCV

ເມື່ອ​ພວກຫົວໜ້າ​ປະໂລຫິດ​ໄດ້​ປະຊຸມກັນ​ກັບ​ພວກ​ເຖົ້າແກ່ ແລະ ວາງແຜນການ​ແລ້ວ, ພວກເຂົາ​ກໍ​ເອົາ​ເງິນ​ຈໍານວນຫລາຍ​ໃຫ້​ພວກທະຫານ ພ້ອມ​ທັງ​ສັ່ງ​ວ່າ, “ພວກເຈົ້າ​ຈົ່ງ​ເວົ້າ​ວ່າ, ‘ພວກສາວົກ​ໄດ້​ມາ​ລັກເອົາ​ສົບ​ໄປ​ໃນ​ຕອນກາງຄືນ​ໃນ​ຂະນະ​ທີ່​ພວກເຮົາ​ນອນຫລັບ​ຢູ່’. ຖ້າ​ເລື່ອງ​ນີ້​ຮູ້​ໄປ​ເຖິງ​ຜູ້ປົກຄອງ ພວກເຮົາ​ຈະ​ເວົ້າ​ແກ້ໂຕ​ກັບ​ເພິ່ນ ແລະ ປ້ອງກັນ​ພວກເຈົ້າ​ບໍ່​ໃຫ້​ມີ​ບັນຫາ”. ດັ່ງນັ້ນ ພວກທະຫານ​ຈຶ່ງ​ຮັບເງິນ ແລະ ພາກັນ​ເຮັດ​ຕາມ​ຄຳແນະນໍາ​ນັ້ນ. ແລ້ວ​ເລື່ອງ​ນີ້​ໄດ້​ຖືກ​ເຜີຍແຜ່​ໄປ​ຢ່າງ​ກວ້າງຂວາງ​ໃນ​ທ່າມກາງ​ຊາວຢິວ​ຈົນ​ເຖິງ​ທຸກ​ວັນ​ນີ້.

Video for ມັດທາຍ 28:12-15